ໃນຊຸມປີມໍ່ມານີ້, ປຶ້ມ “ປະຕູດັ້ງເດີມ, ຖະໜົນເກົ່າ” ຊຶ່ງແມ່ນປຶ້ມອ່ານທີ່ີມີເນື້ອໃນ ເຕົ້າໂຮມສິ່ງທີ່ຍອດຍິ່ງໃນ 15 ປີໄປເກັບກຳ, ຈົດຈຳຂອງນັກຈິດຕະກອນ, ນັກຄົ້ນຄ້ວາ ເຈີນເຫົ້າອຽນເທ້ ໄດ້ນຳເອົາກະແສລົມໃໝ່ໃນການຄົ້ນຄ້ວາປະຫວັດແຫ່ງວິຈິດຕະກຳ, ສະຖາປັດຕະຍະກຳຮ່າໂນ້ຍ. ປຶ້ມຫົວນີ້ ທັງມີຄຸນຄ່າເພື່ອຄຄົ້ນຄ້ວາ ທັງແມ່ນເອກະສານທີ່ດີໃຫ້ແກ່ບັນດາຜູ້ເຮັດວຽກງານສະຖາປັດຕະຍະກຳຕົວເມືອງ.
ປຶ້ມອ່ານ “ປະຕູດັ້ງເດີມ, ຖະໜົນເກົ່າ” ຂອງນັກຈິດຕະກອນ, ນັກຄົ້ນຄ້ວາ ເຈີນເຫົ້າອຽນເທ້
|
ປຶ້ມອ່ານ “ປະຕູດັ້ງເດີມ, ຖະໜົນເກົ່າ” ຂອງນັກຈິດຕະກອນ, ນັກຄົ້ນຄ້ວາ ເຈີນເຫົ້າອຽນເທ້ ແມ່ນແນະນຳກ່ຽວກັບເຕັກໂນໂລຢີ ແລະ ບັນດາປະຕູເຫຼັກ, ການປະດັບປະດາດ້ວຍເຄື່ອງເຮັດດ້ວຍເຫຼັກ ຢູ່ຮ່າໂນ້ຍ. ປຶ້ມຫົວນີ້, ແນະນຳ ກ່ຽວກັບອາຊີບຕີເຫຼັກຢູ່ບັນດາປະເທດຝ່າຍຕາເວັນຕົກ ແລະ ໃນໂລກເວົ້າລວມ, ເມື່ອຖືກນຳມາເຜີຍແຜ່ຢູ່ຫວຽດນາມ ແລະ ໄດ້ຮັບການປະຕິບັດຈາກນາຍຊ່າງຕີເຫຼັກຫວຽດນາມເປັນສ່ວນຫຼາຍ. ຍ້ອນປະເພນີໃນການອອກແບບສະຖາປັດ ຕະຍະກຳໂດຍບໍ່ນຳໃຊ້ເຫຼັກ, ດັ່ງນັ້ນຊາວຫວຽດນາມຕ້ອງຮຽນເອົາບົດຮຽນນີ້ຈາກຝ່າຍຕາເວັນຕົກ. ບັນດາຂັ້ນຕອນດ້ານເຕັກນິກເຮັດປະຕູເຫຼັກຫຼືຮົ້ວເຫຼັກນັ້ນ, ເພື່ອຮັບປະກັນຄວາມປານີດສູງນັ້ນ, ຈຳເປັນຕ້ອງຂັ້ນຕອນຕີເຫຼັກໂດຍຜ່ານການໃຊ້ຄວາມຮ້ອນ. ຄາວນັ້ນ ຍັງບໍ່ທັນມີເຕັກໂນໂລຢີຈອດເຫຼັກ, ດັ່ງນັ້ນຕ້ອງທົດແທນດ້ວຍການໃຊ້ເຫຼັກກະປູ ຣີເວ ຊຶ່ງຮຽກຮ້ອງໃຫ້ນາຍຊ່າງຕ້ອງວັດແທກລະອຽດ. ນັກຈິດຕະກອນ, ນັກຄົ້ນຄ້ວາ ເຈີນເຫົ້າອຽນເທ້ ໃຫ້ຮູ້ວ່າ :
“ ປະຕູເຫຼັກແມ່ນບາດກ້າວອັນໂດດເດັ່ນຈາກເລື່ອງຊາວຝະລັ່ງມາກໍ່ສ້າງເສັ້ນທາງລົດໄຟ ຮ່າໂນ້ຍ-ຢິນໜານ, ອັນໄດ້ເປີດກາລະໂອກາດໃຫ້ແກ່ພວກນາຍຊ່າງຕີເຫຼັກຮ່າໂນ້ຍ. ບັນຫາທຳອິດ ແມ່ນເລື່ອງແກ້ໄຂບັນຫາໃຊ້ເຫຼັກກະປູ ຣີເວ ຍ້ອນວ່າ ການເຊື່ອມຕໍ່ເຫຼັກເສັ້ນເພື່ອເຮັດປະຕູໃນເມື່ອກ່ອນແມ່ນ ຍັງບໍ່ທັນມີເຕັກໂນໂລຢີຈອດເຫຼັກເທື່ອ. ຜູ້ສ່ັງສິນຄ້າຄົນທຳອິດຂອງບັນດາກິດຈະກຳສະຖາປັດຕະຍະກຳ ແມ່ນຄົນຝະລັ່ງ, ບັນດາກິດຈະກຳທຳອິດແມ່ນ ສຳນັກງານອຳນາດການປົກຄອງເຂດພາກເໜືອ, ທຳນຽບຜູ້ມີອຳນາດເຕັມແຫ່ງອິນໂດຈິນ...”
ປຶ້ມ “ປະຕູດັ້ງເດີມ, ຖະໜົນເກົ່າ” ແມ່ນເລັ່ງໃສ່ແນະນຳກ່ຽວກັບເຄື່ອງເຫຼັກສິລະປະກຳໃນໄລຍະຕົ້ນສະຕະວັດທີ 20 ຢູ່ຮ່າໂນ້ຍ. ບັນດາລວດລາຍເຮັດດ້ວຍເຫຼັກເທິ່ງປະຕູ, ຮົ້ວ, ລະບຽງ, ປອງຢ້ຽມ...ໄດ້ເຮັດໃຫ້ຮ່າໂນ້ຍເພີ່ມຄວສາມເກົ່າແກ່, ສຸພາບຮຽບຮ້ອຍ. ນັກຈິດຕະກອນ, ນັກຄົ້ນຄ້ວາ ເຈີນເຫົ້າອຽນເທ້ ໃຫ້ຮູ້ອີກວ່າ :
“ ຄວາມຮູ້ສຶກທຳອິດຂອງຂ້າພະເຈົ້ານັບແຕ່ເມື່ອຂ້າພະເຈົ້າໄປໂຮງຮຽນ, ເມື່ອຢືນເທິ່ງຕູ້ລົດໄຟຟ້າ ແລະ ມຸ່ງສາຍຕາໄປລຽບຕາມຖະໜົນສາຍຕ່າງໆໃນຄຸ້ມຖະໜົນເກົ່າ, ແມ່ນໄດ້ເຫັນເຮືອນຫ້ອງແຖວຫຼາຍຫຼັງຕັ້ງແຄມທາງຍັງເໝືອນເດີມ, ຈາກຊັ້ນໜຶ່ງຂຶ້ນຮອດຊັ້ນສອງ ລວມມີປະຕູໃຫຍ່, ປອງຢ້ຽມ, ລະບຽງ, ຮົ້ວ...ໃນຄາວນັ້ນ, ການເຮັດປະຕູ, ຮົ້ວ...ດ້ວຍເຫຼັກແມ່ນສິ່ງທີ່ໃໝ່ອຽມທີ່ສຸດ ເພາະຕາມປະເພນີຂອງຊາວຫວຽດນາມ ແມ່ນເຄີຍປຸກເຮືອນ, ເຮັດປະຕູດ້ວຍໄມ້”
ໃນໄລຍະກວ່າ 15 ປີທຳການຄົ້ນຄ້ວາ, ເກັບກຳ. ນັກຈິດຕະກອນ, ນັກຄົ້ນຄ້ວາ ເຈີນເຫົ້າອຽນເທ້ ໄດ້ຍ່າງເລາະຕາມຖະໜົນສາຍຕ່າງໆໃນຮ່າໂນ້ຍ ເພື່ອຖ່າຍຮູບ, ຈົດບັນທຶກ, ຈັດແບ່ງປະເພດ, ສຳພາດເຈົ້າຂອງເຮືອນ. ນີ້ກໍແມ່ນຊ່ວງເວລາທີ່ລາວໄດ້ເຫັນປະຈັກຕາການຫັນປ່ຽນຢ່າງແຮງກ້າຂອງຕົວເມືອງ. ນັກຈິດຕະກອນ, ນັກຄົ້ນຄ້ວາ ເຈີນເຫົ້າອຽນເທ້ ເວົ້າຕໍ່ໄປວ່າ :
“ ຖ້າໄດ້ເບິ່ງປຶ້ມຫົວນີ້, ຜູ້ຄົນທັງຫຼາຍຈະຮູ້ສຶກວ່າ ຮ່າໂນ້ຍສະອາດຂຽວງາມ ແລະ ສຸພາບຮຽບຮ້ອຍ. ບໍ່ຄືກັບນະຄອນທີ່ພວມເບັ່ງບານໃນກະແສຟອງຫັນເປັນການຄ້າທົ່ວໂລກ ດ້ວຍບັນດາປ້າຍໂຄສະນາຂະໜາດໃຫຍ່. ດ້ວຍເອກະສານທີ່ມີມາກ່ອນນີ້ 5 ຫາ 10 ປີ, ກໍສາມາດເຫັນໄດ້ເຖິງບັນດາປະຕູໃຫຍ່, ປອງຢ້ຽມ, ລະບຽງ, ຮົ້ວ...ທີ່ຍັງບໍ່ທັນຖືກສູນຫາຍໄປ ພ້ອມດ້ວຍວິຖີຊີວິດຂອງຊາວຮ່າໂນ້ຍ”.