(vovworld) - ທັງລອງ - ຮ່າໂນ້ຍ, ນະຄອນຫຼວງແຫ່ງອະລິຍະທຳນັບພັນປີ, ແມ່ນແຫ່ງເຕົ້າໂຮມວັດທະນະທຳອັນດີງາມທີ່ມາແຕ່ບູຮານຫຼາຍຢ່າງ, ໃນນັ້ນຕ້ອງເວົ້າເຖິງສິລະປະການຊົງຊາ ແລະ ດື່ມຊາ. ພິເສດແມ່ນຊາດອກບົວ, ດ້ວຍວິທີເອືອບຊາ, ການກະກຽມວັດຖຸດິບ ກໍ່ຄືສິລະປະຊົງຊາຢ່າງລະອຽດລະອໍ. ຊາດອກບົວບໍ່ພຽງແຕ່ມີຊື່ສຽງໃນນະຄອນຫຼວງ ຮ່າໂນ້ຍ ເທົ່ານັ້ນ, ຫາກບັນດານັກຜະລິດຊາທັງຢູ່ພາຍໃນ ແລະ ຕ່າງປະເທດກໍ່ຮູ້ຈັກເຖິງອີກດ້ວຍ. ພວກເຮົາພ້ອມກັນຊອກຮູ້ກ່ຽວກັບຊາຊະນິດນີ້ກັບນັກສິລະປະການ ຮ່ວາງແອງເຊື໋ອງ, ຜ່ານບົດສາລະຄະດີ “ຊາດອກບົວ - ລົດຊາດບູຮານຢູ່ໃຈກາງນະຄອນຮ່າໂນ້ຍ “ ຂອງນັກຂ່າວ ຢ້ຽວຮົ່ງ.
ບົນຖະໜົນ ໂງເຕິດໂຕ໋, ນະຄອນຫຼວງ ຮ່າໂນ້ຍ, ມີເຮືອນບູຮານຫຼັງໜຶ່ງທີ່ຕັ້ງຢ່າງຄ່ຽມຄົມຢູ່ຂ້າງທາງ, ເຮືອນຫຼັງນີ້ຍັງຄົງຮັກສາສະຖາປັດຕະຍະກຳທີ່ເກົ່າແກ່ຂອງຊາວ ຮ່າໂນ້ຍ ຢູ່. ກ້າວເຂົ້າໃນເຮືອນ (ແມ່ນຮ້ານນ້ຳຊາໃນປະຈຸບັນ), ລຽບຕາມສອງພາກທາງແມ່ນຕູ້ວາງຊາຫຼາຍຊະນິດ ແລະ ເຄື່ອງຊົງຊາ. ຝາເຮືອນທາສີຟ້າແກ່, ມ່ານໄມ້ໄຜ່, ພ້ອມກັບເຄື່ອງເຟີນີເຈີບູຮານທີ່ໄດ້ຮັບການແກະສະຫຼັກຢ່າງລະອຽດລະອໍ, ຮ້ານແຫ່ງນີ້ຄືດັ່ງບໍລິເວນທີ່ຄັດແຍກຕ່າງຫາກກັບຄວາມອຶກກະທຶກຄຶກໂຄມຢູ່ ຮ່າໂນ້ຍ ໃນປະຈຸບັນ. ເຖິງວ່າຮອດເວລາ 20 ໂມງແລ້ວ, ແຕ່ແຂກມາດື່ມນ້ຳຊາຍັງຄົງເຕັມຮ້ານຢູ່, ບໍ່ມີສຽງນຶກນັນ, ເບິ່ງຄືວ່າຜູ້ໃດກໍ່ມີສະຕິຮັກສາຄວາມສະຫງົບງຽບໃຫ້ຮ້ານນີ້.
“ຮ້ານນຳ້ຊາແຫ່ງນີ້ມີຄວາມລຶ້ງເຄີຍກັບຂ້າພະເຈົ້າ. ອາທິດໃດ, ຂ້າພະເຈົ້າກໍ່ພ້ອມກັບໝູ່ເພື່ອນມາດື່ມນ້ຳຊາຢູ່ທີ່ນີ້. ຮ້ານມີຊາຫຼາຍຊະນິດ, ແຕ່ຂ້າພະເຈົ້າມັກດື່ມທີ່ສຸດແມ່ນຊາດອກບົວຍ້ອນມັນຫອມ ແລະ ມີລົດຊາດສະເພາະ, ຕ່າງກັບຊາຈຸ່ມຊະນິດຕ່າງໆ ກໍ່ຄືຊາຂອງຮ້ານອື່ນ”.
“ຕາມຂ້າພະເຈົ້າແລ້ວ, ຊາດອກບົວໄດ້ສ້າງຄວາມດູດດື່ມ, ຄວາມຮູ້ສຶກສະບາຍໃຈ, ດື່ມນ້ຳຊາຂົມໆຝາດໆເທື່ອລະນ້ອຍກໍ່ເຫັນວ່າຈິດໃຈສະຫວາດສະເຫວີຍທີ່ສຸດ”.
ຍ່າງເລິກເຂົ້າໃນຮ້ານ, ຢືນຂ້າງໂຕະຕັ່ງຊຸດທີ່ຄວັດຝັງລາຍກີບກີ້, ອ້າຍ ຮ່ວາງແອງເຊື໋ອງ - ນັກສິລະປະການຊາ, ທັງເປັນເຈົ້າຂອງຮ້ານນ້ຳຊາ ເຈື່ອງຊວນ ພວມຊົງນ້ຳຊາໃຫ້ແຂກ. ອ້າຍຄ່ອຍໆຂະເຍົ່າກາດິນເຜົາເຄືອບສີກະເບົາ,ຂະໜາດນ້ອຍເທົ່າກັບໝາກແປ້ນ, ເທິງກາແກະສະຫຼັກຮູບດອກຄາຍຢ່າງລະອຽດລະອໍ. ນີ້ແມ່ນການຊົງຊາເທື່ອທີສອງ. ເມື່ອເຫັນຄວາມປະຫຼາດໃຈຂອງພວກຂ້າພະເຈົ້າຕໍ່ເຄື່ອງຊົງຊາ, ອ້າຍອະທິບາຍວ່າ:
“ທີໜຶ່ງແມ່ນຕ້ອງມີເຕົາໄຟດ້ວຍທອງ, ທີສອງຕ້ອງມີພາຄວັດຝັງລາຍກີບກີ້. ກາຊົງນ້ຳຊາຕ້ອງມີຄົບຊະນິດ: ກາສຳລັບຜູ້ດຽວແມ່ນນ້ອຍເທົ່າກັບໝາກແປ້ນ, ກາສຳລັບສອງຄົນ ແລະ ກາໃຫຍ່ແມ່ນໃຫ້ຫຼາຍຄົນດື່ມ. ສ່ວນຈອກດື່ມນ້ຳຊາກໍ່ແບ່ງເປັນສອງຊະນິດ: ຈອກໃຫຍ່ ແລະ ຈອກນ້ອຍ. ເມື່ອຊົງນ້ຳຊາສຳເລັດແລ້ວ, ເຂົາເຈົ້າຈະເຫຍັ້ນໃສ່ຈອກໃຫຍ່, ຫຼັງຈາກນັ້ນຈຶ່ງເຫຍັ້ນຈາກຈອກໃຫຍ່ໃສ່ບັນດາຈອກນ້ອຍເພື່ອດື່ມ.”
ເມື່ອສັງເກດຢ່າງລະອຽດກໍ່ເຫັນວ່າ, ສຳລັບເຄື່ອງຊົງນ້ຳຊາແຕ່ລະຊະນິດ, ກ່ອນທີ່ນຳໃຊ້ອ້າຍ ເຊື໋ອງ ລ້ວນແຕ່ລ້າງຄືນດ້ວຍນ້ຳຟົດ. ອ້າຍເຫຍັ້ນນ້ຳຊາໃສ່ຈອກໃຫຍ່ແລ້ວຄ່ອຍໆເຫຍັ້ນຈາກຈອກໃຫຍ່ໃສ່ບັນດາຈອກນ້ອຍ. ນຳ້ຊາມີສີກະເບົານ້ຳເຜິ້ງ, ສົ່ງກິ່ນດອກບົວທີ່ຫອມຫວນ.
ກຳກັບໄມ້ໃນມື, ອ້າຍ ເຊື໋ອງ ແກ້ເຈ້ຍຫຸ້ມຫໍ່ອອກ. ສິ່ງທີ່ປະກົດຕໍ່ໜ້າພວກຂ້າພະເຈົ້ານັ້ນແມ່ນຊັ້ນເມດເຂົ້າດອກບົວ (ເມດເທິງຫົວເກສອນຜູ້) ທີ່ຂາວລ້ວນ, ລີ້ຊ້ອນໃຕ້ຊັ້ນນີ້ແມ່ນໃບຊາທີ່ໄດ້ຮັບການຂົ້ວແຫ້ງແລ້ວ. (ແຕ່ລະຊັ້ນ)ໆຖືກກ່າຍກອງກັນຢ່າງລະອຽດລະອໍ.
“ເມື່ອເອືອບຊາຍາມໃດຄອບຄົວຂ້າພະເຈົ້າກໍ່ໃຊ້ກັບໄມ້, ຢູ່ກົ້ນຢາຍເຈ້ຍສາແລ້ວໂຮຍຊາ, ໂຮຍເມັດເຂົ້າດອກບົວເປັນແຕ່ລະຊັ້ນບາງໆ, ເມື່ອຊາ ແລະ ເມັດເຂົ້າດອກບົວໝົດແລ້ວກໍ່ອັດແຈບກັບຊາໄວ້, ສອງສາມຊົ່ວໂມງຜຶ່ງເທື່ອໜຶ່ງ, ຕ້ອງຜຶ່ງໃນ 1 ວັນ, ຫຼັງຈາກນັ້ນສືບຕໍ່ເອືອບຊາອີກເທື່ອທີສອງຄືດັ່ງເທື່ອທຳອິດ. ບາງເທື່ອກໍ່ຕ້ອງເອືອບຊາເຖິງ 7 ເທື່ອ. ສະເລ່ຍຊາດອກບົວໂລໜຶ່ງຕ້ອງໃຊ້ ດອກບົວແຕ່ 1000 – 1.400 ດອກ.
ອ້າຍ ເຊື໋ອງ ທັງຊີ້ໃຫ້ພວກຂ້າພະເຈົ້າເຫັນຊັ້ນເມັດເຂົ້າດອກບົວ, ທັງອະທິບາຍກ່ຽວກັບວິທີເລືອກເຟັ້ນດອກບົວ. ຢູ່ ຫວຽດນາມມີໜອງດອກບົວໃຫຍ່ຫຼາຍແຫ່ງ, ແຕ່ສະເພາະອ້າຍພຽງແຕ່ໃຊ້ດອກບົວຢູ່ໜອງ ໂຮ່ໄຕ ເທົ່ານັ້ນ, ຍ້ອນດອກບົວຢູ່ທີ່ນີ້ທັງໃຫຍ່, ທັງມີກິ່ນຫອມກວ່າເມື່ອທຽບໃສ່ດອກບົວຢູ່ບ່ອນອື່ນ. ວິທີຊົງນ້ຳຊາ, ເລືອກເຟັ້ນດອກບົວ, ເອືອບດອກບົວແມ່ນລະອຽດແລ້ວ, ແຕ່ວິທີເລືອກເຟັ້ນຊາພັດຍິ່ງລະອຽດລະອໍກວ່າອີກ.
“ຍາມໃດຄອບຄົວຂ້າພະເຈົ້າກໍ່ເລືອກຍອດຊາ ຊານຕວຽດ ຂອງ ຮ່າຢາງ. ພາຍຫຼັງເລືອກເຟັ້ນຍອດຊາທີ່ບັນລຸມາດຕະຖານໄດ້ແລ້ວ, ກໍ່ເອົາມາໃສ່ໃນຫວດແລ້ວໜຶ້ງເພື່ອໃຫ້ທາດ tamin - ທາດສ້າງເປັນລົດຝາດໃນຊາຫາຍໄປ. ເພາະວ່າຕາມຜູ້ເຖົ້າຜູ້ແກ່ແລ້ວ, ດື່ມນຳ້ຊາແມ່ນເພື່ອດົມກິ່ນຫອມຂອງດອກບົວເປັນຕົ້ນ, ຫາກບໍ່ແມ່ນລົດນຳ້ຊາ. ເມື່ອໜຶ້ງ, ຊາຈະຊຸ່ມທີ່ສຸດ, ຕ້ອງໃສ່ໝໍ້ຂາງຂົ້ວໃຫ້ແຫ້ງ ແລ້ວຖອກໃສ່ໄຫ, ປິດແຈບໄວ້ ແລະ ຮັກສາໃນ 5-6 ປີກ່ອນທີ່ເອືອບກັບດອກບົວ”.
ຍ້ອນຂັ້ນຕອນການຜະລິດລະອຽດລະອໍຄືແນວນັ້ນ, ຊາດອກບົວຈຶ່ງກາຍເປັນຊະນິດລ້ຳຄ່າທີ່ສຸດ ບໍ່ພຽງແຕ່ສຳລັບຮ້ານນ້ຳຊາ ເຈື່ອງຊວນ ເທົ່ານັ້ນ, ຫາກມັນຍັງແມ່ນຄວາມເອກອ້າງທະນົງໃຈຂອງຊາວ ຮ່າໂນ້ຍ ອີກດ້ວຍ. ຄວາມລະອຽດລະອໍໃນການຜະລິດຊາດອກບົວ ກໍ່ພາໃຫ້ບັນດາຜູ້ຜະລິດຊາໃນໂລກມີຄວາມເຄົາລົບນັບຖືອີກ, ອ້າຍ ເຊື໋ອງ ແບ່ງປັນວ່າ:
“ເມື່ອບັນດາຜູ້ຜະລິດຊາ ຍີ່ປຸ່ນ ແລະ ຈີນ ມາແຫ່ງນີ້ເພືອພົບປະແລກປ່ຽນ, ເຂົາເຈົ້າມີຄວາມສົນໃຈທີ່ສຸດກ່ຽວກັບຊາດອກບົວ. ຜູ້ຜະລິດຊາ ຈີນຫຼາຍຄົນເວົ້າວ່າ, ຖ້າຫາກຊາດອກບົວແມ່ນຂອງເຂົາເຈົ້າ, ລາຄາຈະສູງກວ່າຫຼາຍ, ບໍ່ແມ່ນນັບສິບລ້ານດົ່ງຄືພວມຂາຍຢູ່ ຫວຽດນາມໃນປະຈຸບັນ, ຫາກບາງເທື່ອຈະຂຶ້ນເຖິງນັບຮ້ອຍລ້ານດົ່ງ.”
ເມື່ອນັ່ງໃນຮ້ານບູຮານ, ແລະດື່ມນຳ້ຊາຮ້ອນແຕ່ລະງຶບ, ພວກຂ້າພະເຈົ້າສາມາດຮູ້ສຶກໄດ້ລົດຝາດໆຂອງຊາ, ລົດຫວານ ແລະ ກິ່ນຫອມຂອງດອກບົວ. ຖ້າຫາກເພື່ອນມີຄວາມປະທັບໃຈຕໍ່ວັດທະນະທຳ ຊາ ຫວຽດນາມ, ພິເສດແມ່ນຊາດອກບົວ, ເຊີນເພື່ອມາ ຫວຽດນາມ, ແຫວ່ຢາມຮ້ານນ້ຳຊາ ເຈື່ອງຊວນ ຢູ່ເຮືອນເລກ 13, ຖະໜົນ ໂງເຕິດໂຕ໋, ຮ່າໂນ້ຍ ເພື່ອດື່ມ ແລະ ຮັບຮູ້ລົດຊາດພິເສດຂອງຊາດອກບົວນີ້.