(VOVWORLD) - ໂດຍຍາດແຍ່ງທ່າໄດ້ປຽບຈາກແຫຼ່ງວັດຖຸດິບ ຂອງທ້ອງຖິ່ນ ນັ້ນຄືໝາກພັບນົກຂອດ, ເອື້ອຍ ເວືອງທິເທືອງ, ຢູ່ເທດສະບານ ນາຊ່ຳ, ເມືອງ ວັນຫຼາງ, ແຂວງ ລ້າງເຊີນ ຂອງຫວຽດນາມ ໄດ້ຕັດສິນໃຈ startup, ລົງທຶນກໍ່ສ້າງໂຮງຈັກຜະລິດຕາມເຕັກໂນໂລຢີ ຍີ່ປຸ່ນ ແລະ ໃນເບື້ອງຕົ້ນ, ໄດ້ປະສົບຜົນສຳເລັດດ້ວຍກັບຜະລິດຕະພັນ “ໝາກພັບແຫ້ງ” (ຕາກແຫ້ງ).
ເອື້ອຍ ເວືອງທິເທືອງ ກັບຜະລິດຕະພັນໝາກພັບແຫ້ງ (ພາບ: VOV) |
ໃນມູມໜຶ່ງຂອງໂຮງຈັກຜະລິດ “ໝາກພັບແຫ້ງ” ຕວ່ານເທືອງ, ເອື້ອຍ ເວືອງທິເທືອງ ໄດ້ແຂວນໝາກພັບແຕ່ລະໜ່ວຍຢູ່ຖ້ານເພື່ອຕາກໃຫ້ແຫ້ງ. ເອື້ອຍ ເທືອງ ແບ່ງປັນວ່າ, ເມື່ອກ່ອນນີ້ ເອື້ອຍເປັນຄູສອນ ແຕ່ເຫັນວ່າໝາກພັບ-ໝາກໄມ້ທີ່ເປັນເອກະລັກຂອງທ້ອງຖິ່ນຕົນຖືກຕົກເຂົ້າສະພາບ “ໝາກດົກ ແຕ່ລາຄາຕົກ” ໃນຫຼາຍປີ, ລາຍຮັບຂອງປະຊາຊົນບໍ່ເປັນປົກກະຕິ, ສະນັ້ນ, ເອື້ອຍໄດ້ຕັດສິນໃຈຊອກຫາທິດທາງໃໝ່ໃຫ້ແກ່ຜະລິດຕະພັນນີ້.
“ຜະລິດຕະພັນໝາກພັບຢູ່ບ້ານຂ້າພະເຈົ້າ ແມ່ນມີປະລິມານການຜະລິດ 8.000 ໂຕນຕໍ່ປີ. ແຕ່ໃນເວລາຫຼາຍປີໝາກດົກ ລາຄາພັດຕົກ ແລະ ຕະຫຼາດຮອງຮັບບໍ່ເປັນປົກກະຕິ, ເຮັດໃຫ້ຊາວກະສິກອນຕ້ອງຕັດຖີ້ມໄປຫຼາຍ. ຂ້າພະເຈົ້າຄິດວ່າ ການຍົກລະດັບຄຸນຄ່າຂອງໝາກພັບນີ້ ຈະນຳມາເຊິ່ງມູນຄ່າໃຫຍ່ຫຼວງໃຫ້ແກ່ປະຊາຊົນ, ຊ່ວຍໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ, ມີລາຍຮັບເປັນປົກກະຕິ”.
ໃນຊຸມມື້ທຳອິດຂອງການ startup, ເອື້ອຍ ເທືອງ ກໍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການຊອກຫາຫຼັກສູດ ແລະ ຂັ້ນຕອນມາດຕະຖານໃນການຜະລິດໝາກພັບແຫ້ງ. ຈຳນວນໝາກພັບທີ່ເອື້ອຍຕ້ອງຖອກຖີ້ມໄປນັ້ນ ກໍ່ບໍ່ແມ່ນໜ້ອຍ ຍ້ອນເງື່ອນໄຂດິນຟ້າອາກາດໄດ້ປ່ຽນແປງ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມຕັດສິນໃຈຢາກຍົກລະດັບຄຸນຄ່າຂອງຜະລິດຕະພັນ, ເອື້ອຍ ເທືອງ ໄດ້ສຶກສາ, ຮຽນຮູ້ເອົາບົດຮຽນປະສົບການ, ເຕັກນິກການປູກ, ການບົວລະບັດ ແລະ ປຸງແຕ່ງໝາກພັບແຫ້ງຢູ່ ດ່າລາດ ແລະ ບາງປະເທດອື່ນໆ, ໃນທີ່ສຸດກໍຕັດສິນໃຈນຳເຕັກໂນໂລຢີ ຍີ່ປຸ່ນ ເຂົ້າໃນການຜະລິດ.
“ຂ້າພະເຈົ້າໄດ້ໝູນໃຊ້ວິທະຍາສາດເຕັກນິກທີ່ທັນສະໄໝເຂົ້າໃນການຜະລິດ, ນັບແຕ່ຂອດປຸງແຕ່ງ, ນໍາໃຊ້ເຄື່ອງປອກເປືອກ ແລະ ເຄື່ອງອົບ, ເຄື່ອງບຳບັດອຸນຫະພຸມ, ໂຮງເຮືອນແກ້ວ, ເຄື່ອງດູດສູນຍາກາດ. ກ່ຽວກັບການເກັບຮັກສາ, ຂ້າພະເຈົ້າກໍໄດ້ເຊື່ອມຕໍ່ກັບບັນດານັກຊ່ຽວຊານເພື່ອບັນລຸໄດ້ຜະລິດຕະພັນທີ່ມີຄຸນນະພາບດີກວ່າ”.
ເພື່ອຜະລິດໃນຂອບຂະໜາດໃຫຍ່ ແລະ ຮັບປະກັນແຫຼ່ງສະໜອງເປັນປົກກະຕິ, ເອື້ອຍ ເວືອງທິເທືອງ ໄດ້ສ້າງຕັ້ງສະຫະກອນກະສິກຳ ຕວ່ານເທືອງ ຂຶ້ນມາ, ແລ້ວເກັບຊື້ຜະລິດຕະພັນຂອງ 10 ຄອບຄົວປູກໝາກພັບໃນບໍລິເວນຕາແສງ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານນັບສິບຄົນ. ນອກຈາກຜະລິດໝາກພັບແຫ້ງແລ້ວ, ສະເລ່ຍແຕ່ລະເດືອນເອື້ອຍເທືອງ ກໍສົ່ງໝາກພັບສົດໃຫ້ບັນດາແຂວງຢູ່ພາກເໜືອ ປະມານ 500 ໂຕນ. ເອື້ອຍ ຮວ່າງທິຖຸ໋ຍ, ຢູ່ເມືອງ ວັນຫຼາງ, ແຂວງລ້າງເຊີນ ດີໃຈເມື່ອໄດ້ເຊັນສັນຍາສົ່ງໝາກພັບໃຫ້ສະຫະກອນ ຕວ່ານເທືອງ ດ້ວຍລາຄາສູງເປັນປົກກະຕິກວ່າ, ເອື້ອຍ ຖຸ໋ຍ ແບ່ງປັນວ່າ:
“ຄອບຄົວຂ້າພະເຈົ້າມີຕົ້ນໝາກພັບນົກຂອດ 600 ຕົ້ນ, ແຕ່ລະລະດູສາມາດເກັບກ່ຽວໄດ້ 15 ໂຕນ. ແຕ່ກ່ອນ ລາຄາຕະຫຼາດບໍ່ເປັນປົກກະຕິ, ແຕ່ປັດຈຸບັນມີສະຫະກອນ ຕວ່ານເທືອງ ເກັບຊື້ແລ້ວ ຂ້າພະເຈົ້າກໍເຊັນສັນຍາສະໜອງໃຫ້ເຂົາເຈົ້າ ດ້ວຍລາຄາເປັນປົກກະຕິກວ່າ, ບໍ່ຕ້ອງເປັນຫ່ວງສົ້ນອອກອີກແລ້ວ”.
ເພື່ອໂຄສະນາຜະລິດຕະພັນ, ພ້ອມທັງຕິດພັນຜະລິດຕະພັນກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງທ້ອງຖິ່ນ, ເອື້ອຍ ເທືອງ ໄດ້ຫຸ້ມຫໍ່ໝາກພັບແຕ່ລະໜ່ວຍໃສ່ຖົງຕ່າງຫາກ, ເຊິ່ງໃ ນແຕ່ລະຖົງນັ້ນແມ່ນມີຂໍ້ມູນກ່ຽວກັບ 12 ປູຊະນີຍະສະຖານປະຫວັດສາດທີ່ມີຊື່ສຽງຂອງແຂວງ ລ້າງເຊີນ. ນອກຈາກນັ້ນແລ້ວ, ເອື້ອຍກໍຕັ້ງໜ້ານຳເອົາຮູບພາບ ແລະ ຂໍ້ມູນຂອງຜະລິດຕະພັນດັ່ງກ່າວໂຄສະນາຢູ່ບັນດາສູນການຄ້າເອເລັກໂຕນິກ, ສື່ສັງຄົມອອນລາຍ, ເຊັ່ນ: Facebook, YouTube. ຍ້ອນເຫດນັ້ນ, ຜະລິດຕະພັນຂອງລາວ ກໍ່ນັບມື້ນັບມີຄົນຮູ້ຈັກຫຼາຍຂຶ້ນ, ບໍ່ພຽງແຕ່ຢູ່ທ້ອງຖິ່ນເທົ່ານັ້ນ ຫາກໄດ້ແຜ່ຂະຫຍາຍອອກສູ່ບັນດາແຂວງ, ນະຄອນອື່ນໆອີກດ້ວຍ.
ມາຮອດປັດຈຸບັນ, “ໝາກພັບນົກຂອດແຫ້ງ” ຂອງເອື້ອຍ ເວືອງທິເທືອງ ໄດ້ມີໜ້າຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ (ພາບ: VOV)
|
ມາຮອດປັດຈຸບັນ, “ໝາກພັບນົກຂອດແຫ້ງ” ຂອງເອື້ອຍ ເວືອງທິເທືອງ ໄດ້ມີໜ້າຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ, ແຕ່ເອື້ອຍມີຄວາມໄຝ່ຝັນທີ່ໃຫຍ່ຫຼວງກວ່າ ນັ້ນກໍຄື ນຳເອົາເຄື່ອງໝາຍການຄ້າ “ໝາກພັບນົກຂອດແຫ້ງ” ອອກສູ່ຕະຫຼາດໂລກ:
“ຄວາມປາດຖະໜາຂອງຂ້າພະເຈົ້າໃນອະນາຄົດແມ່ນ ສົ່ງບັນດາຜະລິດຕະພັນຂອງ ຫວຽດນາມ, ບັນດາຜະລິດຕະພັນທີ່ເປັນເອກະລັກຂອງທ້ອງຖິ່ນ, ຂອງເຂດພາກອອກສູ່ຕະຫຼາດໂລກ, ປະກອບສ່ວນອະນຸລັກຮັກສາ ແລະ ຍົກລະດັບຄຸນຄ່າຜະລິດຕະພັນຂຶ້ນ. ປັດຈຸບັນ, ຕະຫຼາດຮອງຮັບໝາກພັບແຫ້ງສ່ວນຫຼາຍແມ່ນຢູ່ພາກເໜືອ ຫວຽດນາມ. ເປົ້າໝາຍຂອງຂ້າພະເຈົ້າແມ່ນ ໃນປີ 2024 ສາມາດສົ່ງໄປຂາຍຢູ່ທົ່ວປະເທດ ແລະ ຮອດປີ 2025 ຈະສົ່ງອອກໄປຍັງບັນດາປະເທດໃກ້ຄຽງ, ເປັນຕົ້ນແມ່ນ: ໄທ ແລະ ຈີນ”.
ພາຍຫຼັງທີ່ໄດ້ຜັນຂະຫຍາຍມາເປັນເວລາກວ່າ 1 ປີ, ມາຮອດປັດຈຸບັນ, ຜະລິດຕະພັນໝາກພັບແຫ້ງຂອງເອື້ອຍ ເທືອງ ກໍໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ. ຜະລິດຕະພັນຂອງເອື້ອຍໄດ້ຂາຍດ້ວຍລາຄາສູງ 300.000 ດົ່ງຕໍ່ກິໂລກຣາມ (12,3 USD/kg), ໃນຂະນະ ລາຄາໝາກພັບສົດມີລາຄາພຽງ 15.000 ດົ່ງຕໍ່ກິໂລກຣາມ (0,62 USD/kg), ແຕ່ເອື້ອຍຜະລິດມາເທົ່າໃດ ກໍ່ໄດ້ຂາຍໝົດເທົ່ານັ້ນ, ນຳມາເຊິ່ງລາຍຮັບເກືອບ 1,5 ຕື້ດົ່ງ (62.000 USD) ໃນປີຜ່ານມາ. ສະຫະກອນກະສິກຳ ຕວ່ານເທືອງ ໄດ້ສ້າງວຽກເຮັດງານທຳ ແລະ ເກັບຊື້ຜະລິດຕະພັນກະເສດໃຫ້ນັບສິບຄອບຄົວຢູ່ໃນຕາແສງ, ຊ່ວຍໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈທຳການຜະລິດ. ດ້ວຍບັນດາຜົນສຳເລັດດັ່ງກ່າວ, ເອື້ອຍ ເວືອງທິເທືອງ ບໍ່ພຽງແຕ່ປະກອບສ່ວນຍົກສູງຄຸນຄ່າຂອງຜະລິດຕະພັນທີ່ເປັນເອກະລັກຂອງທ້ອງຖິ່ນເທົ່ານັ້ນ, ຫາກຍັງກາຍເປັນຕົວແບບ start up ໃຫ້ແກ່ແມ່ຍິງຫຼາຍຄົນທີ່ມີຄວາມປາດຖະໜາຢາກສ້າງຄວາມຮັ່ງມີຈາກວັດຖຸພັນຂອງທ້ອງຖິ່ນອີກດ້ວຍ./.