ລູງ ດັ້ງວັນທິ້ງ ເອົາຜ້າເຊັດກ້ອງຖ່າຍຮູບ ແລະ ເລັນຄືນໃໝ່, ເພື່ອກະກຽມກ້າວເຂົ້າສູ່ມື້ເຮັດວຽກໃໝ່. ເຖິງວ່ານຳ້ສີທາຢູ່ນອກກ້ອງຖ່າຍຮູບ Canon ໄດ້ຈາງຫາຍໄປບາງບ່ອນແລ້ວກໍ່ຕາມ, ແຕ່ເຫັນວ່າເລັນຍັງໃໝ່ຢູ່. ທັງໝົດເຫຼົ່ານັ້ນລ້ວນແຕ່ໃສ່ໃນຖົງສີຄາມທີ່ຫ້ຽນໄປແລ້ວ. ລູງ ທິ້ງ ຖືຖົງນີ້ເທິງບ່າ, ແລ້ວຖີບລົດເຖິງປະຕູໂຂງສວນສາທາລະນະ ຖູເລ້ ເລີ່ມປະຕິບັດວຽກງານ “ຖ່າຍຮູບ“ ຂອງຕົນແຕ່ 7 ໂມງ 30 ນາທີເຖິງ 18 ໂມງ, ເຖິງວ່າມີອາຍຸ 65 ປີແລ້ວກໍ່ຕາມ, ແມ່ນອາຍຸທີ່ໄດ້ພັກບຳນານແລ້ວ, ແຕ່ລູງ ທີ້ງ ຍັງຄົງເຮັດວຽກເປັນປະຈຳຢູ່.
“ຂ້າພະເຈົ້າໄດ້ຕິດພັນກັບບ່ອນນີ້ມາເປັນເວລານັບສິບໆປີແລ້ວ, ຖ້າບໍ່ໄປກໍ່ຄິດຮອດຫຼາຍ. ແຕ່ລະມື້ມາແຫ່ງນີ້, ເຖິງວ່າຈະມີແດດຮ້ອນກໍ່ຕາມ, ແຕ່ເມື່ອໄດ້ຖ່າຍຮູບໃຫ້ແຂກແລ້ວກໍ່ຮູ້ສຶກມ່ວນຫຼາຍ. ປະຈຸບັນພຽງແຕ່ຢາກຫາເງິນພໍດີໃຫ້ແກ່ການດື່ມກາແຟມ ແລະໃຊ້ໃນປະຈຳວັນເພື່ອບໍ່ຕ້ອງຂໍລູກເຕົ້າເທົ່ານັ້ນ, ຫາກຖ່າຍຮູບຄືໃນປະຈຸບັນ ແມ່ນບໍ່ສາມາດຮັບປະກັນຊີວິດການເປັນຢູ່ໄດ້ .“
ລຸງ ທິ້ງຖີບລົດແຕ່ເຮືອນເຖິງສວນສາທາລະນະ ຖູເລ້ ຕ້ອງເສຍເວລາປະມານ 10 ນາທີ. ສວນສາທາລະນະມີເນື້ອທີ່ທັງໝົດ 29 ເຮັກຕາ, ໃນນັ້ນມີໜອງ, ຢູ່ໃຈກາງມີຫາດ, ອ້ອມໜອງມີແຖວຕົ້ນໄມ້ທີ່ຂຽວອຸ່ມທູ່ມ. ມື້ນີ້ແມ່ນວັນພັກລັດຖະການ, ດັ່ງນັ້ນຈຳນວນນັກທ່ອງທ່ຽວມາຢ້ຽມຢາມກໍ່ໜາແໜ້ນກວ່າທຸກວັນ. ລຸງ ທິ້ງ ນັ່ງເທິງຕັ່ງຫີນຕັ້ງແຄມໜອງນຳ້, ອ່ວາຍໜ້າມາເບິ່ງຢູ່ອ້ອມຂ້າງ. ຫ່າງຈາກບ່ອນທີ່ລຸງນັ່ງປະມານ 2 ແມັດ, ມີຈຸເພື່ອນໜຸ່ມພວມຖ່າຍຮູບໃຫ້ກັນຢູ່ຂົວ. ນາງເຮືອງ, ນັກສຶກສາມະຫາວິທະຍາໄວອຸດສາຫະກຳ ຮ່າໂນ້ຍ, ກຳລັງໃຊ້ໂທລະສັບມືຖືຖ່າຍຮູບໃຫ້ໝູ່,
“ພວກນ້ອງຖ່າຍຮູບເພື່ອອັບເຂົ້າເຄືອຂ່າຍອິນເຕີແນດ, ແນໃສ່ຮັກສາອະນຸສອນແຫ່ງທີ່ຕົນໄດ້ມາທ່ຽວ, ແລະ ໃຫ້ໝູ່ເພື່ອນຢູ່ບ່ອນອື່ນກໍ່ສາມາດຊົມໄດ້. ຖ້າຈ້າງນັກຖ່າຍຮູບແລ້ວ, ນ້ອງຍັງຕ້ອງຖ່າຍຄືນບັນດາຮູບຖ່າຍນັ້ນແລ້ວສົ່ງເຂົ້າ facebook ເພື່ອແບ່ງປັນແລກປ່ຽນກັບໝູ່ເພື່ອນ. ນັກສຶກສາຄືພວກນ້ອງໄປຮອດບ່ອນໃດກໍ່ຖ່າຍຮູບຢູ່ບ່ອນນັ້ນ, ຖ້າບໍ່ງາມກໍ່ຖ່າຍເອົາຄືນ, ທ່າອ່ຽງໃນປະຈຸບັນແມ່ນທຸກຄົນຕ່າງກໍ່ມັກຖ່າຍຮູບເອງໃຫ້ແກ່ຕົນ“.
ລຸງ ທິ້ງ ນັ່ງລໍຖ້າແຂກມາຖ່າຍຮູບ ດ້ວຍແວວຕາໂສກເສົ້າ. ກ່ອນນີ້ 4 – 5 ປີ, ລຸງໄດ້ໃຊ້ເງິນກວ່າ 20 ລ້ານດົ່ງເພື່ອຊື້ກ້ອງຖ່າຍຮູບໃໝ່, ເຊິ່ງປະກອບມີ ເລັນ, flash. ສະເພາະກ້ອງຖ່າຍຮູບມີລາຄາ 17 ລ້ານດົ່ງ, ເລັນ 6 ລ້ານດົ່ງ, ນັ້ນແມ່ນບໍ່ທັນນັບ flash.
“ໃນຊຸ່ມປີ 2000, ໄປຖ່າຍຮູບກໍ່ໄດ້ເງິນແຕ່ 200.000 - 300.000 ດົ່ງ/ວັນ. ມື້ໃດຖ່າຍຮູບໄດ້ຫຼາຍກໍ່ຫາໄດ້ນັບລ້ານດົ່ງ, ຍ້ອນເຫດນັ້ນ, ຂ້າພະເຈົ້າຈຶ່ງຕັດສິນຊື້ກ້ອງຖ່າຍຮູບໃໝ່ ເພື່ອຕອບສະໜອງຄວາມຕ້ອງການຂອງແຂກແມ່ນໄດ້ຮັບຮູບຖ່າຍໄວ. ແຕ່ໃນໄລຍະ 2 ປີມານີ້ ມັນໄດ້ຕ່າງກັນຫຼາຍ. ບາງມື້ນຳເອົາກ້ອງຖ່າຍຮູບໄປ ແລ້ວກໍ່ເອົາກັບມາລ້າໆ. ໃນ 2 ວັນຜ່ານມາຂ້າພະເຈົ້າບໍ່ໄດ້ຖ່າຍຮູບເທື່ອ. ປະຈຸບັນລາຍຮັບຂອງນັກຖ່າຍຮູບ ຕຳ່ກວ່າແຕ່ກ່ອນຫຼາຍ, ມີນັກຖ່າຍຮູບບາງຄົນຕ້ອງຫັນມາເຮັດວຽກອື່ນເພື່ອລ້ຽງຊີບ“.
ເຖິງວ່າພວມໂອ້ລົມກັບຂ້າພະເຈົ້າກໍ່ຕາມແຕ່ລຸງຍັງອ່ວາຍໜ້າໄປຫາປະຕູໂຂງສວນສາທາລະນະຢູ່, ບັງເອີນລຸງລຸກຂື້ນຟ້າວໄປຍັງບ່ອນນັ້ນ. ມີນັກຮຽນຈຸໜຶ່ງປະມານ 20 ຄົນພວມຍ່າງເຂົ້າເຂດກວດປີ້. ດ້ວຍປະສົບການຂອງຕົນ, ລຸງຮູ້ໄດ້ວ່ານັ້ນແມ່ນຜູ້ຕ້ອງການເຖິງນັກຖ່າຍຮູບຄືທ່ານ.ພາຍຫຼັງເຊື້ອເຊີນ. ລຸງກໍ່ຮູ້ວ່າເອື້ອຍຄູພານັກຮຽນໄປທັດສະນະສຶກສາ ແລະ ຖ່າຍຮູບເປັນທີ່ລະນຶກ. ໂດຍໄດ້ຮັບຄວາມເຫັນດີຖ່າຍຮູບຈາກເອື້ອຍຄູ, ລຸງກໍ່ຮູ້ສຶກພາກພູມໃຈຫຼາຍ. ເອື້ອຍຄູ ຫງວຽນທິລິງ, ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ອານຫຼາວ, ຫາຍຝ່ອງ ທັງແນະນຳພວກນັກຮຽນລຽນເປັນແຖວເພື່ອຖ່າຍຮູບ, ທັງໃຫ້ຮູ້ວ່າ:
“ໃນໂອກາດພັກແລ້ງ, ທາງໂຮງຮຽນໄດ້ຈັດຕັ້ງໃຫ້ພວກນ້ອງໄປຢ້ຽມຢາມສຸສານປະທານ ໂຮ່ຈີມິນ, ສວນສາທາລະນະ ຖູເລ້, ສວນສາທາລະນະ ເລນິນ ແລະ ສະຖານທີ່ບາງແຫ່ງໃນນະຄອນຮ່າໂນ້ຍອີກ. ເຖິງວ່າພວກເຮົາກໍ່ນຳເອົາກ້ອງຖ່າຍຮູບໄປຕາມ, ແຕ່ຮອດບ່ອນໃດພວກຂ້າພະເຈົ້າກໍ່ຈ້າງນັກຖ່າຍຮູບ, ຍ້ອນບໍ່ຮູ້ວ່າບ່ອນໃດຖ່າຍຮູບຈະງາມ, ທີສອງແມ່ນຈ້າງຄົນຖ່າຍຮູບມັນຈະງາມກວ່າ, ຍ້ອນບັນດາຮູບຖ່າຍນັ້ນຈະຖືກຮັກສາໄວ້ເປັນທີ່ລະນຶກ“.
ພາຍຫຼັງຖ່າຍຮູບຢູ່ບັນດາສະຖານທີ່ສວຍງາມໄດ້ປະມານ 10 ກວ່າຮູບແລ້ວ, ລຸງ ທີ້ງຈົດເອົາຊື່ແລະທີ່ຢູ່ຂອງຄະນະນັກຮຽນໄວ້ເພື່ອອຳນວຍໃຫ້ແກ່ການສົ່ງຮູບຄືນ, ເວລານີ້ໃກ້ຈະຮອດຕອນທ່ຽງແລ້ວ, ອາກາດຍິ່ງຮ້ອນເອົ້າກວ່າ, ລຸງຟ້າວໄປຍັງຮ້ານລ້າງຮູບທີ່ລື້ງເຄີຍ.
ເວລາ 5 ໂມງແລງ, ແຂກມາທ່ຽວກໍ່ໜ້ອຍລົງ. ກ່ອນທີ່ຈະອຳລາຂ້າພະເຈົ້າ, ລຸງ ທີ້ງ ໃຫ້ຮູ້ວ່າ, ເມື່ອຍັງມີສຸຂະພາບລູງຍັງໄປຖ່າຍຮູບຢູ່, ຮອດຍາມໃດບໍ່ສາມາດໄປໄດ້ຈຶ່ງເຊົາ, ປະຈຸບັນ, ລຸງບໍ່ທັນຄິດວ່າຕົນຈະປະວຽກງານຖ່າຍຮູບເທື່ອ. ເພາະວ່າວຽກງານນີ້ໄດ້ຕິດພັນກັບລຸງມາເປັນເວລາ 20 ກວ່າປີແລ້ວ ແລະ ມັນໄດ້ສ້າງຄວາມປະທັບໃຈ ກໍ່ຄືອານຸສອນທັງມ່ວນ, ທັງໂສກເສົ້າຫຼາຍຢ່າງໃຫ້ແກ່ລຸງ.