(VOVWORLD) - ໃນຊຸມວັນຂອງເດືອນເມສາ ແຫ່ງປະຫວັດສາດ, ຊາວ ຫວຽດນາມ ຫລາຍຄົນ ໄດ້ຫວນຄືນຄວາມຊົງຈຳກ່ຽວກັບຊ່ວງໄລຍະທີ່ນັກສຶກສາພາກເໜືອກ່ວາໜຶ່ງໝື່ນຄົນໄດ້ “ໂຈະການຮຽນ” ໄປເຂົ້າຮ່ວມສະໜາມຮົມພາກໃຕ້ໃນໄລຍະປີ 1970 – 1974.
ເຂົາເຈົ້າໄດ້ສ້າງຂີດໝາຍອັນດີງາມ ໃນການຕໍ່ສູ້ຕ້ານ ອາເມລິກາ ຢ່າງມະຫັດສະຈັນຂອງປະເທດຊາດ, ປະກອບສ່ວນບໍ່ຫນ້ອຍເຂົ້າໃນໄຊຊະນະປະຫວັດສາດວັນທີ 30 ເມສາ 1975, ກາຍເປັນສັນຍາລັກໃຫ້ແກ່ລຸ້ນປັນຍາຊົນ “ໂຈະການຮຽນໄປຈັບປືນ / ຮ່ຳຮຽນນຳລຸ້ນກ່ອນໄປກູ້ຊາດ”.
ນັກສຶກສາເຂົ້າຮ່ວມການສູ້ຮົບ (ພາບ: TTXVN) |
ນັບແຕ່ປີ 1970 – 1974, ນັກສຶກສາຢູ່ບັນດາມະຫາວິທະຍາໄລໃນ ຮ່າໂນ້ຍ ກ່ວາ 10.000 ຄົນໄດ້ເຂົ້າເປັນທະຫານ. ຫລາຍທີ່ສຸດແມ່ນນັກສຶກສາຂອງບັນດາມະຫາວິທະຍາໄລສັບພະວິຊາ, ສັງລວມ, ກະສິກຳ, ກໍ່ສ້າງ, ເສດຖະກິດແຫ່ງຊາດ, ສ້າງຄູ, ບໍ່ແຮ່-ທໍລະນີສາດ, ການແພດ. ມີບາງຄົນຫາກໍ່ຮຽນຈົບປີທີໜຶ່ງ, ແຕ່ກໍ່ມີຄົນໃກ້ຈະຮຽນຈົບ, ບາງຄົນກໍ່ກຽມໄປຮຽນຢູ່ຕ່າງປະເທດ. ລຸງ ຟຸ່ງຮຸຍທິ້ງ, ອະດີດນັກສຶກສາມະຫາວິທະຍາໄລສັງລວມ, ຮ່າໂນ້ຍ ໃຫ້ຮູ້ວ່າ:
“ກ່ອນທີ່ໄດ້ຮັບໃບຮຽກຮ້ອງເຂົ້າເປັນທະຫານນັ້ນ ຕົນເອງໄດ້ຂຽນໃບສະໝັກໃຈ, ທຸກຄົນລ້ວນແຕ່ຂຽນໃບສະໝັກໃຈ, ຊ້ຳບໍ່ໜຳ ເຮົາມີເພື່ອນຄົນໜຶ່ງ ຊື່ວ່າ ຟານເຮື໊ອງ, ບ້ານເກີດຢູ່ແຂວງ ກ໋ວາງຈີ້ ໄດ້ເຈາະເອົາເລືອດຂອງຕົນມາຂຽນໃບສະໝັກໃຈ ສະນັ້ນ, ເມື່ອໄດ້ຮັບໃບຮຽກຮ້ອງເຂົ້າເປັນທະຫານນັ້ນ ໃຜກໍ່ຮູ້ສຶກເປັນທຳມະດາ, ຖືກຕາມຄວາມມຸ່ງມາດປາດຖະໜາຂອງຕົນ.”
ບັ້ນຮັບສະໝັກເອົາທະຫານຫລາຍທີ່ສຸດແມ່ນໃນປີ 1971. ຊ່ວງໄລຍະທີ່ນັກສຶກສານັບຫລາຍພັນຄົນ ກ້າວເຂົ້າສູ່ສົກຮຽນໃໝ່ ກໍ່ແມ່ນໄລຍະທີ່ເຂົາເຈົ້າໄດ້ຮັບໃບຮຽກຮ້ອງໃຫ້ເຂົ້າເປັນທະຫານ. ວັນທີ 06 ກັນຍາ 1971, ພິທີຮັບເຂົ້າເປັນທະຫານໄດ້ດຳເນີນຢູ່ເດີ່ນມະຫາວິທະຍາໄລຫລາຍແຫ່ງ, ມີໝູ່ເພື່ອນ, ຄູອາຈານຫລາຍຄົນໄປສົ່ງ. ນັກສຶກສາເຂົ້າເປັນທະຫານທັງໝົດນັ້ນ ໄດ້ສົ່ງໄປຝຶກຊ້ອມກ່ຽວກັບຍຸດທະວິທີ, ຍຸດທະສາດ, ເຕັກນິກນຳໃຊ້ອາວຸດ ແລະ ຍຸດທະການ. ຕົ້ນປີ 1972, ບັນດາຂະບວນລົດໄຟສົ່ງທະຫານໃໝ່ທີ່ເປັນນັກສຶກສານັ້ນ ໄດ້ເລີ່ມອອກຈາກສະຖານີລົດໄຟ ແກ໊ບ (ແຂວງ ບັກຢາງ) ໄປຮອດສະຖານີລົດໄຟ ວິງ (ແຂວງ ເງະອານ) ເລີຍ, ຕໍ່ຈາກນັ້ນ ແມ່ນເຄື່ອນທັບເຂົ້າສະໜາມຮົບ.
ບັນດານັກສຶກສາອອກຈາກມະຫາວິທະຍາໄລໄດ້ເດີນທາງໄປພາກໃຕ້, ໃນກະເປົາເປ້, ນອກຈາກເຄື່ອງໃຊ້ທີ່ຈຳເປັນຂອງທະຫານແລ້ວ, ຫລາຍຄົນກໍ່ຖືປຶ້ມ, ຕຳລາຮຽນ, ປຶ້ມຄູ່ມືໄປນຳ 2 – 3 ຫົວເພື່ອເຮັດປຶ້ມບັນທຶກ ຄືດັ່ງຄວາມຊິນເຄີຍເປັນວັດຖຸທີ່ລະນຶກ ທີ່ຕິດພັນໃນຊີວິດນັກສຶກສາ. ລຽບຕາມເສັ້ນທາງເຄື່ອນທັບ, ຫລາຍຄົນໄດ້ຂຽນຈົດໝາຍສົ່ງໃຫ້ຄູອາຈານ, ໝູ່ເພື່ອນຢູ່ມະຫາວິທະຍາໄລ. ພາຍຫລັງເວລາສູ້ຮົບ, ເຂົາເຈົ້າຍັງຍາດແຍ່ງເວລາ ຂຽນບັນທຶກສະໜາມຮົບ. ຄວາມດຸເດືອດຮ້າຍກາດຂອງການຕໍ່ສູ້ຜ່ານແງ່ມູມຂອງບັນດານັກສຶກສາມະຫາວິທະຍາໄລ, ຜູ້ທີ່ຍັງອ່ອນນ້ອຍທັງອາຍຸ ແລະ ປະສົບການ ແຕ່ເຕັມໄປດ້ວຍຄວາມໃຝ່ຝັນ ແລະ ຄວາມປາດຖະໜາລ້ວນແຕ່ຢາກບັນທຶກໄວ້. ລຸງ ຫງວຽນວັນແຄງ, ອະດີດນັກສຶກສາມະຫາວິທະຍາໄລການແພດ ໃຫ້ຮູ້ວ່າ:
“ເຂົ້າແຂວງ ກ໋ວາງຈິ, ຂ້າພະເຈົ້າໄດ້ລອຍຂ້າມແມ່ນ້ຳ ລາຍເຟື໊ອກ ເພື່ອໄປຍັງພາກໃຕ້, ຖືຮູບຖ່າຍ, ປຶ້ມບັນທຶກໃນໄລຍະທີ່ຍັງເປັນນັກສຶກສາທີ່ໄດ້ບັນທຶກໄວ້ປະຈຳວັນໄປນຳ ແຕ່ຖືກນ້ຳປຽກໝົດ ຂ້າພະເຈົ້າເສຍດາຍທີ່ສຸດ.”
ນັກສຶກສາເຂົ້າຮ່ວມການສູ້ຮົບ (ພາບ: TTXVN) |
ອອກຈາກໂຮງຮຽນໄປໄດ້ໄລຍະໜຶ່ງ, ບັນດານັກສຶກສາໄດ້ທຳຄວາມລື້ງເຄີຍກັບປືນຜາໜ້າໄມ້, ເຄື່ອນທັບໃນຕອນກາງຄືນ, ມີສັນຍານເຕືອນໄພຢູ່ທຸກເວລາ. ເຂົາເຈົ້າມີໜ້າໃນທົ່ວທຸກສະໜາມຮົບທີ່ດຸເດືອດທີ່ສຸດ ນັບແຕ່ກຳແພງເກົ່າ ກ໋ວາງຈິ ຈົນໄປຮອດສະໜາມຮົບຕາເວັນອອກສ່ຽງໃຕ້, ເຂົ້າຮ່ວມປົດປ່ອຍ ບວນມາທວດ, ແລ້ວບຸກເຂົ້າ ໄຊງ່ອນ ຍາດໄດ້ໄຊຊະນະໃນວັນທີ 30 ເມສາ 1975…ຢູ່ບ່ອນໃດກໍ່ມີຮ່ອງຮອຍຂອງນັກສຶກສານະຄອນຫລວງ ຮ່າໂນ້ຍ. ລຸງ ເລວັນເກືອງ, ອະດີດນັກສຶກສາມະຫາວິທະຍາໄລກໍ່ສ້າງ ໃຫ້ຮູ້ວ່າ:
“ໃນຕະຫລອດຊຸມປີ 1972 – 1975, ອ້າຍນ້ອງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ບໍ່ແມ່ນວ່າຢູ່ແຕ່ ກ໋ວາງຈິ ເທົ່ານັ້ນ ເຊິ່ງອ້າຍນ້ອງໄດ້ຝຶກຝົນຫຼໍ່ຫຼອມ, ຜ່ານຜ່າຄວາມລຳບາກກາກກຳເປັນເວລາຫລາຍປີຢູ່ສະໜາມຮົບຕ່າງໆ. ຄວາມກ້າຫານ, ຄວາມແຂງແກ່ນໄດ້ເພີ່ມຂຶ້ນ ບໍ່ຢ້ານຄືຊຸມວັນທຳອິດທີ່ເຂົ້າຮ່ວມສະໜາມຮົບ.”
ນັບແຕ່ເມື່ອ “ໂຈະການຮຽນ” ຈົນຮອດມື້ປະເທດຊາດໄດ້ຮັບໄຊຊະນະຢ່າງສົມບູນ, ທ້ອນໂຮມປະເທດຊາດເຂົ້າເປັນອັນໜຶ່ງອັນດຽວກັນນັ້ນ, ໃນຈຳນວນນັກສຶກສາ 10.000 ຄົນທີ່ເຂົ້າຮ່ວມການສູ້ຮົບ, ມີພຽງແຕ່ຈຳນວນໜ້ອຍທີ່ກັບຄືນ. ພວກອ້າຍກ່ວາເຄິ່ງໜຶ່ງໄດ້ເສຍສະຫຼະຊີວິດຢູ່ບັນດາສະໜາມຮົບພາກໃຕ້, ຢູ່ ລາວ, ຫລາຍທີ່ສຸດ ແມ່ນໃນບັ້ນຮົບ 81 ວັນ ແລະ ຄືນທີ່ຮ້າຍແຮງດຸເດືອດເພື່ອປົກປັກຮັກສາກຳແພງເກົ່າ ກ໋ວາງຈິ, ປີ 1972. ໃນຈຳນວນນັກສຶກສາທີ່ເຂົ້າເປັນທະຫານໃນຄາວນັ້ນ, ມີຫລາຍຄົນໄດ້ກາຍເປັນນັກວິລະຊົນກຳລັງປະກອບອາວຸດປະຊາຊົນ. ມີບາງຄົນໄດ້ເສຍຊີວິດຢູ່ປະຕູທາງເຂົ້າໄຊງອນ, ໃກ້ຈະຮອດຈຸດເວລາທ້ອນໂຮມປະເທດຊາດເປັນເອກະພາບທີ່ຍັງບໍ່ເຕັມ 2 ຊົ່ວໂມງ. ເຂົາເຈົ້າທັງໝົດເຫຼົ່ານັ້ນ ໄດ້ສ້າງສັນຍາລັກທະຫານທີ່ເປັນນັກສຶກສາ. ທ່ານ ຫງວຽນວັນຄາງ ຢັັ້ງຢືນວ່າ:
“ທະຫານທີ່ເປັນນັກສຶກສາແມ່ນທະຫານທີ່ມີສັນຍາລັກ. ທີໜຶ່ງຕ້ອງແມ່ນນັກສຶກສາ. ທີສອງແມ່ນມີຄວາມວ່ອງໄວ, ສະຫລາດ ແຕ່ສູ້ຮົບພິລະອາດຫານທີ່ສຸດ.”
ພາຍຫລັງວັນທ້ອນໂຮມປະເທດຊາດເປັນເອກະພາບ, ບັນດາທະຫານທີ່ເປັນນັກສຶກສາໄດ້ກັບຄືນສູ່ໂຮງຮຽນ, ສືບຕໍ່ການຮ່ຳຮຽນ. ໃນຈຳນວນນັ້ນ ມີຫລາຍຄົນໄດ້ກາຍເປັນນັກວິທະຍາສາດ, ສາດສະດາຈານ, ພະນັກງານຫຼັກແຫຼ່ງຂອງບັນດາມະຫາວິທະຍາໄລ, ນາຍພົນກອງທັບ, ນັກກະວີ, ນັກປະພັນວັນນະຄະດີ./.