(vovworld) - ຂັບເສີມ, ຂັບເຈົ່າວັນ, ແລະ ຂັບກາຈູ່ ແມ່ນປະເພດດົນຕີພື້ນເມືອງຂອງພາກເໜືອ, ແຕ່ດົນຕີປະເພດນີ້ໄດ້ຖືກສູນເສຍໄປຫຼາຍ ເພາະວ່າຜູ້ສືບທອດອາຊີບນີ້ບໍ່ມີຫຼາຍ. ດ່ັງນັ້ນ, ການໂຄສະນາເພື່ອດຶງດູດມະຫາຊົນ, ພິເສດແມ່ນໄວໜູ່ມເຂົ້າຮ່ວມການອະນຸລັກຮັກສາສິລະປະປະເພດນີ້ແມ່ນບັນຫາທີ່ວາງອອກໃນປະຈຸບັນ. ຮອດຕອນຄ່ຳວັນສຸກ, ວັນເສົາ ແລະ ວັນອາທິດຂອງສັບປະດາໃດ ບັນດານັກສິນລະປິນຂອງສູນພັດທະນາດົນຕີ, ສະມາຄົມນັກດົນຕີຫວຽດນາມກໍ່ຈັດລາຍການສະແດງສິລະປະພື້ນເມືອງໂດຍບໍ່ເສຍຄ່າຢູ່ເຂດຄຸ້ມເມືອງເກົ່າຮ່າໂນ້ຍ ເພື່ອແນະນຳຮູບການສິລະປະດັ່ງກ່າວເຖິງມະຫາຊົນຢ່າງມີຊີວິດຊີວາທີ່ສຸດ.
ຮອດເວລາ 20 ໂມງ 30 ນາທີ, ຢູ່ຕາມຖະໜົນ 4 ແຍກ ມ້າໄມ ແລະ ເລືອງງອກກ໋ວຽນ, ບັນດາພາລະກອນສູນພັດທະນາດົນຕີຫວຽດນາມໄດ້ແບ່ງປັນກັນຜູ້ລະວຽກ, ເພື່ອຕັ້ງເວທີສະແດງກາງແຈ້ງດ້ວຍຄວາມສູງເກືອບ 1 ມ, ກວ້າງ 7 ມ ແລະ ຍາວ 3 ມ, ພ້ອມກັບປ້າຍໂຄສະນາ “ລາຍການດົນຕີພື້ນເມືອງນະຄອນຮ່າໂນ້ຍ”. ສ່ວນກອງໃຫຍ່, ກອງນ້ອຍ, ຊໍ…ກໍ່ຖືກຈັດວາງບົນເວທີສະແດງທັງສອງເບື້ອງ. ເມື່ອຈັດເວທີສະແດງສຳເລັດແລ້ວ, ເຂົາເຈົ້າຈຶ່ງວາງຕັ່ງຢາງປະມານ 6, 7 ແຖວຮັບໃຊ້ໃຫ້ແກ່ຜູ້ຊົມ. ເຖິງວ່າບໍ່ທັນຮອດໂມງສະແດງແຕ່ຜູ້ຊົມໄດ້ມານັ່ງເຕັມທີ່ນັ່ງ.
ນັກສິລະປິນສະແດງໃນລາຍການ
ລາຍການສະແດງດົນຕີພື້ນເມືອງຄືແນວນີ້ໄດ້ກາຍເປັນຄວາມຊິນເຄີຍສຳລັບຊາວນະຄອນຫຼວງຮ່າໂນ້ຍນັບແຕ່ປີ 2005 ແລ້ວ, ແຕ່ລາຍການດົນຕີພື້ນເມືອງມື້ນີ້ພັດຕ່າງກັບທຸກມື້, ເພາະວ່ານີ້ແມ່ນໜຶ່ງໃນຈຳນວນ 10 ລາຍການສະແດງເພື່ອສະເຫຼີມສະຫຼອງ 60 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ. ນັກດົນຕີ ຢາວຢາງ, ຮອງຜູ້ອຳນວຍການສູນພັດທະນາດົນຕີ, ສະມາຄົມນັກດົນຕີຫວຽດນາມ, ໃຫ້ຮູ້ວ່າ:
“ໃນລາຍການມື້ນີ້, ພວກຂ້າພະເຈົ້າຈັດບັນດາບົດເພງກ່ຽວກັບທັງລອງ - ຮ່າໂນ້ຍ. ພວກຂ້າພະເຈົ້າຈະແນະນຳທຸກສິ່ງທຸກຢ່າງທີ່ກ່ຽວຂ້ອງເຖິງດົນຕີພື້ນເມືອງຄື: ຂັບເສີມ, ຂັບກວານຫໍ້, ຂັບກາຈູ່...ເປີດສາກລາຍການສະແດງມື້ນີ້ແມ່ນບົດເພງ ຮ່າໂນ້ຍດ້ວຍຖະໜົນ 36 ສາຍ”.
ບັນດາບົດເພງຢູ່ທີ່ນີ້ລ້ວນແຕ່ໄດ້ຮັບການສະແດງພ້ອມກັບເຄື່ອງດົນຕີພື້ນເມືອງຫຼາຍປະເພດຄື: ກອງ, ພິນສາຍດຽວ, ຊໍ… ເພື່ອນຖາວຈາງ, ນັກສຶກສາມະຫາວິທະຍາໄລວັດທະນະທຳຮ່າໂນ້ຍນິຍົມເຄື່ອງດົນຕີພື້ນເມືອງທີ່ສຸດ.
“ສຽງກອງງານບຸນໄດ້ສ້າງຄວາມປະທັບໃຈຫຼາຍ, ເພາະວ່າມີແຕ່ໜ່ວຍກອງເທົ່ານັ້ນແຕ່ສາມາດສ້າງເປັນທຳນອງທີ່ແຕກຕ່າງກັນ. ເມື່ອຮັບຟັງນ້ອງຮູ້ສຶກຄືວ່າຕົນເອງພວມເຂົ້າຮ່ວມງານບຸນແທ້ໆ”.
ເພື່ອນ ແຄ໋ງຮ່ວຽນ, ນັກສຶກສາປີທີ 2 ສະຖາບັນທະນາຄານ ທັງຊົມ, ທັງຂັບຮ້ອງຕາມທຳນອງເພງພື້ນເມືອງທີ່ພວມສະແດງບົນເວທີດ້ວຍຄວາມເມົາມົວ.
“ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າຊົມລາຍການເພງພື້ນເມືອງຄືແນວນີ້. ກ່ອນນີ້ນ້ອງມີແຕ່ໄດ້ຮັບ ແລະ ຊົມຂັບເສິມ, ຂັບເຈົ່າວັນ… ທາງວິທະຍຸ ແລະ ໂທລະພາບເທົ່ານັ້ນ, ແຕ່ນ້ອງບໍ່ມັກ. ມື້ນີ້ໄດ້ຮັບຊົມ ແລະ ຟັງໂດຍກົງຄືແນວນີ້ນ້ອງຮູ້ສຶກວ່າມັນມ່ວນ ແລະ ມີຊີວິດຊີວາກວ່າຫຼາຍ”.
ລາຍການສະແດງໄດ້ດຶງດູດປະຊາຊົນຫຼາຍລຸ້ນຄົນມາຊົມ, ນັບແຕ່ຜູ້ເຖົ້າຜູ້ແກ່, ຕະຫຼອດຮອດນັກຮຽນ, ນັກສຶກສາ ແລະ ເດັກນ້ອຍເຍົາວະຊົນອີກ, ອັນໄດ້ເຮັດໃຫ້ບັນດານັກສິນລະປິນດີໃຈຫຼາຍ.ເອື້ອຍ ຊວນກ່ວຽນ, ນັກສິນລະປິນຂັບເສີມ, ແບ່ງປັນວ່າ:
“ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ, ເມື່ອໄດ້ປະກອບສ່ວນເຂົ້າໃນການຮັກສາສິລະປະພື້ນເມືອງໂດຍລຸ້ນກ່ອນປະໄວ້. ມື້ໃດລາຍການສະແດງຂອງພວກຂ້າພະເຈົ້າກໍ່ດຶງດູດນັບຮ້ອຍເທື່ອຄົນມາຊົມ, ຜ່ານນັ້ນສະແດງໃຫ້ເຫັນວ່າມະຫາຊົນກໍ່ມີຄວາມເອົາໃຈໃສ່ເຖິງດົນຕີພື້ນເມືອງ”.
ເວລາ 22 ໂມງ, ເມື່ອລາຍການສະແດງສິ້ນສຸດລົງ, ຜູ້ຊົມກໍ່ພາກັນກັບເມືອ,ແຕ່ໜ້າຕາຜູ້ໃດກໍ່ຍີ້ມແຍ້ມແຈ່ມໃສສະແດງໃຫ້ເຫັນຄວາມພາກພູມໃຈເມື່ອໄດ້ຮັບຊົມລາຍການດົນຕີພື້ນເມືອງ, ບາງຄົນກໍ່ນັດກັນມື້ອື່ນຈະສືບຕໍ່ມາຊົມອີກ.