ນ້ຳ​ໃຈ​ສາ​ກົນ​ທີ່​ບໍ​ລິ​ສຸດ​ຜຸດ​ຜ່ອງ

(VOVWORLD) -ໃນຕະຫຼອດໄລຍະປະຫວັດອັນຍາວຢຽດຂອງ 2 ບັ້ນຕໍ່ຕ້ານລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດ ອາເມລິກາ, ມີທະຫານອາສາສະໝັກ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ນັບສິບພັນຄົນ ໄດ້ຂ້າມປ່າຂຶ້ນພູລົງຫ້ວຍ, ຂ້າມສາຍພູຫຼວງໄປຍັງປະເທດ ລາວ. ດ້ວຍນ້ຳໃຈສາກົນທີ່ບໍລິສຸດຜຸດຜ່ອງ, ເຊື່ອມຊຶມຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ຮຽງບ່າຮຽງໄຫຼ່ ພ້ອມກັບທະຫານ ລາວ ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກກາກກຳ, ກຽມພ້ອມເສຍສະຫຼະ  ເພື່ອຍາດເອົາເອກະລາດ, ເສລີພາບມາໃຫ້ແຕ່ລະປະເທດ. ຄືດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ເລືອດເນື້ອຂອງປະຊາຊົນ ຫວຽດນາມ ໄດ້ປົກຄຸມໄປທົ່ວປະເທດລາວ… ການຊ່ວຍເຫຼືອຂອງ ຫວຽດນາມ ທີ່ມີຕໍ່ລາວ ໄດ້ສ້າງເປັນສາຍພົວພັນແບບພິເສດນີ້”.
ນ້ຳ​ໃຈ​ສາ​ກົນ​ທີ່​ບໍ​ລິ​ສຸດ​ຜຸດ​ຜ່ອງ - ảnh 1ນັກຂ່າວ ຫງວຽນເຖງຽບ ເຄົາລົບ ແລະ ຖະນຸຖະໜອມ ຮູບພາບ, ວັດຖຸພັນກ່ຽວກັບສາຍພົວພັນ ຫວຽດນາມ - ລາວ

ບັນດາຄຳກາບກອນ, ວັດຖຸພັນກ່ຽວກັບສະໄໝເປັນບ່າວທີ່ຈູບຈ້າວຫ້າວຫັນ, ເດີນຕາມຄຳຮຽກຮ້ອງຂອງປະເທດຊາດນັ້ນ ນັກຂ່າວ ຫງວຽນເຖງຽບ ໄດ້ເຄົາລົບ, ຖະນຸຖະໜອມຄືດັ່ງຊັບສິນອັນລ້ຳຄ່າຂອງຕົນ. ໂດຍເປັນນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳ ຢູ່ ແຂວງເງະອານ ໃນປາງສົງຄາມທີ່ດຸເດືອດທີ່ສຸດ, ນັບແຕ່ປີ 1970 – 1973, ນັກຂ່າວ ຫງວຽນເຖງຽບ ໄດ້ຖືກແຕ່ງຕັ້ງໃຫ້ໄປຊ່ວຍ ລາວ ສ້າງຕັ້ງອົງການສຳນັກຂ່າວສານ, ເພື່ອສົ່ງບັນດາຂ່າວ, ບົດສຳຄັນຮັບໃຊ້ບັ້ນຕໍ່ຕ້ານຂອງພັກປະຊາຊົນປະຕິວັດ ລາວ ແລະ ທະຫານປະເທດລາວ. ໃນຊຸມເດືອນປີນັ້ນ, ເຮືອບິນ ອາເມລິກາ ໄດ້ຍິງທຳລາຍຢ່າງປ່ວງບ້າ, ຮາກຖານເຮັດວຽກທີ່ຕັ້ງຢູ່ໃນຖ້ຳເລິກ ກໍຕ້ອງຍ້າຍໄປຍ້າຍມາເປັນຫຼາຍເທື່ອ, ແລະ ບາງເທື່ອລູກລະເບີດຕົກໃສ່ປາກຖ້ຳ…ແຕ່ບັນດານັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ຍັງຮຽງບ່າຮຽງໄຫຼ່ພ້ອມກັບເພື່ອນຮ່ວມງານຂອງລາວ ເພື່ອຮັບປະກັນບໍ່ໃຫ້ຂ່າວສານຖືກຕັດຕອນ. ນັກຂ່າວ ຫງວຽນເຖງຽບ ເລົ່າຄືນບຸນວາດສະໜາທີ່ທ່ານໄດ້ຕິດພັນກັບປະເທດຊາດລ້ານຊ້າງທີ່ສວຍງາມ ແລະ ຮັກແພງແຂກຄົນດ້ວຍຄວາມຕື້ນຕັນໃຈວ່າ:

“ເມື່ອຖືກສົ່ງໄປເຮັດວຽກຢູ່ ລາວ, ຂ້າພະເຈົ້າກໍກຽມພ້ອມອອກເດີນທາງ ດ້ວຍຄວາມຍິ້ມແຍ້ມແຈ່ມໃສ ແລະ ພ້ອມກັບເພື່ອນຮ່ວມງານຂອງ ລາວ ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອປະຕິບັດໜ້າທີ່ ສ້າງຕັ້ງອົງການກະບອກສຽງໃຫ້ແກ່ສຳນັກຂ່າວສານຂອງລາວ. ຂ້າພະເຈົ້າໄດ້ຕິດພັນກັບປະເທດລາວ ທັງຊີວິດໄວໜຸ່ມຕະຫຼອດຮອດຍາມກະສຽນບຳນານ. ສຳລັບຂ້າພະເຈົ້າແລ້ວ, ລາວເປັນບ້ານເກີດເມືອງນອນແຫ່ງທີສອງຂອງຕົນ. ຂ້າພະເຈົ້າພ້ອມກັບພັນລະຍາຂອງຕົນ ໄປທ່ອງທ່ຽວ ຢູ່ແຂວງ ລາວກາຍ ກໍໄດ້ຖືທຸງລາວ ທຸງຫວຽດ ໄປນຳ. ສອງຜົວເມຍຂ້າພະເຈົ້າຢາກນຳນ້ຳໃຈ ຫວຽດນາມ - ລາວ ຂຶ້ນໄປຈອມພູ Fansipan”.

ດ້ວຍຄວາມຮັກທີ່ມີຕໍ່ປະເທດລາວ, ພ້ອມກັບທັກສະສັງເກດ ແລະ ລວມລວບຂໍ້ມູນເອກະສານຂອງນັກຂ່າວຜູ້ໜຶ່ງ, ທ່ານໄດ້ຈັດແບ່ງເວລາຂຽນປຶ້ມກ່ຽວກັບສາຍພົວພັນໄມຕີຈິດມິດຕະພາບແບບພິເສດລະຫວ່າງສອງປະເທດ. ບໍ່ພຽງແຕ່ໄດ້ບັນທຶກບັນດາເຫດການປະຫວັດສາດທີ່ສຳຄັນເທົ່ານັ້ນ, ໃນບັນດາໜ້າປຶ້ມເຫຼົ່ານັ້ນ ຍັງລະບຸຫຼາຍເລື່ອງລາວ, ບູລຸດລະອຽດ ເຊິ່ງເຮັດໃຫ້ນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ ຍິ່ງມີຊີວິດຊີວາຂຶ້ນຕື່ມ.

“ສະມາຊິກພັກ ໂງເຖເຊີນ ໄດ້ໄປຊ່ວຍລາວສ້າງໜ່ວຍພັກຕ່າງໆ. ລາວກໍເປັນຜູ້ທຳອິດທີ່ເຜີຍແຜ່ກ່ຽວກັບການປະຕິວັດໃຫ້ແກ່ ລຸງ ທ້າວຕູ. ສະຫາຍ ໂງເຖເຊີນ ແລະ ລຸງ ທ້າວຕູ ໄດ້ສາບານແຮກສ່ຽວກັນ. ລຸງ ທ້າວຕູ ໂຊກບໍ່ດີ ເສຍຊີວິດ, ສະຫາຍ ໂງເຖເຊີນ ກໍເລີຍຮັບເອົາລູກທັງ 6 ຄົນຂອງລຸງທ້າວຕູ ຢູ່ ໜອງແຮ ມາລ້ຽງຢູ່ ຮ່າໂນ້ຍ. ໃນຂະນະທີ່ສອງຜົວເມຍຂອງສະຫາຍ ໂງເຖເຊີນ ກໍມີລູກ 6 ຄົນແລ້ວ, ເຊິ່ງສະໄໝເກື້ອກູນແມ່ນຫຍຸ້ງຍາກທີ່ສຸດ. ພາຍຫຼັງປີ 1975, ລູກທັງ 6 ຄົນຂອງທ້າວຕູ ຈຶ່ງກັບຄືນໄປ ວຽງຈັນ ແລະ ລ້ວນແຕ່ກາຍເປັນພະນັກງານຫຼັກແຫຼ່ງຂອງລາວ”.

ນ້ຳ​ໃຈ​ສາ​ກົນ​ທີ່​ບໍ​ລິ​ສຸດ​ຜຸດ​ຜ່ອງ - ảnh 2ລຸງ ຫງວຽນວັນຫຽວ, ອະດີດນັກຮົບກອງພັນທະຫານຊ່າງແສງ Z25 

ໂດຍໄດ້ເຂົ້າຮ່ວມການຕໍ່ສູ້ຢູ່ທົ່ງໄຫຫີນ, ຊຽງຂວາງ, ເຊິ່ງເປັນຖານທີ່ໝັ້ນຍຸດທະສາດສຳຄັນອັນດັບໜຶ່ງຂອງສະໜາມຮົບ ອິນດູຈີນ, ລຸງ ຫງວຽນວັນຫຽວ, ອະດີດນັກຮົບກອງພັນທະຫານຊ່າງແສງ Z25 ຖືວ່າໂຊກດີກວ່າໝູ່ຮ່ວມກົມກອງ. ໃນສົງຄາມທີ່ດຸເດືອດນັ້ນ, ມີທະຫານອາສາສະໝັກຫວຽດນາມ ບໍ່ຈັກວ່າເທົ່າໃດຄົນໄດ້ມານະພະຍາຍາມຕໍ່ສູ້ຈົນຮອດມື້ຍາດໄດ້ໄຊຊະນະຢ່າງສິ້ນເຊິງ ແລະ ກໍມີຫຼາຍຄົນໄດ້ນອນຢູ່ພູແປກ ຫຼື ຢູ່ໝູ່ບ້ານໃດໜຶ່ງ ໂດຍບໍ່ມີວັນກັບຄືນມາ… ເລືອດເນື້ອຂອງເຂົາເຈົ້າ ໄດ້ເຊື່ອມເຂົ້າກັບນ້ຳ, ກັບພູ ເພື່ອສ້າງສາມີປະເທດລາວແຫ່ງສັນຕິພາບສວຍງາມຄືໃນວັນນີ້:

ຢູ່ສຸສານ ແອງເຊີນ, ເງະອານ ມີນັກຮົບກວ່າ 1 ໝື່ນຄົນໄດ້ເສຍສະຫຼະຊີວິດຢູ່ລາວ. ມີໝູ່ຜູ້ໜຶ່ງຊື່ວ່າ ເລວັນຢຸງ ກໍເຂົ້າເປັນທະຫານມື້ດຽວກັນກັບຂ້າພະເຈົ້າ. ໃນໄລຍະກຽມດຳເນີນບັ້ນຮົບ Z, ລາວໄດ້ໄປສຳຫຼວດໝາກມີ່ນ ພໍດີມີໝາກມີ່ນໜ່ວຍໜຶ່ງແຕກ, ເຮັດໃຫ້ຂາທັງ 2 ຂອງລາວຟົ້ງກະຈາຍ, ພັນຜ້າພັນບາດໝົດ 21 ກໍ້ ແຕ່ກໍຫ້າມເລືອດບໍ່ໄດ້, ສຸດທ້າຍລາວກໍເສຍຊີວິດ. ທີ່ຈິງ ຕອນນັ້ນເຮົາຍັງໜຸ່ມ, ສະນັ້ນ ທຸກຢ່າງແມ່ນເຮັດຕາມຄຳຮຽກຮ້ອງຂອງປະເທດຊາດ, ຍາມໃດກໍກຽມພ້ອມສູ້ຮົບ ແລະ ກຽມພ້ອມສະຫຼະຊີວິດ”.

ໃນ 3 ທົດສະວັດ, ໄລຍະແຕ່ປີ 1945 – 1975, ມີນັກຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ເຖິງ 80.000 ເທື່ອຄົນ ໄດ້ສົ່ງໄປເຮັດວຽກ ແລະ ຕໍ່ສູ້ຢູ່ລາວ. ມີນັກຮົບອອກເດີນທາງແຕ່ຄາວອາຍຸ 18, 19 ປີ, ເມື່ອປະຕິບັດສຳເລັດໜ້າທີ່ກັບເມືອປະເທດ ຜົມກໍໄດ້ປ່ຽນສີໃໝ່. ມີບາງຄອບຄົວ ມີລູກ, ມີຫຼານຫຼາຍເສັ່ນຄົນເປັນທະຫານອາສາສະໝັກ. ມີພະນັກງານ, ທະຫານເຖິງ 40.000 ຄົນ ໄດ້ເສຍສະຫຼະຊີວິດ ແລະ ນັບສິບພັນຄົນຖືກບາດເຈັບຢູ່ໃນດິນແດນແຫ່ງນີ້.

ໂດຍໄດ້ເຂົ້າຮ່ວມ ແລະ ຜ່ານຜ່າ 22 ບັ້ນຮົບໃຫຍ່ນ້ອຍ ໃນຕະຫຼອດໄລຍະແຕ່ປີ 1967 – 1970, ນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ ລາວ ຄຳໝັ້ນ ຂຸນຈັນທະ ມີຄວາມຊົງຈຳຢ່າງເລິກເຊິ່ງກ່ຽວກັບຊຸມເດືອນປີທີ່ “ເຂົ້າເມັດຫັກ, ຜັກເສັ້ນດຽວກໍແບ່ງກັນກິນ” ຂອງທະຫານ ຫວຽດນາມ ແລະ ທະຫານປະເທດລາວໃນບັ້ນຮົບຕ່າງໆ ເພື່ອປົດປ່ອຍ ແລະ ຍາດເອົາເອກະລາດມາໃຫ້ປະເທດຊາດ.

“ບັ້ນຮັບກູ້ກຽດ ແລະ ບັ້ນຮົບ ກາສີ ແມ່ນໄດ້ຮ່ວມສູ້ຮົບພ້ອມກັບອ້າຍນ້ອງ ຫວຽດ. ໃນບັ້ນຮົບ ກູ້ກຽດ ໄດ້ຮ່ວມສຳພັນສູ້ຮົບພ້ອມກັບອ້າຍນ້ອງ ຫວຽດ ປົດປ່ອຍທົ່ງໄຫຫີນ, ອ້າຍນ້ອງ ຫວຽດ ຈະເຂົ້າໄປກ່ອນ, ທະຫານລາວ ຈະເຂົ້ານຳຫຼັງ. ຈັກທະຫານລາວ, ຈັກທະຫານ ຫວຽດ ຫຼາຍຄົນບໍ່ໄດ້ມີຄອບຄົວ, ບໍ່ທັນໄດ້ສ້າງຄອບຄົວ ຕ້ອງຕາຍຢູ່ສະໜາມຮົບ. ຄວາມສາມັກຄີ ລາວ - ຫວຽດ ບໍ່ມີຫຍັງສາມາດປຽບປານໄດ້.”

ນ້ຳ​ໃຈ​ສາ​ກົນ​ທີ່​ບໍ​ລິ​ສຸດ​ຜຸດ​ຜ່ອງ - ảnh 3ນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ ລາວ ຄຳໝັ້ນ ຂຸນຈັນທະ ມີຄວາມຊົງຈຳຢ່າງເລິກເຊິ່ງກ່ຽວກັບຊຸມເດືອນປີທີ່ “ເຂົ້າເມັດຫັກ, ຜັກເສັ້ນດຽວກໍແບ່ງກັນກິນ” ກັບທະຫານອາສາສະໝັກ ຫວຽດນາມ
ສັນຍາລັກທີ່ມີຊີວິດຊີວາ ແລະ ເປັນພະຍານຫຼັກຖານໃຫ້ແກ່ສາຍພົວພັນແບບພິເສດລະຫວ່າງສອງປະເທດນັ້ນແມ່ນ ເສັ້ນທາງຍຸດທະສາດ ສາຍພູຫຼວງຕາເວັນຕົກ ລຳລຽງ ໃຫ້ແກ່ສະໜາມຮົບພາກໃຕ້ ຫວຽດນາມ. ຍ້ອນມີນ້ຳໃຈຮ່ວມສຸກຮ່ວມທຸກ, ສະໜັບສະໜູນອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຢ່າງສຸດຂີດຂອງພັກປະຊາຊົນປະຕິວັດ ລາວ, ເສັ້ນທາງ ໂຮ່ຈີມິນ ໄດ້ໄປຜ່ານ 17 ເມືອງຢູ່ເຂດພາກກາງ ແລະ ພາກໃຕ້ຂອງລາວ ດ້ວຍຄວາມຍາວນັບພັນກີໂລແມັດ ກໍໄດ້ເປີດສຳເລັດ. ຕະຫຼອດ 16 ປີ (ແຕ່ປີ 1959 – 1975), ຈັກກະພັດ ອາເມລິກາ ໄດ້ຖີ້ມລະເບີດນັບລ້ານໂຕນ ພ້ອມດ້ວຍທາດເຄມີນັບພັນໂຕນ ລຽບຕາມເສັ້ນທາງ ເຈື່ອງເຊີນ ເພື່ອແນໃສ່ສະກັດກັ້ນການລຳລຽງຂອງ ຫວຽດນາມ. ໃນສະພາບການນັ້ນ, ປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ການຊ່ວຍເຫຼືອທະຫານ ຫວຽດນາມ ຢ່າງເຕັມທີ ໃນການເປີດທາງ ແລະ ປົກປັກຮັກສາເສັ້ນທາງດັ່ງກ່າວ. ລຸງ ເລເທື້ອງກວິງ - ທະຫານຜູ້ໜຶ່ງທີ່ເຄີຍໄປເອົາຕົວຢ່າງທາດພິດສີສົ້ມໃນການຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ ຢູ່ລາວ ເລົ່າຄືນສູ່ຟັງວ່າ:
ນ້ຳ​ໃຈ​ສາ​ກົນ​ທີ່​ບໍ​ລິ​ສຸດ​ຜຸດ​ຜ່ອງ - ảnh 4ລຸງ ເລເທື້ອງກວິງ ແນະນຳກ່ຽວກັບເອກະສານ, ພາບຖ່າຍຕ່າງໆ

“ໃນການຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ ເພື່ອກູ້ຊາດ, ຖ້າບໍ່ມີອຳນາດການປົກຄອງ ລາວ, ການປະຕິວັດ ລາວ, ບໍ່ມີທະຫານ ລາວ, ອາວຸດຍຸດໂທປະກອນຂອງ ຫວຽດນາມ ທີ່ລຳລຽງໃຫ້ສະໜາມຮົບພາກໃຕ້ນັ້ນ ກໍ່ບໍ່ໄດ້ຫຼາຍ. ຂ້າພະເຈົ້າໄດ້ໄປຢາມຫຼາຍໝູ່ບ້ານຢູ່ເຂດຫ່າງໄກສອກຫຼີກ, ເຫັນປະຊາຊົນກຽມພ້ອມທີ່ຈະມ້າງເຮືອນມ້າງຊານເພື່ອໃຫ້ ຫວຽດນາມ ຂົນສົ່ງອາວຸດເຂົ້າໄປພາກໃຕ້, ໝາຍຄວາມວ່າ ເຂົາເຈົ້າບໍ່ເສຍດາຍຫຍັງຈັກຢ່າງ. ສາຍພົວພັນ ລາວ - ຫວຽດ, ຫວຽດ - ລາວ ແໜ້ນແຟ້ນ, ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ”.

   ຈາກພູສູງລົງທົ່ງພຽງ, ຈາກເຂດປົດປ່ອຍລົງຮອດເຂດແນວຫຼັງຂອງສັດຕູ, ກອງທັບ ແລະ ປະຊາຊົນສອງປະເທດ ໄດ້ຮຽງບ່າຮຽງໄຫຼ່, ນຳການປະຕິວັດບັນລຸໄດ້ແຕ່ໄຊຊະນະນີ້ສູ່ໄຊຊະນະອື່ນ, ເຊິ່ງຈຸດສູງແມ່ນໄຊຊະນະລະດູບານໃໝ່ປີ 1975 ຢູ່ ຫວຽດນາມ ແລະ ໄຊຊະນະວັນທີ 2 ທັນວາ ປີ 1975 ຢູ່ ລາວ. ສອງປະເທດ ຫວຽດນາມ ແລະ ລາວ ຍາດໄດ້ໄຊຊະນະ ແລະ ເອກະລາດ. ນ້ຳໃຈສາກົນທີ່ບໍລິສຸດຜຸດຜ່ອງນັ້ນ ໄດ້ກາຍເປັນປະຖົມປັດໄຈເພີ່ມພູນຄູນສ້າງສາຍພົວພັນແບບພິເສດ, ເປັນແບບຢ່າງ ແລະ ຫາຍາກໃນໂລກ, ເປັນມໍລະດົກລວມອັນລ້ຳຄ່າຂອງສອງພັກ, ສອງ ຊາດ ເພື່ອໃຫ້ການພົວພັນ ຫວຽດນາມ - ລາວ “ໝັ້ນຄົງທະນົງແກ່ນກວ່າພູສູງ ແລະ ແມ່ນ້ຳເລິກ ຈົນຊົ່ວການະລານ”.

 

ຕອບກັບ

ຂ່າວ/ບົດ​ອື່ນ