(VOVWORLD) -ນັກທ່ອງທ່ຽວມາບັນດາເຂດເຮືອນສວນຢູ່ແຂວງ ບິ່ງທ້ວນ ໄດ້ລົງພຶດຕິກຳຕົວຈິງໃນການບົວລະບັດ, ເກັບກ່ຽວ ແລະ ຜະລິດ ຜະລິດຕະພັນຈາກໝາກມັງກອນ ແລະ ໄດ້ກິນນ້ຳໝາກມັງກອນສົດ
(ສວນຂອງຄອບຄົວລຸງ ຫງວຽນແທັງຈຸ໊ກ) |
ແຕ່ດົນນານມາແລ້ວ, ແຂວງ ບິ່ງທ້ວນ ແມ່ນສະຖານທີ່ລື້ງເຄີຍສຳລັບນັກທ່ອງທ່ຽວ ດ້ວຍບັນດາເຂດຜັກຜ່ອນບຳລຸງສຸຂະພາບເຂດແຄມທະເລ, ພ້ອມກັບບັນດາສະຖານທີ່ວັດທະນະທຳ, ປະຫວັດສາດ. ແຂວງ ບິ່ງທ້ວນ ຍັງມີຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວກະສິກຳ ຕິດພັນກັບຕົ້ນໄມ້ກິນໝາກທີ່ເປັນເອກະລັກສະເພາະຄື: ໝາກອາງຸ່ນ, ໝາກກະທັນ, ຜັກພືດ… ຖ້າຫາກຂຸດຄົ້ນຄວາມສາມາດບົ່ມຊ້ອນດັ່ງກ່າວໄດ້, ການທ່ອງທ່ຽວກະສິກຳຈະໄດ້ຮັບການພັດທະນາ ປະກອບສ່ວນເພີ່ມມູນຄ່າບັນດາຜະລິດຕະພັນກະເສດໃຫ້ແກ່ຊາວກະສິກອນຕື່ມອີກ.
ແຂວງ ບິ່ງທ້ວນ ແມ່ນແຂວງຕັ້ງຢູ່ເຂດແຄມຝັ່ງທະເລທາງທິດໃຕ້ພາກກາງ ຂອງຫວຽດນາມ. ນີ້ແມ່ນທ້ອງຖິ່ນທີ່ມີເນື້ອທີ່ປູກໝາກມັງກອນໃຫຍ່ທີ່ສຸດໃນທົ່ວປະເທດ. ນອກນັ້ນ, ແຂວງ ບິ່ງທ້ວນ ຍັງໄດ້ປູກຕົ້ນໄມ້ກິນໝາກອື່ນໆຄື: ຕົ້ນໝາກກະທັນ, ຕົ້ນໝາກອາງຸ່ນ, ຕົ້ນໝາກຖົ່ວລຽນ… ດ້ວຍຂອບຂະໜາດໃຫຍ່.
ຄອບຄົວລຸງ ຫງວຽນແທັງຈຸ໊ກ, ຢູ່ຕາແສງ ຫ່າມມິງ, ເມືອງ ຫ່າມທ້ວນນາມ, ແຂວງ ບິ່ງທ້ວນ ມີເນື້ອທີ່ປູກຕົ້ນໝາກມັງກອນ 4 ເຮັກຕາ. ຄອບຄົວລຸງໄດ້ປູກຕົ້ນໄມ້ກິນໝາກບາງຊະນິດຄື: ໝາກພຸກ, ໝາກພ້າວ, ໝາກມີ້, ໝາກມ່ວງ… ສະຫຼັບກັບຕົ້ນໝາກມັງກອນ. ສວນຂອງຄອບຄົວລຸງໄດ້ກາຍເປັນສະຖານທີ່ແວ່ຢາມຂອງເພື່ອນມິດ, ຍາດຕິພີ່ນ້ອງໃນຍາມທ້າຍອາທິດ. ຊື່ສຽງສວນຂອງລຸງລືຊາດັງໄປໄກ, ນັກທ່ອງທ່ຽວກໍ່ມາແວ່ສວນນັບມື້ນັບຫຼາຍຂຶ້ນ. ຈາກນັ້ນ, ທ່ານ ຈຸ໊ກ ຈຶ່ງມີແນວຄວາມຄິດວ່າຈະເຮັດການທ່ອງທ່ຽວບ້ານສວນ. ລຸງ ຫງວຽນແທັງຈຸ໊ກ, ໃຫ້ຮູ້ວ່າ:
“ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດເປັນເວລາກວ່າ 1 ປີຜ່ານມາ ສະນັ້ນຈຳນວນນັກທ່ອງທ່ຽວກໍ່ຖືກຈຳກັດ. ມີພຽງນັກທ່ອງທ່ຽວຢູ່ທ້ອງຖິ່ນ, ບາງເທື່ອກໍ່ມີນັກທ່ອງມາຈາກນະຄອນແວ່ຢາມ, ຊອກຮູ້ຮູບແບບປູກຕົ້ນໝາກພ້າວ, ໝາກພຸກ. ຢູ່ເມືອງ ຫ່າມທ້ວນນາມ, ມີຄອບຄົວຂ້າພະເຈົ້າເທົ່ານັ້ນທີ່ໄດ້ຫັນການປູກຕົ້ນໝາກມັງກອນ ມາປູກຕົ້ນໝາກພ້າວ, ໝາກພຸກ. ຈຳນວນນັກທ່ອງທ່ຽວມາຢ້ຽມຊົມສ່ວນຫຼາຍແມ່ນວັນເສົາ ແລະ ວັນອາທິດ.”
(ນັກທ່ອງທ່ຽວຢ້ຽມຊົມເຂດເຮືອນສວນຳໝາກມັງກອນ)
|
ນັກທ່ອງທ່ຽວມາບັນດາເຂດເຮືອນສວນຢູ່ແຂວງ ບິ່ງທ້ວນ ໄດ້ລົງພຶດຕິກຳຕົວຈິງໃນການບົວລະບັດ, ເກັບກ່ຽວ ແລະ ຜະລິດ ຜະລິດຕະພັນຈາກໝາກມັງກອນ ແລະ ໄດ້ກິນນ້ຳໝາກມັງກອນສົດ, ອາຫານປຸງແຕ່ງຈາກໝາກມັງກອນ. ເອື້ອຍ ຫງວຽນທິກິມທວາ, ຜູ້ມາຢ້ຽມຊົມເຂດເຮືອນສວນ, ແບ່ງປັນວ່າ:
“ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຊົມເຂດເຮືອນສວນ, ອາກາດປອດໂປ່ງ, ເຢັນສະບາຍ, ໝາກໄມ້ກໍ່ແຊບທີ່ສຸດ. ເຈົ້າຂອງເຮືອນສວນກໍຮັກແພງແຂກຄົນ ແລະ ໃກ້ຊິດສະໜິດສະໜົມ. ຂ້າພະເຈົ້າໄດ້ໄປຢ້ຽມຊົມເຂດສວນຮອບໜຶ່ງແລ້ວ, ຂ້າພະເຈົ້າຄິດວ່າ ເຮືອນສວນນີ້ຈະດຶງດູກນັກທ່ອງທ່ຽວເປັນຈຳນວນຫຼາຍ”.
ນອກຈາກເມືອງ ຫ່າມທ້ວນນາມ ແລ້ວ, ບັນດາເມືອງອື່ນຢູ່ແຂວງ ບິ່ງທ້ວນ ກໍ່ໄດ້ປູກຕົ້ນໄມ້ຊະນິດອື່ນໆ. ທ່ານ ໂຮ່ກົງຕ່ຽນ, ຫົວໜ້າຫ້ອງການວັດທະນະທຳຂໍ້ມູນຂ່າວສານເມືອງ ຕຸຍຟອງ, ໃຫ້ຮູ້ວ່າ:
“ສຳລັບບັນດາຜະລິດຕະພັນກະສິກຳ, ໃນຊຸມປີຜ່ານມາ ເມືອງ ຕຸຍຟອງ ໄດ້ກຳນົດສຸມໃສ່ການປູກຕົ້ນໝາກອາງຸ່ນເຫຼືອງ, ໝາກກະທັນ / ແອັບເປີ້ນ ເຫຼືອງ, ໝາກເຜັດ, ໝາກນາວ, ໝາກກ້ວຍ. ທາງເມືອງກຳນົດວ່ານີ້ແມ່ນບັນດາຜະລິດຕະພັນກະສິກຳເພື່ອຮັບໃຊ້ນັກທ່ອງທ່ຽວ”.
ໄດ້ມີການຕີລາຄາທີ່ດີກ່ຽວກັບການທ່ອງທ່ຽວສວນຕົ້ນໄມ້ກິນໝາກຢູ່ແຂວງ ບິ່ງທ້ວນ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວກະສິກຳຢູ່ທີ່ນີ້ໄດ້ຮັບການຕີລາຄາວ່າຍັງໃຫຍ່ຫຼວງຢູ່, ຕ້ອງໄດ້ຮັບການລົງທຶນຂຸດຄົ້ນຢ່າງແຮງກວ່າ. ທ່ານ ຫວໍຊວັນເງັ້ຍ, ຫົວໜ້າສູນຖະແຫຼງຂ່າວສົ່ງເສີມການທ່ອງທ່ຽວແຂວງ ບິ່ງທ້ວນ, ໃຫ້ຮູ້ວ່າ:
“ທ່ອງທ່ຽວກະສິກຳແມ່ນມີຄວາມດຶງດູດການທ່ອງທ່ຽວຂອງແຂວງ ບິ່ງທ້ວນ ຫຼາຍພໍສົມຄວນ. ພວກຂ້າພະເຈົ້າໄດ້ໂຄສະນາໃນບາງພາຫະນະສື່ສານມວນຊົນ, ກໍ່ຄືແນະນຳໃຫ້ບັນດາບໍລິສັດທ່ອງທ່ຽວແລ້ວ. ປະຈຸບັນ, ບັນດາເຮືອນສວນກໍ່ມີແຂກບໍ່ຫຼາຍປານໃດ. ຫວັງວ່າ, ເມື່ອໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມແລ້ວ, ຕະຫຼາດທ່ອງທ່ຽວແຂວງ ບິ່ງທ້ວນ ຈະຟົດຟື້ນຂຶ້ນໃໝ່. ເຮືອນສວນແມ່ນໜຶ່ງໃນບັນດາສະຖານທີ່ຢ້ຽມຊົມໃໝ່, ປະກອບສ່ວນເຮັດໃຫ້ຜະລິດຕະພັນທ່ອງທ່ຽວຂອງແຂວງ ບິ່ງທ້ວນ ມີຫຼາຍຮູບຫຼາຍແບບກວ່າອີກ.”
ປະຈຸບັນ, ແຂວງ ບິ່ງທ້ວນ ທີ່ມີເນື້ອທີ່ປູກຕົ້ນໄມ້ກິນໝາກຊະນິດຕ່າງໆປະມານ 44.300 ເຮັກຕາ. ບັນດາເຮືອນສວນສາມາດທັງທຳການປູກຝັງຕາມທຳມະດາ, ທັງຂຸດຄົ້ນການທ່ອງທ່ຽວ. ເມື່ອໄດ້ສ້າງແຜນການທີ່ເໝາະສົມ ແລະ ມີການເຊື່ອມຕໍ່ຢ່າງສະໜິດແໜ້ນລະຫວ່າງບັນດາເຈົ້າຂອງເຮືອນສວນແລ້ວ, ເຈົ້າຂອງເຮືອນສວນກໍ່ຈະສາມາດຕ້ອນຮັບນັກທ່ອງທ່ຽວໄດ້ຕະຫຼອດປີ.