ບັນດາຂອງທີ່ລະນຶກອັນລ້ຳຄ່າຂອງຄອບຄົວພໍ່ຕູ້ ຈ່າງລາວຫຼື

(VOVWORLD) - 

ກ່ວາ 70 ປີໄດ້ຜ່ານພົ້ນໄປແລ້ວ, ແຕ່ພໍ່ຕູ້ ຈ່າງລາວຫຼື ຍັງຄົງຮັກສາບັນດາເຄື່ອງໃຊ້ໃນຄົວເຮືອນຂອງຄອບຄົວຕົນທີ່ບັນທຶກເລື່ອງລາວທີ່ຕິດພັນກັບໄລຍະເວລາໜຶ່ງຂອງການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຢູ່ ສສ ຫວຽດນາມ. ເຖິງວ່າ ເວລາຫຼາຍສິບປີໄດ້ຜ່ານໄປກໍ່ຕາມ, ເຮັດໃຫ້ບັນດາວັດຖຸພັນນັ້ນຫຼຸ້ຍຫ້ຽນ ແຕ່ໃນຕົວຂອງມັນເອງຍັງມີບັນດາເລື່ອງລາວທີ່ລຽບງ່າຍ ແລະ ມີຫຼາຍຄວາມໝາຍທີ່ສຸດ. ສຳລັບພໍ່ຕູ້ແລ້ວ, ບັນດາວັດຖຸພັນນັ້ນຍັງມີຄວາມໝາຍດ້ານປະຫວັດສາດຂອງການພົວພັນ ຫວຽດນາມ - ລາວ, ມີຂີດໝາຍຂອງການນຳຜູ້ຍິ່ງໃຫຍ່ແຫ່ງປະເທດ ລາວ ແລະ ນ້ຳໃຈກອມມູນິດສາກົນອີກດ້ວຍ.

ບັນດາຂອງທີ່ລະນຶກອັນລ້ຳຄ່າຂອງຄອບຄົວພໍ່ຕູ້ ຈ່າງລາວຫຼື - ảnh 1ບັນດາຂອງທີ່ລະນຶກໄດ້ວາງສະແດງຢູ່ສະໂມສອນ


        ມື້ໜຶ່ງທ້າຍປີ 2022, ໃນບັນຍາກາດຄຶກຄື້ນມ່ວນຊື່ນ, ສຽງດົນຕີອັນຟົດຟື້ນ, ສຽງ ເພງຍ້ອງຍໍຊົມເຊີຍນ້ຳໃຈ ຫວຽດນາມ - ລາວ ພວມດັງກ້ອງກັງວານໃນສະໂມສອນ, ມີພໍ່ຕູ້ຄົນໜຶ່ງ, ອາຍຸກ່ວາ 80 ປີ, ຮ່າງນ້ອຍ, ນຸ່ງຊຸດສີຄາມ ລວດລາຍສີຂາວ, ແດງທີ່ເປັນເອກະລັກສະເພາະຂອງຊາວເຜົ່າມົ້ງ ພວມຊົມບັນດາຂອງທີ່ລະນຶກໄດ້ວາງສະແດງໃນໜ້າໂຕະ, ບັນດາຂອງທີ່ລະນຶກດັ່ງກ່າວໄດ້ຮັບການຄັດເລືອກຈາກຂອງທີ່ລະນຶກກ່ວາ 6.000 ຢ່າງ ທີ່ໄດ້ສົ່ງມາເຂົ້າຮ່ວມການເສັງ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”. ເຖິງຜິວຈະແຫ່ວ ແຕ່ສາຍຕາເພິ່ນຍັງແຈ້ງດີີີ. ໃນສະໂມສອນແຫ່ງນີ້ ເພິ່ນແມ່ນຜູ້ທີ່ໂດດເດັ່ນ ຍ້ອນນຸ່ງເຄື່ອງ ແລະ ໃສ່ໝວກດ້ວຍສີສັນທີ່ງາມຕາ. ເມື່ອໄດ້ໂອ້ລົມນຳເພິ່ນ ຈຶ່ງຮູ້ໄດ້ວ່າ: ພໍ່ຕູ້ ຈ່າງລາວຫຼື ແມ່ນໜຶ່ງໃນ 2 ຄົນທີ່ໄດ້ຮັບລາງວັນທີ 1 ໃນການເສັງ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” ໂດຍສະມາຄົມມິດຕະພາບ ຫວຽດນາມ - ລາວ (ຂຶ້ນກັບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ສົມທົບກັບສະມາຄົມມິດຕະພາບ ລາວ - ຫວຽດນາມ, ສະຖານທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ວາລະສານ ເທີ່ຍດ້າຍ ຈັດຂຶ້ນ. ພໍ່ຕູ້ ຫຼື ໃຫ້ຮູ້ວ່າ:

“ຂອງທີ່ລະນຶກທີ່ຂ້າພະເຈົ້ານຳມາເຂົ້າຮ່ວມໃນການເສັງຄັ້ງນີ້ແມ່ນມີພຽງແຕ່ໝໍ້ທອງ, ໝໍ້ຕົ້ມນ້ຳດ້ວຍທອງແດງ, ໝໍ້ກະທະ ແລະ ຄົກໂມ້. ນີ້ແມ່ນບັນດາເຄື່ອງຂອງໃນເຮືອນຄົວຂອງຄອບຄົວ, ຂ້າພະເຈົ້າໃຊ້ເພື່ອແຕ່ງກິນຮັບໃຊ້ລຸງ ໄກສອນ ເວລາທີ່ເພີ່ເຄື່ອນໄຫວຢູ່ໃນປ່າ”.

        ປີນີ້, ພໍ່ຕູ້ ຈ່າງລາວຫຼື ມີອາຍຸກ່ວາ 80 ປີແລ້ວ, ແຕ່ຍັງແຂງແຮງ ແລະ ຮັບຮູ້ໄດ້ຢ່າງຈະແຈ້ງ. ພໍ່ຕູ້ ລາວຫຼື ແມ່ນລູກຊາຍຂອງ ພໍ່ຕູ້ ຈ່າງລາວໂຄ - ເຊິ່ງເປັນຜູ້ມີບຸນຄຸນໃນການເບິ່ງແຍງດູແລ, ຊ່ວຍເຫຼືອ ລຸງ ໄກສອນ ພົມວິຫານ ແລະ ພະນັກງານຄະນະປະຈັນບານ ລາວເໜືອ ໃນໄລຍະເຄື່ອນໄຫວການປະຕິວັດ. ຄະນະປະຈັນບານລາວເໜືອ ໄດ້ສ້າງຖານທີ່ໝັ້ນການປະຕິວັດ ຢູ່ບ້ານ ພຽງຊາ (ປະຈຸບັນແມ່ນບ້ານ ລາວໂຄ), ຕາແສງ ພຽງຄວ່າຍ (ເມືອງ ອຽນເຈົາ), ສະຖານທີ່ນີ້ໄດ້ກາຍເປັນຖານທີ່ໝັ້ນການປະຕິວັດ ຫວຽດ - ລາວ ກະກຽມທຸກໆເງື່ອນໄຂໃຫ້ແກ່ຄະນະປະຈັນບານ ລາວເໜືອ ພັດທະນາບັນດາຖານທີ່ໝັ້ນການປະຕິວັດຢູ່ປະເທດລາວ ໃນໄລຍະເວລາແຕ່ປິ 1948 – 1950. ທີ່ຖານທີ່ໝັ້ນແຫ່ງນີ້, ລຸງ ໄກສອນ ພົມວິຫານ ໄດ້ຈັດສົ່ງຄົນໄປລາວ ເພື່ອເກັບກຳສະພາບການ ແລະ ມີແຜນການກ່ອນທີ່ເຄື່ອນທັບເຂົ້າໄປປະເທດລາວ.

        ເວລານັ້ນ, ເດັກຊາຍເຜົ່າມົ້ງ ຈ່າງລາວຫຼື ອາຍຸ 10 ປີ, ແຕ່ໄດ້ຮັບໜ້າທີ່ສຳຄັນຈາກພໍ່ແມ່, ນັ້ນແມ່ນລຳລຽງເຂົ້າ, ອາຫານມາໃຫ້ ລຸງ ໄກສອນ ແລະ ພະນັກງານຄະນະປະຈັນບານ ລາວເໜືອ.  ໂດຍ 2 – 3 ວັນເທື່ອໜຶ່ງ, ທ້າວນ້ອຍຫຼື ໄດ້ຫຸງເຂົ້າ, ຂົ້ວຜັກກັບຊີ້ນດ້ວຍເຄື່ອງຄົວຂອງຄອບຄົວ ແລ້ວພາຍກະພາໃສ່ບ່າໄປສົ່ງເຂົ້າໃຫ້ລຸງຢູ່ໃນປ່າ. ເຖິງວ່າເວລານັ້ນ, ອາຍຸຍັງນ້ອຍກໍ່ຕາມ ແຕ່ທ້າວນ້ອຍຫຼື ກໍ່ບໍ່ເຄີຍຮູ້ສຶກຢ້ານກົວພວກປໍລະປັກຈັກເທື່ອ:

“ເມື່ອກ່ອນ ປ່າຂຽວອຸ່ມທຸ່ມ, ມີພຽງໂຕກວາງ, ໂຕຟານ ຫາກບໍ່ມີຄົນຢູ່ຈັກຄົນ. ໄລຍະທາງແຕ່ບ້ານຮອດ ຖ້ຳ ເຖິມເມ໋ ບ່ອນ ລຸງ ໄກສອນ ຢູ່ປະມານ 7 ກມ, ຂ້າພະເຈົ້າໄດ້ຍ່າງຂ້າມປ່າໄປຜູ້ດຽວ. ເວລານັ້ນຫຍຸ້ງຍາກຫຼາຍ, ບໍ່ມີຫຍັງກິນ, ຫຸງແຕ່ເຂົ້າໃສ່ຖົງຜ້າຂອງເຜົ່າມົ້ງ ແລະ ຂົ້ວຜັກກັບຊີ້ນ ແລ້ວເອົາທັງໝົດນັ້ນໃສ່ກະພາ ແລ້ວກໍພາຍໄປ. ຕອນນັ້ນ ການໄປມາຕ້ອງປິດລັບ, ຫຼີກລ້ຽງບໍ່ໃຫ້ສັດຕູ, ນັກສືບພົບເຫັນ, ຕ້ອງຮັບປະກັນຄວາມປອດໄພ. ເມື່ອພົບເຫັນພວກສັດຕູນັ້ນ, ເຮົາເວົ້າວ່າ ເຮົາໄປນາ, ພາຍກະພາ ແລະ ຖືຈົກໄປນຳ ເຮົາວ່າເຮົາໄປສົ່ງເຂົ້າໃຫ້ພໍ່ແມ່ຢູ່ນາ”.

ບັນດາຂອງທີ່ລະນຶກອັນລ້ຳຄ່າຂອງຄອບຄົວພໍ່ຕູ້ ຈ່າງລາວຫຼື - ảnh 2ພໍ່ຕູ້ ຈ່າງລາວຫຼື ແມ່ນໜຶ່ງໃນສອງຄົນໄດ້ຮັບລາງວັນທີ 1 ໃນການເສັງ

ອ້າຍ ເຈິ່ນວັນຖັ໋ງ, ເຊິ່ງເປັນຄູສອນວິຊາປະຫວັດສາດຂອງໂຮງຮຽນມັດທະຍົມຕອນປາຍ ຢູ່ເມືອງ ຮ່ວານກຽມ, ໄດ້ແບ່ງປັນວ່າ: ອ້າຍເຂົ້າຮ່ວມພິທີມອບລາງວັນ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” ນີ້ ແມ່ນເພື່ອໄດ້ເຫັນປະຈັກຕາ, ຮັບຟັງບັນດາເລື່ອງລາວມີຄວາມໝາຍນີ້ໂດຍກົງ ແລະ ຈະໝູນໃຊ້ເຂົ້າໃນການສິດສອນໃຫ້ນັກຮຽນຂອງຕົນ:

“ຂ້າພະເຈົ້າມີຄວາມປະທັບໃຈກັບບັນດາຂອງທີ່ລະນຶກທີ່ໄດ້ນຳມາວາງສະແດງຢູ່ທີ່ນີ້ຫຼາຍ. ຂ້າພະເຈົ້າມີຄວາມນັບຖືບັນດາເຈົ້າຂອງຂອງທີ່ລະນຶກທີ່ໄດ້ຮັກສາໄວ້ເປັນຢ່າງດີ, ແນ່ນອນວ່າ ຍ້ອນເຂົາເຈົ້າມີຄວາມຮັກມັກ, ເຄົາລົບບັນດາເຄື່ອງຂອງເຫຼົ່ານັ້ນຈຶ່ງຮັກສາໄດ້ດີແນວນີ້. ການເສັງນີ້ມີຄວາມໝາຍທີ່ສຸດ ຍ້ອນຜ່ານນີ້ ມີຫຼາຍເລື່ອງລາວທີ່ມີຄວາມໝາຍເຊິ່ງນັບແຕ່ກ່ອນມາ ຍັງບໍ່ທັນໄດ້ເປີດເຜີຍກ່ຽວກັບນ້ຳໃຈສາມັກຄີ ຫວຽດນາມ - ລາວ”.

          ພາຍຫຼັງການເສັງ, ບັນດາຂອງທີ່ລະນຶກຂອງຄອບຄົວພໍ່ຕູ້ ຈ່າງລາວຫຼື  ຍັງຄົງສືບຕໍ່ໄດ້ຮັບການຮັກສາ, ວາງສະແດງຢູ່ຄອບຄົວເພິ່ນ, ຄືດັ່ງພະຍານຫຼັກຖານທີ່ມີຊີວິດຊີວາຂອງນ້ຳໃຈສາມັກຄີ ຫວຽດນາມ - ລາວ. ເຖິງວ່າ ບັນດາເຄື່ອງຂອງນັ້ນລຽບງ່າຍກໍ່ຕາມ ແຕ່ໃນຕົວມັນເອງ ກໍ່ມີບັນດາເລື່ອງລາວທີ່ໄວໜຸ່ມຄວນຮູ້ກ່ຽວກັບນ້ຳໃຈຂອງປູ່ຍ່າຕາຍາຍເຮົາສະຫງວນໃຫ້ກັນ. ຂອງທີ່ລະນຶກໜຶ່ງແມ່ນເລື່ອງລາວໜຶ່ງ ແລະ ແນ່ນອນວ່າ ຄຸນຄ່າຂອງມັນບໍ່ສາມາດຄຳນວນໄດ້ ແລະ ຈະໄດ້ຮັບການຖ່າຍທອດໃຫ້ລຸ້ນຄົນຕໍ່ໆໄປ./

ຕອບກັບ

ຂ່າວ/ບົດ​ອື່ນ