(vovworld) - ໃນການຕໍ່ຕ້ານສອງຄັ້ງຂອງຊາດ, ວິທະຍຸກະຈາຍສຽງຫວຽດນາມ (VOV) ແມ່ນຂົວເຊື່ອມຕໍ່ດ້ານການເມືອງ ແລະ ສາຍໃຈລະຫວ່າງພາກເໜືອ - ພາກໃຕ້. ໃນສະພາບຖືກລະເບີດທຳລາຍຢ່າງດຸເດືອດ, ບັນດາພະນັກງານ, ນັກຂ່າວ, ພາລະກອນຂອງວິທະຍຸກະຈາຍສຽງຫວຽດນາມ ບໍ່ຫົວຊາຕໍ່ການເສຍສະຫຼະຊີວິດ, ຄວາມລຳບາກເພື່ອຮັກສາ “ຂົວ“ ທີ່ເຊື່ອມຕໍ່ລະຫວ່າງສອງພາກນັ້ນ.
ເດືອນ 10/1956, ນັກຂ່າວ ເຈິ່ນດັກໂລກ, ສັງກັດຄະນະບັນນາທິການພາກໃຕ້ VOV , ດ້ວຍນາມປາກກາ ວຽນກິ໋ງ, ກໍ່ເຊັ່ນດຽວກັບບັນດານັກຂ່າວອື່ນໆຂອງ VOV, ເມື່ອດຳເນີນງານພຽງແຕ່ມີປາກກາ ແລະ ສະໝຸດປື້ມເພື່ອຂຽນບົດເທົ່ານັ້ນ, ເຖິງວ່າການດຳລົງຊີວິດມີຄວາມຫຍຸ້ງຍາກ,ລຳບາກທີ່ສຸດ, ບໍ່ພໍນຸ່ງ, ບໍ່ພໍກິນ, ໃນຂະນະທີ່ຈັກກະພັດອາເມລິກາຖີ້ມລະເບີດທຳລາຍຢ່າງດຸເດືອດກໍ່ຕາມ. ແຕ່ຜູ້ໃດກໍ່ມີຫົວຄິດປະດິດສ້າງ, ມານະພະຍາຍາມປະຕິບັດວຽກງານຢ່າງສຸດຈິດສຸດໃຈ. ເມື່ອບົດຂອງຕົນໄດ້ອອກອາກາດທາງ VOV, ທ່ານກໍ່ຮູ້ສຶກຄືດັ່ງໄດ້ເພີ່ມກຳລັງແຮງຕື່ມອີກເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກທຸກປະການ. ນັກຂ່າວ ເຈິ່ນດັກໂລກ, ໃຫ້ຮູ້ວ່າ:
“ເວລານັ້ນ, ພວກຂ້າພະເຈົ້າເຮັດວຽກໂດຍບໍ່ຫົວຊາເຖິງເວລາ. ຕອນເຊົ້າ, ພາຍຫຼັງເຂົ້ານຮ່ວມການປະຊຸມກໍ່ຂຽນບົດໃນທັນທີເພື່ອອອກອາກາດໃນຕອນທຽງ, ຕໍ່ມາກໍ່ສືບຕໍ່ຂຽນບົດໃໝ່ອີກ. ຂຽນຕະຫຼອດ. ຜູ້ລະຂຽນ 7 ບົດ/ສັບປະດາ, ແຕ່ບໍ່ຄິດເຖິງນະໂຍບາຍເກື້ອກຸນໃດເທື່ອ“.
ໃນຊຸມເດືອນປີແຫ່ງການຕໍ່ຕ້ານ ຕ້ານຈັກກະພັດອາເມລິກາ ກູ້ຊາດ, ນັກຂ່າວ ຮູຍລານ ໄດ້ພ້ອມກັບເພື່ອນຮ່ວມອາຊີບຂຶ້ນພູ, ລົງຫ້ອຍ, ຂ້າມແມ່ນຳ້ ເພື່ອໃຫ້ຂ່າວໃໝ່ສຸດ ກ່ຽວກັບຂະບວນການປະຕິວັດຢູ່ພາກໃຕ້ເຖິງປະຊາຊົນທົ່ວປະເທດ. ຜ່ານວິທະຍຸກະຈາຍສຽງປົດປ່ອຍ, ປະຊາຊົນພາກໃຕ້ຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ທັດສະນະຂອງພັກ, ຂອງການປະຕິວັດ ແລະ ເສັ້ນທາງຕໍ່ສູ້ຍາດເອົາໄຊຊະນະສຸດທ້າຍ. ນັກຂ່າວ ຮູຍລານ, ຫວນຄືນວ່າ:
“ເວລານັ້ນ, ການຕໍ່ສູ້ຂອງຊາວພາກໃຕ້ຟົດຟື້ນທີ່ສຸດ, ຮຽກຮ້ອງໃຫ້ນັກຂ່າວຕ້ອງເຮັດວຽກຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ. ບາງເທື່ອພວກຂ້າພະເຈົ້າທັງຂຽນບົດ, ທັງແລ່ນ. ໃນການກວາດລ້າງຂອງສັດຕູ, ພວກຂ້າພະເຈົ້າຕ້ອງຂຸດຂຸມຄອງ ແລ້ວນັ່ງຂຽນໃນນັ້ນ. ພາຍຫຼັງຂຽນບົດສຳເລັດແລ້ວກໍ່ສົ່ງໄປ ຮ່າໂນ້ຍ, ເມື່ອວິທະຍຸກະຈາຍສຽງອອກບົດຂອງຕົນ, ນັກຂ່າວຜູ້ໃດກໍ່ຮູ້ສຶກພາກພູມໃຈທີ່ສຸດ“
ທ່ານ ດັ້ງຈູງຫ໋ຽວພ້ອມກັບ
ວັດຖຸພັນກ່ຽວກັບໄລຍະເຮັດວຽກຢູ່ VOV
ທ່ານ ດັ້ງຈູງຫ໋ຽວ, ຢູ່ຕາແສງ ຫຽບບິ່ງແຈ໋ງ, ເມືອງຖູດຶກ, ນະຄອນ ໂຮ່ຈີມິນ, ອະດີດຮອງຫົວໜ້າກົມເຕັກນິກກະຈາຍສຽງ, ຂຶ້ນກັບກົມໃຫຍ່ໄປສະນີ - ກະຈາຍສຽງ, ໄດ້ສະຫງວນເນື້ອທີ່ບໍ່ໜ້ອຍເພື່ອຮັກສາບັນດາວັດຖຸພັນກ່ຽວກັບໄລຍະເຮັດວຽກຢູ່ VOV. ນັ້ນແມ່ນ Radio ເກົ່າ, ເຄື່ອງພິມດີດ, ພ້ອມກັບບັນດາຮູບພາບຖ່າຍຮ່ວມກັບປະທານ ໂຮ່ຈິມິນ ແລະ ບັນດາເພື່ອນຮ່ວມອາຊີບຢູ່ VOV … ເວລານັ້ນ, ໃນເງື່ອນໄຂພື້ນຖານດ້ານວັດຖຸຍັງຖືກຈຳກັດ, ບັນດາຜູ້ເຮັດວຽກງານເຕັກນິກຂອງ VOV ໄດ້ມີຫົວຄິດປະດິດສ້າງຫຼາຍຢ່າງ ເພື່ອຮັກສາຄື້ນຂອງ VOV ໃຫ້ເຄື່ອນໄຫວຢ່າງລຽນຕິດ. ທ່ານ ດັ້ງຈູງຫ໋ຽວ, ແບ່ງປັນວ່າ:
“ໃນຄຳ່ຄືນທີ່ອາເມລິກາ ນຳໃຊ້ຍົນຖີ້ມລະເບີດທຳລາຍພາກເໜືອ. ຂ້າພະເຈົ້າໄດ້ຮັບໜ້າທີ່ຢູ່ຄືນ VOV ເພື່ອເຮັດວຽກ. ໃນຄືນນັ້ນສະຖານີກະຈາຍສຽງ ເມ້ຈີ່ ຖືກທຳລາຍ, ແຕ່ປະຊາຊົນນະຄອນຫຼວງພັດບໍ່ຮູ້ຈັກ, ເພາະວາພວກຂ້າພະເຈົ້າໄດ້ໃຊ້ເຄື່ອງສົ່ງຄື້ນທີ່ຕັ້ງຢູ່ 45 ຖະໜົນ ບ່າຈ້ຽວ ແທນໃຫ້ເຄື່ອງສົ່ງທີ່ຖືກທຳລາຍຢູ່ ເມ້ຈີ່. ມີຫຼາຍຄົນໃນຂະແໜງກໍ່ບໍ່ຮູ້ຈັກສິ່ງດັ່ງກ່າວເທື່ອ, ເພາະວ່າທຸກແຜນການທີ່ພວກເຮົາປະຕິບັດລ້ວນແຕ່ແມ່ນປິດລັບ“.
ເຖິງວ່າ, ປະຈຸບັນ, ບັນດາພະນັກງານ, ນັກຂ່າວ, ນັກເຕັກນິກຂອງ VOV ໃນເມື່ອກ່ອນໄດ້ເຖົ້າແກ່ແລ້ວກໍ່ຕາມ, ແຕ່ຊຸມເດືອນປີ ທີ່ເຂົາເຈົ້າດຳລົງຊີວິດ, ເຮັດວຽກ ແລະ ອຸທິດສ່ວນ ໄດ້ປະກອບສ່ວນສ້າງເປັນໜ້າປະຫວັດສາດອັນສະຫງ່າລາສີໃຫ້ແກ່ VOV ໃນຕະຫຼອດ 70 ປີ ຜ່ານມາ.