“ພໍ່ຕູ້ແກ໊” ໃນດວງໃຈຂອງປະຊາຊົນ ປາກບໍ໊

(VOVWORLD) -“ພໍ່ຕູ້ແກ໊”, ວິທີເອີ້ນທີ່ເຄົາລົບ ແຕ່ກໍ່ໃກ້ຊິດສະໜິດສະໜົມທີ່ສຸດ, ຍ້ອນປະທານ ໂຮ່ຈີມິນ ເຄີຍເປັນລູກເປັນຫຼານຂອງເຂດພູຜາປ່າໄມ້ປາກບໍ໊
“ພໍ່ຕູ້ແກ໊” ໃນດວງໃຈຂອງປະຊາຊົນ ປາກບໍ໊ - ảnh 1(ບ້ານ ປາກບໍ໊ ໃນປະຈຸບັນ)

ວັນທີ 28 ມັງກອນ 1941, ພາຍຫຼັງ 30 ປີເດີນທາງໄປຊອກຫາເສັ້ນທາງກູ້ຊາດ, ປະທານ ໂຮ່ຈີມິນ ໄດ້ກັບຄືນ ຫວຽດນາມ ແລະ ໄປເຖິງເຂດດິນແດນ ປາກບໍ໊, ຕາແສງ ເຈື່ອງຮ່າ, ເມືອງ ຮ່າກວາງ, ແຂວງ ກາວບັງ. ນັບແຕ່ຄາວນັ້ນມາພາບພົດຂອງ “ພໍ່ຕູ້ແກ໊” ທີ່ລຽບງ່າຍ, ເອື້ອເຟື້ອເຜື່ອແຜ່, ຮັກແພງພໍ່ແມ່ປະຊາຊົນ ຍາມໃດກໍ່ໄດ້ຈົດຈຳໃນດວງໃຈຂອງປະຊາຊົນ ປາກບໍ໊, ແຂວງ ກາວບັງ. ບົດຂຽນຂອງ ກົງລ້ວນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2022).

ໃນຈຸດເວລານັ້ນ, ບ້ານເຮືອນຢູ່ປາກບໍ໊ແມ່ນບໍ່ເຫຼືອຫຍັງໝົດ , ພໍ່ແມ່ປະຊາຊົນບໍ່ມີອັນຢູ່ອັນກິນ, ບໍ່ມີເຄື່ອງນຸ່ງຫົ່ມ… ໃນຊ່ວງເວລານັ້ນ, ບ້ານ ບໍ໊ເບິ໋ມ ປະກົດມີແຂກທີ່ແປກໜ້າ,ມີຮູບຮ່າງຈ່ອຍສູງ, ມີໃບໜ້າເປັນຄົນໃຈບຸນ, ບໍ່ມີຜູ້ໃດຮູ້ວ່າ ແຂກຜູ້ນັ້ນຊື່ຫຍັງ, ມາແຕ່ໃສ? ພຽງແຕ່ເຫັນເພ່ິນ, ເຂົາເຈົ້າກໍ່ເອີ້ນວ່າ ພໍ່ຕູ້ແກ໊, ມີບາງຄົນເອີ້ນວ່າ ຢ່າທູ. ເຊິ່ງໄດ້ເອີ້ນຕາມຄວາມໝາຍຮັກແພງ. ພໍ່ຕູ້ແກ໊ ມາ, ເພ່ິນໄດ້ເອົາໃຈໃສ່ເຖິງປະຊາຊົນໝົດທຸກຄົນ, ອາບນ້ຳໃຫ້ເດັກນ້ອຍ, ຊ່ວຍເຫຼືອຜູ້ເຖົ້າຜູ້ແກ່, ສອນໄວໜຸ່ມໃຫ້ຮູ້ໜັງສື, ສອນວິທີປູກຜັກ, ອອກແຮງງານເພີ່ມພູນຜະລິດຜົນ. ໂດຍໄດ້ຮັບການໂຄສະນາຈາກພໍ່ຕູ້ແກ໊, ປະຊາຊົນ ຢູ່ປາກບໍ໊ ມີສະຕິຕື່ນຕົວລຸກຂຶ້ນທຳການປະຕິວັດ. ໃນເວລາພຽງສັ້ນໆ, ຢູ່ ຮ່າກວາງ ໄດ້ສ້າງຕັ້ງຫຼາຍອົງການກູ້ຊາດ ແລະ ຂະບວນການປະຕິວັດປຽບເໝືອນຈູດໄຟຮຸ່ງປະກາຍແສງສະຫວ່າງຂຶ້ນຈາກ ປາກບໍ໊ ແລະແຜ່ຂະຫຍາຍອອກໄປທົ່ວປະເທດ, ລຸກຮື້ຂຶ້ນປົດປ່ອຍຊາດໃຫ້ຫຼຸດຜົ້ນອອກຈາກແອກຂ້າທາດ.

        ຢູ່ຫາງບ້ານແມ່ນເຮືອນຮ້ານແມ່ເຖົ້າ ຮ່ວາງທິຄີນ, ພ້ອມກັບຜົວແມ່ນພໍ່ເຖົ້າ ນົງກວກຟອງ ເປັນຜູ້ເອົາເຂົ້າ, ເອົານ້ຳມາໃຫ້ປະທານ ໂຮ່ຈີມິນກິນ ແລະ ປົກປ້ອງເພິ່ນ. ຄາວຍັງມີຊີວິດຢູ່ ແມ່ເຖົ້າ ຄີນ ຍາມໃດກໍ່ເລົ່າໃຫ້ລູກຫຼານ ແລະ ນັກທ່ອງທ່ຽວຟັງກ່ຽວກັບເລື່ອງລາວຂອງປະຊາຊົນບ້ານ ປາກບໍ໊ ທີ່ຮ່ວມແຮງຮ່ວມໃຈ, ຕັດສິນໃຈເດັດດຽ່ວປົກປ້ອງ “ພໍ່ຕູ້ແກ໊” ແລະ ເດີນຕາມການປະຕິວັດ.

“ທຳການປະຕິວັດໃນຄາວນັ້ນມີບັນດາສະມາຄົມຄື ສະມາຄົມເຍົາວະຊົນກູ້ຊາດ, ສະມາຄົມແມ່ຍິງກູ້ຊາດ. ໄປນຳ ປະທານ ໂຮ່ຈີມິນ, ຢູ່ຕູບ ຄວາຍເນີ້ມ, ໄດ້ຫຸງເຂົ້າ, ແຕ່ງອາຫານໃຫ້ ລຸງ ກິນ. ເຮັດການປະຕິວັດບໍ່ແມ່ນມີແຕ່ຜູ້ດຽວ, ຜູ້ດຽວນັ້ນບໍ່ປະສົບຜົນສຳເລັດໄດ້ດອກ, ຕ້ອງມີຫຼາຍຄົນ, ນັບຫຼາຍຮ້ອຍຄົນ ພ້ອມກັນເຂົ້າຮ່ວມການຝືກແອບທະຫານປ້ອງກັນຕົວໄປຕາມການປະຕິວັດ”.

“ພໍ່ຕູ້ແກ໊” ໃນດວງໃຈຂອງປະຊາຊົນ ປາກບໍ໊ - ảnh 2(ທ່ານ ເຢືອງຈີກວນ, ອາຍຸ 75 ປີ ຢູ່ບ້ານປາກບໍ໊)

ທ່ານ ເຢືອງຈີກວນ, ອາຍຸ 75 ປີ ຢູ່ບ້ານປາກບໍ໊, ກໍ່ຕື້ນຕັນໃຈພ້ອມກັບມີຄວາມເອກອ້າງທະນົງໃຈ ຍ້ອນວ່າຕົນເອງແມ່ນລູກຫຼານຂອງພໍ່ເຖົ້າ ເຢືອງດິ່ງ, ເຊິ່ງແມ່ນຜູ້ທີ່ໄດ້ຜູກພັນກັບປະທານ ໂຮ່ຈີມິນ ໃນໄລຍະທີ່ ເພິ່ນ ເຄື່ອນໄຫວປະຕິວັດຢູ່ທີ່ນີ້.

“ຕາມການເລົ່າຂອງລຸ້ນປູ່ລຸ້ນພໍ່ນັ້ນ, ເພິ່ນ ມາໂຄສະນາເຜີຍແຜ່ໃຫ້ມະຫາຊົນຢູ່ ປາກບໍ໊ ຍາມໃດກໍ່ເຊື່ອງໜ້າເຊື່ອງຕາ, ຮອດຕອນຄ່ຳ ເພິ່ນ ຈຶ່ງມາ. ເວລາໂອ້ລົມກັບປະຊາຊົນຢູ່ເຮືອນ ພໍ່ເຖົ້າ ເຢືອງດິ່ງ ເພິ່ນກໍ່ມັກນັ່ງຢູ່ບ່ອນມືດໆ. ປະຊາຊົນຮູ້ພຽງແຕ່ວ່າແມ່ນ ພໍ່ຕູ້ແກ໊ ເທົ່ານັ້ນ. ເມື່ອຍາດເອົາເອກະລາດຄືນມາໄດ້ແລ້ວ ປະທານ ໂຮ່ຈີມິນ ຈຶ່ງອອກຢ້ຽມຢາມປະຊາຊົນ,  ຄາວນັ້ນປະຊາຊົນຈຶ່ງຮູ້ວ່າ ພໍ່ຕູ້ແກ໊ ທີ່ແທ້ແມ່ນປະທານ ໂຮ່ຈີມິນ. ປີ 1969, ປະທານ ໂຮ່ຈີມິນ ເຖິງແກ່ມໍລະນະກຳ, ປະຊາຊົນ ປາກບໍ໊ ຜູ້ໃດກໍ່ຮ້ອງໄຫ້ຄ່ຳຄວນຫາ, ເຮືອນໃດກໍ່ໄວ້ທຸກ ຄືດັ່ງສະມາຊິກໃນຄອບຄົວຂອງຕົນ. ແຕ່ລະເທື່ອ ເມື່ອບຸນເຕັດວຽນມາ ປະຊາຊົນ ປາກບໍ໊ ກໍ່ຄິດຮອດຄິດເຖິງ ເພິ່ນ, ໂດຍສະເພາະແມ່ນໃນວັນທີ 1 ຂອງບຸນເຕັດ ຈະພາກັນໄປວິຫານ, ນຳເອົາເຄື່ອງມາຖວາຍບູຊາເພິ່ນ”.

“ພໍ່ຕູ້ແກ໊”, ວິທີເອີ້ນທີ່ເຄົາລົບ ແຕ່ກໍ່ໃກ້ຊິດສະໜິດສະໜົມທີ່ສຸດ, ຍ້ອນປະທານ ໂຮ່ຈີມິນ ເຄີຍເປັນລູກເປັນຫຼານຂອງເຂດພູຜາປ່າໄມ້ປາກບໍ໊, ແຕ່ລະມື້ລຸງຈະນຸ່ງເສື້ອສີໝໍ້ນິນ, ໂອ້ລົມດ້ວຍພາສາ ນຸ່ງ, ອາຫານການກິນກໍ່ມີແຕ່ຜັກປ່າ, ໜໍ່ຂົມ, ໄປຫາປາຢູ່ຫ້ວຍຄືກັບປະຊາຊົນທ້ອງຖິ່ນ. “ພໍ່ຕູ້ແກ໊” ໄດ້ສອນໜັງສືໃຫ້ປະຊາຊົນ, ເບິ່ງແຍງດູແລເດັກນ້ອຍ, ຢື້ຢາມຖາມຂ່າວຜູ້ເຖົ້າຜູ້ແກ່ແຕ່ລະຄົນດ້ວຍຈິດໃຈເອື້ອເຟື້ອເຜື່ອແຜ່. ສິ່ງດັ່ງກ່າວນັ້ນ ອາດຈະເຮັດໃຫ້ປະຊາຊົນ ປາກບໍ໊ ມີຄວາມເຊື່ອໝັ້ນຢ່າງເດັດດ່ຽວ ແລະ ເດີນຕາມການປະຕິວັດ. ລະດູບານໃໝ່ປີ 1961, “ພໍ່ຕູ້ແກ໊” ກັບມາຢ້ຽມຢາມ ປາກບໍ໊. ທ່ານ ກວານຈີຄຽງ, ຊາວບ້ານ ປາກບໍ໊, ຍັງຈື່ຈຳບັນຍາກາດໃນມື້ນັ້ນໄດ້ດີ.

“ເມື່ອ ຊາວບ້ານ ປາກບໍ໊ ຮູ້ຂ່າວວ່າ ປະທານ ໂຮ່ຈີມິນ ຈະມາຢ້ຽມຢາມ, ພໍ່ແມ່ປະຊາຊົນມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈຫຼາຍ, ປະຊາຊົນໄດ້ຢືນຢູ່ 2 ຟາກແຄມທາງເພື່ອລໍຖ້າຕ້ອນຮັບ ແລະ ລໍພົບກັບເພິ່ນ. ປະທານ ໂຮ່ຈີມິນ ລົງຍ່າງ, ນຸ່ງຊຸດໂສ້ງເສື້ອທີ່ລຽບງ່າຍ, ໃສ່ເກີບຕີນລົດ. ເພິ່ນ ທັງຍ່າງ, ທັງໂບກມື, ຜູ້ໃດກໍ່ມີຄວາມພາກພູມໃຈ ຍ້ອນວ່າຖືປະທານ ໂຮ່ຈີມິນ ຄືດັ່ງຍາດຕິພີ່ນ້ອງໃນຄອບຄົວກັບມາຢ້ຽມຢາມ”.

ບັນດາເລື່ອງລາວ ກ່ຽວກັບ “ພໍຕູ້ແກ໊” ແລະ ນ້ຳໃຈຂອງປະຊາຊົນ ປາກບໍ໊ ລຸ້ນຕ່າງໆທີ່ສະຫງວນໃຫ້ປະທານ ໂຮ່ຈີມິນ ຍາມໃດກໍ່ສືບທອດໃຫ້ແກ່ລຸ້ນລູກລຸ້ນຫຼານ…, ຍ້ອນນັ້ນແມ່ນພາກສ່ວນໜຶ່ງຂອງປະຫວັດສາດທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈຂອງໝູ່ບ້ານຢູ່ເຂດພູຊາຍແດນແຫ່ງນີ້. 81 ປີໄດ້ຜ່ານພົ້ນໄປ, ດ້ວຍຄວາມເຄົາລົບ ແລະ ຮູ້ບຸນຄຸນປະທານ ໂຮ່ຈີມິນ, ບັນດາພາບພົດ ແລະ ເລື່ອງລາວກ່ຽວກັບ “ພໍ່ຕູ້ແກ໊” ຈະສືບຕໍ່ໄດ້ສືບທອດກັນມາດ້ວຍຄວາມເຄົາລົບ, ຄວາມເອກອ້າງທະນົງໃຈ, ຍ້ອນວ່າສຳລັບເຂົາເຈົ້າແລ້ວ, “ພໍ່ແກ໊” ຍາມໃດກໍ່ຢູ່ໃນດວງໃຈ, ຕິດຕາມ ແລະ ລະດົມສົ່ງເສີມ, ໃຫ້ກຳລັງໃຈຕົນເອງຕະຫຼອດມາ.

ຕອບກັບ

ຂ່າວ/ບົດ​ອື່ນ