(VOVWORLD) - ໂປນໂປງ ແມ່ນງານບຸນທີ່ມີມາແຕ່ດົນນານຂອງພໍ່ແມ່ພີ່ນ້ອງຊາວເຜົ່າເມື່ອງ ຢູ່ແຂວງ ແທັງຮວ໊າ ໃນໂອກາດບຸນປີໃໝ່ປະຈຳຊາດ ແລະ ລະດູບານໃໝ່ວຽນມາ. ງານບຸນທີ່ເຂັ້ມຂຸ້ນໄປດ້ວຍການເຫຼື້ອມໃສນີ້ ແມ່ນການດຳເນີນຊີວິດທາງດ້ານວັດທະນະທຳທີ່ບໍ່ອາດຂາດໄດ້ຂອງພໍ່ແມ່ພີ່ນ້ອງຊາວເຜົ່າເມື່ອງ ຢູ່ທີ່ນີ້.
ພໍ່ແມ່ພີ່ນ້ອງຊາວເຜົ່າເມື່ອງ ຢູ່ແຂວງ ແທັງຮວ໊າ ຍັງເອີ້ນງານບຸນ ໂປນໂປງ ວ່າ ເປັນງານບຸນຊົມດອກໄມ້, ງານບຸນຫຼິ້ນດອກໄມ້. ໃນໂອກາດຕົ້ນລະດູບານໃໝ່, ປີໃໝ່ເດືອນຈຽງ ຫຼືວັນເພັງເດືອນເດືອນ 3, ເດືອນ 7 ໄລ່ຕາມຈັນທະປະຕິທິນ, ພໍ່ແມ່ພີ່ນ້ອງຊາວເຜົ່າເມື່ອງ ກໍຈະຈັດງານບຸນນີ້. ທ່ານ ບຸ່ຍຮົ່ງຍີ, ຊາວເຜົ່າເມື່ອງ, ຕາແສງ ງອກເຊີນ, ເມືອງ ງອກຫຼັກ, ແຂວງ ແທັງຮວ໋າ, ໃຫ້ຮູ້ວ່າ:
“ໃນພາສາເຜົ່າເມື່ອງ, ຄຳວ່າ “ໂປນ” ໝາຍຄວາມວ່າ ການຫຼີ້ນ, ການເຕັ້ນການຟ້ອນ; ສ່ວນຄຳວ່າ “ໂປງ” ມີຄວາມໝາຍວ່າດອກ, ດອກໄມ້. “ໂປນໂປງ” ໝາຍຄວາມວ່າ ເຕັ້ນ, ຟ້ອນອ້ອມຕົ້ນດອກໄມ້. ງານບຸນຫຼີ້ນດອກໄມ້ ໂດຍປ້າ ໄມ໋ ຫຼືມີຊື່ເອີ້ນວ່າ ເອົ້າໄມ໋, ເຊິ່ງເປັນຄົນມີອິດທິພົນຊື່ສຽງຢູ່ໃນບ້ານ, ເພິ່ນຮູ້ເຮັດພິທີໄຫວ້ບູຊາ, ຈັດຢາປົວພະຍາດ, ຮ້ອງເພງມ່ວນ, ຟ້ອນງາມ ຈະເປັນຜູ້ດຳເນີນ. ງານບຸນນີ້ ຍັງມີຜູ້ບ່າວຜູ້ສາວມາຫຼີ້ນບຸນນຳອີກ”.
ຕົ້ນງິ້ວແມ່ນສັນຍາລັກຂອງອາວະກາດທີ່ຍິ່ງໃຫຍ່, ເຕົ້າໂຮມຄົບທຸກສິ່ງທຸກຢ່າງ ເຊິ່ງເທບພະເຈົ້າໄດ້ດົນບັນດານໃຫ້ມະນຸດ |
ງານບຸນ ໂປນໂປງ ລວມມີ 2 ພາກ. ທີໜຶ່ງແມ່ນພິທີກຳ ແລະ ທີສອງແມ່ນຫຼີ້ນບຸນ. ໃນນັ້ນ, ປ້າ ເອົ້າໄມ໋ ມີບົດບາດເປັນໝໍພອນ, ເປັນຜູ້ເລົ່າຄືນເທບນິຍາຍກ່ຽວກັບຟ້າກັບດິນ, ເປັນຜູ້ແຈ້ງໃຫ້ເທວະດາຮັບຊາບວ່າ ລະດູການເກັບກ່ຽວທີ່ໄດ້ຮັບຜົນດີ ແລະ ປະຊາຊົນຈັດງານບຸນເພື່ອສະແດງຄວາມຮູ້ບຸນຄຸນຕໍ່ພະທໍລະນີທີ່ໄດ້ເອື້ອອຳນວຍດິນຟ້າອາກາດ, ປະຊາຊົນມີຄວາມຜາສຸກ ແລະ ເຊີນເທວະດາຟ້າແຖນລົງມາຫຼີ້ນບຸນນຳ…
ພາຍຫຼັງປ້າ ເອົ້າໄມ໋ ເຮັດພິທີກຳແລ້ວໆ ກໍຮອດວາລະຫຼີ້ນບຸນ. ນອກຈາກ ເອົ້າໄມ໋ ແລ້ວ, ຕ້ອງມີ 6 ຄົນເຂົ້າຮ່ວມການຮ້ອງເພງອ້ອມຕົ້ນງິ້ວ, ເຊິ່ງເປັນໃຈກາງຂອງງານບຸນ. ຕົ້ນງິ້ວແມ່ນສັນຍາລັກຂອງອາວະກາດທີ່ຍິ່ງໃຫຍ່, ເຕົ້າໂຮມຄົບທຸກສິ່ງທຸກຢ່າງ ເຊິ່ງເທບພະເຈົ້າໄດ້ດົນບັນດານໃຫ້ມະນຸດ, ການຕັ້ງຕົ້ນງິ້ວກໍໝາຍຄວາມວ່າເປັນການຕອບບຸນແທນຄຸນໃຫ້ແກ່ເທວະດາ ແລະ ເຊີນເທວະດາມາຮ່ວມມ່ວນຊື່ນກັບມະນຸດ. ຕົ້ນງິ້ວໄດ້ແກະຄວັດດ້ວຍລຳໄມ້ໄຜ່, ຢູ່ເທິງຕົ້ນໄມ້ ຈະແຂວນພວງດອກໄມ້ທີ່ເຮັດດ້ວຍໄມ້ ແລ້ວຍ້ອມສີຟ້າ, ສີແດງ, ສີມ້ວງ, ສີເຫຼືອງ ເປັນ 5 – 7 ຊັ້ນ ພອ້ມກັບບັນດາຮູບໂຕນົກ, ໂຕສັດ ຫຼືອຸປະກອນກະເສດຕ່າງໆ… ເພື່ອເຮັດຕົ້ນງິ້ວນີ້ ແມ່ນຕ້ອງຫາຜູ້ທີ່ມີສີມືຄ່ອງແຄວ້ຂອງບ້ານເມື່ອງ ແລະ ຕ້ອງໃຊ້ເວລາຫຼາຍ, ຮຽກຮ້ອງຕ້ອງມີຄວາມພິຖີພິຖັນທີ່ສຸດ. ອ້າຍ ບຸຍວັນດົ່ງ, ຢູ່ບ້ານລຽນເຊິນ, ຕາແສງ ງອກເຊີນ, ເມືອງ ງອກລັກ, ແຂວງ ແທງຮວ໋າ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ປະດັບປະດາຮູບສັດ, ດອກໄມ້ຫຼາຍຢ່າງຂຶ້ນຕົ້ນງິ້ວ. ຮູບສັດ ແລະ ດອກໄມ້ນັ້ນ ໄດ້ເຮັດດ້ວຍໄມ້ ແລ້ວທາສີ ແລະ ໃຊ້ແພຫຼາຍສີພັນໄວ້ ແລະ ແຂວນໃສ່ຕົ້ນງິ້ວ”.
ການລະຫຼີ້ນບັນເທິງປະເພດຕ່າງໆ ລ້ວນແຕ່ໄດ້ຈັດຢູ່ອ້ອມຕົ້ນງິ້ວ, ເຊິ່ງວາດພາບຄືນບັນດາຮີດຄອງປະເພນີຂອງຊາວເຜົ່າເມື່ອງ, ພ້ອມທັງສ່ອງແສງຊີວິດການເຫຼື້ອມໃສທາງດ້ານວັດທະນະທຳຂອງຊາວເຜົ່າເມື່ອງ. ພໍ່ແມ່ພີ່ນ້ອງກໍພາກັນນຸ່ງຊຸດອາພອນປະຈຳເຜົ່າຂອງຕົນ ແລະ ມີແພບ່ຽງຜືນໜຶ່ງ ເພື່ອເຕັ້ນ ແລະ ຟ້ອນບັນດາວາດຟ້ອນທີ່ອ່ອນຊ້ອຍ. ການຟ້ອນຂອງເຂົາເຈົ້າກໍວາດພາບຄືນການອອກແຮງງານ, ທຳການຜະລິດ ແລະ ລະຫຼີ້ນມ່ວນຊື່ນປະຈຳວັນ. ເຂົາເຈົ້າຂັບລຳກ້ຽວພາລາສີ, ຄຳໝາຍໝັ້ນ ບວກກັບຈັງຫວະສຽງຄ້ອງໄດ້ດັງກ້ອງກັງວານໄປທົ່ວໝູ່ບ້ານ. ເອື້ອຍ ຟ້າມທິບ໋າວ ໃຫ້ຮູ້ຕື່ມອີກວ່າ:
“ເມື່ອມີຕົ້ນງິ້ວແລ້ວ, ພວກຂ້າພະເຈົ້າກໍພາກັນເຕັ້ນລຳທຳເພງ, ພ້ອມກັນກິນເຫຼົ້າໄຫ. ບັນດາວາດຟ້ອນຂອງພວກຂ້າພະເຈົ້າໄດ້ວາດພາບຄືນຊີວິດຂອງຊາວເຜົ່າເມື່ອງ. ການແບ່ງດິນ, ແບ່ງນ້ຳ ກໍພັນລະນາເຖິງເລື່ອງພໍ່ແມ່ແບ່ງທີ່ດິນ, ແບ່ງແຫຼ່ງນ້ຳໃຫ້ຜູ້ເປັນລູກ”.
ໂດຍຕັ້ງຢູ່ທາງຂ້າງຕົ້ນງິ້ວ ແມ່ນໂຕະເຫຼົ້າໄຫ ແລະ ພາເຄື່ອງບູຊາ ດ້ວຍອາຫານພື້ນເມືອງຂອງຊາວເຜົ່າເມື່ອງໃນໂອກາດວັນບຸນ, ເປັນຕົ້ນແມ່ນ: ເຂົ້າໜຽວ 5 ສີ, ແກງລອງ, ແກງມັນເຜືອກ…
ສຽງກ້ອງ, ສຽງຄ້ອງຂອງງານບຸນ ໂປນໂປງ ໄດ້ດັງຂຶ້ນໃນຊຸມວັນທຳອິດຂອງລະດູບານໃໝ່ ຄືດັ່ງຄຳເຊື້ອເຊີນແຂກທ່ອງທ່ຽວທັງໃກ້ ແລະ ໄກ, ພີ່ນ້ອງບ້ານໃກ້ເຮືອນຄຽງມາຮ່ວມມ່ວນຊື່ນນຳ, ເອີ້ນລູກຫຼານເຜົ່າເມື່ອງ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນອວ່າຍໜ້າເມືອງຫາກົກເຄົ້າເຫງົ້າກໍ. ດ້ວຍບັນດາຈຸດວັນທະນະທຳທີ່ເປັນເອກະລັກສະເພາະນັ້ນ, ປີ 2017, ງານບຸນ ໂປນໂປງ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວວ່າ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ./.