ວິທະຍຸກະຈາຍສຽງຫວຽດນາມ ເອົາຊະນະຕໍ່ລະເບີດລູກປືນ, ນຳສຽງອັນຊອບທຳໄປສູ່ໂລກ

(VOVWORLD) -ໃນຊຸມວັນປະຫວັດສາດຂອງເດືອນທັນວາ ປີ 1972, ພ້ອມກັບກອງທັບ ແລະ ປະຊາຊົນທົ່ວປະເທດຕັດສິນໃຈທັບມ້າງການບຸກໂຈມຕີທາງອາກາດຍຸດທະສາດຂອງກອງທັບ ອາເມລິກາ ເພື່ອທຳລາຍນະຄອນຫຼວງ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນທາງພາກເໜືອ, ວິທະຍຸກະຈາຍສຽງຫວຽດນາມໄດ້ມີຄວາມອົງອາດກ້າແກ່ນ ຜ່ານຜ່າການຖິ້ມລະເບີດ ແລະ ລູກປືນ ຮັກສາຄື້ນກະຈາຍສຽງເພື່ອນຳສຽງຂອງ ຫວຽດນາມ, ສຽງແຫ່ງຄວາມຍຸຕິທຳ ແລະ ຄວາມຄາດຫວັງມີສັນຕິພາບມາສູ່ປະຊາຊົນ ແລະ ເພື່ອນມິດສາກົນ
ວິທະຍຸກະຈາຍສຽງຫວຽດນາມ ເອົາຊະນະຕໍ່ລະເບີດລູກປືນ, ນຳສຽງອັນຊອບທຳໄປສູ່ໂລກ - ảnh 1ທ່ານ Susanto (ນເລວັນເຖາະ ), (ນຸ່ງໂສ້ງສີຂາວ, ນັງ່ແຖວໜ້າ) ນັກຊ່ຽວຊານພາກພາສາອິນໂດເນເຊຍຖ່າຍຮູບພ້ອມກັບບັນດາພະນັກງານລາຍການພາກພາສາອິນໂດເນເຊຍ

     ດ້ວຍເລລ່ຽມ ເຈດຕະນາຢາກຍາດເອົາໄຊຊະນະທາງການທະຫານເພື່ອຍາດແຍ່ງເອົາທ່າໄດ້ປຽບຢູ່ໂຕະເຈລະຈາຢູ່ ປາຣີ (ຝະລັ່ງ), ໃນທ້າຍປີ 1972, ຈັກກະພັດອາເມລິກາ ໄດ້ຕັດສິນໃຈບຸກໂຈມຕີທາງອາກາດຍຸດທະສາດເພື່ອທຳລາຍນະຄອນຫຼວງ ຮ່າໂນ້ຍ ນະຄອນຫາຍຟ່ອງແລະບາງທ້ອງຖິ່ນເຂດພາກເຫນືອ. ໃນການບຸກໂຈມຕີຄັ້ງນີ້ມີຊື່ວ່າ “Operation Linebacker II”, ແຕ່ວັນທີ 18-29 ທັນວາ 1972, ເຮືອບິນ B-52 ຂອງກອງທັບອາເມລິກາໄດ້ບຸກໂຈມຕີບັນດາເປົ້າໝາຍ ແລະ ຮາກຖານທີ່ສຳຄັນຢູ່ນະຄອນຫຼວງຮ່າໂນ້ຍ, ໃນນັ້ນມີສະຖານີເຄື່ອງສົ່ງ ເມ໋ຈີ່ ຂອງວິທະຍຸກະຈາຍສຽງຫວຽດນາມ

         ເຖິງຢ່າງໃດກໍຕາມ, ຄວາມພະຍາຍາມແລະກົນອຸບາຍນັ້ນ ຖືກລົ້ມເຫລວ ຢ່າງສິ້ນເຊິ່ງ. ພ້ອມກັບຄວາມຕັດສິນໃຈສູ້ຮົບ ແລະ ຕັດສິນໃຈເອົາໄຊຊະນະຂອງກອງທັບ ແລະ ປະຊາຊົນທົ່ວປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ມີຄວາມກ້າແກ່ນ ມານະອົດທົນ ຜ່ານຜ່າການຖິ້ມລະເບີດລູກປືນ ຮັກສາຄື້ນຂອງວິທະຍຸກະຈາຍສຽງ, ນຳເອົາສຽງຂອງຫວຽດນາມ, ສຽງແຫ່ງຍຸຕິທຳ ແລະ ການເມືອງ ແລະ ຄວາມຄາດຫວັງມີສັນຕິພາບມາໃຫ້ ໂລກ. ທ່ານ Susanto (ຊື່ຫວຽດນາມແມ່ນເລວັນເຖາະ), ນັກຊ່ຽວຊານອິນໂດເນເຊຍຢູ່ພະແນກກະຈາຍສຽງສຽງພາກພາສາຕ່າງປະເທດ, ຊຶ່ງໄດ້ມີຄວາມຜູກພັນກັບ ວິທະຍຸກະຈາຍສຽງຫວຽດນາມ ນັບແຕ່ປີ 1971, ຫວນຄືນວ່າ:

    “ວັນທີ 16 ທັນວາ 1972, ວິທະຍຸກະຈາຍສຽງຫວຽດນາມໄດ້ຍົກຍ້າຍບັນດາພະນັກງານໄປຍັງແຂວງ ກວກອວາຍ , ໃນນັ້ນມີຄອບຄົວຂອງຂ້າພະເຈົ້າ. ວັນທີ 18 ທັນວາ, ອາເມລິກາເລີ່ມວາງລະເບີດ. ໃນເວລານັ້ນ, ຂ້າພະເຈົ້າເຮັດວຽກກັບລາຍການ ກະຈາຍສຽງພາກພາສາອິນໂດເນເຊຍ ດ້ວຍໜ້າທີ່ແປບົດຄວາມ, ແປຂ່າວ. ບັນດາບົດແປທີ່ສຳເລັດແລ້ວແມ່ນສົ່ງກັບຄືນສູ່ຮ່າໂນ້ຍ ເພື່ອອ່ານ ແລະ ອອກອາກາດ. ໃນເວລານັ້ນ, ເຮັດວຽກຢູ່ໃນສະພາບທີ່ຫຍຸ້ງຍາກແຕ່ທຸກຄົນຕ່າງກໍພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ. ເມື່ອໄດ້ຍິນວ່າ ສະຖານີເຄື່ອງສົ່ງ ເມ໋ຈີ ຖືກຖິ້ມລະເບີດ, ວຽກງານຢູ່ພະແນກກະຈາຍສຽງພາກພາສາຕ່າງປະເທດຍັງດຳເນີນໄປຢ່າງເປັນປົກກະຕິ, ບໍ່ຢຸດເຄື່ອນໄຫວ.”    

      ໂດຍບໍ່ຢ້ານກົວ, ບໍ່ທໍ້ຖອຍໃຈຕໍ່ໜ້າການຖິ້ມລະເບີດ ແລະ ລູກປືນຂອງສັດຕູ, ດ້ວຍຄວາມຕັດສິນໃຈຮັກສາສຽງຫວຽດນາມຜ່ານຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ ໃນທຸກວິທີທາງ, ນັ້ນແມ່ນຄວາມຕັດສິນໃຈ, ແມ່ນພາລະກຳອັນສູງສົ່ງ ແລະ ສັກກາລະບູຊາຂອງຄະນະການນຳ, ພະນັກງານ ນັກຂ່າວ, ໂຄສົກ, ນັກບັນນາທິການ. ນັກເຕັກນິກ, ນັກວິຊາການ, ນັກສິລະປິນ... ຂອງ ວິທະຍຸ ກະຈາຍສຽງຫວຽດນາມ. ນາງ ກຽວແອວງ, ໂຄສົກ ທັງເປັນນັກຂ່າວວິທະຍຸກະຈາຍສຽງຫວຽດນາມເລົ່າຄືນສູ່ຟັງວ່າ:

     “ຂ້າພະເຈົ້າໄດ້ເຂົ້າຮ່ວມໜ່ວຍໂຄສົກຂອງ ວິທະຍຸກະຈາຍສຽງຫວຽດນາມ ນັບແຕ່ປີ 1964. ໃນຊຸມວັນທີ່ເຮືອບິນ B-52 ຖິ້ມລະເບີດທຳລາຍຮ່າໂນ້ຍ, ຂ້າພະເຈົ້າ ພ້ອມກັບໂຄສົກ ຕວຽດມາຍ ແມ່ນຄູ່ໂຄສົກ. ບໍ່ວ່າຈະແມ່ນຕອນມີແດດຮ້ອນ ຫຼືຕອນເດິກດືນທ່ຽງຄືນ, ເມື່ອສຽງແກເຕືອນມີເຮືອບິນດັງຂຶ້ນ ພວກເຮົາກໍບໍ່ຍອມລົງຫຼົບໄພຢູ່ຂຸມໃຕ້ດິນ, ແຕ່ສືບຕໍ່ຖີບລົດໄປວິທະຍຸເພື່ອອັດລາຍການໃຫ້ທັນເວລາ.”

     ສ່ວນທ່ານ ດັ້ງຈູງຮ້ຽວ, ອະດີດພະນັກງານ ເຕັກນິກ ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ:

      “ເຖິງວ່າ ຍົນຮົບ B-52 ຂອງສັດຕູ ໄດ້ຖິ້ມລະເບີດໃສ່ ຮ່າໂນ້ຍ ແລະ ສະຖານີເຄື່ອງສົ່ງເມ້ຈີ່ ຖືກລະເບີດທຳລາຍ, ແຕ່ ໃນຕອນເຊົ້າຂອງມື້ຕໍ່ມາ, ປະຊາຊົນ ນະຄອນຫຼວງ ຍັງສາມາດຮັບຟັງວິທະຍຸດ້ວຍຂະໜາດຄື້ນ 297 ແມັດຕາມປົກກະຕິ. ນີ້ແມ່ນແຜນການທີ່ວິທະຍຸກະຈາຍສຽງຫວຽດນາມໄດ້ກະກຽມຢ່າງສຸດຄວາມສາມາດ ເພື່ອຮັບປະກັນວ່າ ສຽງ ຫວຽດນາມ ຈະບໍ່ຖືກຕັດຕອນ ໃນທຸກກໍລະນີ”           

      ໃນບົດຂຽນໃນປີ 2012 ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນໄຊຊະນະຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ, ກໍ່ແມ່ນວັນຄົບຮອບ 40 ປີແຫ່ງວັນເກີດເຫດຕິດຂັດຂອງ ວິທະຍຸກະຈາຍສຽງຫວຽດນາມ ເປັນເວລາ 9 ນາທີ, ນັກຂ່າວວີ້ງຈາ, ອະດີດຫົວໜ້າພະແນກເລຂາບັນນາທິການ, ແມ່ນໜຶ່ງໃນບັນດາຜູ້ເຫັນເຫດການປະຫວັດສາດພິເສດຂອງປະເທດຊາດ ແລະ ວິທະຍຸກະຈາຍສຽງຫວຽດນາມໄດ້ຂຽນວ່າ: ພາຍຫຼັງ 9 ນາທີເກີດເຫດຕິດຂັດ, ຄະນະບັນນາທິການໃຫຍ່ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບບັນດາຈົດໝາຍ,ໂທລະເລກຈາກສະໜາມຮົບພາກໃຕ້ ພ້ອມກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຫມູ່ເພື່ອນຈາກຫ້າທະວີບໄດ້ສົ່ງມາແບ່ງປັນແລະສັນລະເສີນ. ພິເສດ, ຜູ້ຟັງວິທະຍຸກະຈາຍສຽງຫວຽດນາມຢູ່ປະເທດ ຍີ່ປຸ່ນ ແຜ່ບໍລິຈາກເງິນໄດ້ 5 ລ້ານເຢນ ເພື່ອໜູນຊ່ວຍວິທະຍຸກະຈາຍສຽງຫວຽດນາມບູລະນະບັນດາສະຖານີເຄື່ອງສົ່ງຖືກທຳລາຍ. ສ່ວນໃນປຶ້ມບັນທຶກຄືນຫຼັງ, ທ່ານນາງ ຫງວຽນທິດິງ, ຮອງຜູ້ບັນຊາການບັນດາກຳລັງປະກອບອາວຸດປົດປ່ອຍພາກໃຕ້ ຫວຽດນາມ ໄດ້ຂຽນວ່າ: “ໃນຕອນເຊົ້າວັນທີ 19 ທັນວາ, ຂ້າພະເຈົ້າໄດ້ລາຍການຂອງວິທະຍຸກະຈາຍສຽງຫວຽດນາມ, ບັງເອີນເຫັນວ່າ ສຽງຂອງວິທະຍຸຖືກຢຸດລົງ. . ຂ້າພະເຈົ້າຮູ້ສຶກ ເປັນຫ່ວງຫຼາຍ... ແລະ ຄິດວ່າ ສັດຕູໄດ້ບຸກໂຈມຕີ ວິທະຍຸແລ້ວ. ບໍ່ຮູ້ວ່າ ຮ່າໂນ້ຍເປັນແນວໃດ? ພວກເຮົາສາມາດປົກປັກຮັກສານະຄອນຫຼວງຮ່າໂນ້ຍໄດ້ຫຼືບໍ່? ແຕ່ພາຍຫຼັງ 9 ນາທີ, ວິທະຍຸກະຈາຍສຽງຫວຽດນາມ ສືບຕໍ່ອອກອາກາດຕໍ່ ເຮັດໃຫ້ຂ້າພະເຈົ້າດີໃຈຫຼາຍ…”.

        ໃນວັນນີ້ ໂດຍຍັງຄົງມີຄວາມເອກອ້າງທະນົງໃຈ ແລະ ຕື້ນຕັນໃຈ, ນັກຂ່າວ ວີ້ງຈາ ຢືນຢັນວ່າ:

      “ຫວນຄືນກ່ວາ 50 ປີຄືນຫຼັງ, ພວກເຮົາຈຶ່ງສາມາດເຫັນໄດ້ວິໄສທັດຂອງການນຳວິທະຍຸກະຈາຍສຽງຫວຽດນາມ ພ້ອມກັບລັດຖະບານ, ກະຊວງປ້ອງກັນປະເທດໃນການກະກຽມຮັບມືກັບສະພາບສົງຄາມ. ນັກຂ່າວ ເຈີນເລີມ, ຫົວໜ້າບັນນາທິການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມໄດ້ກະກຽມແຜນການກຽມພ້ອມໃຫ້ວິທະຍຸກະຈາຍສຽງຫວຽດນາມ ໃນໄລຍະສົງຄາມ.”  

         ການຮັກສາສຽງຫວຽດນາມໃຫ້ກັງວານຕະຫຼອດການນັ້ນ ກໍແມ່ນການປະຕິບັດຕາມຄຳສັ່ງແນະນຳຂອງປະທານ ໂຮ່ຈີມິນ ໃຫ້ແກ່ວິທະຍຸກະຈາຍສຽງຫວຽດນາມນັບແຕ່ໄລຍະຕ້ານພວກລ່າເມືອງຂຶ້ນ ຝລັ່ງ ທີ່ວ່າ ວິທະຍຸກະຈາຍສຽງຫວຽດນາມຕ້ອງຮັກສາສຽງຂອງພັກ, ລັດ ແລະ ປະຊາຊົນໃຫ້ໄດ້ໃນທຸກສະພາບການ. ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງວິທະຍຸກະຈາຍສຽງຫວຽດນາມ ໃນຊຸມວັນປະຫວັດສາດເດືອນທັນວາ 1972 ໄດ້ປະກອບສ່ວນພ້ອມກັບກອງທັບ ແລະ ປະຊາຊົນໃນທົ່ວປະເທດ ໄດ້ທັບມ້າງການບຸກໂຈມຕີທາງອາກາດຍຸດທະສາດຂອງກອງທັບອາເມລິກາເມື່ອປີ 1972, ບັງຄັບໃຫ້ອາເມລິກາຕ້ອງຍອມລົງນາມໃນສັນຍາປາຣີ ໃນວັນທີ 27 ມັງກອນ 1973 ກ່ຽວກັບການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ