(vovworld)-ສຳລັບບັນດາມໍລະດົກວັດທະນະທຳບໍ່ມີຮູບຮ່າງ, ການອະນຸລັກຮັກສາໃນປະຊາຄົມແມ່ນສຳຄັນທີ່ສຸດເພື່ອໃຫ້ມໍລະດົກເສີມຂະຫາຍຄຸນຄ່າໃນຊີວິດສັງຄົມ. ໃນຊຸມປີມໍ່ໆມານີ້, ຢູ່ຫວຽດນາມ, ໄດ້ສ້າງໃຫ້ມີສະໂມສອນສິລະປະສະມັກຫຼີ້ນຈຳນວນໜຶ່ງ ຊື່ງໄດ້ເຕົ້າໂຮມຜູ້ນິຍົມຮ້ອງເພງພື້ນເມືອງ. ສະໂມສອນ “ກຸບບາເຕີມ“ ຢູ່ຕາແສງລາງເທື້ອງ, ເມືອງດົງດາ-ຮ່າໂນ້ຍ ແມ່ນໜຶ່ງໃນບັນດາສະໂມສອນເຫຼົ່ານັ້ນ.
(ພາບປະກອບ: chungta.vn)
ໃນເວລາເກືອບ 6 ປີມານີ້, ຮອດຕອນຄ່ຳຂອງແຕ່ລະມື້, ບັນດາສະມາຊິກໃນສະໂມສອນຮ້ອງເພງພຶ້ນເມືອງທີ່ມີຊື່ວ່າ “ກຸບບາເຕີມ“ ໄດ້ເຕົ້າໂຮມກັນເພື່ອສອນວິທີຂັບຮ້ອງບັນດາບົດເພງພຶ້ນເມືອງໃຫ້ແກ່ກັນ. ຈາກບັນດາສະໂມສອນນີ້, ຂະບວນການສິລະປະພື້ນເມືອງໄດ້ເຂົ້າສູ່ຊີວິດປະຈຳວັນ, ແຜ່ຂະຫຍາຍອອກສູ່ບັນດາເຂດຊຸມຊົນ, ກາຍເປັນການເຄື່ອນໄຫວສິລະປະມະຫາຊົນ ແລະ ການເຄື່ອນໄຫວນີ້ຍາມໃດກໍໄດ້ຮັບການສະໜັບສະໜູນຈາກ ປຊຊ ເປັນຈຳນວນຫຼາຍ, ໂດຍສະເພາະແມ່ນຜູ້ມີອາຍຸສູງ. ພໍ່ຕູ້ຫງວຽນວັນຕຸ່ງ ຢູ່ເຂດປູສະນີຍະສະຖານວິຫານເວື່ອນ-ເລກທີ 106 ຖະໜົນຟາວດ່າຍລາງໃຫ້ຮູ້ວ່າ:
“ ສະໂມສອນ ກຸບບາເຕີມ ໂດຍສອງຜົວເມຍທ່ານຫງວຽນດຶກເກ່ນ ແລະ ຫງວຽນທິຮົ່ງທຳ ຢູ່ຕາແສງລາງເທື້ອງ ສ້າງຕັ້ງຂຶ້ນ. ສະມາຊິກຂອງສະໂມສອນສ່ວນຫຼາຍແມ່ນບັນດາແມ່ຍິງໃນຕາແສງ. ນັບແຕ່ສະໂມສອນ ກຸບບາເຕິມ ໄດ້ຮັບການສ້າງຕັ້ງຂຶ້ນມາຮອດປະຈຸບັນ, ການເຄື່ອນໄຫວຂອງສະໂມສອນມີການພັດທະນາດີທີ່ສຸດ“.
ປ້າຫງວຽນທິຮົ່ງທຳ, ຫົວໜ້າສະໂມສອນແມ່ນຜູ້ນິຍົມຂັບເພງພື້ນເມືອງກວານຫໍ້. ໃນເບື້ອງຕົ້ນ, ລາວໄດ້ເຕົ້າໂຮມບັນດາຜູ້ມີຄວາມນິຍົມດຽວກັນມາແອບຂັບກວານຫໍ້ເພື່ອຮັບໃຊ້ໃນໂອກາດວັນບຸນຕ່າງໆໃນຕາແສງເທົ່ານັ້ນ ແຕ່ພາຍຫຼັງການສະແດງຄັ້ງຕ່າງໆໄດ້ຮັບຜົນດີ, ໄດ້ມີຫຼາຍຄົນເຂົ້າຮ່ວມ, ສະນັ້ນ, ສະໂມສອນຮ້ອງເພງພຶ້ນເມືອງ “ກຸບບາເຕີມ“ ໄດ້ຮັບການສ້າງຕັ້ງຂຶ້ນ, ຊື່ຂອງສະໂມສອນແມ່ນຕິດພັນກັບຮູບພາບກຸບບາເຕີມ ທີ່ໃຊ້ພ້ອມກັບການຂັບກວານຫໍ້. ປ້າຫງວຽນທິຮົ່ງທຳ ຫວນຄືນວ່າ:
“ຕອນທຳອິດ, ສະໂມສອນມີພຽງສະມາຊິກປະມານ 10 ກ່ວາຄົນ ນິຍົມສິລະປະພື້ນເມືອງຂອງເມືອງລາງເທື້ອງເທົ່ານັ້ນ. ມາຮອດປະຈຸບັນ, ໄດ້ມີຫຼາຍຄົນທີ່ມາຈາກຕາແສງ, ເມືອງອື່ນໆໃນນະຄອນຮ່າໂນ້ຍກໍ່ຂໍເຂົ້າຮ່ວມສະໂມສອນຕື່ມອີກ”
(ພາບ:danviet.vn)
ປະຈຸບັນ, ສະມາຊິກຂອງສະໂມສອນໄດ້ຂຶ້ນເຖິງເກືອບ 50 ຄົນແລ້ວ, ສ່ວນຫຼາຍແມ່ນພວກປ້າ, ພວກອາ, ໃນນັ້ນຜູ້ໜຸ່ມແມ່ນໃນເກັນອາຍຸແຕ່ 35-40 ປີ, ຜູ້ມີອາຍຸສູ່ງກ່ວາໝູ່ແມ່ນກ່ວາ 70 ປີ, ເຂົາເຈົ້າລ້ວນແຕ່ມີຄວາມນິຍົມກັບມໍລະດົກວັດທະນະທຳພື້ນເມືອງ. ບໍ່ພຽງແຕ່ເມົາມົວຂັບກວາຫໍ່ເທົ່ານັ້ນ, ບັນດາສະມາຊິກໃນສະໂມສອນຍັງແອບຟ້ອນ, ສະແດງຫຼາຍຮູບການສິລະປະພື້ນເມືອງອື່ນໆອີກຄື: ຂັບແຈ່ວ, ຂັບກ້າຍເລືອງ, ເຈົ່າວັນ, ຂັບເສີມ ແລະ ຂັບເພງພຶ້ນເມືອງໃໝ່…ປ້າຫງວຽນທິຮຽນ, ສະມາຊິກໃນສະໂມສອນນີ້ແບ່ງປັນວ່າ:
“ຂ້າພະເຈົ້າມັກມາສະໂມສອນຂັບກວາຫໍ້ນີ້ທີ່ສຸດ. ມື້ໃດຄາວຽກບໍ່ໄດ້ມາ, ຂ້າພະເຈົ້າຮູ້ສຶກງ່ວມເຫງົາຫຼາຍ ແລະ ມື້ຕໍ່ມາກໍ່ຂໍຝຶກແອບຄືນໃໝ່. ຂ້າພະເຈົ້ານິຍົມຂັບກວານຫໍ້ ແລະ ຂັບແຈ່ວທີ່ສຸດ“
ໃນກ່ວາ 6 ປີມານີ້, ສະໂມສອນສິລະປະຕາແສງລາງເທື້ອງ ໄດ້ເຂົ້າຮ່ວມງານບຸນຕ່າງໆ ແລະ ໄດ້ຮັບຫຼາຍລາງວັນໃນງານປະກວດສຽງເພງພື້ນເມືອງຄັ້ງຕ່າງໆຂອງນະຄອນຫຼວງຮ່າໂນ້ຍ. ເຂົາເຈົ້າຍັງໄປສະແດງຢູ່ຫຼາຍທ້ອງຖິ່ນ ແລະ ຢູ່ແຫ່ງໃດເຂົາເຈົ້າກໍ່ໄດ້ຮັບການສະໜັບສະໜູນ, ການຍ້ອງຍໍຊົມເຊີຍຈາກຜູ້ຊົມ. ດ້ວຍຄວາມສຸດຈິດສຸດໃຈ, ຄວາມຮັກທີ່ມີຕໍ່ມໍລະດົກວັດທະນະທຳຂອງຊາດ, ສະມາຊິກໃນສະໂມສອນ “ກຸບບາເຕີມ“ ຕ່າງກໍ່ປາດຖະໜາຢາກຮັກສາບັນດາບົດເພງພື້ນເມືອງ, ປະກອບສ່ວນເຮັດໃຫ້ພື້ນຖານສິລະປະມູນເຊື້ອຂອງຊາດຫວຽດນາມ ອຸດົມສົມບູນຂຶ້ນຕື່ມ./.