(vovworld) - ໃນຊຸມວັນຕົ້ນເດືອນ 5 ນີ້, ສຽງຂັບຮ້ອງທີ່ຍ້ອງຍໍສັນລະເສີນບ້ານເກີດເມືອງນອນ, ຍ້ອງຍໍປະເທດຊາດໄດ້ດັງກ້ອງກັງວານໄປທົ່ວເຂດທະເລທີ່ກວ້າງໃຫຍ່, ກໍ່ຄືໝູ່ເກາະເຈື່ອງຊາທີ່ແສນຮັກຂອງປະເທດຊາດ. ໃນການໄປປະຕິບັດງານຄັ້ງນີ້, ບັນດານັກຮ້ອງ, ນັກສະແດງໃນກອງ 3, ສັງກັດຄະນະສິລະປະກອນ ຮ່າໂນ້ຍ ໄດ້ນຳເອົາສຽງເພງຂອງຕົນ, ເຊິ່ງແມ່ນອາລົມຈິດຂອງຊາວນະຄອນຫຼວງມາໃຫ້ບັນດານັກຮົບໃນໝູ່ເກາະເຈື່ອງຊາ, ແຂວງແຄ໋ງຮ່ວາ.
ເມື່ອສຽງຂັບຮ້ອງຂອງນັກຮ້ອງ ທູຖູຍດັງຂື້ນ, ເວທີສະແດງໃນເກາະເຈື່ອງຊາໃຫຍ່ ຄືດັ່ງງຽບສະຫງັດລົງ. ສຽງຂັບຮ້ອງທີ່ອ່ອນຊ້ອນຂອງ ທູຖູຍ ປຽບເໝືອນຢາດນ້ຳເຢັນທີ່ເຮັດໃຫ້ຟ້າລົມຟອງໃຫຍ່ທ່າມກາງມະຫາສະໝຸດທີ່ກວ້າງໃຫຍ່ລະລາຍໄປ, ບາງເທື່ອປຽບເໝືອນສຽງເວົ້າຄ່ອຍໆຂອງແມ່, ຂອງເອື້ອຍ, ຫຼືຄຳຕັກເຕືອນຂອງຄົນຮັກ, ບາງເທື່ອກໍ່ແຂງກ້າຄືດັ່ງຄຳສາບານກ່ອນທີ່ຈະກ້າວເຂົ້າສູ່ບັ້ນຮົບ… 2 ຄ່ຳຄືນໃນກ່ຳປັ່ນອອກສູ່ໝູ່ເກາະເຈື່ອງຊາ, ທູຖູຍ ນອນບໍ່ຫຼັບ, ເຖິງວ່າກ່ອນນັ້ນນາງໄດ້ເຂົ້າເວັບໄຊຊອກຮູ້ກ່ຽວກັບເຈື່ອງຊາ, ນັກຮົບ ແລະ ບັນດາບົດເພງທີ່ຍ້ອງຍໍສັນລະເສີນບ້ານເກີດເມືອງນອນ, ຍ້ອງຍໍທະເລ, ແລະ ເວົ້າເຖິງແນວຄິດຈິດໃຈຂອງນັກຮົບໃນໝູ່ເກາະແລ້ວກໍ່ຕາມ.
”ນ້ອງຮູ້ສຶກດີໃຈ ແລະ ເອກອ້າງທະນົງໃຈຫຼາຍ, ເມື່ອໄດ້ໄປເຈື່ອງຊາ ແລະໄດ້ຮັບການຕ້ອນຮັບຢ່າງອົບອຸ່ນສຸດຈິດສຸດໃຈຈາກບັນດານັກຮົບ ແລະ ປະຊາຊົນຢູ່ທີ່ນີ້. ເຖິງວ່າຊີວີດຢູ່ເກາະຍັງປະສົບກັບຄວາມຫຍຸ້ງຍາກຫຼາຍທັງດ້ານວັດຖຸ ແລະ ຈິດໃຈກໍ່ຕາມ, ແຕ່ເຂົາເຈົ້າຍັງມີຊີວີດ ດ້ານສິລະປະອຸດົມສົມບຸນທີ່ສຸດ. ເມື່ອຂັບຮ້ອງຢູ່ໝູ່ເກາະນ້ອງຮູ້ສຶກຕື້ນຕັນໃຈ ແລະ ເອກອ້າງທະນົງໃຈຫຼາຍ ເພາະວ່າ, ນີ້ແມ່ນບ້ານເກີດເມືອງນອນ, ແມ່ນປະເທດຂອງຕົນ”.
ສຳຫຼັບນັກຮ້ອງ Thanh Minh ແລ້ວ, ນີ້ແມ່ນເທື່ອທຳອິດທີ່ອ້າຍໄດ້ໄປເຈື່ອງຊາ, ເຖິງວ່າໄດ້ຮັບຟັງ ແລະ ຊົມຫຼາຍກ່ຽວກັບເຈື່ອງຊາ ແລ້ວກໍ່ຕາມ, ແຕ່ເມື່ອມາຮອດແຫ່ງນີ້ຈຶ່ງເຫັນໄດ້ຄວາມເສຍສະຫຼະ, ຄວາມຫຍຸ້ງຍາກລຳບາກຂອງບັນດານັກຮົບຢູ່ທີ່ນີ້.
”ນ້ອງດີໃຈຫຼາຍ ເພາະວ່າ, ນີ້ແມ່ນເທື່ອທຳອິດທີ່ນ້ອງໄດ້ໄປໝູ່ເກົາະ ແລະ ໄດ້ພົບປະແລກປ່ຽນກັບນັກຮົບເຈື່ອງຊາ. ນ້ອງໄດ້ຂັບຮ້ອງດ້ວຍອາລົມຈິດທັງໝົດຂອງຕົນ, ແລະ ເຖິງວ່າຕ້ອງຜ່ານເສັ້ນທາງທີ່ຫ່າງໄກກໍ່ຕາມ ແຕ່ນ້ອງກໍ່ບໍ່ຮູ້ອິດບໍ່ຮູ້ເມື່ອເທື່ອ”.
ໃນການໄປສະແດງຢູ່ໝູ່ເກາະເຈື່ອງຊາ ຄັ້ງນີ້, ມີນັກຮ້ອງ Phuong Hoa, ຜູ້ທີ່ໄດ້ມາເຈື່ອງຊາ ຂັບຮ້ອງຮັບໃຊ້ນັກຮົບ ເຖິງ 5 ຄັ້ງແລ້ວ. ນັກຮ້ອງ Phuong Hoa ໃຫ້ຮູ້ວ່າ, ເທື່ອທຳອິດ ກ່ອນນີ້ 20 ປີ ລາວໄດ້ໄປສະແດງຢູ່ເກາະເຈື່ອງຊາ, ເວລານັ້ນຊີວີດຂອງພະນັກງານນັກຮົບຢູ່ທີ່ນີ້ຍັງປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແຕ່ພັດເຕັມໄປດ້ວຍອາລົມຈິດອັນສະໜິດສະໜົມ.
”ຂັບຮ້ອງຢູ່ເຈື່ອງຊາ ບາງເທື່ອບໍ່ມີເວທີສະແດງ, ບໍ່ມີວົງດົນຕີ, ບໍ່ມີໄມ, ພຽງແຕ່ມີພິນກີຕາ, ປະສານພ້ອມກັບສຽງເພງຂອງນັກຮົບເທົ່ານັ້ນ… ຂອງຂວັນທີ່ນັກຮົບມອບໃຫ້ນັກຮ້ອງບໍ່ແມ່ນດອກກຸຫຼາບ, ຫາກພຽງແຕ່ແມ່ນສຽງຕົບມື້ ຫຼືຫອຍທະເລທີ່ມີສີຫຼາກຫຼາຍເທົ່ານັ້ນ”
ພາຍຫຼັງສິ້ນສຸດການສະແດງ, ກໍ່ແມ່ນເວລາຕ້ອງລາຈາກບັນດານັກຮົບ ເພື່ອສືບຕໍ່ເດີນທາງໄປຍັງເກາະອື່ນໆໃນໝູ່ເກາະເຈື່ອງຊາ… ເມື່ອກາໂນຂົນສົ່ງກອງສິລະປະກອນໄປຮອດກ່ຳປັ່ນແລ້ວ, ພວກເຮົາຍັງຍີນສຽງຂັບຮ້ອງຂອງບັນດານັກຮົບໃນເກາະ. ສຽງຂັບຮ້ອງຄືດັ່ງຄຳໝັ້ນສັນຍາຂອງບັນດານັກຮົບຢູ່ເກາະທີ່ໝັ້ນໝາຍຈະຕັດສິນໃຈປົກປັກຮັກສາເກາະທະເລຂອງປະເທດຊາດໄວ້.