ຫຼັງເຫດການເຂື່ອນກັ້ນນ້ຳແຕກຢູ່ອັດຕະປື ແລະ ຄວາມວິຕົກວັງວົນກ່ຽວກັບສິ່ງແວດລ້ອມ, ໂລກລະບາດ

(VOVWORLD) - ໃນກ່ວາໜຶ່ງອາທິດຜ່ານມາ, ວຽກງານກູ້ໄພກູ້ຊີບປະຊາຊົນປະມານ 4.000 ຄົນທີ່ຖືກຜົນສະທ້ອນຍ້ອນເຫດເຂື່ອນກັ້ນນ້ຳ ເຊປຽນ ເຊນ້ຳນ້ອຍ ແຕກນັ້ນ ກໍ່ໄດ້ຍົກຍ້າຍໄປຢູ່ອາໄສຊົ່ວຄາວໃນໃຈກາງເມືອງ ສະໜາມໄຊ ແຂວງ ອັດຕະປື ແລະ ປະມານ 500 ຄົນໄປຢູ່ຊົ່ວຄາວທີ່ແຂວງ ຈຳປາສັກ.
ຫຼັງເຫດການເຂື່ອນກັ້ນນ້ຳແຕກຢູ່ອັດຕະປື ແລະ ຄວາມວິຕົກວັງວົນກ່ຽວກັບສິ່ງແວດລ້ອມ, ໂລກລະບາດ - ảnh 1 ທ່ານໝໍ ກວດພະຍາດໃຫ້ແກ່ປະຊາຊົນ

ເລື່ອງເຕົ້າໂຮມປະຊາຊົນເປັນຈຳນວນຫຼວງຫຼາຍຢູ່ສະຖານທີ່ດຽວ ພວມວາງອອກບັນດາສິ່ງທ້າທາຍສຳລັບອຳນາດການປົກຄອງ ແລະ ຂະແໜງການທີ່ມີໜ້າທີ່ຮັບຜິດຊອບຂອງລາວ, ພິເສດແມ່ນຄວາມສ່ຽງການແຜ່ລາມຂອງໂລກລະບາດ. ບົດສາລະຄະດີຂອງ ເວີນທຽງ, ນັກຂ່າວ VOV ປະຈຳ ສປປລາວ.

        ເມື່ອແລກປ່ຽນກັບພວກຂ້າພະເຈົ້າ, ພັນເອກ, ທ່ານໝໍ ວັນແພງ ດວງສາວະດີ, ຮອງຫົວໜ້າກົມເສນາຮັກ, ຫົວໜ້າກົມໃຫຍ່ພາລະທິການກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: ອຳນາດການປົກຄອງທຸກຂັ້ນຂອງລາວ ມີຄວາມຮັບຮູ້ຢ່າງຈະແຈ້ງເຖິງຄວາມສ່ຽງທີ່ຈະເກີດໂລກລະບາດພາຍຫຼັງເຫດນ້ຳຖ້ວມ. ດັ່ງນັ້ນ, ໃນຊຸມວັນຜ່ານມາ, ໄດ້ຈັດແບ່ງແພດ, ທ່ານໝໍໄປບັນດາສູນອົບພະຍົບ ເພື່ອປິ່ນປົວສຸຂະພາບໃຫ້ແກ່ປະຊາຊົນ; ຕິດຕັ້ງລະບົບນ້ຳສະອາດ; ຫ້ອງນ້ຳເຄື່ອນທີ່, ເພີ່ມທະວີວຽກງານອະນາໄມ ແລະ ສີດຢາຂ້າຍຸງ, ຂ້າເຊື້ອຢູ່ບັນດາສູນອົບພະຍົບຢູ່ບ່ອນຫຼີ້ໄພ. ເຖິງວ່າຍັງບໍ່ທັນພົບເຫັນເກີດມີບັນດາພະຍາດຕິດແປດຢູ່ບັນດາສະຖານທີ່ແຫ່ງນີ້ກໍ່ຕາມ, ແຕ່ບັນດາອົງການຮັບຜິດຊອບກໍ່ໄດ້ກະກຽມທຸກໆວິທີການໃນການຮັບມືແລ້ວ:

        ກໍ່ໃນຊຸມວັນນີ້, ພ້ອມກັບຄວາມມານະພະຍາຍາມກູ້ໄພກູ້ຊີບຂອງອຳນາດການປົກຄອງນັ້ນ, ຈຳນວນຜູ້ທີ່ມາຈາກບັນດາບ້ານຖືກນ້ຳຖ້ວມ ກໍ່ໄດ້ຍົກຍ້າຍໄປເຖິງໃຈກາງເມືອງນັບມື້ນັບຫຼາຍ. ຫ້ອງຮຽນໜຶ່ງກ້ວາງປະມານ 40 ຕາແມັດ, ແຕ່ຢູ່ລວມກັນເຖິງ 30 – 40 ຄົນ. ບັນດາຫ້ອງນ້ຳບໍ່ພຽງພໍ, ທຸກຄົນຕ້ອງລຽນແຖວລໍຖ້າໃຊ້ຫ້ອງນ້ຳ. ນ້ຳສະອາດກໍ່ໃຊ້ຢ່າງຈຳກັດ, ເຄື່ອງນຸ່ງຖືກຊຸ່ມໂໝກ, ຂີ້ເຫຍື້ອ, ສິ່ງເສດເຫຼືອໃນການດຳລົງຊີວິດເພີ່ມຂຶ້ນເປັນກອງ ແລະ ເລີ່ມມີກິ່ນເໝັນ.

        ເອື້ອຍ ຈຽນກີບ, ອາຍຸ 37 ປີ, ອາໄສຢູ່ບ້ານ ໃໝ່ ໃຫ້ຮູ້ວ່າ: ກໍ່ຄືກັນກັບຫຼາຍຄອບຄົວອື່ນໆ, ຍ້ອນຕ້ອງແຊ່ໂຕໃນນ້ຳທີ່ຖ້ວມເປັນເວລາຫຼາຍມື້, ຫິວໂຫຍ ແລະ ຕ້ອງກິນນ້ຳຝົນເພື່ອໃຫ້ມີຊີວິດ, ຮອດມື້ທີ 3 ຈຶ່ງມີກຳລັງກູ້ໄພກູ້ຊີບມາຊ່ວຍເຫຼືອ, ດັ່ງນັ້ນເອື້ອຍພ້ອມກັບຄອບຄົວໃຜໆກໍ່ອິດເມື່ອຍ. ເຖິງວ່າໄດ້ຮັບການປິ່ນປົວຂຸພາບຈາກບັນດາພະນັກງານການແພດ, ໄດ້ຮັບຢຸກຢາ ແຕ່ຍັງຖອກທ້ອງ, ສຸຂະພາບອ່ອນເພຍລົງ, ຄັນໝົດຕົນໂຕ.

        ທ່ານໝໍ ຫງວຽນແທັ່ງກົງ, ຮອງຜູ້ອຳນວຍການໂຮງໝໍ ມະຫາວິທະຍາໄລ ຮ່ວາງແອງຢາລາຍ ແລະ ກຸ່ມແພດໝໍຂອງຕົນໄດ້ມີໜ້າຢູ່ລາວພາຍຫຼັງເກີດເຫດເຂື່ອນກັ້ນນ້ຳແຕກ ພຽງໜຶ່ງວັນ ກໍ່ໄດ້ເຮັດວຽກແບບບໍ່ຮູ້ອິດບໍ່ຮູ້ເມື່ອຍເພື່ອກວດພະຍາດ, ແຈກຢາຍຢຸກຢາໃຫ້ແກ່ປະຊາຊົນນັບພັນຄົນຢູ່ໂຮງຮຽນແຫ່ງໜຶ່ງຢູ່ໃຈກາງເມືອງ ສະໜາມໄຊ ໂດຍເຂົ້າໃຈແຈ້ງເຖິງບັນດາສິ່ງທ້າທາຍທີ່ອົງການຮັບຜິດຊອບຂອງ ລາວ ໄດ້, ພວມ ແລະ ຈະຕ້ອງປະເຊີນໜ້າ. ທ່ານກ່າວວ່າ:

        “ພວກຂ້າພະເຈົ້າໄດ້ແລກປ່ຽນກັບອົງການການແພດລາວ ກໍ່ຄືແຂວງ ອັດຕະປື ວ່າ ພວກເຮົາຈະຕ້ອງປະເຊີນໜ້າກັບຄວາມສ່ຽງທີ່ຈະເກີດໂລກລະບາດແຜ່ລາມທີ່ຢູ່ບັນດາເຂດຢູ່ອາໄສຊົ່ວຄາວນີ້. ພິເສດແມ່ນພະຍາດທ້ອງຂີ້ຮາກ ແລະ Ecoli”

ຫຼັງເຫດການເຂື່ອນກັ້ນນ້ຳແຕກຢູ່ອັດຕະປື ແລະ ຄວາມວິຕົກວັງວົນກ່ຽວກັບສິ່ງແວດລ້ອມ, ໂລກລະບາດ - ảnh 2ທຸກໆຄົນໄດ້ຮັບການປິ່ນປົວພະຍາດ

        ມີນັກຊ່ຽວຊານການແພດຫຼາຍຄົນໄດ້ມີໜ້າຢູ່ທີ່ນີ້ກໍ່ຖືວ່າ, ຖ້າຫາກບໍ່ມີການກະທຳຢ່າງທັນການ, ໃນເງື່ອນໄຂສິ່ງແວດລ້ອມ, ແຫຼ່ງນ້ຳຖືກມົນລະພິດຍ້ອນຂີ້ຕົມ, ຊາກສົບຂອງສັດຕາຍ, ພູມຕ້ານທານຂອງປະຊາຊົນອ່ອນເພຍລົງ, ເມື່ອເກີດໂລກລະບາດນັ້ນແມ່ນຈະແຜ່ລາມຢ່າງງ່າຍດາຍ ແລະ ຈະເກີດໄພພິບັດດ້ານສິ່ງແວດລ້ອມຕື່ມອີກ. ດັ່ງນັ້ນ, ຕາມທ່ານໝໍ ຫງວຽນແທັ່ງກົງ ມາດຕະການຮີບດ່ວນໃນປະຈຸບັນນັ້ນແມ່ນ:

        “ມີວຽກງານ 3 ຢ່າງທີ່ພວກເຮົາຕ້ອງຜັນຂະຫຍາຍ. ທີໜຶ່ງແມ່ນຕ້ອງຫລຸດອັດຕາປະຊາຊົນຢູ່ອາໄສແບບຮ່ວມກັນຢ່າງວ່ອງໄວ, ຍົກຍ້າຍປະຊາຊົນໄປບັນດາສະຖານທີ່ມີເງື່ອນໄຂປິ່ນປົວສະຂຸພາບທີ່ດີກ່ວາ. ທີສອງແມ່ນດຳເນີນວຽກງານຂ້າເຊື້ອສິ່ງແວດລ້ອມບ່ອນທີ່ດຳລົງຊີວິດ. ທີສາມແມ່ນສະໜອງທັນຍາຫານຮັບປະກັນຫຼັກອະນາໄມ”

ພ້ອມກັບກຳລັງການແພດຢູ່ກັບທີ່ແລ້ວ, ໃນຊຸມວັນນີ້, ປະເທດລາວ ພວມໄດ້ຮັບການຊ່ວຍເຫຼືອຢ່າງຕັ້ງໜ້າກ່ຽວກັບດ້ານຊັບພະຍາກອນມະນຸດ, ຢຸກຢາຈາກບັນດາອົງການສາກົນ ແລະ ພາກພື້ນ, ໃນນັ້ນມີ ຫວຽດນາມ. ຫວັງວ່າ, ອຳນາດການປົກຄອງ ແລະ ບັນດາອົງການກ່ຽວຂ້ອງຂອງລາວ ຈະປະຕິບັດວຽກງານປິ່ນປົວສຸຂະພາບ, ສະກັດກັ້ນໂລກລະບາດໃຫ້ແກ່ປະຊາຊົນທີ່ອາໄສບັນດາສູນກູ້ໄພກູ້ຊີບຊົ່ວຄາວ, ກໍ່ຄືກ່ຽວກັບໄລຍະຍາວແມ່ນແກ້ໄຂສິ່ງແວດລ້ອມຢູ່ບ້ານແຫ່ງຕ່າງໆທີ່ຖືກຜົນສະທ້ອນຈາກນ້ຳຖ້ວມ ພາຍຫຼັງທີ່ປະຊາຊົນກັບຄືນເມືອ, ສະກັດກັ້ນໄພອັນຕະລາຍກ່ຽວກັບດ້ານການສາທາລະນະສຸກທີ່ອາດຈະເກີດຂຶ້ນໃຫ້ຢູ່ໃນລະດັບຕ່ຳສຸດ.

ຕອບກັບ

Lao VOV

ນັ້ນ​ຈະ​ແມ່ນຄວາມວິຕົກວັງວົນກ່ຽວກັບສິ່ງແວດລ້ອມ, ໂລກລະບາດ

ບຸນຖົມ ແກ້ວມະນີວົງ

ຄຳເຫັນຂອງທ່ານໝໍ ຫງວຽນແທັງກົງ
ແມ່ນຖືກຕ້ອງທີ່ສຸດ ແລະ ເປັນວຽກທີ່ ຈະຕ້ອງເອົາໃຈໃສ່ປະຕິບັດນັບແຕ່ເວລານີ້ເປັນຕົ້ນໄປ ກ່ອນທີ່ຄວາມສູນເສຍຄັ້ງທີສອງຈະເກີດຂື້ນອີກ.

ຂ່າວ/ບົດ​ອື່ນ