(vovworld)- ຊົນເຜົ່າລາວແມ່ນຊົນເຜົ່າກວມເອົາ 2/3 ຈຳນວນພົນລະເມືອງລາວທັງໝົດ 6,4 ລ້ານຄົນ. ເຖິງວ່າໄດ້ຮັບຜົນສະທ້ອນບໍ່ຫຼາຍກໍໜ້ອຍຈາກວັດທະນະທຳທັນສະໄໝກໍຕາມ, ແຕ່ຊົນເຜົ່ານີ້ ເກືອບຄືວ່າ ຍັງຄົງສາມາດຮັກສາຮີດຄອງປະເພນີໄວ້ໄດ້. ນີ້ແມ່ນເຫດຜົນຊຶ່ງທ້າວຜາດອນໄດ້ເລືອກເອົາເພື່ອຄົ້ນຄ້ວາປ້ອງກັນບົດນິພົນປະລີນຍາເອກຂອງຕົນກ່ຽວກັບວັດທະນະທຳພື້ນເມືອງຂອງຄອບຄົວຊາວລາວ. ບົດນິພົນຂອງຜາດອນຍັງລົງເລິກໄປອີກຂະນະທີ່ລາວໄດ້ສົມທຽບສາຍພົວພັນໃນຄອບຄົວຊາວຫວຽດນາມ ແລະ ລາວ. ຍ້ອນເຫດນີ້ເອງ, ບົດນິພົນຂອງອ້າຍຈຶ່ງໄດ້ 100 ຄະແນນ, ຊຶ່ງແມ່ນຈຳນວນຄະແນນທີ່ນັກຄົ້ນຄວ້າລາວບໍ່ເທົ່າໃດຄົນເມື່ອປ້ອງກັນບົດນິພົນປະລີນຍາເອກບັນລຸໄດ້.
ຜາດອນທີ່ພິທີປ້ອງກັນບົດນິພົນປະລີນຍາເອກ
|
ຜາດອນປີນີ້ມີອາຍຸ 34 ປີ, ສາມາດເວົ້າພາສາຫວຽດນາມໄດ້ຂອດດີ. ລາວແມ່ນຄົນບໍ່ຕຸ້ຍບໍ່ຈ່ອຍ, ຜິວຄ້ຳອົມເຫຼືອງ, ລາວນຸ່ງຊຸດສາກົນສີດຳ ຢືນສະເໜີໂດຍຫຍໍ້ບົດນິພົນປະລິນຍາເອກຕໍ່ໜ້າສະພາໃຫ້ຄະແນນ. ນີ້ແມ່ນການປ້ອງກັນບົດນິພົນປະລີນຍາເອກເທື່ອທີ 6 ຂອງຜາດອນ, ດັ່ງນັ້ນ ລາວຈຶ່ງມີຄວາມເຊື່ອໝັ້ນທີ່ສຸດ, ແຕ່ລະເນື້ອໃນ, ລາວສະແດງຢ່າງຈະແຈ້ງທີ່ສຸດ. ໂດຍໄດ້ດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກ ແລະ ສ້າງຄອບຄົວຢູ່ຫວຽດນາມເປັນເວລາກວ່າ 10 ປີມານີ້, ດັ່ງນັ້ນ ແຕ່ລະຄຳປະໂຫຍກ, ລາວເວົ້າຊັດເຈນທີ່ສຸດ. ໃນຮອບເວລາບໍ່ຮອດ 30 ນາທີ່, ຜາດອນສາມາດສະຫຼຸບຫຍໍ້ເນື້ອໃນຕົ້ນຕໍໃນບົດນິພົນທີ່ໜາ 220 ໜ້າດ້ວຍ 3 ພາກຄົ້ນຄ້ວາກ່ຽວກັບວັດທະນະທຳຄອບຄົວທີ່ເປັນມູນເຊື້ອຂອງຊາວລາວ. ສະພາໃຫ້ຄະແນນລວມມີ 8 ຄົນຊຶ່ງແມ່ນບັນດາສາດສະດາຈານ, ຮອງສາດສະດາຈານ, ປະລິນຍາເອກຂະແໜງວັດທະນະທຳວິທະຍາຂອງຫວຽດນາມພວມຕັ້ງໃຈຟັງບົດບັນລະຍາຍ. ທ່ານ ຫງວຽນຢີຖ້ຽວ ຮອງສາດສະດາຈານ, ປະລິນຍາເອກຂະແໜງວັດທະນະທຳວິທະຍາ, ສັງກັດຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ, ຜູ້ຕີລາຄາບົດນິພົນຄົນທີ 3 ສະແດງຄວາມພໍໃຈຕໍ່ບົດນິພົນຂອງ ຜາດອນ ອິນສະແຫວງ.
“ ນີ້ແມ່ນຫົວເລື່ອງວິທະຍາສາດທີ່ດູດດື່ມ, ມີຄວາມໝາຍທາງດ້ານວິທະຍາສາດຢ່າງເລິກເຊິ່ງ ແລະ ມີຄວາມໝາຍໃນຊີວິດຢ່າງແທ້ຈິງ. ດ້ວຍການສຳພັດຢ່າງເໝາະສົມ, ວິທີການຄົ້ນຄ້ວາທີ່ສອດຄ່ອງ, ທ່າທີເຮັດວຽກຢ່າງເຂັ້ມງວດ, ນັກຄົ້ນຄ້ວາ ຜາດອນ ອິນສະແຫວງໄດ້ເກັບກຳເອົາແຫຼ່ງເອກະສານທີ່ອຸດົມສົມບູນ ແລະ ໄດ້ສຸມຈິດສຸມໃຈເຮັດບົດນິພົນຊຶ່ງສາມາດຕອບສະໜອງຄວາມຮຽກຮ້ອງ ຕ້ອງການຢ່າງເຕັມສ່ວນດ້ວຍລະດັບການສຶກສາ ປະລິນຍາເອກຂະແໜງວັດທະນະທຳວິທະຍາ ”
ຜາດອນ ອິນສະແຫວງໄດ້ເລືອກເອົາການຄົ້ນຄ້ວາວັດທະນະທຳຄອບຄົວຢູ່ເມືອງໄຊ, ແຂວງອຸດົມໄຊ ທາງພາກເໜືອຂອງລາວໃນຮອບເວລາ 4 ປີ ຍ້ອນມີ 2 ເຫດຜົນ. ທີ 1 , ນີ້ແມ່ນບ້ານເກີດຂອງລາວ, ທີ 2 , ນີ້ແມ່ນແຫ່ງເຕົ້າໂຮມຫຼາຍຊົນເຜົ່າລາວດຳລົງຊີວິດດ້ວຍກັນ. ຫົວເລື່ອງຄົ້ນຄ້ວາຕ້ອງປະຕິບັດຢູ່ລາວ ແລະ ພັດແມ່ນແຂວງເຂດພູດອຍ, ດັ່ງນັ້ນເພື່ອເຮັດສຳເລັດບົດນິພົນປະລີນຍາເອກ, ຜາດອນ ອິນສະແຫວງຕ້ອງປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍ.
ຜ່ານການດຳລົງຊີວິດຢູ່ຫວຽດນາມເປັນໄລຍະຍາວ ແລະ ໄດ້ສ້າງຄອບຄົວກັບຄົນຫວຽດນາມ, ຜາດອນ ອິນສະແຫວງສະສົມໄດ້ຫຼາຍຄວາມຮູ້ກ່ຽວກັບວັດທະນະທຳຄອບຄົວຫວຽດນາມ, ຜ່ານນັ້ນ, ລາວໄດ້ມີການປຽບທຽບ ແລະ ໄດ້ຮັບການຕີລາຄາສູງທີ່ສຸດຈາກສະພາໃຫ້ຄະແນນ.
ໂດຍແມ່ນຜູ້ຊ່ວຍ ຜາດອນ ອິນສະແຫວງ ໃນວິວັດການເຮັດບົດນິພົນ, ທ່ານນາງ ຮອງສາດສະດາຈານ, ປະລິນຍາເອກ ຈິ້ງທິມິນດຶກ ຜູ້ແນະນຳວິທະຍາສາດໄດ້ຕີລາຄາສູງຕໍ່ຄວາມສຸມຈິດສຸມໃຈຂອງ ຜາດອນໃຫ້ແກ່ບົດນິພົນປະລິນຍາເອກ. ທ່ານນາງ ຮອງສາດສະດາຈານ, ປະລິນຍາເອກ ຈິ້ງທິມິນດຶກ ເວົ້າວ່າ :
“ ນັກຄົ້ນຄ້ວາສາມາດແກ້ໄຂເປົ້າໝາຍຄົ້ນຄ້ວາຂອງຫົວເລື່ອງເປັນຢ່າງດີ. ນັກຄົ້ນຄ້ວາໄດ້ດຳເນີນການສຳພາດຢ່າງເລິກເຊິ່ງເພື່ອເກັບກຳຂໍ້ມູນ. ຊ້ຳບໍໜຳເມື່ອ ສະພາໃຫ້ຄະແນນປະກອບຄຳເຫັນວ່າ ຄວນເກັບກຳບັນດາຄຳຜະຫຍາ, ຄຳສຸພະສິດກ່ຽວກັບການປະພຶດໃນຄອບຄົວນັ້ນ, ຜາດອນໄດ້ເກັບກຳ ແລະ ແປເປັນພາສາຫວຽດ. ໃນຈຳນວນນັກຄົ້ນຄ້ວາລາວ ທີ່ຂ້າພະເຈົ້າໄດ້ເຄີຍເຮັດວຽກນັ້ນ, ຂ້າພະເຈົ້າເຫັນວ່າ ຜາດອນມີຄວາມສະຫລາດສະຫຼຽວ ແລະ ມີຫົວຄິດປະດິດສ້າງ ”
ປະຈຸບັນ, ຜາດອນ ພວມປະກອບອາຊີບເປັນຜູ້ນຳທ່ຽວ ແລະ ພາຍຫຼັງປ້ອງກັນບົດນິພົນປະລິນຍາເອກ, ລາວໝັ້ນໝາຍຈະເປີດກ້ວາງການດຳເນີນທຸລະກິດທ່ອງທ່ຽວສາຍ ລາວ-ໄທ-ຫວຽດນາມ, ດ້ວຍລະດັບຄວາມຮູ້ຢ່າງໝັ້ນຄົງທາງດ້ານວັດທະນະທຳຫວຽດນາມ ແລະ ລາວນັ້ນ, ຫວັງວ່າ ແຜນການຂອງຜາດອນຈະປະສົບຜົນສຳເລັດ.