(vovworld) - ກ່ອນນີ້ 70 ປີ, ວັນທີ 19/12/ 1946, ໂດຍຕອບສະໜອງຄຳຮຽກຮ້ອງທົ່ວປະເທດທຳການຕໍ່ຕ້ານຂອງປະທານ ໂຮ່ຈີມິນ, ດ້ວຍຄວາມຕັດສິນໃຈ “ຍອມເສຍສະຫຼະເພື່ອປົກປັກຮັກສາປະເທດຊາດ” ປະຊາຊົນນະຄອນຫຼວງໄດ້ລຸກຂຶ້ນເພື່ອຕໍ່ສູ້ຕ້ານຝລັ່ງ. ບັນດາກອງປ້ອງກັນຕົວໄດ້ຢືດເອົາເຮືອນແຕ່ລະຫຼັງ, ຖະໜົນແຕ່ລະສາຍຈາກສັດຕູ, ປະກອບສ່ວນສຳຄັນເຂົ້າໃນໄຊຊະນະຂອງການຕໍ່ຕ້ານທົ່ວປະເທດ.
ພັນເອກ ຫງວຽນຈ້ອງຫ່າມ
ເຖິງວ່າປີນີ້ໄດ້ມີອາຍຸ 95 ປີແລ້ວກໍ່ຕາມ, ແຕ່ພັນເອກ ຫງວຽນຈ້ອງຫ່າມ, ອະດີດຮອງຫົວໜ້າເສນາທິການທະຫານເຂດນະຄອນຫຼວງ (ປະຈຸບັນແມ່ນກອງບັນຊາການນະຄອນຫຼວງ ຮ່າໂນ້ຍ) ຍັງຄົງສະຫຼາດຫຼັກແຫຼມຢູ່. ຄວາມຊົງຈຳກ່ຽວກັບ 60 ວັນ ແລະ ຄືນ (19/12/1946 – 17/2/1947) ທີ່ເຕັມໄປດ້ວຍຄວາມຟົດຟື້ນໃນບັນຍາກາດ “ຍອມເສຍສະຫຼະເພື່ອປົກປັກຮັກສາປະເທດຊາດ” ຂອງ ຮ່າໂນ້ຍ ໃນ 70 ປີກ່ອນຍັງຄົງຝັງເລິກໃນຈິດໃຈຂອງນັກຮົບນະຄອນຫຼວງຢູ່. ພັນເອກ ຫງວຽນຈ້ອງຫ່າມ ຈື່ຈຳວ່າ: ປີ 1946 ລ່າເມືອງຂຶ້ນ ຝລັ່ງ ປະຕິເສດສັນຍາເບື້ອງຕົ້ນໃນວັນທີ 6/3/1946; ສົນທິສັນຍາຊົ່ວຄາວວັນທີ 14/9/1946, ພາຍຫຼັງຍົກພົນເຂົ້າ ດ່ານັ້ງ, ໂດ່ເຊີນ ຢ່າງຜິດກົດໝາຍ, ຢືດຄອງ ຫາຍຝ່ອງ, ລ້າງເຊີນ, ພວກມັນໄດ້ດຳເນີນການເກາະຜິດຢູ່ຫຼາຍແຫ່ງໃນນະຄອນ ຮ່າໂນ້ຍ. ເພື່ອກະກຽມໃຫ້ແກ່ການຕໍ່ສູ້, ທະຫານ ແລະ ປະຊາຊົນ ຮ່າໂນ້ຍ ໂຕ້ຕອບດ້ວຍຄຳຂວັນທີ່ວ່າ “ຄວາມເປັນຕາຍເພື່ອນະຄອນຫຼວງ”. ຕອນເຊົ້າວັນທີ 19/12/1946, ການປະຊຸມຮັບຄຳສັ່ງຂອງຄະນະກຳມະການບໍລິຫານນະຄອນ ຮ່າໂນ້ຍ ສຳລັບພະນັກງານປ້ອງກັນຕົວໄດ້ກາຍເປັນພິທີສາບານຕົວ “ຍອມເສຍສະຫຼະເພື່ອປົກປັກຮັກສານະຄອນຫຼວງ”. ເພື່ອປົກປັກຮັກສາຜົນງານການປະຕິວັດ, ພັກ, ລັດຖະບານ ແລະ ປະທານ ໂຮ່ຈີມິນ ໄດ້ມີບັນດາແຜນນະໂຍບາຍຢ່າງເໝາະສົມເພື່ອຮັບມືກັບສັດຕູທັງພາຍໃນ ແລະ ພາຍນອກ, ພິເສດແມ່ນທະຫານ ຝລັ່ງ. ພັນເອກ ຫງວຽນຈ້ອງຫ່າມ ໃຫ້ຮູ້ວ່າ: “ຄຳຮຽກຮ້ອງຂອງປະທານ ໂຮ່ຈີມິນ ໃນຊຸມວັນທຳອິດຂອງການຕໍ່ຕ້ານແມ່ນມອບໜ້າທີ່ໃຫ້ທົ່ວປວງຊົນລຸກຂຶ້ນປົກປັກຮັກສາປະເທດຊາດ. ພວກຂ້າພະເຈົ້າໄດ້ກຽມພ້ອມເພື່ອຮັບມືກັບການເກາະຜິດຂອງສັດຕູ. ນັ້ນແມ່ນສິ່ງທີ່ເຮັດໃຫ້ພວກຂ້າພະເຈົ້າຮີບຮ້ອນທີ່ສຸດ. ຄຳຮຽກຮ້ອງຂອງປະທານ ໂຮ່ຈີມິນ ແມ່ນຕອບສະໜອງໄດ້ຄຳຮີບຮ້ອນດັ່ງກ່າວ ແລະ ສ້າງເປັນຈິດໃຈເດັດດຽວລຸກຂຶ້ນຕໍ່ສູ້ເພື່ອປົກປັກຮັກສາປະເທດຊາດ. ນີ້ແມ່ນພື້ນຖານເພື່ອໃຫ້ພວກເຮົາເປັນເຈົ້າການໃນການຕໍ່ສູ້ຕ້ານສັດຕູ ເພື່ອຍາດເອົາໄຊຊະນະ”.
ຮອດເວລາ 20 ໂມງ 03 ນາທີວັນທີ 19/12/1946, ໄຟຟ້າທົ່ວນະຄອນ ຮ່າໂນ້ຍ ຖືກມອດໄປໃນບາດດຽວ. ປືນໃຫຍ່ຈາກປ້ອມໝັ້ນ ລ໋າງ ຖືກຍິງເພື່ອເປັນສັນຍານບຸກໂຈມຕີ. ດ້ວຍຄວາມຕັດສິນໃຈ “ຍອມເສຍສະຫຼະເພື່ອປົກປັກຮັກສາປະເທດຊາດ”, ທະຫານ ແລະ ປະຊາຊົນນະຄອນຫຼວງໄດ້ຢືດເອົາເຮືອນແຕ່ລະຫຼັງ, ຖະໜົນແຕ່ລະສາຍຈາກສັດຕູ. ເອກອ້າງທະນົງໃຈທີ່ເປັນນັກຮົບປົກປັກຮັກສານະຄອນຫຼວງ, ພັນເອກ ຫງວຽນຈ້ອງຫ່າມ, ຫວນຄືນວ່າ: ເວລານັ້ນປະຊາຊົນຜູ້ໃດກໍ່ເປັນນັກຮົບ, ເຮືອນຫຼັງໃດກໍ່ເປັນປ້ອມໝັ້ນ, ຖະໜົນຄຸ້ມໃດກໍ່ເປັນແນວຮົບ.
(ພາບປະກອບ)
ການຕໍ່ສູ້ຢ່າງອົງອາດກ້າຫານຂອງທະຫານ ແລະ ປະຊາຊົນ ຮ່າໂນ້ຍ ໄດ້ດຶງດູດມະຫາຊົນນະຄອນຫຼວງເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ສ້າງເປັນທ່າຮົບປະຊາຊົນຢ່າງກວ້າງຂວາງ. ໃນກອງທະຫານຍອມເສຍສະຫຼະເພື່ອປົກປັກຮັກສານະຄອນໃນລະດູໜາວປີນັ້ນບໍ່ພຽງແຕ່ມີຜູ້ຊາຍລ້ຳສັນເຂົ້າຮ່ວມເທົ່ານັ້ນ, ຫາກຍັງມີບັນດາລູກສາວເຈົ້ານາຍຂອງນະຄອນອີກດ້ວຍ.
ພາຍຫຼັງ 10 ວັນແຫ່ງການຕໍ່ສູ້, ທະຫານ ແລະ ປະຊາຊົນນະຄອນ ຮ່າໂນ້ຍສາມາດຍາດໄດ້ສິດກວດກາຖະໜົນຫຼາຍສາຍ. ເພື່ອເປັນເອກະພາບໃນການຊີ້ນຳ, ນຳພາບັນດາກຳລັງປະກອບອາວຸດ, ວັນທີ 6/1/1947, ກອງພັນໃຫຍ່ລະຫວ່າງເຂດ I ໄດ້ຮັບການສ້າງຕັ້ງ. ຜ່ານ 57 ວັນ ແລະ ຄືນແຫ່ງການຕໍ່ສູ້ຢ່າງພິລະອາດຫານເພື່ອ “ກີດຂວາງສັດຕູ”, ວັນທີ 14/2/1947, ຄະນະພັກການທະຫານສູນກາງໄດ້ປະຊຸມດ່ວນ, ລາຍງານຕໍ່ປະທານ ໂຮ່ຈີມິນ ພ້ອມກັບຄະນະປະຈຳການສູນກາງ ເພື່ອອະນຸຍາດຖອນກອງພັນໃຫຍ່ນະຄອນຫຼວງອອກນອກ ພາຍຫຼັງທີ່ໄດ້ປະຕິບັດສຳເລັດໜ້າທີ່ເຊິ່ງໄດ້ຮັບມອບໝາຍ. ຮ່າໂນ້ຍ ສາມາດກີດຂວາງສັດຕູໄດ້ໃນໄລຍະສອງເດືອນ (19/12/1946-17/2/1947); ຜາບແພ້ກົນອຸບາຍຕີໄວ, ຊະນະໄວຂອງສັດຕູ; ສ້າງເງື່ອນໄຂໃຫ້ບັນດາອົງການສຳຄັນຂອງພັກ, ລັດໄດ້ຮັບການປ້ອງກັນແລະ ຖອນອອກສູ່ເຂດຖານທີ່ໝັ້ນທີ່ປອດໄພ; ຈາກນັ້ນຊີ້ນຳການຕໍ່ຕ້ານໃຫ້ໄປເຖິງໄຊຊະນະ. ສ້າງສັນຕິພາບຄືນໃໝ່ໃນປີ 1954.