(vovworld) -ນັບແຕ່ກ່ອນມານີ້, ຍາກທີ່ຈະນັບໄດ້ວ່າມີບົດປະພັນວັນນະຄະດີ ຈັກບົດ ທີ່ຂຽນກ່ຽວກັບຮ່າໂນ້ຍ. ໃນສະເພາະງານບຸນປື້ມຮ່າໂນ້ຍ ປີ 2014, ເຊິ່ງຈັດຂຶ້ນເມື່ອຕົ້ນເດືອນຕຸລາຜ່ານມາ, ປື້ມກ່ຽວກັບຮ່າໂນ້ຍ ໄດ້ມີນັບຮ້ອຍຫົວ, ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມຮັກຂອງນັກປະພັນ, ນັກກະວີຫຼາຍຄົນທີ່ມີຕໍ່ຮ່າໂນ້ຍ.
ຮ່າໂນ້ຍ ແມ່ນທ້ອງຖີ່ນທີ່ມີປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ ແລະ ກິດຈະກຳສະຖາປັດຕະຍະກຳຫຼາຍແຫ່ງ. ຮ່າໂນ້ຍ ແມ່ນສາງເທບນິຍາຍ, ເລື່ອງລາວທີ່ໄດ້ຝັງເລິກໃນດວງໃຈຂອງຊາວຫວຽດນາມແຕ່ລະຄົນ. ຮ່າໂນ້ຍ ແມ່ນແຫ່ງເຕົ້າໂຮມ ແລະ ແຜ່ຂະຫຍາຍ, ແມ່ນແຫຼ່ງສະອອນໃຈຢ່າງລົ້ນເຫຼືອຂອງນັກປະພັນ. ສຳລັບນັກກະວີ ຫວູກ່ວນເຟືອງ ແລ້ວ, ຍາມໃດຮ່າໂນ້ຍ ກໍ່ສ້າງຄວາມສະອອນໃຈຢ່າງແຮງເພື່ອໃຫ້ທ່ານແຕ່ງບົດກະວີທີ່ເຕັມໄປດ້ວຍນ້ຳໃຈອັນເລິກເຊິ່ງ. ບົດກະວີ “ສາຍໃຈຂອງເຮືອນ” ຂອງນັກກະວີ ຫວູກ່ວນເຟືອງ ທີ່ພິມໃນປື້ມ: “ຮ່າໂນ້ຍ, ບົດກະວີໃນ 10 ສະຕະວັດ”, ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຊາວຮ່າໂນ້ຍ. ທ່ານໃຫ້ຮູ້ວ່າ:
“ດ້ວຍຄວາມສະອອນໃຈຈາກເຮືອນຫຼັງທ້າຍສຸດຂອງນະຄອນ, ບ່ອນທີ່ຕິດກັບເຂດທົ່ງນາ, ທັງແມ່ນບ່ອນສົ່ງຊາວນະຄອນໄປອົບພະຍົບ ແລະຮັບເອົາເຄື່ອງອຸປະກອນຮັບໃຊ້ການຕໍ່ສູ້ທີ່ພວມດຳເນີນໃນນະຄອນ. ຂ້າພະເຈົ້າໄດ້ຖືເຮືອນຫຼັງນີ້ແມ່ນຕົວລະຄອນຕົ້ນຕໍໃນບົດກະວີຂອງຕົນ. ບົດກະວີມີລັກສະນະສະຖານະການໃນເວລານັ້ນ. ສ່ວນປະຈຸບັນ, ບົດກະວີໄດ້ກາຍເປັນອະນຸສອນກ່ຽວກັບຮ່າໂນ້ຍ.ໃນບົດກະວີຂອງຂ້າພະເຈົ້າ, ຍາມໃດກໍ່ມີເລື່ອງທີ່ກ່ຽວຂ້ອງເຖິງຮ່າໂນ້ຍ ”.
ຂົວເທຮຸກ
ຮ່າໂນ້ຍ ກໍ່ໄດ້ສ້າງຄວາມສະອອນໃຈສະເພາະໃຫ້ແກ່ຈິດຕະກອນ, ນັກປະພັນ ໂດເຟິ໋ນ. ທ່ານ ໂດເຟິ໋ນ ຖືວ່າ, ຕະຫຼອດຊີວິດຂອງລາວມີແຕ່ຂຽນບົດກ່ຽວກັບຮ່າໂນ້ຍ. ນັກວິຈານ ຫງວຽນຮ່ວາຍນາມ ໄດ້ເວົ້າກ່ຽວກັບບັນດາບົດປະພັນຂອງ ໂດເຟິ໋ນ ວ່າ:
“ບົດປະພັນໃດຂອງລາວກໍ່ເຕື້ອງເຖິງຮ່າໂນ້ຍ. ໂດເຟິ໋ນ ຂຽນກ່ຽວກັບຮ່າໂນ້ຍໃນເມື່ອກ່ອນ, ຮ່າໂນ້ຍໃນໄລຍະເກື້ອກູນທີ່ຕິດພັນກັບໄວໜຸ່ມນ້ອຍຂອງລາວ. ບົດກະວີຂອງ ໂດເຟິ໋ນ ແມ່ນຂຽນດ້ວຍຮູບພາບ, ຫາກບໍ່ແມ່ນຂຽນແບບເອກະສານ, ຍ້ອນເຫດນັ້ນມັນຈຶ່ງສ້າງຄວາມປະທັບໃຈຢ່າງແຮງໃຫ້ແກ່ຜູ້ອ່ານ”.
ໂດເຟິ໋ນ ຂຽນກ່ຽວກັບຮ່າໂນ້ຍ ຄ່ອງແຄ້ວທີ່ສຸດ, ເຖິງວ່າໃນບົດປະພັນຂອງທ່ານບໍ່ມີອັກສອນໃດເວົ້າເຖິງຮ່າໂນ້ຍ, ແຕ່ຜູ້ອ່ານຍັງຄົງຮັບຮູ້ໄດ້ຢ່າງຈະແຈ້ງເຖິງການເຄື່ອນໄຫວຂອງນະຄອນທີ່ມີປະຫວັດສາດນັບພັນປີນີ້. ນັກປະພັນ ໂດເຟິ໋ນແບ່ງປັນວ່າ:
“ໃນບົດປະພັນຂອງຕົນຍາມໃດກໍ່ມີຮ່າໂນ້ຍ. ຂ້າພະເຈົ້າໄດ້ກຳເນີດ, ເຕີບໃຫຍ່ ແລະ ດຳລົງຊີວິດຢູ່ດິນແດນແຫ່ງນີ້ມາເປັນເວລາ 60 ປີແລ້ວ. ທຸກສິ່ງທຸກຢ່າງທີ່ຂ້າພະເຈົ້າສັງເກດມາໄດ້, ລ້ວນແຕ່ຝັງເລິກໃນດວງໃຈຕະຫຼອດໄປ, ເມື່ອຢາກຂຽນອັນໃດຂ້າພະເຈົ້າກໍ່ສາມາດຂຽນໄດ້ໝົດ. ຄວາມຮູ້ສຶກຂອງຂ້າພະເຈົ້າແມ່ນການປ່ຽນແປງຂອງຮ່າໂນ້ຍ, ດ້ວຍບັນດາກິດຈະກຳທີ່ທັນສະໄໝ. ແຕ່ພ້ອມກັບການປ່ຽນແປງນັ້ນ, ຂ້າພະເຈົ້າຢາກຮັກສາວັດທະນະທຳຂອງນະຄອນແຫ່ງອະລິຍາທຳນັບພັນປີນີ້ໄວ້ .”
ໂຮງລະຄອນໃຫຍ່ ຮ່າໂນ້ຍ
ຮ່າໂນ້ຍ ຍັງແມ່ນອະນຸສອນທີ່ດີສຳລັບຜູ້ທີ່ຢູ່ໄກຈາກບ້ານເກີດເມືອງນອນ. ເລມິງຮ່າ, ຊາວຫວຽດນາມ ອາໄສຢູ່ເຢັຍລະມັນ, ກໍ່ໄດ້ຂຽນຫຼາຍບົດກ່ຽວກັບຮ່າໂນ້ຍໃນໄລຍະພັດທະນາຢ່າງມີຊີວິດຊີວາ. ທ່ານນາງ ເລມິງຮ່າ, ເລົ່າສູ່ຟັງວ່າ:
“ຂ້າພະເຈົ້າໄດ້ໄປຫຼາຍແຫ່ງ ແລະ ຂຽນໄດ້ຫຼາຍ, ແຕ່ສິ່ງທີ່ຂ້າພະເຈົ້າຢາກເວົ້າ, ຢາກຂຽນນັ້ນແມ່ນຮ່າໂນ້ຍ. ຮ່າໂນ້ຍ ທີ່ບໍ່ອຶກກະທຶກຄຶກໂຄມ ແລະ ໜາແໜ້ນຄືທຸກວັນນີ້, ດ້ວຍຄວາມຫວັງ, ຮ່າໂນ້ຍ ນັບມື້ນັບເປັນລະບຽບຮຽບຮ້ອຍ ເພື່ອໃຫ້ລຸ້ນປະຈຸບັນຈົດຈຳເອົາຕະຫຼອດໄປຄືດັ່ງພວກຂ້າພະເຈົ້າໄດ້ຈົດຈຳເອົາຮ່າໂນ້ຍ ໃນເມື່ອກ່ອນ”.
ມີບົດປະພັນ, ບົດກະວີ, ບົດນະວະນິຍາຍກ່ຽວກັບຮ່າໂນ້ຍ ຫຼາຍບົດ ໄດ້ສ້າງຄວາມສະເທືອນໃຈໃຫ້ແກ່ຜູ້ອ່ານ, ເຮັດໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ແລະ ຮັກແພງຮ່າໂນ້ຍ ໃນເມື່ອກ່ອນ ແລະ ໃນປະຈຸບັນກວ່າ. ນັ້ນແມ່ນຮ່າໂນ້ຍ ແຫ່ງອະລິຍະທຳ ແລະ ບູຮານໃນຊີວິດທີ່ທັນສະໄໝປະຈຸບັນນີ້.