(vovworld) - ເຖິງວ່າຈະໄປທຸກສາລະທິດ/ຈິດໃຈຍັງຄິດຮອດ ຮ່າໂນ້ຍ
ຮ່າໂນ້ຍຂອງເຮົາ/ນະຄອນຫຼວງທີ່ແສນຮັກ
ແຫ່ງສະໄໝສົງຄາມ/ແລະສັນຕິພາບ
ເນື້ອໃນບົດເພງ “ຄິດຮອດ ຮ່າໂນ້ຍ“ ຂອງນັກປະພັນດົນຕີ ຮ່ວາງຮຽບ ໄດ້ສະແດງໃຫ້ເຫັນນ້ຳໃຈຂອງຜູ້ທີ່ມີຄວາມຮັກຕໍ່ນະຄອນຫຼວງທຸກຄົນ. ເຖິງວ່າຈະແມ່ນຊາວ ຮ່າໂນ້ຍ, ຫຼືຄົນທີ່ມາຈາກທຸກສາລະທິດ ກໍ່ລ້ວນແຕ່ມີບັນດາອະນຸສອນກ່ຽວກັບນະຄອນຫຼວງແຫ່ງອະລິຍະທຳທີ່ມີມານັບພັນປີ. ເຊີນເພື່ອພ້ອມກັບນັກຂ່າວ ຫງວຽນອ໋ຽນ ແລະ ເຮືອງຈ່າ ໄປທ່ຽວ ຮ່າໂນ້ຍ ເພື່ອໂອ້ລົມກັບປະຊາຊົນຢູ່ທີ່ນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 62 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954-10/10/2016).
ຕາມຜັງເມືອງໃໝ່ປີ 2015, ປະຈຸບັນ ຮ່າໂນ້ຍມີ 29 ເມືອງ ແລະ ເທດສະບານ. ເມືອງ ໄຕໂຮ່ ກ່ອນນີ້ແມ່ນຊານນະຄອນ ຮ່າໂນ້ຍ, ປະຈຸບັນໄດ້ກາຍເປັນເມືອງໃຫຍ່ຂອງນະຄອນຫຼວງ. ໂດຍດຳລົງຊີວິດຢູ່ທີ່ນີ້ມາເປັນເວລາເກືອບ 70 ປີ, ປ້າ ຫງວຽນທິເຕິມ ໄດ້ເຫັນປະຈັກຕາການປ່ຽນແປງຕ່າງໆຢູ່ທີ່ນີ້, “ຂ້າພະເຈົ້າຍັງຈື່ວ່າ, ໃນຊຸມປີ 62-63, ເມື່ອຂ້າພະເຈົ້າຍັງນ້ອຍ. ທາງໂຮງຮຽນຈັດໃຫ້ໄປຢ້ຽມຢາມສວນສາທາລະນະ. ພວກຂ້າພະເຈົ້າຍ່າງໄປເຖິງຄັນຄູ ອຽນຟູ໋ ແລ້ວຂຶ້ນລົດໄຟຟ້າ. ເວລານັ້ນພົນລະເມືອງໜ້ອຍ, ຖະໜົນຫົນທາງເຖິງວ່າບໍ່ກວ້າງແຕ່ໄປມາຢ່າງສະດວກສະບາຍ. ປະຈຸບັນ, ຮ່າໂນ້ຍ ມີຄວາມສີວິໄລ ແລະ ທັນສະໄໝ, ຫົນທາງກໍ່ໄດ້ເປີດກວ້າງອອກ, ຕຶກອາຄານໄດ້ຮັບການກໍ່ສ້າງຫຼາຍຫຼັງ, ການດຳລົງຊີວິດກໍ່ມີຄວາມຟົດຟື້ນກວ່າ. ໜອງ ໂຮ່ໄຕ ໃນເມື່ອກ່ອນ, ພຽງແຕ່ແມ່ນໜອງບຶງທີ່ກວ້າງໃຫຍ່, ຫຍ້າປົ່ງອອກເຕັມໜອງ, ແຕ່ປະຈຸບັນໄດ້ຮັບການວາງແຜນຢ່າງສະອາດ, ສວຍງາມ.“
ໂດຍແມ່ນຊາວ ຮ່າໂນ້ຍ, ຄອບຄົວລຸງ ຕ້າດິ່ງຮ່ວານ ທັງສາມລຸ້ນຄົນໄດ້ດຳລົງຊີວິດຢູ່ຖະໜົນ ຮ່າມຕືກວານ, ເມືອງ ຮ່ວານກ໋ຽມ. ເຖິງວ່າມີເງື່ອນໄຂຍ້າຍໄປດຳລົງຊີວິດຢູ່ບ່ອນອື່ນທີ່ກວ້າງຂວາງກວ່າ, ແຕ່ແບບແຜນດຳລົງຊີວິດຢູ່ເຂດໃຈກາງນະຄອນຫຼວງໄດ້ພາໃຫ້ລຸງບໍ່ຢາກຍ້າຍໄປຢູ່ໄກ: “ເວລາເຮັດວຽກໃນຂະແໜງຄົມມະນາຄົມຂົນສົ່ງ, ຂ້າພະເຈົ້າມີໂອກາດໄປປະຕິບັດງານຢູ່ຫຼາຍແຫ່ງ, ແຕ່ເຫັນວ່າບໍ່ມີແຫ່ງໃດເທົ່າກັບນະຄອນຫຼວງ. ຮ່າໂນ້ຍ ມີຄອບຄົວ, ມີເພື່ອນມິດ ແລະ ສະພາບສັງຄົມຕິດພັນກັບຂ້າພະເຈົ້າ, ທັງໝົດລ້ວນແຕ່ຝັງເລິກໃນດວງໃຈຂ້າພະເຈົ້າ.“
ຮອງສາສະດາຈານ, ປອ, ຮ່ວາງແອງຕ໋ວນ, ປະຈຸບັນແມ່ນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ. ແຕ່ລະເທື່ອເມື່ອກັບເມືອ ຮ່າໂນ້ຍ, ທ່ານລ້ວນແຕ່ມີຄວາມຮູ້ສຶກສະໜິດສະໜົມ ແລະ ສະບາຍໃຈ. “ຂ້າພະເຈົ້າຍັງຈືຈຳວ່າ, ເມື່ອຫາກໍ່ຮັບດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ, ພາຍຫຼັງເກືອນໜຶ່ງປີຂ້າພະເຈົ້າຈຶ່ງໄດ້ກັບຄືນ ຮ່າໂນ້ຍ. ດີໃຈຫຼາຍເມື່ອໄດ້ພົບປະກັບຍາດຕິພີ່ນ້ອງ, ເພີ່ອນມິດ, ແລະ ພົບປະກັບເອື້ອຍຄູຫົວໜ້າຮັບຜິດຊອບຫ້ອງຮຽນໄລຍະຂ້າພະເຈົ້າຍັງເປັນນັກຮຽນມັດທະຍົມ. ຂ້າພະເຈົ້າໄປຕ່າງປະເທດຫຼາຍເທື່ອແລ້ວ, ແຕ່ເທື່ອໃດກັບເມືອ ຮ່າໂນ້ຍ, ຂ້າພະເຈົ້າກໍ່ມີຄວາມສະເທືອນໃຈຄືດັ່ງເທື່ອທຳອິດທີ່ອອກໄປໄກຈາກຄອບຄົວ“.
ບໍ່ພຽງແຕ່ເປັນໃຈກາງທ່ອງທ່ຽວຂອງນະຄອນຫຼວງ, ໜອງ ໂຮ່ເກືອມ ຍັງເປັນແຫ່ງດຶງດູດນັກທ່ອງທ່ຽວດ້ວຍບັນດາການບໍລິການບັນເທິງທີ່ເປັນເອກະລັກສະເພາະອີກດ້ວຍ. ໃນນັ້ນມີການບໍລິການແຕ້ມຮູບຄົນ. ນັກຈິດຕະກຳ ຫາຍດັງ, ມາຈາກເຂດບ້ານນາທີ່ທຸກຍາກ ບັກຢາງ, ຫາເງິນລ້ຽງຊີບດ້ວຍການແຕ້ມພາບຄົນຢູ່ອ້ອມໜອງ ໂຮ່ເກືອມ ເປັນເວລາ 7 ປີແບ່ງປັນວ່າ: “ຮ່າໂນ້ຍ ແມ່ນແຫ່ງພັດທະນາ, ແລະມີຄວາມຕ້ອງການດ້ານສິລະປະສູງກວ່າ, ດັ່ງນັ້ນຂ້າພະເຈົ້າຈຶ່ງເລືອກເຟັ້ນນະຄອນຫຼວງ ເພື່ອເປັນແຫ່ງດຳລົງຊີວິດ. ຮ່າໂນ້ຍ ໄດ້ອຳນວຍຄວາມສະດວກໃຫ້ນ້ອງພັດທະນາຄວາມສາມາດດ້ານວິຈິດສິນ ແລະ ເສດຖະກິດ, ຮັບປະກັນຄ່າໃຊ້ຈ່າຍ ໃຫ້ການດຳລົງຊີວິດຂອງຂ້າພະເຈົ້າ. ຢູ່ທີ່ນີ້ນ້ອງມີໂອກາດໄດ້ພົບປະກັບຫຼາຍຄົນ, ດັ່ງນັ້ນນ້ອງຮູ້ສຶກມ່ວນຫຼາຍ“.
ສຳລັບຄົນຈາກແຂວງຕ່າງໆມາຫາເງິນລ້ຽງຊີບຢູ່ ຮ່າໂນ້ຍ ນັ້ນ, ອາຊີບຊື້ຂາຍສິ່ງເສດເຫຼືອ, ແມ່ນການເລືອກເຟັ້ນຂອງຫຼາຍຄົນ, ເພາະວ່ານີ້ແມ່ນອາຊີບທີ່ເຂົາເຈົ້າສາມາດເຮັດພາຍຫຼັງລະດູການເກັບກ່ຽວ. ເອື້ອຍ ຫງວຽນທິເທມ, ບ້ານເກີດຢູ່ແຂວງ ຮ່ານາມ ມາ ຮ່າໂນ້ຍເຮັດອາຊີບຊື້ຂາຍສິ່ງເສດເຫຼືອມາເປັນເວລາ 10 ປີ ແລ້ວໃຫ້ຮູ້ວ່າ. “ແຕ່ລະມື້ຂ້າພະເຈົ້າຖີບລົດຜ່ານຖະໜົນສາຍຕ່າງໆຂອງ ຮ່າໂນ້ຍ ເພື່ອຊື້ສິ່ງເສດເຫຼືອ. ເຖິງວ່າວຽກງານຈະລຳບາກກໍ່ຕາມ, ແຕ່ມັນໄດ້ຊ່ວຍໃຫ້ຂ້າພະເຈົ້າມີລາຍຮັບສູງກວ່າເມື່ອທຽບໃສ່ອາຊີບກະສິກຳ. ແຕ່ລະເດືອນກໍ່ສາມາດຫາເງິນໄດ້ 3-4 ລ້ານດົ່ງ ເພື່ອສົ່ງເມືອບ້ານລ້ຽງລູກ 2 ຄົນ“.
ສ່ວນວົງການໄວໜຸ່ມກໍ່ມີທັດສະນະຕ່າງກັນກ່ຽວກັບນະຄອນຫຼວງ. ນາງ ມີ້ແຫ້ງ, ນັກສຶກສາ ມະຫາວິທະຍາໄລ ສັງຄົມມະນຸດສາດ ແລະ ນາງ ແທງມາຍ, ນັກສຶກສາມະຫາວິທະຍາໄລກົດໝາຍ ແບ່ງປັນວ່າ: “ຮ່າໂນ້ຍມີຫຼາຍກາລະໂອກາດ, ເປັນໄມ້ງັດເພື່ອເລີ່ມດຳເນີນອາຊີບ. ນ້ອງຮັກ ຮ່າໂນ້ຍ ຍ້ອນມີຫຼາຍແຫ່ງເພື່ອໄປທ່ຽວ, ມີອາຫານຫຼາຍເຍື່ອງເພື່ອກິນ, ຄຸນນະພາບແຫ່ງການດຳລົງຊີວິດກໍ່ດີກວ່າ. ພິເສດແມ່ນນ້ອງມີສິດເສລີ ແລະ ສາມາດສະແດງນິດໄສສ່ວນຕົວຂອງຕົນກວ່າ“.
“ຢູ່ ຮ່າໂນ້ຍ ມີອາຫານຫຼາຍເຍື່ອງ, ເຊິ່ງຢູ່ບ່ອນອື່ນພັດບໍ່ມີເຊັ່ນ: ເຂົ້າປຸ້ນເຕົາຮູ້, ສົ້ມແນມຈື່ນ, ນ້ຳຊາໝາກນາວ, ບັ່ນກ໋ວນ. ຢູ່ທີ່ນີ້ມີຄວາມຟົດຟື້ນ, ຂະຫຍັນຂັນເຄື່ອນກວ່າ. ນ້ອງຢູ່ເຂດພູດອຍບໍ່ມີເງື່ອນໄຂຫຼາຍຄືຢູ່ ຮ່າໂນ້ຍ. ນ້ອງຄິດວ່າຈະກໍ່ຮ່າງສ້າງໂຕຢູ່ ຮ່າໂນ້ຍ“.
ເຟືອງຖາວ, ນັກຮຽນຫ້ອງ 2 ມັດທະຍົມຕອນຕົ້ນ ດົ໋ງດາ, ຮ່າໂນ້ຍ ພວມແຕ້ມພາບ “ວັນບຸນຂອງນ້ອງ“. ໃນພາບ ຖາວ ແຕ້ມຮູບທັງຄອບຄົວໄປວັດເພື່ອຂໍຄວາມໂຊກດີໃນວັນຕົ້ນປີໃໝ່. “ສຳລັບຂ້າພະເຈົ້າແລ້ວ, ຮ່າໂນ້ຍ ໃນຍາມລະດູໜາວແມ່ນສວຍງາມທີ່ສຸດໃນປີ. ນ້ອງມັກສີສັນເກົ່າແກ່ໃນຍາມລະດູໜາວຢູ່ ຮ່າໂນ້ຍ, ນ້ອງມັກນອນໃນຜ້າຫົ່ມເມື່ອຍາມໜາວວຽນມາ. ນ້ອງຮັກ ຮ່າໂນ້ຍ ທີ່ສຸດ.“
ບໍ່ພຽງແຕ່ບັນດາຜູ້ທີມີຄວາມສະໜິດຕິດພັນກັບ ຮ່າໂນ້ຍນັບແຕ່ເວລາຍັງເປັນເດັກນ້ອຍເທົ່ານັ້ນ, ຫາກບັນດາຜູ້ທີ່ມີເວລາດຳລົງຊີວິດໄລຍະຍາວ ຢູ່ຕ່າງປະເທດຄືລຸງ ຫງວຽນແທງຕຸງ, ຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ ກໍ່ໄດ້ເລືອກນະຄອນຫຼວງເປັນບ່ອນທີ່ຕົນຈະກັບເມືອດຳລົງຊີວິດໃນຍາມສະລາ. “ຄອບຄົວຂ້າພະເຈົ້າມີຄວາມຮັກ ຮ່າໂນ້ຍ ທີ່ສຸດ, ດັ່ງນັ້ນຂ້າພະເຈົ້າຈຶ່ງຢາກກັບເມືອບ້ານ, ຍ້ອນຮີດຄອງປະເພນີຢູ່ທີ່ນີ້ຕ່າງກັບປະເທດເຮົາ. ດັ່ງນັ້ນຂ້າພະເຈົ້າຈຶ່ງຕັດສິນກັບເມືອດຳລົງຊີວິດຢູ່ບ້ານເກີດເມືອງນອນ. ຄວາມປະທັບໃຈກ່ຽວກັບ ຮ່າໂນ້ຍ ບາງເທື່ອພຽງແຕ່ແມ່ນກະແລັມຈ່າງຕ່ຽນ ຫຼືສຽງຈ່າວຂາຍເຕົາຮ້ວຍໃນຕອນທ່ຽງຍາມລະດູຮ້ອນ, ຍາວນາວໄດ້ກິນເຂົ້າປຸ້ນຫອຍສົດຮ້ອນ…ສຳລັບຂ້າພະເຈົ້າ, ຮ່າໂນ້ຍ ທຳມະດາສາມັນ, ແຕ່ພັດລືມຍາກທີ່ສຸດ…"
ໂດຍໄດ້ເຮັດວຽກ ແລະ ດຳລົງຊີວິດຢູ່ ຝລັ່ງເປັນເວລາເກືອບ 10 ປີ, ທ້າວ ບູ່ຍເຈິ່ນແທ່ງ ມີວຽກງານເປັນປົກກະຕິຢູ່ທະນາຄານທີ່ມີຊື່ສຽງ, ດ້ວຍເງິນເດືອນເກືອບ 4.000 USD/ເດືອນ. ເຖິງວ່າມີອະນາຄົດອັນສົດໄສຄືແນວນັ້ນ, ແຕ່ ບູ່ຍເຈິ່ນແທ່ງ ຍັງຕັດສິນກັບເມືອ ກໍ່ຮ່າງສ້າງໂຕຢູ່ ຮ່າໂນ້ຍ ຍ້ອນມີຄວາມຄິດຮອດຄິດເຖິງທີ່ບໍ່ສາມາດເອີ້ນເປັນຊື່ໄດ້. “ຍາມເຍົາໄວຂອງຂ້າພະເຈົ້າແມ່ນຕິດພັນກັບ ຮ່າໂນ້ຍ. ເມື່ອໄປຢູ່ຫ່າງໄກແລ້ວຈຶ່ງສາມາດເຫັນໄດ້ວ່າ ການດຳລົງຊີວິດຢູ່ ຮ່າໂນ້ຍ ມີຄວາມສັນຕິສຸກ ແລະ ຊັກຊ້າ. ຂ້າພະເຈົ້າຍັງຈື່ຈຳວ່າ, ຮອດເວລາ 6 ໂມງເຊົ້າ, ສຽງໂທລະໂຄ່ງໄດ້ດັງກ້ອງກັງວານໄປທົ່ວຖະໜົນ ບາດຊື໋, ບ່ອນທີ່ຂ້າພະເຈົ້າດຳລົງຊີວິດ, ເພື່ອປຸກລຸກທຸກຄົນຕື່ນນອນ. ຮອດວັນທ້າຍສັບປະດາ, ຂ້າພະເຈົ້າເຄີຍດື່ມກາເຟ, ອ່ານໜັງສືພິມ, ເບິ່ງຊົມບັນຍາກາດຕາມຖະໜົນ, ຫຼືພາແມ່ຍ່າງອ້ອມໜອງ ໂຮ່ເກືອມ, ຊ້ອນເພື່ອນຍິງໄປຕາມຖະໜົນ ຫງວຽນຢູ ເພື່ອດົມກິ່ນດອກຕີນເປັດເມື່ອຍາມລະດູໃບໄມ້ຫຼົ່ນວຽນມາ. ສິ່ງເລົ່ານັ້ນພັດບໍ່ມີຢູ່ຕ່າງປະເທດ “.
ເປັນອັນວ່າ, ຜູ້ໃດກໍ່ມີສາຍເຫດທີ່ແຕກຕ່າງກັນ ເພື່ອຢູ່ຄືນໃນດິນແດນແຫ່ງອະລິຍະທຳທີ່ມີມານັບພັນປີ. ແຕ່ທັງໝົດເຫຼົ່ານັ້ນລ້ວນແຕ່ມີຈຸດລວມທີ່ວ່າ, ຍ້ອນມີຄວາມຮັກຕໍ່ນະຄອນຫຼວງ, ຄວາມຮັກທີ່ເລີ່ມມາຈາກບັນດາສິ່ງລຽບງາຍທີ່ສຸດ.