(VOVWORLD) -ໃນຊຸມມື້ຍາມຕົ້ນລະດູບານໃໝ່, ພໍ່ແມ່ປະຊາຊົນເຂດ ໂຕງຟຸກ ໃນເມື່ອກ່ອນ, ປະຈຸບັນແມ່ນບັນດາຕາແສງ: ເລີບເລ, ຟຸກເລ, ຟາເລ ຂອງເມືອງ ຖຸຍງວຽນ (ຫາຍຟ່ອງ) ພັດໄດ້ເຂົ້າຮ່ວມງານບຸນ ຂັບດຸ໊ມ - ເຊິ່ງແມ່ນງານບຸນທີ່ເປັນມູນເຊື້ອເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງເຂດປາກແມ່ນ້ຳ, ແຄມທະເລ.
(ງານບຸນຂັບດຸ໊ມ ຍາມຕົ້ນລະດູບານໃໝ່ຢູ່ຫາຍຟ່ອງ) |
ສຳລັບພໍ່ແມ່ປະຊາຊົນແລ້ວ, ເຖິງວ່າໃນເຮືອນມີຕົ້ນໝາກແປ້ນ, ຕົ້ນດອກຄາຍແລ້ວກໍ່ຕາມ ແຕ່ຖ້າຫາກຍັງບໍ່ທັນໄດ້ຮັບຟັງຂັບດຸ໊ມ ນັ້ນ, ກໍ່ແມ່ນຍັງບໍ່ທັນເຫັນໄດ້ບັນຍາກາດຂອງລະດູບານໃໝ່ຈົນສຸດເທື່ອ.
ວັນທີ 2 ບຸນເຕັດ (ໄລ່ຕາມຈັນທະປະຕິທິນ) ໂຕງຟຸກ ເລີ່ມເບີດງານບຸນບ້ານ, ດ້ວຍການລະຫຼີ້ນຟົດຟື້ນຫຼາຍຢ່າງຄື: ການແຂ່ງຂັນດຶງເຊືອກ, ຊ່ວງເຮືອ… ແລະ ໜຶ່ງໃນຈຳນວນນັ້ນ, ແມ່ນການແຂ່ງຂັບດຸ໊ມ ອັນໄດ້ສ້າງຄວາມດູດດື່ມ ແລະ ໄດ້ຮັບການລໍຄອຍທີ່ສຸດ.
ຂັບດຸ໊ມ ໄດ້ຕິດພັນກັບການເບີກສາກງານບຸນຍາມຕົ້ນລະດູບານໃໝ່. ຕາມຮີດຄອງປະເພນີ້ໃນເມື່ອກ່ອນແລ້ວ, ແມ່ຍິງຢູ່ເຂດປາກແມ່ນ້ຳ, ແຄມທະເລຂຶ້ນກັບ ໂຕງຟຸກ ໄດ້ປົກຜ້າບັງໜ້າ, ເຫຼືອພຽງແຕ່ຕາ; ແຕ່ລະປີ ເຂົາເຈົ້າແກ້ຜ້າບັງໜ້າເທື່ອໜຶ່ງໃນງານບຸນຂັບດຸ໊ມ ເທົ່ານັ້ນ. ສະນັ້ນ, ບັນດາງານບຸນຂັບດຸ໊ມ ຍາມລະດູບານໃໝ່ນັບມື້ນັບມີຜູ້ເຂົ້າຮ່ວມເປັນຈຳນວນຫຼາຍ ແລະ ໄດ້ດຶງດູດຜູ້ບາວຫຼາຍຄົນໃນເຂດເຂົ້າຮ່ວມ. ແມ່ເຖົ້າ ດິງທິຮວາ, ຢູ່ບ້ານ ເດື່ອງງາງ, ຕາແສງ ເລີບເລ, ເມືອງ ຖຸຍງວຽນ, ໃຫ້ຮູ້ວ່າ, ເຖິງວ່າບັນດາແມ່ຍິງຢູ່ໃນເຂດ ໂຕງຟຸກ ບໍ່ບັງໜ້າໃນແຕ່ລະມື້ອີກແລ້ວກໍ່ຕາມ, ແຕ່ງານບຸນຂັບດຸ໊ມ ຍັງໄດ້ດຶງດູດຜູ້ເຂົ້າຮ່ວມໃນເຂດເປັນຈຳນວນຫຼາຍ.
“ປະຈຸບັນບໍ່ໃຊ້ຜ້າບັງໜ້າຄືໃນເມື່ອກ່ອນອີກແລ້ວ. ແຕ່ເອື້ອຍຂອງຂ້າພະເຈົ້າອາຍຸຫຼາຍກວ່າເຮົາ 5 ປີກໍ່ຍັງໃຊ້ຜ້າບັງໜ້າຢູ່. ກໍ່ຍ້ອນມີງານບຸນຂັບດຸ໊ມ ນີ້, ມີຫຼາຍຄົນໄດ້ເປັນຜົວເມຍ. ບັນດາທຳນອງເພງນີ້ ພວກເຮົາຍັງນຳໃຊ້ເພື່ອຂັບກອມລູກຫຼານອີກ.”
ສຳລັບ ຂັບດຸ໊ມ ນັ້ນ, ການແຕ່ງຕົວ, ຊຸດອາພອນແມ່ນບໍ່ຕ້ອງການເຮັດລະອຽດລະອໍ, ບໍ່ຕ້ອງການມີສຽງດົນຕີ. ບັນດາສຽງຂັບຮ້ອງນັ້ນຄືດັ່ງຄວາມໃນໃຈຂອງພວກບາວ, ສາວ. ແຕ່ຢູ່ໃນນັ້ນພັດມີສາງພູມປັນຍາ, ບົດຮຽນຂອງຜູ້ອອກແຮງງານ. ທ່ານ ດິງຍືຮັງ, ຫົວໜ້າສະໂມຊອນຂັບດຸ໊ມ, ຕາແສງ ເລີບເລ, ເມືອງ ຖຸຍງວຽນ, ຜູ້ຈືບົດເພງຂັບດຸ໊ມຮອດ 150 ບົດ, ໄດ້ແບ່ງປັນວ່າ, ເພື່ອເຂົ້າຮ່ວມການປະກວດຂັບດຸ໊ມ ຍາມຕົ້ນລະດູບານໃໝ່, ບັນດາສະມາຊິກບໍ່ພຽງແຕ່ຝຶກແອບເທົ່ານັ້ນ, ຫາກຍັງຕ້ອງເກັບກຳບົດຮຽນ, ຂັບກ້ຽວກັນຢ່າງສະຫຼາດຈຶ່ງຄວ້າໄດ້ລາງວັນ.
“ໃນເມື່ອກ່ອນ, ພວກຂ້າພະເຈົ້າພຽງແຕ່ເຕົ້າໂຮມກັນຂັບດຸ໊ມ ຢູ່ເຂດແມ່ນ້ຳ ຫຼື ຢູ່ບັນດາເຂດດິນເປົ່າຫວ່າງເທົ່ານັ້ນ. ມາຮອດປະຈຸບັນ, ພວກຂ້າພະເຈົ້າສະແດງບົນເວທີສະແດງ. ໃນການປະກວດຂັບດຸ໊ມ, ຂ້າພະເຈົ້າຂັບບົດນີ້ ຕ້ອງເບິ່ງວ່າ ຝ່າຍນັ້ນຂັບຕອບໄດ້ບໍ່, ຖ້າຂັບຕອບບໍ່ໄດ້ແມ່ນຈະເສຍເລີຍ. ສະນັ້ນ, ນັກສິລະປະການຂັບດຸ໊ມ ຕ້ອງຮູ້ບົດເພງຫຼາຍບົດ, ຮູ້ວິທີຂັບຫຼາຍແບບ. ສະນັ້ນ, ເວລາໃດວິໄສທັດ ຫຼື ແນວຄວາມຄິດຕ້ອງແມ່ນຮ່ຳຮຽນ, ຮຽນເພື່ອມີຄວາມສະຫຼາດສະຫຼຽວ, ໄປຂັບກ້ຽວກັນ.
ຂັບດຸ໊ມ ໄດ້ປະກົດຕົວຢູ່ຫຼາຍທ້ອງຖິ່ນເຂດທົ່ງພຽງພາກເໜືອ ຄື: ໂດ່ເຊີນ, ກ໊ຽນຖຸ້ຍ, ກ໊າດຫາຍ, ຖຸຍງວຽນ (ຫາຍຟ່ອງ), ກວາງອຽນ (ກວາງນິງ), ທ໊າຍບິ່ງ… ແຕ່ລະເຂດ, ຂັບດຸ໊ມ ໄດ້ມີລັກສະນະສະເພາະ. ເຖິງແນວນັ້ນກໍ່ຕາມ, ເຂດ ໂຕງຟຸກ ເມື່ອກ່ອນ, ປະຈຸບັນແມ່ນບັນດາເຂດແຄມທະເລໃນຕາແສງ ຟຸກເລ, ຟາເລ, ເລີບເລ (ເມືອງ ຖຸຍງວຽນ) ໄດ້ຮັບຖືວ່າ ແມ່ນອູ່ຂອງການຂັບດຸ໊ມ ຢູ່ເຂດແຄມທະເລທາງພາກເໜືອ. ພໍ່ແມ່ປະຊາຊົນໄດ້ເລົ່າສູ່ຟັງວ່າ, ປະຈຸບັນ ມີລູກຫຼານຫຼາຍຄົນຢູ່ເຂດນີ້ໄປເຮັດວຽກຢູ່ເຂດຫ່າງໄກ່, ອາໄສຢູ່ຕ່າງປະເທດ ບໍ່ມີໂອກາດກັບເມືອບ້ານຕ້ອນຮັບບຸນເຕັດ, ກໍ່ບອກສະມາຊິກໃນເຮືອນຖ່າຍວີດີໂອ, ອັດສຽງຂັບດຸ໊ມໄວ້ ເພື່ອສົ່ງໃຫ້ເຂົາເຈົ້າ, ຊ່ວຍຫຼຸດຜ່ອນຄວາມຄິດຮອດບ້ານເກີດເມືອງນອນ. ທ່ານ ຟຸ່ງວັນແມ້ງ, ຜູ້ອຳນວຍການສູນວັດທະນະທຳຖະແຫຼງຂ່າວ ເມືອງຖຸຍງວຽນ ຢືນຢັນວ່າ, ຂັບດຸ໊ມ ໄດ້ຊຶມເລິກເຂົ້າໃນຈິດໃຈຂອງປະຊາຊົນຢູ່ເຂດນີ້ແລ້ວ.
“ສຳລັບເຂດບ້ານເກີດເມືອງນອນ ຟຸກ - ຟາ - ເລີບ ແລ້ວ, ຂັບດຸ໊ມ ມີຄວາມດຶງດູດຄືດັ່ງຄວາມຊີ້ນເຄີຍໃນການດຳລົງຊີວິດ ແລະ ໃນສາຍເລືອດຂອງປະຊາຊົນໃນເຂດແລ້ວ. ແລະ ມີພຽງ ຂັບດຸ໊ມ ຈຶ່ງດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼາຍເທົ່ານັ້ນ. ຂັບດຸ໊ມ ອາດຈະແກ່ຍາວເປັນຫຼາຍມື້, ແຕ່ເຊົ້າຮອດຄຳ, ຂັບຫຼາຍທຳນອງ”.
ຜ່ານການເວລາ, ບັນດາທຳນອງເພງຂັບດຸ໊ມ ຍັງໄດ້ຮັກສາໄວ້ຢູ່ເມືອງ ຖຸຍງວຽນ, ຫາຍຟ່ອງ. ພະລັງຊີວິດຂອງຂັບດຸ໊ມ ແມ່ນຈິດວິນຍານ, ນ້ຳໃຈຂອງຜູ້ດຳລົງຊີວິດຢູ່ເຂດ ໂຕງຟຸກ ພັດຟົດຟື້ນຂຶ້ນໃນຊຸມມື້ຍາມຕົ້ນລະດູບານໃໝ່, ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາກ່ຽວກັບປີໃໝ່ທີ່ເຕັມໄປດ້ວຍຄວາມເບີກບ່ານມ່ວນຊື່ນ ແລະ ຄວາມຜາສຸກຂອງປະຊາຊົນທີ່ດຳລົງຊີວິດຢູ່ແຄມແມ່ນ້ຳ ແບກດັ່ງຢາງ ແຫ່ງເທບນິຍາຍ.