(vovworld) - ເລື່ອງ ກ່ຽວ ໄດ້ກ້າວເຂົ້າສູ່ຊີວິດການເປັນຢູ່ຂອງປະຊາຊົນດ້ວຍຫຼາຍຮູບການເຄື່ອນໄຫວວັດທະນະທຳພື້ນເມືອງເຊັ່ນ: ດູມໍ ກ່ຽວ, ຂັບແຈ່ວ ກ່ຽວ, ຂັບຕ່ວງ ກ່ຽວ… ບໍ່ພຽງແຕ່ປະກົດໃນເວທີສະແດງອາຊີບເທົ່ານັ້ນ, ເລື່ອງ ກ່ຽວ ຍັງກ້າວເຂົ້າສູ່ການດຳລົງຊີວິດຜ່ານການສະແດງຂັບແຈ່ວຢູ່ເຂດບ້ານນາອີກດ້ວຍ. ໃນຊຸມມື້ນີ້, ຊາວບ້ານ ຈວງ, ຕາແສງ ເຕິນຟອງ, ເມືອງ ນິງຢາງ, ແຂວງ ຫາຍເຢືອງ ໄດ້ຈັດລະຄອນແຈ່ວ “ຮ້ວານທື ຫຶງຫວງ“ ທີ່ຄັດຈາກເລື່ອງ ກ່ຽວ, ເພື່ອແນະນຳເຖິງໝູ່ປະຊາຊົນ, ຄືດັ່ງວິທີໜຶ່ງເພື່ອອາໄລຫານັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ, ໃນໂອກາດສເຫຼີມສະຫຼອງ 250 ປີ ແຫ່ງວັນຄ້າຍວັນເກີດຂອງທ່ານ (1766-1820).
ການຝຶກແອບຂັບແຈ່ວຢູ່ບ້ານໃນເຂດຊົນນະບົດ
(ພາບປະກອບ)
ໃນຫຼາຍເດືອນມານີ້, ຕອນບ່າຍມື້ໃດອ້າຍ ຫງວຽນບ໋າຫວ່າງ ກໍ່ພ້ອມກັບເອື້ອຍນ້ອງໃນບ້ານ ຈວງ, ຕາແສງ ເຕິນຟອງ, ເມືອງ ນິງຢາງ, ແຂວງ ຫາຍເຢືອງ ຝຶກແອບຢູ່ຕໍ່ໜ້າຫໍວັດທະນະທຳບ້ານ ເພື່ອກະກຽມໃຫ້ການສະແດງລະຄອນແຈ່ວ “ຮ້ວານທື ຫຶງຫວງ“. ອ້າຍ ຫງວຽນບ໋າຫວ່າງ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າແມ່ນຊາວກະສິກອນ, ເວລາເຂົ້າຮ່ວມຂະບວນການສະແດງສິລະປະສ່ວນຫຼາຍແມ່ນຕອນຄຳ່. ເວລາວ່າງວຽກ, ອ້າຍນ້ອງພວກຂ້າພະເຈົ້າກໍ່ພາກັນໄປຫໍວັດທະນະທຳເພື່ອຝຶກແອບ. ປະຈຸບັນ, ເລື່ອງ ກ່ຽວ ໄດ້ລົງເລິກໃນຊີວິດການເປັນຢູ່ຂອງປະຊາຊົນ, ທຸກຄົນຕ່າງກໍ່ມັກອ່ານ. ຂ້າພະເຈົ້າເປັນຜູ້ເສບດົນຕີ, ຕ້ອງເສບຄືແນວໃດໃຫ້ມ່ວນ, ສ່ວນຜູ້ຂັບແຈ່ວກໍ່ຕ້ອງສະແດງຄືແນວໃດເພື່ອໃຫ້ຜູ້ຊົມເຫັນໄດ້ນິດໄສພົ້ນເດັ່ນຂອງຕົວລະຄອນ“.
ເທບສຽງປະກອບ
“ຮ້ວານທື ຫຶງຫວງ“ ແມ່ນຕອນທີ່ເລິກແລບແຍບຄາຍທີ່ສຸດໃນເລື່ອງ ກ່ຽວ, ເຊິ່ງນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ ໄດ້ສະແດງຜ່ານສິລະປະໃຊ້ສັບຢ່າງຫຼັກແຫຼມແຍບຍົນ, ອັນໄດ້ເຮັດໃຫ້ນິດໄສຂອງນາງ ຖູ໋ຍກ່ຽວ (ຜູ້ທັງສວຍງາມ, ທັງເກັ່ງກ້າສາມາດ) ແລະ ຮ້ວານທື (ລູກສາວເຈົ້ານາຍ ຜູ້ມັກຫຶງຫວງ) ພົ້ນເດັ່ນຂຶ້ນ. ເອື້ອຍ ຫວູທິຮ່າ, ຜູ້ສວມເປັນຕົວລະຄອນ ຮ້ວານທື, ໃຫ້ຮູ້ວ່າ:
“ໃນເບື້ອງຕົ້ນຄິດວ່າເຮັດບໍ່ໄດ້, ແຕ່ພາຍຫຼັງໄດ້ຮັບການແນະນຳຈາກເອື້ອຍນ້ອງ, ພ້ອມກັບຄວາມມານະພະຍາຍາມຂອງຕົນ, ທັງຝຶກແອບຢູ່ຫໍວັດທະນະທຳ, ທັງຝຶກແອບຢູ່ເຮືອນ. ສຸດທ້າຍຂ້າພະເຈົ້າກໍ່ສວມເປັນຕົວລະຄອນນີ້ໄດ້“
ລະຄອນແຈ້ວ “ຮ້ວານທື ຫຶງຫວງ“ ມີ 7 ຕົວລະຄອນ, ຜູ້ສະແດງທັງ 7 ລ້ວນແຕ່ແມ່ນຜູ້ຍິງ. ເພາະວ່າຜູ້ຊາຍໃນບ້ານ ລ້ວນແຕ່ໄປເຮັດວຽກຢູ່ໄກ, ດັ່ງນັ້ນຜູ້ຍິງຕ້ອງສວມເປັນຕົວລະຄອນຊາຍ. ເອື້ອຍ ຫງວຽນທິເຕືອຍ, ອາຍຸ 49 ປີ, ສວມເປັນຜູ້ຮັບໃຊ້ໃນຄອບຄົວ ຮ້ວານທື, ໃຫ້ຮູ້ວ່າ:
“ເມື່ອຫາກໍ່ສວມເປັນຕົວລະຄອນນີ້, ຂ້າພະເຈົ້າບໍ່ຮູ້ວ່າຈະເຮັດແນວໃດເພື່ອໃຫ້ຜູ້ຊົມຫົວໄດ້, ພາຍຫຼັງໄດ້ຮັບການແນະນຳຈາກເພື່ອນໃນກອງຂັບແຈ່ງບ້ານອື່ນ, ຂ້າພະເຈົ້າກໍ່ສວມເປັນຕົວລະຄອນຕະຫຼົກໄດ້. ເມື່ອເຫັນຜູ້ຊົມຫົວ, ຂ້າພະເຈົ້າກໍ່ຮູ້ສຶກດີໃຈຫຼາຍ“.
ໂດຍແມ່ນຜູ້ທີ່ມີຄວາມນິຍົມກັບສິລະປະຂັບແຈ່ວ ນັບແຕ່ເວລາຍັງນ້ອຍ, ອ້າຍ ຫງວຽນຮູຍລາບ, ຢູ່ບ້ານ ຈວງ ເປັນຜູ້ທີ່ຫັນລະຄອນ “ຮ້ວານທື ຫຶງຫວງ“ ເປັນລະຄອນແຈ້ວ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າຕ້ອງອ່ານລະຄອນນັ້ນຫຼາຍເທື່ອເພື່ອເລືອກເອົາຕອນທີ່ເໝາະສົມກັບທຳນອງແຈ່ວ. ໃນລະຄອນແຈ່ວຕ້ອງມີຕົວຕະຫຼົກຈຶ່ງສາມາດເຊື່ອມຕໍ່ບັນດາຕົວລະຄອນເຂົ້ານຳກັນໄດ້“.
“ຮ້ວານທື ຫຶງຫວງ“ ແມ່ນລະຄອນແຈ່ວ ບົດທີ 3 ຂອງຊາວບ້ານ ຈວງ, ຖັດຈາກລະຄອນແຈ່ວ ເຈືອງວຽນ ແລະ ເຕິ໋ມກ໋າມ. ພາຍຫຼັງການຝຶກແອບມາເປັນເວລາຫຼາຍມື້, ຊາວບ້ານ ຈວງ ສາມາດສະແດງລະຄອນແຈ່ວນີ້ ໃນໂອກາດສະເຫຼີມສະຫຼອງ 250 ປີແຫ່ງວັນຄ້າຍວັນເກີດຂອງນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ ໄດ້. ເມື່ອເຫັນບັນດາຊາວກະສິກອນຝຶກແອບ ພວກເຮົາກໍ່ສາມາດຮູ້ສຶກພະລັງຊີວິດຂອງສິລະປະພື້ນເມືອງຂັບແຈ່ວຢູ່ເຂດບ້ານນາໄດ້.