(vovworld)- ໂດຍຕ່າງກັນກັບໂຮງຮຽນອື່ນຫລາຍແຫ່ງຢູ່ເຂດຕົວເມືອງ, ເຂດຈອດລົດຖີບຂອງນັກຮຽນໂຮງຮຽນມັດທະຍົມຕອນປາຍເລກ 4 ເມືອງ ວັນບ່ານ ແຂວງ ລາວກາຍ ບໍ່ມີລົດຖີບໄຟຟ້າ, ລົດຈັກໄຟຟ້າເທົ່ານັ້ນ ຫາກຈຳນວນລົດຖີບທີ່ສັບຊ້ອນເປັນແຖວໃນໂຮງຮຽນລ້ວນແຕ່ແມ່ນລົດຖີບທີ່ນັກຮຽນຢືມ. ບັນດາລົດຖີບໄປຢືມນີ້ ໄດ້ສະຫນິດຕິດພັນກັບນັກຮຽນຫລາຍລຸ້ນຄົນຂອງໂຮງຮຽນໃນຕະຫລອດ 6 ປີຜ່ານມາ, ໄດ້ຊ່ວຍໃຫ້ນັກຮຽນທຸກຍາກຫລາຍຄົນທີ່ປະລະການຮຽນ, ໄປຮຽນຊ້າ ຜ່ານຜ່າຄວາມຫຍຸ້ງຍາກເພື່ອໄປໂຮງຮຽນ.
ເສັ້ນທາງໄປເຖິງໂຮງຮຽນຂອງພວກນ້ອງນັກຮຽນຢູ່ວັນບ່ານ ແຂວງ ລາວກາຍແມ່ນຫຍຸ້ງຍາກທີ່ສຸດ
|
ໂດຍຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງເມືອງ, ໂຮງຮຽນມັດທະຍົມຕອນປາຍເລກ 4 ເມືອງວັນບານ ແຂວງລາວກາຍ ແມ່ນບ່ອນຮ່ຳຮຽນຂອງລູກຫລານພໍ່ແມ່ປະຊາຊົນຢູ່ 5 ຕາແສງ ທີ່ປະສົບກັບຄວາມຫຍຸ້ງຍາກເປັນ ພິເສດ ຄື: ແຄງຮ້າ, ແຄງຈູງ, ຈຽງແກນ, ນ້ຳທາ, ລຽມຟູ. ເຖິງຢ່າງໃດກໍຕາມ, ເສັ້ນທາງໄປຮຽນແມ່ນຫຍຸ້ງຍາກລຳບາກ, ຫ່າງໄກ ນັ້ນແມ່ນສິ່ງກີດຂວາງໃຫຍ່ສຳລັບພວກນ້ອງນັກຮຽນຢູ່ທີ່ນີ້. ຕອນເຊົ້າແຕ່ລະມື້ ເພື່ອໄປເຖິງໂຮງຮຽນ, ວິທີຫນຶ່ງດຽວຊື່ງນັກຮຽນແຕ່ລະຄົນຕ້ອງເຮັດນັ້ນແມ່ນ ຕ້ອງຕືນນອນແຕ່ເຊົ້າ ແລະ ຍ່າງໄປ. ເລື່ອງນັກຮຽນຂຶ້ນຫ້ອງຊ້າຫລືພັກຮຽນກໍ່ຍ້ອນວ່າ ເຮືອນຢູ່ໄກ, ເສັ້ນທາງໄປເຖິງໂຮງຮຽນແມ່ນຫຍຸ້ງຍາກເປັນສິ່ງທີ່ເກີດຂຶ້ນເປັນປະຈຳ. ນີ້ແມ່ນຄວາມເປັນຫ່ວງຂອງບັນດາຄູອາຈານໃນໂຮງຮຽນ ແລະ ກໍແມ່ນສາຍເຫດເພື່ອສ້າງ ໃຫ້ມີການກູ້ຢືມລົດຖີບ. ອ້າຍຄູ ລູກກາວເກື່ອງ, ຮອງຜູ້ອຳນວຍການໂຮງຮຽນໃຫ້ຮູ້ວ່າ:
“ໂຄງການນີ້ເພື່ອແນໃສ່ຂົນຂວາຍນັກຮຽນໄປໂຮງຮຽນໃຫ້ທັນເວລາ, ຈາກນັ້ນ ນັກຮຽນບໍ່ຕ້ອງຍ່າງໄປຮຽນທາງໄກອີກ ແລະ ມັກໄປຮຽນກວ່າ. ຜ່ານການຫນູນຊ່ວຍ, ຊ່ວຍເຫລືອຂອງໂຮງຮຽນ, ນັກຮຽນ ກໍມີສະຕິພ້ອມແລ້ວໄປຮຽນທັນເວລາ, ຄວາມຮັບຮູ້ໃນການຮຽນ ກໍດີກວ່າ.”
ສິ່ງພິເສດຂອງໂຄງການ ນັ້ນແມ່ນ ລົດຖີບບໍ່ໄດ້ມອບໃຫ້ຜູ້ໃດພຽງແຕ່ໃຫ້ກູ້ຢືມເທົ່ານັ້ນ. ຈຸດໝາຍຂອງໂຮງຮຽນທີ່ໄດ້ວາງອອກ ນັ້ນແມ່ນນັກຮຽນທຸກຄົນທີ່ຢູ່ໄກຈສກໂຮງຮຽນປະມານ 5 ກີໂລແມັດຂຶ້ນໄປ ແລະ ຍ່າງໄປຮຽນຈະໄດ້ຢືມລົດຖີບ. ຈຳນວນລົດຖີບດັ່ງກ່າວ ໂດຍໂຮງຮຽນລະດົມຈາກທຸກແຫລ່ງກຳລັງ ແລະ ຂົນຂວາຍບັນດາຜູ້ໃຈບຸນໃຈກຸສົນ ສ້າງຂຶ້ນ. ໃນວິວັດການນຳໃຊ້ ຖ້າລົດຖີບເປ່ເພ ໂຮງຮຽນຈະສ້ອມແປງໃຫ້. ເມື່ອຮອດໄລຍະທ້າຍປີ, ສິ້ນສຸດສົກຮຽນ ລົດຖີບຕ້ອງສົ່ງຄືນໃຫ້ໂຮງຮຽນຮັກສາເພື່ອສືບຕໍ່ນຳໃຊ້ໃນປີຫນ້າ.
ລົດຖີບທີ່ພວກນ້ອງນັກຮຽນໄດ້ຢືມຈາກໂຮງຮຽນ
|
ແນວຄວາມຄິດກ່ຽວກັບການໃຫ້ນັກຮຽນຢືມລົດຖີບໄດ້ປະກົດອອກເມື່ອປີ 2010. ເບື້ອງຕົ້ນ ດ້ວຍຈຳນວນເງິນຫນ້ອຍທີ່ຂົນຂວາຍມາໄດ້, ໂຮງຮຽນ ຊື້ລົດຖີບເກົ່າໄດ້ 4 ຄັນ, ພຽງແຕ່ບຸລິມະສິດໃຫ້ນັກຮຽນ 4 ຄົນທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແລະ ເຮືອນຢູ່ໄກຈາກໂຮງຮຽນກວ່າໝູ່. ໃນຕະຫລອດ 6 ປີຜ່ານມາ, ຈາກການຂາດເຂີນໃນເບື້ອງຕົ້ນ ມາຮອດປະຈຸບັນ ຈຳນວນລົດຖີບຂອງໂຮງຮຽນແມ່ນຂຶ້ນເຖິງ 125 ຄັນແລ້ວ, ໄດ້ຊ່ວຍໃຫ້ນັກຮຽນທຸກຍາກກວ່າ 400 ເທື່ອຄົນໄປໂຮງຮຽນ. ນ້ອງ ເວືອງວັນເຫືອງ, ນັກຮຽນ ມໍ 3 ໂຮງຮຽນມັດທະຍົມຕອນປາຍ ເລກ 4, ເມືອງວັນບານ, ແຂວງ ລາວກາຍ ແບ່ງປັນວ່າ:
“ກ່ອນນີ້ ພວກນ້ອງ ໄປຮຽນຫຍຸ້ງຍາກທີ່ສຸດ, ຕ້ອງຕື່ນນອນມາແຕ່ຮຸ່ງເຊົ້າ, ຖ້າຫາກຊຸມມື້ເກີດຝົນຕົກ, ອາກາດຫນາວຈັດ ນ້ອງເຄີຍຂຶ້ນຫ້ອງຊ້າເປັນປະຈຳ. ນັບແຕ່ເມື່ອມີລົດຖີບ ໃນຊຸມມື້ຫນາວຈັດ ພວກນ້ອງບໍ່ ຕ້ອງຕື່ນນອນມາແຕ່ຮຸ່ງເຊົ້າ, ໄລຍະທາງເຖິງໂຮງຮຽນມີລວງຍາວກ່ວາ 7 ກິໂລແມັດ ກໍຮູ້ສຶກວ່າແມ່ນສັ້ນລົງ, ແລະ ເສຍເວລາຫນ້ອຍກວ່າ. ນ້ອງເຫັນວ່າ ໂຄງການນີ້ແມ່ນມີຄວາມໝາຍແທດຈິງ.”
ຍ້ອນມີໂຄງການດັ່ງກ່າວ, ມາຮອດປະຈຸບັນ ຢູ່ ໂຮງຮຽນມັດທະຍົມຕອນປາຍເລກ 4, ເມືອງ ວັນບານ ບໍ່ມີນັກຮຽນຜູ້ໃດໄປຮຽນຊ້າ ຫລືປະລະການຮຽນຍ້ອນເຮືອນຢູ່ຫ່າງໄກ. ປະຈຳປີ ນັກຮຽນໄປໂຮງຮຽນເປັນປະຈຳກວມອັດຕາສ່ວນສູງກວ່າ. ອັດຕານັກຮຽນເກັ່ງ ຈາກ 20% ໃນສົກຮຽນ 2010 -2011, ມາຮອດປະຈຸບັນ ໄດ້ເພີ່ມຂຶ້ນກວ່າ 40%. ໃນຈຳນວນນັກຮຽນໄດ້ຢືມລົດຖີບນັ້ນ ມີຫລາຍຄົນຍາດໄດ້ລາງວັນຮຽນເກັ່ງຂັ້ນເມືອງ, ຂັ້ນແຂວງ. ອ້າຍຄູ ຫງວຽນມີງຕວນ, ຫົວຫນ້າອຳນວຍການໂຮງຮຽນໃຫ້ຮູ້ວ່າ:
“ຍ້ອນມີໂຄງການນີ້, ພວກຂ້າພະເຈົ້າຂົນຂວາຍໄດ້ນັກຮຽນ 7 ຄົນ ທີ່ຢູ່ຫ່າງໄກຈສກໂຮງຮຽນທີ່ເຄີຍ ປະລະການຮຽນ ແຕ່ປະຈຸບັນໄດ້ກັບຄືນໂຮງຮຽນແລ້ວ. ໂຄງການດັ່ງກ່າວໄດ້ຊ່ວຍໃຫ້ພວກນ້ອງຕິດພັນກັບໂຮງຮຽນ, ມີຄວາມຮັກແພງນຳກັນກວ່າ. ຄຽງຄູ່ກັນນັ້ນ ນັບແຕ່ເມື່ອມີໂຄງການ, ອັດຕາສ່ວນນັກຮຽນຮຽນຈົບ ມັດທະຍົມຕອນຕົ້ນຈົດທະບຽນເສັງເຂົ້າໂຮງຮຽນໄດ້ເພີ່ມຂຶ້ນ.”
ບັນດາລົດຖີບໃຫ້ຢືມນັ້ນ ໄດ້, ພວມ ແລະ ຈະແມ່ນຂອງຂວັນອັນລ້ຳຄ່າ, ຊ່ວຍໃຫ້ນັກຮຽນໄປໂຮງຮຽນ ຢ່າງສະດວກ, ພ້ອມທັງ ເປັນການຮັດແຫນ້ນອາລົມຈິດລະຫວ່າງຄູອາຈານ ແລະ ນັກຮຽນ, ຊ່ວຍໃຫ້ພວກນ້ອງນັກຮຽນທີ່ທຸກຍາກຢູ່ເມືອງ ວັນບ່ານ ແຂວງ ລາວກາຍມີກາລະໂອກາດໄດ້ໄປໂຮງຮຽນ.