ໝູ່ບ້ານສະຫງົບງຽບຢູ່ເຈື່ອງຊາ

(VOVWORLD) -ໃນແຕ່ລະມື້, ຜູ້ຊາຍຢູ່ບັນດາຄອບຄົວນັ້ນໄດ້ເຂົ້າຮ່ວມເປັນທະຫານລາດ, ສະມາຊິກຄະນະຊາວໜຸ່ມ, ພ້ອມກັບທະຫານຫຼວງເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງຢູ່ໃນເກາະ.ສ່ວນແມ່ຍິງກໍ່ປູກຝັງລ້ຽງສັດແລະເບິ່ງແຍງລູກຮ່ຳຮຽນ.
ໝູ່ບ້ານສະຫງົບງຽບຢູ່ເຈື່ອງຊາ - ảnh 1(ໂຮງຮຽນຢູ່ເກາະ ຊອງຕືໄຕ)

ໂດຍຕັ້ງຢູ່ຫ່າງຈາກດິນຕໍ່ແຜ່ນນັບຮ້ອຍໄມທະເລ, ຢູ່ເຂດດ່ານໜ້າຂອງປະເທດຊາດ, ມີໝູ່ບ້ານນ້ອຍໆແຕ່ສະຫງົບງຽບທີ່ສຸດ, ປະຊາຊົນດຳລົງຊີວິດຢູ່ທີ່ນີ້ບໍ່ຮອດ 10 ຄອບຄົວ, ແຕ່ວ່າມີໂຮງຮຽນ, ສຸກສາລາຮັບໃຊ້ຊຸມຊົນ, ພົນລະເມືອງທີ່ຢູ່ບ້ານນັ້ນພວມດຳລົງຊີວິດຢູ່ເຂດເກາະທີ່ຫ່າງໄກ ແລະ ຢູ່ໃນດວງໃຈຂອງເຂົາເຈົ້າແຕ່ລະຄົນແມ່ນນ້ຳໃຈຄວາມຮັກໝູ່ເກາະ, ທະເລ, ບ້ານເກີດເມືອງນອນ, ປະເທດຊາດ. ຂໍເຊີນບັນດາທ່ານ ແລະ ໝູ່ເພື່ອນມາຢ້ຽມຢາມເຂດບ້ານດັ່ງກ່າວຢູູ່ຕາແສງເກາະຊອງຕືໄຕ, ຂຶ້ນກັບໝູ່ເກາະເຈື່ອງຊາ.

ໃນທ່າມກາງທະເລທີ່ກວ້າງໃຫຍ່ໄພສານ, ຢູ່ມູມໜຶ່ງຂອງເກາະຊອງຕືໄຕ, ມີບ້ານນ້ອຍໆແຫ່ງໜຶ່ງ, ມີຄວາມສະຫງົບງຽບທີ່ສຸດ, ມີປະຊາຊົນດຳລົງຊີວິດຢູ່ພຽງແຕ່ 7 ຄອບຄົວເທົ່ານັ້ນ. ເຂົາເຈົ້າແມ່ນບັນດາຄູ່ຜົວເມຍໜຸ່ມ, ພ້ອມກັບລູກນ້ອຍ 2 ຄົນ, ດຳລົງຊີວິດຢູ່ເຮືອນທີ່ໄດ້ຮັບການກໍ່ສ້າງຕິດຕໍ່ກັນ “ບໍ່ມີຄວາມແຕກຕ່າງກັນຫຼາຍ”. ສິ່ງທີ່ແຕກຕ່າງກັນມີແຕ່ເຄື່ອງໃຊ້ຢູ່ໃນເຮືອນ, ຜັກທີ່ໄດ້ປູກ, ຫຼືຈຳນວນສັດທີ່ໄດ້ລ້ຽງຢູ່ໃນຄອກເທົ່ານັ້ນ.ຜ່ານການໂອ້ລົມສົນທະນານຳ, ພວກຂ້າພະເຈົ້າໄດ້ຮູ້ວ່າ, ເງື່ອນໄຂເສດຖະກິດຂອງແຕ່ລະຄອບຄົວຢູ່ທີ່ນີ້ກໍ່ຄ້າຍຄືກັນ.

ໃນແຕ່ລະມື້, ຜູ້ຊາຍຢູ່ບັນດາຄອບຄົວນັ້ນໄດ້ເຂົ້າຮ່ວມເປັນທະຫານລາດ, ສະມາຊິກຄະນະຊາວໜຸ່ມ, ພ້ອມກັບທະຫານຫຼວງເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງຢູ່ໃນເກາະ.ສ່ວນແມ່ຍິງກໍ່ປູກຝັງລ້ຽງສັດແລະເບິ່ງແຍງລູກຮ່ຳຮຽນ. ເມື່ອແບ່ງປັນກ່ຽວກັບການດຳລົງຊີວິດຢູ່ທີ່ນີ້, ເອື້ອຍເລທູຈາງ, ເຊິ່ງແມ່ນຄອບຄົວໜຶ່ງທີ່ດຳລົງຊີວິດຢູ່ເກາະແຫ່ງນີ້ໃຫ້ຮູ້ວ່າ:

“ຄອບຄົວຂ້າພະເຈົ້າລວມທັງໝົດ 4 ຄົນ, ມີລູກນ້ອຍ 2 ຄົນ, ຊາຍ 1 ຄົນ, ຍິງ 1 ຄົນ. ມາຮອດປະຈຸບັນ, ພວກຂ້າພະເຈົ້າດຳລົງຊີວິດຢູ່ເຂດເກາະນີ້ເປັນເວລາ 3 ປີແລ້ວ. ຂ້າພະເຈົ້າເຫັນວ່າຊີວິດຢູ່ເຂດເກາະແມ່ນສະຫງົບງຽບ ແລະມີຄວາມຜາສຸກທີ່ສຸດ”.

ບັນດາຄອບຄົວຢູ່ທີ່ນີ້ຍັງໄດ້ຮັບການສ້າງເງື່ອນໄຂທຸກໆດ້ານຈາກອຳນາດການປົກຄອງ, ພະນັກງານ, ນັກຮົບອີກດ້ວຍ. ເອື້ອຍລຶວທິເກິມຮັ່ງ, ແບ່ງປັນວ່າ:

“ສຳລັບປະຊາຊົນທີ່ດຳລົງຊີວິດຢູ່ເກາະຊອງຕືໄຕ, ນ້ຳໃຈລະຫວ່າງທະຫານແລະປະຊາຊົນຢູ່ເກາະແຫ່ງນີ້ແມ່ນສາມັກຄີກັນທີ່ສຸດ, ເອົາໃຈໃສ່, ແບ່ງປັນຄວາມຫຍຸ້ງຍາກ, ຊ່ວຍເຫຼືອເຊິ່ງກັນແລະກັນ. ພວກຂ້າພະເຂົ້າຍັງແບ່ງປັນເຂົ້າໜົມ, ຂອງຂວັນກັບບັນດານັກຮົບ, ກົງກັນຂ້າມ ນັກຮົບກໍ່ເຄີຍນຳເອົາຜັກຊະນິດຕ່າງໆມາແບ່ງປັນໃຫ້ພວກຂ້າພະເຈົ້າ. ທຸກຄົນລ້ວນແຕ່ມີຄວາມເບີກບານມ່ວນຊື່ນ”.

ສ່ວນພວກເດັກນ້ອຍທີ່ຢູ່ນຳພໍ່ແມ່ໃນເກາະນັ້ນ, ຄວາມຮັກຕໍ່ອ້າຍທະຫານ, ເຂດທະເລແຫ່ງບ້ານເກີດເມືອງນອນ ກໍ່ຖືກຫຼໍ່ຫຼອມມາແຕ່ຫົວທີ່.

“ລູກຮັກບັນດາອ້າຍທະຫານຍ້ອນອ້າຍທະຫານໄດ້ສອນແຕ່ຄວາມດີໃຫ້ພວກລູກ, ແນະນຳການລະຫຼີ້ນຕ່າງໆໃຫ້ພວກລູກ. ບັນດາອ້າຍທະຫານ ໄດ້ຈັບປືນຢືນຍາມໃນແຕ່ລະວັນເພື່ອໃຫ້ພວກລູກໄດ້ຮ່ຳຮຽນ”.

ນັ້ນແມ່ນຄຳແບ່ງປັນຂອງນາງເຊີ່ມທິຈຸກລີ, ພວມຮຽນຢູ່ໂຮງຮຽນປະຖົມຊອງຕືໄຕ. ນີ້ແມ່ນໂຮງຮຽນພິເສດທີ່ສຸດ, ມີຫ້ອງຮຽນແຕ່ຫ້ອງດຽວ ທີ່ສະຫງວນໃຫ້ເດັກໝົດທຸກຄົນທີ່ຢູ່ນຳພໍ່ແມ່ໃນເກາະທີ່ຫ່າງໄກ; ນັບແຕ່ຂັ້ນອະນຸບານຮອດຫ້ອງປໍ 4 - ປໍ 5. ເລື່ອງສິດສອນໃນຫ້ອງຮຽນທີ່ມີນັກຮຽນໃນເກນອາຍຸແຕກຕ່າງກັນຄືແນວນັ້ນຢູ່ເຂດເກາະຫ່າງໄກ ແນ່ນອນວ່າບໍ່ແມ່ນເລື່ອງງ່າຍ. ອ້າຍຄູຫງວຽນຮິວຝູ, ໃຫ້ຮູ້ວ່າ:

“ຂ້າພະເຈົ້າມີຄວາມປິຕິຊົມຊື່ນແລະ ເອກອ້າງທະນົງໃຈທີ່ສຸດຍ້ອນໄດ້ສິດສອນຢູ່ເຂດຫົວຄື້ນຍອດລົມ, ເຂດດ່ານໜ້າຂອງປະເທດຊາດ.ບໍ່ພຽແຕ່ຂ້າພະເຈົ້າເທົ່ານັ້ນຫາກທັງຄອບຄົວກໍ່ມີຄວາມເປັນກຽດ ແລະມີຄວາມເອກອ້າງທະນົງໃຈເມື່ອໄດ້ປະກອບສ່ວນເລັກນ້ອຍຂອງຕົນໃຫ້ແກ່ເຈື່ອງຊາທີ່ສັກກະລະບູຊາ; ຊ່ວຍໃຫ້ພວກເດັກມີຄວາມຮູ້ເມື່ອເຕີບໃຫຍ່ຂຶ້ນມາ ໃຫ້ກາຍເປັນພົນລະເມືອງດີ, ມີຜົນປະໂຫຍດຕໍ່ສັງຄົມ”.

ຢູ່ຫ້ອງຮຽນນັ້ນ, ໃນແຕ່ລະມື້ ຄູຍັງສິດສອນໃຫ້ພວກຫຼານນ້ອຍຢູ່ ເຈື່ອງຊາ ກ່ຽວກັບຄວາມຮູ້ໃນຫຼັກສູດຂອງກະຊວງສຶກສາ ແລະບຳລຸງສ້າງຫວຽດນາມ, ຊອກຮູ້ກ່ຽວກັບເຂດທະເລກວ້າງໃຫຍ່ຢ່າງແທດຈິງທີ່ສຸດ.

ການດຳລົງຊີວິດຢູ່ຕາມໝູ່ບ້ານແຫ່ງຕ່າງໆ ທີ່ຢູ່ໝູ່ເກາະເຈື່ອງຊາຍັງໄດ້ຮັບການປັບປຸງໃຫ້ດີຂຶ້ນໃນແຕ່ລະວັນ, ນ້ຳປະປາກໍ່ບໍ່ຫາຍາກຄືກ່ອນນີ້ອີກແລ້ວ, ແຕ່ລະຄອບຄົວກໍ່ໄດ້ນຳໃຊ້ໄຟຟ້າໝົດແລ້ວ. ໂດຍໄດ້ເຫັນປະຈັກຕາບັນດາຮູບພາບທີ່ສວຍງາມ, ສະຫງົບງຽບແຕ່ກໍ່ເຕັມໄປດ້ວຍພະລັງຊີວິດຢູ່ເຂດຫົວຄື້ນຍອດລົມ, ເຈື່ອງຊາແມ່ນຢູ່ໃກ້ທີີ່ສຸດ, ຍ້ອນວ່ານັ້ນແມ່ນສ່ວນໜຶ່ງຂອງປະເທດ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ