(David Smith, ອາຍຸ 52 ປີ, ແມ່ນຄູສອນພາສາອັງກິດ ມາຈາກປະເທດອັງກິດ, ໄດ້ດຳລົງຊີວິດຢູ່ຫວຽດນາມ ເປັນເວລາ 5 ປີ, ເມື່ອມາຢ້ຽມຢາມບັນດາເຮືອນຢູ່ຄຸ້ມຖະໜົນເກົ່າ ຄືດັ່ງໄດ້ເຊື່ອມຕົວເຂົ້າແດນແຫ່ງມະຫັດສະຈັນ)
ດາວິດ ສະມິດ ຄູສອນພາສາອັງກິດມາຈາກອັງກິດ ປີນີ້ມີອາຍຸ 52 ປີ, ໄດ້ດຳລົງຊີວິດຢູ່ຫວຽດນາມເປັນເວລາ 5 ປີ, ເມື່ອໄດ້ເຂົ້າໄປທ່ຽວຫຼິ້ນຢູ່ຄຸ້ມຖະໜົນເກົ່າ, ທ່ານຮູ້ສຶກປຽບເໝືອນຂຶ້ນໄປແດນສະຫວັນ. ທ້າວ ຫງວຽນກວນ ອາຍຸ 35 ປີ, ນັກສະຖາປານິກ ຊາວຮ່າໂນ້ຍ, ຍັງຄົງຕົກສະເງີ້ຕໍ່ວິທີປັບຕົວໃຫ້ແທດເໝາະເງື່ອນໄຂຕົວຈິງຢ່າງມີຫົວຄິດປະດິດສ້າງຂອງປະຊາຊົນຢູ່ ຄຸ້ມຖະໜົນເກົ່າ. 2 ຄົນໄດ້ເປັນສ່ຽວຮັກສ່ຽວແພງຂອງກັນຍ້ອນສະຕິປະຈຳໃຈຂອງພວກເຂົາຄ້າຍຄືກັນ. ຫງວຽນກວນ ໄດ້ພາ ດາວິດ ສະມິດ ເຂົ້າທ່ຽວຊົມຢູ່ ຄຸ້ມຖະໜົນເກົ່າຮ່າໂນ້ຍ.
|
ກວນ ແລະ David ຢືນຢູ່ຕໍ່ໜ້າຮ້ານເລກທີ 48 ຮ່າງທ໋ຽກ (Foto :Phuong Lien/VOV5)
|
ດາວິດ ສະມິດເວົ້າວ່າ :
“ ຂ້າພະເຈົ້າຄິດວ່າ ເຄື່ອງໃຊ້ທີ່ເຮັດດ້ວຍກົວນີ້ ໃນປະຈຸບັນຕ້ອງຜະລິດຢູ່ຕາມໂຮງງານໃຫຍ່, ແຕ່ທີ່ຈິງແລ້ວ, ເຄື່ອງໃຊ້ທຸກຢ່າງຍັງຄົງໄດ້ຮັບການຜະລິດແບບຫັດຖະກຳຢູ່ຮ້ານນ້ອຍໆໃນຖະໜົນສາຍນີ້ ” ຫງວຽນກວນ ແລະ ດາວິດ ສະມິດພວມຢູ່ໜ້າຮ້ານເລກທີ 48 ຖະໜົນຮ່າງທຽກ. ສຳລັບການຊື້ເຄື່ອງຂອງ ກໍບໍ່ແມ່ຍເລື່ອງຈຳເປັນຂອງເຂົາເຈົ້າ. ຫງວຽນກວນ ໄດ້ພາ ດາວິດ ສະມິດເຂົ້າໄປຜ່ານທາງນ້ອຍໆເພື່ອໄປຢ້ຽມຢາມເຮືອນຂອງໝູ່ຮຽນຮ່ວມຫ້ອງຊັ້ນມັດທະຍົມຕອນປ່າຍ, ນັ້ນແມ່ນທ້າວ ໂດ້ບ້າວິງຫຽນ:
“ - ລະວັງ, ຫົວຂອງເຈົ້າ, ທາງເຂົ້າໄປແຄບໂພດ
-ໂອເຄ, ເປັນໜ້າປະທັບໃຈ, ຢູ່ອັງກິດບໍ່ມີທາງເຂົ້າເຮືອນໃດ ພັດນ້ອຍໆຊ່ຳນີ້"
|
ຢູ່ກາງແຈ້ງມີບ່ອນແສງຕາເວັນໃຊ້ເປັນບ່ອນຕາກໂສ້ງເສື້ອ
(Foto: Phuong Lien/vov5)
|
ເມື່ອຍ່າງຜ່ານທາງນ້ອຍໆນີ້, ກໍຈະຮອດເດີນຖືກເທດ້ວຍຊີມັງ ກ້ວາງປະມານ 5 ຕາແມັດ. ຢູ່ແຈ່ເບື້ອງຂວາ ແມ່ນລົດຈັກເກົ່າ 3 ຄັນພວມຕັ້ງຢູ່ຂ້າງຂັ້ນໄດຖືກກໍ່ດ້ວຍເບຕົງເສີມເຫຼັກ. ລົດຖີບເກົ່າ 2 ຄັນຖືກແຂວນໄວ້ເທິ່ງຝາເຮືອນ. ຢູ່ແຈ່ເບື້ອງຊ້າຍແມ່ນເຄື່ອອງໃຊ້ເຮັດດ້ວຍກົວ ວາງເປັນກອງສູງຊ່ຳຫົວຄົນ. ເມື່ອຂຶ້ນຂັນໄດຮອດຊັ້ນ 2 , ຊັ້ນ 3 ກໍມີ 4 ຄອບຄົວຕື່ມອີກ. ຫງວຽນກວນໃຫ້ຮູ້ວ່າ :
“ ເຮືອນຫ້ອງແຖວຫ້ອງນີ້ ມີອາຍຸເຖິງ 100 ປີ. ຄອບຄົວຂອງໝູ່ຂ້າພະເຈົ້າໄດ້ຢູ່ເຮືອນຫ້ອງນີ້ນັບແຕ່ກ່ອນປີ 1940. ຍ້ອນຄົນຫຼາຍເກີນໄປ ແລະ ອອກແບບເປັນເຮືອນຫ້ອງແຖວ, ດັ່ງນັ້ນ ເຂົາເຈົ້າກໍຕ້ອງປຸກສ້າງຕື່ມອີກຊັ້ນໜຶ່ງ ແລະ ຂະຫຍາຍເນື້ອທີ່ໃນເຮືອນແບບເຮັດຊັ້ນເຄິ່ງຕື່ມອີກ"
ເຮືອນຂອງຫຽນ ມີເນື້ອທີ່ພຽງ 10 ຕາແມັດເທົ່ານັ້ນ, ນອ້ຍກ່ວາໝູ່ເມື່ອທຽບໃສ່ເຮືອນຂອງຄອບຄົວອື່ນໆ. ເຮືອນຂອງຫຽນຕ້ອງເຮັດເປັນຊັ້ນເຄິ່ງ. ຕົກສະເງີ້ຕໍ່ໜ້າຄວາມຈິງໃນການດຳລົງຊີວິດຂອງປະຊາຊົນຢູ່ ຄຸ້ມຖະໜົນເກົ່າ. ດາວິດ ສະມິດໄດ້ຕັ້ງຄຳຖາມຫຼາຍຂໍ້ວ່າ :
“ ຫຼາຍຄົນຢູ່ແບບນີ້, ຈະປອດໄພຫຼືບໍ່, ຢູ່ເຮືອນຫ້ອງແຖວແບບນີ້, ຢູ່ຊັ້ນໃດ ຄັກກວ່າຫມູ່. ຢູ່ເອີລົບ, ເຮືອນທີ່ມີລາຄາແພງສຸດ ແມ່ນເຮືອນຢູ່ຊັ້ນສູງຫຼືຕັ້ງຢູ່ທາງໃນ ເພາະທຸກຄົນມັກຢູ່ດ້ວຍຄວາມສະຫງົບງຽບ, ໄດ້ຮັບແສງຕາເວັນ. ເບິ່ງຄືວ່າ ຢູ່ ຄຸ້ມຖະໜົນເກົ່າຮ່າໂນ້ຍ ແມ່ນກົງກັນຂ້າມ. ຊາວຮ່າໂນ້ຍມັກຢູ່ຊັ້ນໜຶ່ງ ແມ່ນສາມາດເປີດຮ້ານຂາຍເຄື່ອງ. ”
|
ລຸ່ງ ຫງວຽນບ໋າວິງ, ພໍໍ່ຫຽນ, ພວມນັ່ງເຝົ້າຮ້ານ, ແນະນຳໃຫ້ແຂກຊາວອັງກິດ
|
ຫຽນໃຫ້ຮູ້ວ່າ ລາຄາດິນຢູ່ນີ້ ບາງຄັ້ງບາງຄາວ ຂຶ້ນເຖິງ 1 ໝື່ນ USD/ຕາແມັດ, ແຕ່ເມື່ອຢາກຂາຍ ກໍ-ໍແມ່ນເລື່ອງງ່າຍ, ເພາະຢູ່ໃນເຮືອນຫ້ອງນີ້ ມີຫຼາຍເຈົ້າຂອງ. ເມື່ອຢາກສ້ອມແປງເຮືອນ ກໍເປັນການຍາກທີ່ສຸດ ເພາະຍັງມີຫຼາຍອັນ ຖືກໃຊ້ລວມຄື ເດີນ, ຫ້ອງນ້ຳ…ລຸງຫງວຽນບ້າວິງ ພໍ່ຂອງຫຽນ ເວົ້າວ່າ :
“ ຢູ່ນີ້ກໍມີເງື່ອນໄຂດີພໍສົມຄວນ, ເຮືອນຫ້ອງອື່ນໆໃນຖະໜົນ ກໍລຳບາກກວ່ານີ້ອີກ. ເຮົາຢູ່ນີ້ຍັງໄຄແດ່. ຄອບຄົວຂ້າພະເຈົ້າປະກອບອາຊີບຕີກົວທີ່ມີມາແຕ່ດົນນານ, ແຕ່ປະຈຸບັນ , ພຽງແຕ່ນ້ອງຊາຍຂ້າພະເຈົ້າປະກອບອາຊີບນີ້ເທົ່ານັ້ນ. ແຕ່ກີ້ເຮົາເຮັດວຽກນຳລັດ, ປະຈຸບັນໄດ້ພັກກິນເບ້ຍບຳນານແລ້ວ, ນັ່ງຂາຍເຄື່ອງເລກນ້ອຍເທົ່ານັ້ນ ”
ອອກຈາກ ຖະໜົນຮ່າງທຽກ, ຫງວຽນກວນ ແລະ ດາວິດ ສະມິດ ກໍຍ່າງຕໍ່ຮອດຖະໜົນ ເລືອງວັນການ ເພື່ອໄປຫາເຮືອນຂອງປ້າ ຫງວນທິທ່ວນ ໃນທາງຮອມເລກທີ 29. ຜ່ານ 3 ລຸ່ນຄົນແລ້ວ, ຄອບຄົວຂອງປ້າຍັງຄົງດຳລົງຊີວິດຢູ່ເຮືອນໂດຍບໍ່ມີເລກໝາຍ. ຢູ່ຂ້າງທາງຮອມ ແມ່ນຮ້ານເຮັດເສັ້ນໝີ່ ແລະ ເຂົ້າໜົມໝາກແປບ. ດາວິດ ສະມິດເວົ້າວ່າ :
“ ໂອ! ຊື່ຂອງຖະໜົນສາຍນີ້ ບໍ່ມີຄຳວ່າ “ຮ່າງ”ຢູ່ຫົວຄຳ , ເປັນຫຍັງ? ເລືອງວັນການ ແມ່ນຖະໜົນນອນໃນ ຄຸ້ມຖະໜົນເກົ່າ 36 ສາຍ ແມ່ນບໍ່? ເບິ່ງແມ້ , ຜົມຂອງບັກນ້ອຍເຮັດເສັ້ນໝີ່ ຕິດແປ້ງຂາວໝົດຂົວ, ຝາເຮືອນກໍຖືກຕິດແປ້ງຂາວເຊັ່ນກັນ.”
ທ້າວຫງວຽນກວນເວົ້າວ່າ :
“ ຖະໜົນເກົ່າສາຍຕ່າງໆ ທີ່ມີຊື່ວ່າ “ຮ່າງ ” ແມ່ນມີມາແຕ່ດົນນານ. ໃນໄລຍະຢູ່ໃຕ້ແອກຄອບຄອງຂອງພວກລ່າເມືອງຂຶ້ນຝະລັ່ງ, ເຂົາເຈົ້າມີການບູລະນະຄືນ ແລະ ຕັ້ງຊື່ໃໝ່. ພາຍຫຼັງນະຄອນຫຼວງໄດ້ຮັບການປົດປ່ອຍເມື່ອປີ 1954, ອຳນາດການປົກຄອງຫວຽດນາມ ໄດ້ປ່ຽນຊື່ຄືໃນວັນນີ້. ເຮືອນຫ້ອງແຖວຢູ່ ຄຸ້ມຖະໜົນເກົ່າສ່ວນຫຼາຍຖືກກໍ່ສ້າງຕ່ຳ ບໍ່ສູງ, ສູງສຸດແມ່ນ 2 ຊັ້ນ, ເພາະໃນສະໄໝລາດຊະວົງເລ ແມ່ນໄດ້ກຳນົດເຮືອນບໍ່ໄດ້ກໍ່ສ້າງສູງກວ່າວໍຂອງເຈົ້າຊີວິດ. ນັບແຕ່ໄລຍະຝະລັ່ງເຂົ້າມາຄອບຄອງ ຈຶ່ງມີເຮືອນຖືກກໍ່ດ້ວຍດິນຈີສູງ 2-3ຊັ້ນ.
|
ສຳລັບ David, ບໍ່ມີເຮືອນຄົວແຫ່ງໃດທີ່ເປັນເອກະລັກພິເສດສະເພາະຄືເຮືອນຄົວຂອງແມ່ທ່ວນ
(Foto:PhuongLien/vov5)
|
ເວລານີ້ແມ່ນ 11 ໂມງປາຍແລ້ວ, 2 ຄອບຄົວໃນເຮືອນຫ້ອງແຖວນີ້ ກໍແຕ່ງກິນຮ່ວມກັນໃນເຮືອນຄົວດຽວ. ສຳລັບ ດາວິດ ສະມິດ ແລ້ວ, ບໍ່ມີເຮືອນຄົວໃດ ພັດມີຄວາມເປັນເອກະລັກ ແລະ ຈັບໃຈຄືກັບເຮືອນຄົວຂອງປ້າທ່ວນ.
“ ກິນຫອມແທ້! ປ້າເຮັດຫຍັງກິນ ?
ຕົ້ມເຄັມຫອຍ, ໝາກກ້ວຍກັບເຕົາຮູ້.
ໂອໂທ ! ຫຼານຍັງບໍ່ທັນໄດ້ກິນອາຫານເຍື່ອງນີ້ຈັກເທື່ອ! ໂດຍ ຫອມຫຼາຍ
ໂອ! ເບິ່ງແມ້, ມີແຕ່ຊີ້ນໝູ, ຫອຍ ແລະ ເຕົາຮູ້ຫັ້ນແຫຼະ! ”
ປ້າທ່ວນເວົ້າວ່າ :
“ ຂ້າພະເຈົ້າເປັນໄພ້ຂອງຄອບຄົວລວມມີສະມາຊິກທັງໝົດ 10 ຄົນ. ກ່ອນນີ້ ເຮືອນຫ້ອງນີ້ ແມ່ນສາງເກັບມ້ຽນສິນຄ້າຂອງບໍລິສັດເຂົ້າໜົມເຫຼົ້າເບັຍຮ່າໂນ້ຍ ກ້ວາງປະມານ 10 ຕາແມັດ. ຫ້ອງນ້ຳແມ່ນຍັງໃຊ້ລວມຢູ່, ມັນຕັ້ງຢູ່ຫົວທາງເຂົ້າເຮືອນຫັ້ນແຫຼະ”
ດາວິດ ສະມິດເວົ້າວ່າ :
“ ປະຈຸບັນເມື່ອກັບຄືນເອີລົບໃນແຕ່ລະເທື່ອ, ຂ້າພະເຈົ້າຄິດຮອດຮ່າໂນ້ຍຫຼາຍ. ຄິດຮອດຊາວຮ່າໂນ້ຍ ແລະ ສຽງເນື່ອງນັນຢູ່ແຫ່ງນີ້. ສິ່ງທີ່ຂ້າພະເຈົ້າຊົມຊອບທີ່ສຸດ ແມ່ນການດຳລົງຊີວິດຂອງປະຊາຊົນຢູ່ນີ້ ແມ່ນເຕັມໄປດ້ວຍພະລັງຊີວິດ. ຊາວຮ່າໂນ້ຍຂະຫຍັນຂັນເຄື່ອນ, ບໍ່ມັກນັ່ງລ້າໆ, ຢູ່ນີ້ແຕກຕ່າງກັບເອີລົບຫຼາຍ ”
ເມື່ອອຳລາຈາກເຈົ້າຂອງເຮືອນ, ຫງວຽນກວນ ແລະ ດາວິດ ສະມິດ ໄດ້ນັດກັບປ້າທ່ວນວ່າ ຈະມາຊິມລົດຊາດຂອງເຍື່ອງອາຫານຕົ້ມເຄັມຫອຍ, ໝາກກ້ວຍກັບເຕົາຮູ້ໃນມື້ມໍ່ໆນີ້.