(VOVWORLD) -ເມື່ອເວົ້າເຖິງເຫ້ວ, ບໍ່ພຽງແຕ່ເວົ້າເຖິງມໍລະດົກສິລະປະສະຖາປັດຕະຍາກຳການກໍ່ສ້າງກຸງເກົ່າເຫ້ວ ເທົ່ານັ້ນ, ຫາກຍັງເວົ້າເຖິງຄວາມງາມທາງດ້ານວັດທະນະທຳ, ວິຖີການປະພຶດຂອງຊາວເຫ້ວອີກດ້ວຍ.
ຢູ່ແຫ່ງນັ້ນ, ແມ່ຍິງບໍ່ຕ້ອງໄປເຮັດໄຮ່ໄຖນາ, ຍ້ອນບັນດາວຽກງານເຫຼົ່ານັ້ນລ້ວນແຕ່ແມ່ນຜູ້ຊາຍ
(ພາບ: dantri.com.vn)
|
ໃນບັນດາເລື່ອງລາວກ່ຽວກັບ ເຫ້ວ ໃນເມື່ອກ່ອນທີ່ເລົ່າຂານກັນມາກ່ຽວກັບບັນດາໝູ່ບ້ານດຳລົງຊີວິດໂດຍອີງໃສ່ການເຮັດກະສິກຳຢູ່ເຂດແຄມກຸງເກົ່າເຫ້ວ, ແຕ່ຢູ່ແຫ່ງນັ້ນ, ແມ່ຍິງບໍ່ຕ້ອງໄປເຮັດໄຮ່ໄຖນາ, ຍ້ອນບັນດາວຽກງານເຫຼົ່ານັ້ນລ້ວນແຕ່ແມ່ນຜູ້ຊາຍ. ອາດເວົ້າໄດ້ວ່າ ນັ້ນແມ່ນບ້ານໜຶ່ງດຽວ, ເຊິ່ງຜູ້ຊາຍໄດ້ສະຫງວນຄວາມຮັກຕໍ່ບັນດາແມ່ຍິງຂອງຕົນ, ເຊິ່ງຕາມຊາວບ້ານເອີ້ນວ່າ “ບ້ານຮັກເມຍ”.
ໄປນະຄອນເຫ້ວ, ແລ້ວຖາມຫາ “ບ້ານຮັກເມຍ” ຕັ້ງຢູ່ໃສ, ເກືອບຄືວ່າຜູ້ໃດກໍ່ຮູ້ຈັກໝົດ. ແຕ່ຖ້າຫາກຖາມໝູ່ບ້ານບູຮານ ກົງເລືອງ ນັ້ນ, ມີພຽງຜູ້ອາຍຸສູງບາງຄົນເທົ່ານັ້ນທີ່ຍັງຮູ້ຈັກວ່າ ແມ່ນບ້ານນ້ອຍແຫ່ງໜຶ່ງຕັ້ງຢູ່ແຫ່ງໃດໜຶ່ງ, ຕ້ອງຂ້າມຂົວ ເຈື່ອງຕ່ຽນ ແລ້ວ ລົງໄປທາງທິດທະເລ ທ້ວນອານ. ສ່ວນເລື່ອງລາວກ່ຽວກັບແມ່ຍິງຢູ່ບ້ານ ກົງເລືອງ ທີ່ວ່າ, ທັງຊີວິດບໍ່ຕ້ອງໄປເຮັດໄຮ່ໄຖນານັ້ນ, ແມ່ນບໍ່ມີຫຼາຍຄົນເຊື່ອ. ນັບແຕ່ກ່ອນມາຮອດປະຈຸບັນ, ໃນທົ່ວປະເທດຫວຽດນາມ, ບໍ່ມີບ້ານໃດ, ຕາແສງໃດທີ່ມີແຕ່ຜູ້ຊາຍໄປເຮັດວຽກ, ສ່ວນແມ່ຍິງແມ່ນຢູ່ແຕ່ເຮືອນ. ສຳລັບຫຼາຍຄົນແລ້ວ, ນັ້ນແມ່ນເລື່ອງທີ່ແປກປະຫຼາດ, ຍ້ອນວ່າ ແຕ່ດົນນານມາແລ້ວ, ຢູ່ບັນດາເຂດປູກເຂົ້າ ຍາມໃດກໍ່ປະກົດມີໜ້າຂອງແມ່ຍິງ, ເຮັດໄຮ່ໄຖນາ… ແລະ ຮູບພາບນັ້ນເກືອບຄືວ່າໄດ້ກາຍເປັນສັນຍາລັກທີ່ເປັນມູນເຊື້ອຂອງແມ່ຍິງຫວຽດນາມ ທີ່ຈົ່ງຮັກພັກດີ, ເຮັດຫຼ້ອນໜ້າທີ່ວຽກບ້ານການເຮືອນ... ແຕ່ຢູ່ບ້ານ ກົງເລືອງ, ຂຶ້ນກັບຕາແສງ ຖຸ໋ຍເວິນ, ຫ່າງຈາກນະຄອນເຫ້ວ ປະມານ 7 ກ.ມ, ຢູ່ບ້ານແຫ່ງນີ້, ແມ່ຍິງບໍ່ຕ້ອງໄປເຮັດໄຮ່ໄຖນາແມ່ນເລື່ອງທຳມະດາ ແລະ ມັນໄດ້ຄົງຕົວນັບຮ້ອຍປີມານີ້ແລ້ວ.
ບ້ານກົງເລືອງ ໃນປະຈຸບັນ, ຍັງແມ່ນໝູ່ບ້ານທີ່ເກົ່າແກ່, ສະຫງົບງຽບ. ຢູ່ທ່ານ້ຳຫົວບ້ານ ບັນດາແມ່ຍິງທັງຊັກເຄື່ອງ, ທັງໂອ້ລົມນຳກັນຢ່າງມ່ວນຊື່ນ. ເສັ້ນທາງເຂົ້າບ້ານຍາມໃດກໍ່ມິດງຽບ, ບາງເທື່ອຈະພົບເຫັນແມ່ຍິງບາງຄົນຊື້ຂາຍສິນຄ້າ, ເຫັນເດັກນ້ອຍຫຼິ້ນຢອກໄຍກັນຢູ່ຮ່ອມບ້ານ ແຕ່ວ່າບໍ່ເຫັນມີຜູ້ຊາຍຈັກຄົນເລີຍ. ເສັ້ນທາງຢູ່ຫຼັງບ້ານທີ່ເຊື່ອມຕໍ່ກັບເຂດທົ່ງເຂົ້າສຸກເຫຼືອງ, ບັນດາຜູ້ຊາຍໃນບ້ານພວມຮີບເຮັ່ງກ່ຽວເຂົ້າ, ຕ່າງເຂົ້າກັບເມືອບ້ານ. ມາຮອດປະຈຸບັນ, ທ່ານ ເລວັນຈີ, ຜູ້ອາຍຸສູງໃນບ້ານກໍ່ບໍ່ຈື່ໄດ້ວ່າ ຮີດຄອງປະເພນີນີ້ເລີ່ມມີມາແຕ່ຍາມໃດ, ພຽງແຕ່ຮູ້ວ່າມັນປະກົດມີມາແຕ່ດົນນານແລ້ວ, ຕອນທີຫາກໍ່ສ້າງຕັ້ງບ້ານໃໝ່ພຸ້ນ.
“ຮີດຄອງປະເພນີຂອງບ້ານມັນມີແຕ່ດົນນານແລ້ວ… ນັບແຕ່ກ່ອນມາຮອດປະຈຸບັນ, ໄດ້ມີນັບຮ້ອຍປີມານີ້ແລ້ວ, ບໍ່ຮູ້ວ່າຢູ່ບ່ອນອື່ນກໍ່ມີຄືແນວນີ້ບໍ່, ແຕ່ວ່າຢູ່ບ້ານຂອງເຮົາແມ່ນເປັນຄືແນວນັ້ນ”.
ເມື່ອພົບປະກັບບັນດາຜູ້ຊາຍທີ່ພວມເຮັດວຽກຢູ່ທົ່ງນານັ້ນ, ທຸກຄຳຖາມທີ່ຖາມກ່ຽວກັບຮີດຄອງປະເພນີທີ່ວ່າ ຜູ້ຊາຍເຮັດໄຮ່ໄຖນາ ແລະ ແມ່ຍິງພຽງແຕ່ຢູ່ເຮືອນແຕ່ງກິນ, ເບິ່ງແຍງດູແລລູກເຕົ້ານັ້ນ ລ້ວນແຕ່ໄດ້ຮັບຄຳຕອບທີ່ຄ້າຍຄືກັນໝົດ. ຕາມເຂົາເຈົ້າແລ້ວ, ຮີດຄອງປະເພນີນີ້ແມ່ນໄດ້ຮັບການຍອມຮັບຄືເປັນເລື່ອງທຳມະດາ, ເກືອບຄືວ່າແມ່ນລະບຽບຫຼັກການໜຶ່ງ, ແມ່ນຄວາມປາດຖະໜາອັນໜຶ່ງອັນດຽວກັນເຊິ່ງຜູ້ຊາຍ, ແມ່ຍິງທຸກຄົນໃນບ້ານລ້ວນແຕ່ປະຕິບັດຕາມ. ທ່ານ ເລືອງຫີວຈີ, ນາຍບ້ານ ກົງເລືອງ ອະທິບາຍວ່າ: ການເຮັດໄຮ່ໄຖນາແມ່ນວຽກງານບໍ່ພຽງແຕ່ຕ້ອງມີສຸຂະພາບແຂງແຮງເທົ່ານັ້ນ, ຫາກຍັງຕ້ອງມີຄວາມຄ່ອງແຄ້ວ ດຸໝັ່ນອີກດ້ວຍ, ຜູ້ຊາຍຢູ່ບ້ານນີ້ມີຄວາມລື້ງເຄີຍກັບວຽກງານນີ້ມາແຕ່ດົນນານແລ້ວ. ທ່ານ ເລືອງຫີວຈີ, ແບ່ງປັນວ່າ.
“ຈຸດທີ່ເປັນເອກະລັກສະເພາະຢູ່ບ້ານ ກົງເລືອງ ແມ່ນການເຮັດໄຮ່ໄຖນາ, ເຮັດກະສິກຳເປັນຕົ້ນ, ແມ່ຍິງບໍ່ໄດ້ເຂົ້າຮ່ວມເຮັດກະສິກຳ, ຫາກມີພຽງຊາວໜຸ່ມ ແລະ ຊາວກະສິກອນຊາຍເທົ່ານັ້ນ. ກໍ່ຍ້ອນບໍ່ຕ້ອງໄປເຮັດໄຮ່ໄຖນາ, ສະນັ້ນ, ແມ່ຍິງຢູ່ບ້ານນີ້ບາງເທື່ອກໍ່ໄດ້ໄປສົ່ງອາຫານ, ສົ່ງເຂົ້າສົ່ງນ້ຳໃຫ້ຜົວ, ໃຫ້ລູກ, ຊ້ຳບໍ່ໜຳຍັງບໍ່ຮູ້ວ່າທົ່ງນາຂອງຄອບຄົວຕົນແມ່ນຢູ່ໃສ”.
ສຳລັບຊາວບ້ານຢູ່ແຫ່ງນີ້, ນ້ຳໃຈຄວາມຮັກແພງທີ່ສະຫງວນໃຫ້ກັນແມ່ນສິ່ງສຳຄັນທີ່ສຸດ. ໃນການດຳລົງຊີວິດ, ເຖິງວ່າເຮັດວຽກງານໃດກໍ່ຕາມກໍ່ຈະເຮັດດ້ວຍຄວາມຈິງໃຈ, ບໍ່ສວຍໂອກາດ ນັ້ນຈຶ່ງແມ່ນສິ່ງທີ່ລ້ຳຄ່າ. ສິ່ງສຳຄັນທີ່ສຸດແມ່ນນ້ຳໃຈທີ່ຝາກເຖິງຜູ້ຮັບ. ບັນດາຜູ້ຊາຍຢູ່ບ້ານ ກົງເລືອງ ຈະຮັບໜ້າທີ່ວຽກງານທີ່ໜັກໜ່ວງດ້ວຍຄວາມສະໝັກໃຈ, ສະຫງວນນ້ຳໃຈຄວາມຮັກແພງໃຫ້ບັນດາແມ່ຍິງຂອງຕົນ, ສິ່ງດັ່ງກ່າວໄດ້ກາຍເປັນປະເພນີອັນດີງາມ, ສ້າງເປັນເຄື່ອງໝາຍ “ບ້ານຮັກເມຍ”, ທ່ານນາງ ເລທິກ໊າຍ, ແຕ່ງງານ, ເປັນລູກໃພ້ຢູ່ບ້ານ ກົງເລືອງ ເປັນເວລາກວ່າ 30 ປີ, ແບ່ງປັນວ່າ.
“ຜູ້ຊາຍຢູ່ບ້ານນີ້ຮັກເມຍທີ່ສຸດ… ຕາມຮີດຄອງປະເພນີຂອງບ້ານນີ້ແລ້ວຜູ້ຊາຍຈະໄປເຮັດໄຮ່ໄຖນາ, ສ່ວນແມ່ຍິງພຽງແຕ່ແຕ່ງກິນ, ເບິ່ງແຍງດູແລລູກເຕົ້າ, ແມ່ຍິງບໍ່ໄດ້ໄປເຮັດໄຮ່ໄຖນາ, ພຽງຊ່ວຍວຽກເລັກໆນ້ອຍໆເທົ່ານັ້ນ”.
ສິ່ງດັ່ງກ່າວແມ່ນຄວາມຈິງ, ໄດ້ສ້າງເຄື່ອງໝາຍວ່າແມ່ນ “ບ້ານຮັກເມຍ”. ການດຳລົງຊີວິດຢູ່ບ້ານ ກົງເລືອງ ໄດ້ຍືນຍົງຄົງຕົວເປັນຄືແນວນັ້ນມາໄດ້ຫຼາຍສະຕະວັດ ແລະ ຊ້ອນແຝງໃນນັ້ນແມ່ນບັນດາຮີດຄອງປະເພນີ, ການປະພຶດທາງດ້ານວັດທະນະທຳທີ່ດີງາມ ເຊິ່ງບໍ່ມີຢູ່ຫຼາຍແຫ່ງ.