(vovworld) - ນັບແຕ່ມີການຂົນຂວາຍກໍ່ສ້າງຊົນນະບົດໃໝ່, ໃນນັ້ນມີມາດຖານຮັບປະກັນອະນາໄມສິ່ງແວດລ້ອມ, ປະຊາຊົນເມືອງ ເຕິນຫຽບ, ແຂວງກຽນຢາງ, ໄດ້ຫັນປ່ຽນຮູບແບບການປູກຝັງເພື່ອນຳໃຊ້ທີ່ດິນ, ສິ່ງເສດເຫຼືອຈາກການລ້ຽງສັດ, ແກ້ໄຂຜະລິດຕະພັນກະເສດສຳຮອງຖືກກັບວິທີ, ມີປະສິດທິຜົນ. ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍເພີ່ມສະມັດຕະພາບຜົນລະປູກ, ສັດລ້ຽງເທົ່ານັ້ນ, ຫາກຍັງຮັບປະກັນອະນາໄມສິ່ງແວດລ້ອມໃນເຂດຊຸມຊົນ ກໍ່ຄືຫຼຸດຜ່ອນມົນລະພິດສິ່ງແວດລ້ອມໂດຍກະສິກຳກໍ່ຂຶ້ນ.
ບັນດາເສັ້ນທາງທີ່ສະອາດສວຍງາມຢູ່ກຽນຢາງ
(ພາບ: ອິນເຕີແນດ)
ຄອບຄົວທ່ານ ຫວໍມິງຈ໋ຽວ ຢູ່ບ້ານ ກິງ 7 ບີ, ຕາແສງ ແທ້ງດົງເອ, ເມືອງ ເຕິນຫຽບມີເນື້ອທີ່ນາ 10 ເຮັກຕາ. ກ່ອນນີ້ຄອບຄົວທ່ານປູກຝັງຕາມແບບວິທີທີ່ເປັນມູນເຊື້ອ, ແຕ່ພາຍຫຼັງໄດ້ຮັບການເຝິກອົບຮົມກ່ຽວກັບຜົນກະທົບຂອງ “ການປ່ຽນແປງຂອງດິນຟ້າອາກາດ ແລະ ນຳ້ທະເລຂຶ້ນສູງ“ ເຖິງການຜະລິດກະສິກຳ. ຄອບຄົວທ່ານ ແລະ ສະມາຊິກສະຫະກອນກິງ 7 ບີຫຼາຍຄົນ ໄດ້ນຳໃຊ້ວິທີປູກຝັງແບບໃໝ່, ທັງຍົກສູງສະມັດຕະພາບແຮງງານ, ທັງຫຼຸດຜ່ອນສິ່ງເສດເຫຼືອທີ່ກໍ່ມົນລະພິດເຖິງສິ່ງແວດລ້ອມ. ນັ້ນແມ່ນ: ຕ້ອງນຳໃຊ້ແນວພັນທີ່ໄດ້ຮັບການຢັ້ງຢືນ; ຫຼຸດຜ່ອນປະລິມານແນວພັນ; ຫຼຸດຜ່ອນການໃຊ້ຝຸ່ນ, ຫຼຸດຜ່ອນການໃຊ້ຢາຮັກສາພືດ, ຫຼຸດຜ່ອນການຫົດນ້ຳ, ຫຼຸດຜ່ອນການຮົ່ວໄຫຼພາຍໃນ ແລະ ຫຼັງການເກັບກ່ຽວ, ຫຼຸດຜ່ອນມົນລະພິດສິ່ງແວດລ້ອມ. ທ່ານ ຫວໍມິງຈ໋ຽວ ໃຫ້ຮູ້ວ່າ:
“ປະຈຸບັນ, ຊາວກະສິກອນພວກຂ້າພະເຈົ້າໄດ້ຮັບການເຝິກອົບຮົມຢູ່ສູນສົ່ງເສີມກະສິກຳເມືອງ ເຕິນຫຽບ ແລະ ບັນດານັກຊ່ຽວຊານຂອງມະຫາວິທະຍາໄລ ເກິ່ນເທີ ກໍ່ໄດ້ຊ່ວຍຊາວກະສິກອນດ້ານເຕັກນິກພື້ນຖານກ່ຽວກັບການປູກຝັງ. ສິ່ງດັ່ງກ່າວໄດ້ນຳມາເຊິ່ງປະສິດທິຜົນໃຫ້ແກ່ຊາວກະສິກອນ, ຫຼຸດຜ່ອນລາຄາສົ້ນເຂົ້າ, ແຕ່ສະມັດຕະພາບຍັງເປັນປົກກະຕິ. ເມື່ອທຽບໃສ່ກ່ອນນີ້ແມ່ນມີຜົນປະໂຫຍດຫຼາຍກວ່າ, ນັບແຕ່ການຜະລິດ, ການຈຳໜ່າຍ ຕະຫຼອດຮອດການຫຼຸດຜ່ອນມົນລະພິດສິ່ງແວດລ້ອມ“.
ໃນຊຸມປີມໍ່ໆມານີ້, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ສົມທົບກັບມະຫາວິທະຍາໄລ ເກິ່ນເທີ ແລະ ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ກຽນຢາງ ຈັດຕັ້ງຮູບແບບປູກເຂົ້າ ຫຼຸດຜ່ອນສິ່ງເສດເຫຼືອ ແລະ ມົນລະພິດສິ່ງແວດລ້ອມ. ການນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດ, ເຕັກນິກ, ວິທີປູກຝັງໃໝ່ເຂົ້າໃນການປູກເຂົ້າທັງນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງ, ທັງຫຼຸດຜ່ອນສິ່ງເສດເຫຼືອ ແລະ ມົນລະພິດສິ່ງແວດລ້ອມ. ສິ່ງດັ່ງກ່າວໄດ້ເຮັດໃຫ້ປະຊາຊົນເອົາໃຈໃສ່ ແລະ ນຳໃຊ້ໃນທົ່ງນາຂອງຄອບຄົວຕົນ. ປ້າ ຫງວຽນທິໂຕ໋ງາ ຢູ່ບ້ານ ເຕິນຮ່ວາເອ, ຕາແສງ ເຕິນຫຽບບີ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າລະດົມຜົວລູກຊື້ແນວພັນໄດ້ຮັບການຢັ້ງຢືນ, ທີສອງແມ່ນຫຼຸດຜ່ອນປະລິມານແນວພັນ, ທີສາມແມ່ນຄອບຄົວຫຼຸດຜ່ອນການນຳໃຊ້ຢາຮັກສາພືດ. ພາຍຫຼັງເກັບກ່ຽວຕ້ອງຈູດທຳລາຍກົກເຂົ້າເພື່ອຮັບປະກັນໃຫ້ແກ່ການຕົກກ້າ. ເຮັດຄືແນວນັ້ນສິ່ງເສດເຫຼືອໃນນາຈຶ່ງບໍ່ອອກສູ່ແມ່ນຳ້ ແລະ ຫຼຸດຜ່ອນມົນລະພິດສິ່ງແວດລ້ອມໄດ້“.
ທ່ານ ຫງວຽນວັນຢ໋າວ, ຮອງຫົວໜ້າພາກສ່ວນສົ່ງເສີມກະສີກຳເມືອງ ເຕິນຫຽບ, ກໍ່ໃຫ້ຮູ້ວ່າ:
“ເມືອງ ເຕິນຫຽບ ມີປະສົບການ, ມີສະຕິ ແລະ ຮູ້ນຳໃຊ້ເຕັກນິກເຂົ້າໃນການປູກຝັງຢ່າງມີປະສິດທິຜົນ. ເຮັດໄດ້ຄືດັ່ງກ່າວແມ່ນຍ້ອນອຳນາດການປົກຄອງທ້ອງຖີ່ນ, ບັນດາສະຫະກອນໄດ້ມີຄວາມໃກ້ຊິດຕິດແທດກັບຊາວກະສິກອນ“.
ແຕ່ລະປີ, ຫວຽດນາມ ມີຜະລິດຕະພັນກະເສດສຳຮອງປະມານ 80 ລ້ານໂຕນບໍ່ທັນໄດ້ຮັບການນຳໃຊ້ຢ່າງເໝາະສົມ. ໃນຊຸມປີມໍ່ໆມານີ້, ຍ້ອນຊິວິດທາງດ້ານເສດຖະກິດພັດທະນາດັ່ງນັ້ນ ຜະລິດຕະພັນກະເສດສຳຮອງໄດ້ຮັບການນຳໃຊ້ຄືນໃໝ່ໜ້ອຍ, ສ່ວນຫຼາຍແມ່ນຖືກປະໄວ້ໃນເຂດທົ່ງນາ, ທາງບ້ານ. ເລື່ອງບໍ່ນຳໃຊ້ຜະລິດຕະພັນກະເສດສຳຮອງຄືນໃໝ່ໄດ້ກໍ່ຄວາມຟຸມເຟືອຍ, ບໍ່ເປັນຕາງາມ, ບໍ່ຮັບປະກັນຄວາມປອດໄພໃນການຄົມມະນາຄົມ ແລະ ກໍ່ມົນລະພິດເຖິງສິ່ງແວດລ້ອມ. ຍ້ອນເຫດນັ້ນການນຳໃຊ້ຮູບແບບໂຄງການປູກຝັງໃໝ່ ໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃຫ້ທ້ອງຖີ່ນກໍ່ຄືຂະບວນການກໍ່ສ້າງຊົນນະບົດໃໝ່. ທ່ານ ເຈິ່ນກວາງກູຍ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ກຽນຢາງ, ຢືນຢັນວ່າ:
“ຜ່ານລາຍການຜະລິດຄືແນວນັ້ນ, ໂຄງການບັນລຸໄດ້ປະສິດທິຜົນ, ສະມັດຕະພາບເພີ່ມຂຶ້ນປະມານ 10% ກຳໄລເພີ່ມຂຶ້ນປະມານ 48%, ການປະຢັດເພື່ອຫຼຸດຜ່ອນລາຄາຜະລິດຕະພັນແມ່ນຫຼຸດລົງປະມານ 30-40%. ສະເພາະນຳ້ຫຼຸດລົງ 40%. ການປູກຝັງຕາມວິທີໃໝ່ ໄດ້ຫຼຸດຜ່ອນການປ່ອຍ CO2 ລົງ 30% ເມື່ອທຽບໃສ່ການປູກຝັງໃນເມື່ອກ່ອນ“.
ເມື່ອເຂົ້າໃຈໄດ້ຄວາມສຳຄັນຂອງການນຳໃຊ້ວິທີການປູກຝັງໃໝ່ສຳລັບການຫຼຸດຜ່ອນມົນລະພິດສິ່ງແວດລ້ອມ, ຊາວກະສິກອນເອງຈະເປັນຜູ້ປະກອບສ່ວນສຳຄັນເຂົ້າໃນການຫຼຸດຜ່ອນມົນລະພິດສິ່ງແວດລ້ອມ. ຈາກນັ້ນສ້າງພື້ນຖານກະສິກຳທີ່ໝັ້ນຄົງ, ປະກອບສ່ວນສຳຄັນພ້ອມກັບທົ່ວປະເທດຫຼຸດຜ່ອນການປ່ອຍ
CO2 ອອກສູ່ສິ່ງແວດລ້ອມ, ກໍ່ສ້າງຊົນນະບົດໃໝ່ສຳເລັດຜົນ.