ກໍ່ສ້າງຊົນນະບົດໃໝ່ຢູ່ດົ່ງເຕິມ, ບັກຢາງ

(vovworld) – ​ໂດຍ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ດົ່ງ​ເຕີມແມ່ນ​ໜຶ່ງ​ໃນ​ຈຳນວນ 3 ຕາ​ແສງ​ປະຕິບັດ​ທົດ​ລອງ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ໃນ​ເມືອງ​ອຽນ​ເທ້, ​ແຂວງ​ບັກ​ຢາງ. ພາຍຫຼັງ 1 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ, ​ໂສມ​ໜ້າ​ຂອງ​ຕາ​ແສງ​ດົ່ງ​ເຕິ​ມ​ ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ທາງ​ຄົມມະນາຄົມ​ມີ​ຄວາມ​ສະດວກ​ສະບາຍ​ກວ່າ, ລາຍ​ຮັບ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ​ໂຄງ​ປະກອບ​ຜົນລະປູກ, ສັດລ້ຽງ​​ໄດ້​ຮັບ​ການຫັນປ່ຽນ​ຕາມ​ທິດ​ມີ​ປະສິດທິ​ຜົນ.

ກໍ່ສ້າງຊົນນະບົດໃໝ່ຢູ່ດົ່ງເຕິມ, ບັກຢາງ - ảnh 1

ປະຊາຊົນດົ່ງເຕີມບໍລິຈາກທີ່ດິນເພື່ອກໍ່ສ້າງທາງ

(ພາບ: ອິນເຕີແນດ)

        ​ເສັ້ນທາງ​​ໄປມາລະຫວ່າງ​ບ້ານ, ຕາ​ແສງ​ຢູ່​ດົ່ງ​ເຕິ​ມ​ ໃນປະຈຸ​ບັນມີ​ຄວາມ​ສະດວກ​ສະບາຍ​ກວ່າ​ກ່ອນ​ນີ້ຫຼາຍ. ​ຍ້ອນ​ມີ​ຂະ​ບວນການ​ບໍລິຈາກ​ທີ່​ດິນ​ເພື່ອ​ເຮັດ​ທາງ, ບັນດາເສັ້ນທາງ​ຄົດ​ລ້ຽວ, ຄັບ​ແຄບ​ໃນ​ເມື່ອ​ກ່ອນ​ຢູ່​ດົ່ງ​ເຕິ​ມ ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ກໍ່ສ້າງ​ດ້ວຍ​ເບ​ຕົງ​ຕາມ​ມາດຖານ​ທາງ​ຄົມມະນາຄົມ​ຊົນນະບົດ​ໃໝ່. ມີ 200 ຄອບຄົວ​ໃນ​ຕາ​ແສງ​ດົ່ງ​ເຕິ​ມ ​ໄດ້​ບໍລິຈາກ​ທີ່​ດິນ​ກວ່າ 2,5 ​ເຮັກຕາ ​ແລະ ຝາ​ຜະໜັງກວ່າ 1.200 ​ແມັດ, ​ເພື່ອ​ເປີດ​ກວ້າງ​ທາງ​ຄົມມະນາຄົມ​ອອກ. ພົ້ນ​ເດັ່ນ​ແມ່ນ​ຢູ່​ບ້ານ​ເຕິ​ນສອຍ, ມີ 7 ຄອບຄົວ​ໄດ້​ບໍລິຈາກ​ທີ່​ດິນ​ເກືອບ 4.000 ຕາລາງ​ແມັດ ພ້ອມ​ກັບ​ພືດສຳຮອງ ​ແລະ ຊັບ​ສິນ​ໃນ​ເນື້ອ​ທີ່​ດັ່ງກ່າວ ​ເພື່ອ​ເປີດ​ກວ້າງ​ເສັ້ນທາງ​ລະຫວ່າງ​ບ້ານ, ຕາ​ແສງ. ທ່ານ ຫງວຽນ​ວັນ​ແທ່ງ, ຜູ້​ທີ່​ໄດ້​ບໍລິຈາກ​ທີ່​ດິນ​ເກືອບ 1000 ຕາລາງ​ແມັດ, ​ໃຫ້​ຮູ້​ວ່າ:

        “ຄອບຄົວ​ຂ້າພະ​ເຈົ້າ​ມີ​ເນື້ອ​ທີ່​ດີ​ນທັງ​ໝົດ​ແມ່ນ 5000 ຕາ​ລາງ​ແມັດ, ​ໃນ​ນັ້ນ​ບໍລິຈາກ​ໃຫ້​ລັດ​ 1000 ຕາລາງ​ແມັດ. ທັງ​ລັດ ​ແລະ ​ປະຊາຊົນ​ພ້ອມ​ກັນ​ເຮັດ ​ເພື່ອ​ໃຫ້​ທາງ​ຄົມມະນາຄົມ​ກວ້າງຂວາງ​ກວ່າ ​ແລະ ສ້າງຄວາມ​ສະດວກ​ສະບາຍ​​ໃຫ້ການ​ໄປມາກວ່າ. ປະຊາຊົນ​ພວກ​ຂ້າພະ​ເຈົ້າ​ກໍ່​ຢາກ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ເພື່ອ​ໃຫ້​​ໂສມ​ໜ້າ​ບ້ານ, ຕາ​ແສງ​ມີ​ການ​ປ່ຽນ​ໃໝ່, ສວຍ​ງາມ​​ແລະ ພັດທະນາກວ່າ .“

ກໍ່ສ້າງຊົນນະບົດໃໝ່ຢູ່ດົ່ງເຕິມ, ບັກຢາງ - ảnh 2

ເສັ້ນທາງໄປມາຢູ່ອຽນເທ໋ໄດ້ຮັບການກໍ່ສ້າງໃໝ່ຢ່າງກວ້າງຂວາງ

(ພາບ: ອິນເຕີແນດ)

        ປີ 2012, ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ດົ່ງ​ເຕິ​ມ​ ​​ໄດ້​ປະຕິບັດບັນດາ​ມາດຖານ​ກ່ຽວ​ກັບ​ການ​ພັດທະນາ​ການ​ຜະລິດ, ວັດທະນະທຳ - ສັງຄົມ, ກໍ່ສ້າງລະບົບ​ການ​ເມືອງ, ຮັກສາຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ໝັ້ນຄົງ​ເປັນ​ປະຈຳ… ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່, ຮັບປະກັນ​ພັດທະນາ​ຢ່າງ​ໝັ້ນຄົງ, ຮອບດ້ານ ນັບ​ທັງ​ດ້ານ​​ເສດຖະກິດ, ສັງຄົມ.

        ​ໂດຍ​ກຳນົດ​ວ່າ, ກໍ່ສ້າງ​ຊົນນະບົດ​ໃໝ່, ກ່ອນ​ອື່ນ​ໝົດ​​ແມ່ນ​ຕ້ອງຍົກ​ສູງຊີວິດ​ການ​ເປັນ​ຢູ່, ລາຍ​ຮັບ​ຂອງ​ປະຊາຊົນ​​​ຂຶ້ນ, ການ​ນຳ​ຕາ​ແສງ​ດົ່ງ​ເຕິ​ມ ​ໄດ້​ກຳນົດ​ທິດ​ພັດທະນາ​ການ​ລ້ຽງສັດ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ການ​ລ້ຽງ​ໄກ່. ຍ້ອນ​ເຫດ​ນັ້ນ, ດົ່ງ​ເຕິ​ມ ​ໄດ້​ກາຍ​ເປັນຕາ​ແສງ​ທີ່​ລ້ຽງ​ໄກ່​ດ້ວຍ​ຈຳນວນ​ຫຼາຍ​ກວ່າ​ໝູ່​ໃນ​ເມືອງ​ອຽນ​ເທ໋. ການ​ລ້ຽງ​​​ໄກ່ໄດ້ຮັບປະກັນ​ຕາມ​ຂັ້ນ​ຕອນ​ດ້ານ​ເຕັກນິກ ​ແລະ ກໍ່ສ້າງ​ເຄື່ອງໝາຍ​ການ​ຄ້າ, ດັ່ງ​ນັ້ນ, ​ໄກ່​ນັບ​ໝື່ນ​ໂຕ​ຂອງ​ດົ່ງ​ເຕິ​ມ ຍາມ​ໃດກໍ່​ພັດທະນາ​ເປັນ​ປົກກະຕິ. ​ໄກ່​ຂາຍ​ໄດ້​ລາຄາ​ສູງ, ຫຼາຍ​ຄອບຄົວ​ສ້າງກຳ​ໄລ​ໄດ້​​ນັບ​ຮ້ອຍ​ລ້ານ​ດົ່ງຈາກ​ການ​ລ້ຽງ​ໄກ່. ທ່ານ ຫງວຽນ​ເລິ​ມຈູງ, ຢູ່​ຕາ​ແສງ​ດົ່ງ​ເຕິ​ມ, ​ໃຫ້​ຮູ້​ວ່າ:

        “​ໃນ 6 ​ເດືອນ​ຕົ້ນ​ປີ 2012, ຄອບຄົວ​ຂ້າພະ​ເຈົ້າ​ລ້ຽງ​ໄກ່​ໄດ້​ກວ່າ 6 ພັນ​ໂຕ. ​ເດືອນ 2 ຂາຍ 2000 ​ໂຕ ຫາ​ກຳ​ໄລ​ໄດ້ 28 ລ້ານ​ດົ່ງ. ​ເດືອນ 5 ຂາຍ 4.500 ​ໂຕ ​ແຕ່ຖືກຫຼຸບ​ທຶນ 42 ລ້ານ​ດົ່ງ. ​ແຕ່​ໃນ 6 ​ເດືອນ​ທ້າຍ​ປີ​ພັດ​ຫາ​ກຳ​ໄລ​ໄດ້ 220 ລ້ານ​ດົ່ງ. ປີ​ນີ້​ໄກ່​ຂາຍ​ໄດ້​ລາຄາສູງ​ກວ່າ“.

ກໍ່ສ້າງຊົນນະບົດໃໝ່ຢູ່ດົ່ງເຕິມ, ບັກຢາງ - ảnh 3

ໄກ່ອຽນເທ໋ (ພາບ:ອິນເຕີແນດ)

        ​ເສດຖະກິດ​ຄອບຄົວ​ພັດທະນາ, ທັງ​ແມ່ນ​ຕາ​ແສງ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຈາກ​ນິຄົມ​ກະ​ເສດ​ອຽນ​ເທ໋ ມາ​ເປັນ​ເວລາ 3 ກວ່າ​ປີ, ດັ່ງ​ນັ້ນ​ດົ່ງ​ເຕິ​ມ ຍິ່ງ​ມີ​ເງື່ອນ​ໄຂ​ສະດວກ​ຫຼາຍ​ຢ່າງ ​ເພື່ອ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ. ດ້ວຍ​ໄຟຟ້າ, ທາງ​ຄົມມະນາຄົມ, ​ໂຮງຮຽນ, ສຸກສາລາ ​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ​ໃໝ່. ​ເມື່ອ​ເລີ່​ມຕົ້ນ​ຜັນ​ຂະຫຍາຍ​ໂຄງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​​ໃນ​ຕົ້ນ​ປີ 2012, ດົ່ງ​ເຕິ​ມ ​ບັນລຸໄດ້​ 8/19 ມາດຖານ​ ​ແລະ ມາ​ຮອດ​ປະຈຸ​ບັນ, ຕາ​ແສງ​ບັນລຸ​ໄດ້ 11/19 ມາດຖານ​ແລ້ວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ, ຕາ​ແສງ​ດົ່ງ​ເຕິ​ມ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ຄື: ຄວາມ​ສາມາດ ​ແລະ ລະດັບ​ຄວາ​ມຮູ້​ຂອງ​ພະນັກງານ​ຂັ້ນ​ຕາ​ແສງ​ຍັງ​ຈຳກັດ​ຢູ່. ປະຊາຊົນ​ສ່ວນ​ຫຼາຍ​ແມ່ນ​ເຮັດ​ວຽກ​ງານ​ກະ​ສີ​ກຳ ດັ່ງ​ນັ້ນ​ການ​ລະດົມ​ທຶນ​ໃນ​ໝູ່​ປະຊາຊົນ​ກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ; ມາດຖານອັດຕາ​ຄອບຄົວທຸກ​ຍາກ ກໍ່​ບັນລຸ​ໄດ້​ຍາກ, ພິເສດ, ມາດຖານ​ກ່ຽວ​ກັບ​ໂຄງ​ປະກອບ​ແຮງ​ງານ​ແມ່ນ​ບັນລຸ​ໄດ້​ຍາກ​ທີ່​ສຸດ. ​ເພື່ອ​ແກ້​ໄຂ​ບັນຫາ​ນີ້, ​ເມືອງ​ອຽນ​ເທ໋ ພ້ອມ​ກັບ​ຕາ​ແສງ​ດົ່ງ​ເຕິ​ມ ​ໄດ້​ເລືອກ​ເຟັ້ນມາດ​ຕະການ​ທີ່​ຕັ້ງໜ້າ ນັ້ນ​ແມ່ນ​ຮຽກຮ້ອງ​ການ​ລົງທຶນ, ​ເພື່ອດຶງ​ດູດ​ຄົນ​ງານ​ໃນ​ເຂດ​ຊົນນະບົດ. ທ່ານ ລື​ວຊວນ​ເວື​ອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ອຽນ​ເທ໋, ຢືນຢັນ​ວ່າ:

        “ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຈະ​ຕ້ອງ​ສະ​ເໜີ ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ. ກ່ຽວ​ກັບບັນຫາ​ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ​ຈາກ​ກະ​ສີ​ກຳ​ເປັນ​ປອດ​ກະ​ສີ​ກຳ, ພິ​ເສດ​ແມ່ນ​ສຳລັບ​ດົ່ງ​ເຕິ​ມ, ທາງ​​ເມືອງ​ໄດ້​ມີ​ມາດ​ຕະການ​ສ້າງ​ກຸ່ມ​ອຸດສາຫະກຳ​ຢູ່​ທີ່​ນີ້ ​ເພື່ອ​ດຶງ​ດູດ​ຜູ້​ອອກ​ແຮງ​ງານ​. ຢູ່​ບໍລິ​ເວນ​ເມືອງ ກໍ່​ຍູ້​ແຮງ​ວຽກ​ງານ​ດຶງ​ດູດ​ການ​ລົງທຶນ​ພັດທະນາ​ອຸດສາຫະກຳ, ຕົວຢ່າງ​ຄື​ໂຮງງານ​ຕັດຫຍິບ​ອຽນ​ເທ໋ ດຶງ​ດູດ​ຜູ້​ອອກ​ແຮງ​ງານ​ມາ​ເຮັດ​ວຽກ​ປະມານ 5 ພັນ​ຄົນ. ທາງ​ເມືອງ​ກໍ່​ພວມ​ຕັ້ງໜ້າ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ“.

        ດ້ວຍ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຂອງ​ປະຊາຊົນ​ໃນ​ການ​ຫັນ​ປ່ຽນ​ໂຄງ​ປະກອບ​ຜົນລະປູກ, ສັດລ້ຽງ, ສ້າງ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ ​ແລະ ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ​ນັ້ນ, ​ເຊື່ອ​ໝັ້ນ​ວ່າ​ຕາ​ແສງ​ດົ່ງ​ເຕິ​ມ ຈະ​ປະຕິບັດ​ສຳ​ເລັດ 19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຖືກ​ຕາມ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ. ​ເມືອງ​ອຽນ​ເທ໋ ສູ້​ຊົນ​ຮອດ​ປີ 2015, 3 ຕາ​​ແສງ​ປະຕິບັດ​ທົດ​ລອງ​ຂອງ​ແຂວງ​ຈະ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃນ​ນັ້ນ​ມີ​ຕາ​ແສງດົ່ງ​ເຕິ​ມ.

ຕອບກັບ

ຂ່າວ/ບົດ​ອື່ນ