(VOVWORLD) -ນັບແຕ່ຮອ້ຍປີກ່ອນ, ບັນດາໝູ່ບ້ານຊາວປະມົງຢູ່ອ່າວຮ້າລອງ ໄດ້ຍືນຍົງຄົງຕົວ ແລະ ສ້າງເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນເຂດທະເລ ກວາງນິງ. ໃນທ່າອ່ຽງເຊື່ອມໂຍງ ແລະ ພັດທະນາ, ບັນດາໝູ່ບ້ານທີ່ດຳລົງຊີວິດຢູ່ເທິງໜ້ານ້ຳຮ້າລອງ ແມ່ນບໍ່ມີອີກແລ້ວ ແຕ່ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວປະມົງ ຍັງໄດ້ຮັບການອະນຸລັກຮັກສາໄວ້ ແລະ ເສີມຂະຫຍາຍ, ຕິດພັນກັບການຮັບປະກັນຊີວິດການເປັນຢູ່ແບບຍືນຍົງ, ປະກອບສ່ວນຍົກສູງຊີວິດໃຫ້ແກ່ຊາວປະມົງ.
ຂັບຮ້ອງກ້ຽວກັນທີ່ເປັນມູນເຊື້ອຂອງຊາວປະມົງ (ພາບ: truyenhinhdulich.vn)
|
ບັນດາສຽງຂັບກ້ຽວກັນທີ່ຊາບຊື້ງອ່ອນຫວານໃນທ່າມກາງເຂດພູຫີນທີ່ກ້ວາງໃຫ່ຍໄພສານ, ທະເລກ້ວາງສຸດຂອບຟ້າຂອງອ່າວຮ້າລອງ ໄດ້ວາດພາບຄືນຈຸດວັດທະນະທຳທີ່ເປັນເອກະລັກສະເພາະສວນໃດສ່ວນໜຶ່ງຂອງຊາວປະມົງໃນເມື່ອກ່ອນ. ນັ້ນແມ່ນກິດຈະກຳພິເສດສະເພາະທີ່ສະຫງວນໃຫ້ແຂກທ່ອງທ່ຽວເມື່ອມາຢ້ຽມຊົມສູນວັດທະນະທຳເທິງໜ້ານ້ຳຢູ່ໝູ່ບ້ານຊາວປະມົງ ເກືອວ້ານ ຕັ້ງຢູ່ກາງອ່າວຮ້າລອງ. ສິ່ງພິເສດແມ່ນ, ບັນດາຜູ້ບ່າວ ຜູ້ສາວ ພວມຂັບຮ້ອງກ້ຽວກັນຢ່າງເມົາມົວຫຼົງໄຫຼນັ້ນ ລ້ວນແຕ່ແມ່ນປະຊາຊົນໃນໝູ່ບ້ານຊາວປະມົງ. ນາງຫງວຽນທິຮັ່ງ ຜູ້ຍັນຍາຍຂອງສູນວັດທະນະທຳເທິງໜ້ານ້ຳຢູ່ໝູ່ບ້ານຊາວປະມົງ ເກືອວ້ານ ແບ່ງປັນວ່າ:
ຂ້າພະເຈົ້າໄດ້ກຳເນີດ ແລະ ເຕີບໃຫ່ຍຢູ່ໝູ່ບ້ານຊາວປະມົງ ເກືອວ້ານ. ເພາະສະນັ້ນ, ຂ້າພະເຈົ້າພາກພູມໃຈທີ່ສຸດ ເມື່ອໄດ້ແນະນຳກ່ຽວກັບການດຳເນີນຊີວິດຂອງຊາວປະມົງ, ຄອບຄົວຕົນເອງໃຫ້ແກ່ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
ເອື້ອຍຫງວຽນທິຮັ່ງແນະນຳໃຫ້ແຂກທ່ອງທ່ຽວສາກົນກ່ຽວກັບຊີວິດຂອງລຸ້ນກ່ອນຢູ່ອ່າວຮ້າລອງ (ພາບ: truyenhinhdulich.vn)
|
ໂດຍແມ່ນ 1 ໃນຈຳນວນ 7 ໝູ່ບ້ານຊາວປະມົງທີ່ໄດ້ດຳລົງຊີວິດຢູ່ອ່າວຮ້າລອງ ແລະ ກໍ່ແມ່ນແຫ່ງທີ່ມີຂອບຂະໜາດ, ທິວທັດທຳມະຊາດທີ່ສວຍງາມກ່ວາໝູ່ນັ້ນ, ປະຈຸບັນ, ແຕ່ລະມື້, ໝູ່ບ້ານຊາວປະມົງ ເກືອວ້ານ ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມປະມານແຕ່ 200-400 ເທື່ອຄົນ.
ໄປຄຽງຄູ່ກັບການມີວຽກເຮັດງານທຳເປັນປົກກະຕິຢູ່ສູນວັດທະນະທຳດັ່ງກ່າວນັ້ນ, ປະຊາຊົນຂອງໝູ່ບ້ານຊາວປະມົງໃນເມື່ອກ່ອນ ຍັງໄດ້ເຂົ້າຮ່ວມການສ້າງເສດຖະກິດ, ການທ່ອງທ່ຽວຫຼາຍຮູບແບບອີກດ້ວຍ. ຢູ່ໝູ່ບ້ານຊາວປະມົງ ວູງວຽງ, ຊາວປະມົງຫຼາຍຄົນໄດ້ກັບຄືນສູ່ການລ້ຽງປູກສິນໃນນ້ຳຕາມຂັ້ນຕອນທີ່ເປັນມິດກັບສິ່ງແວດລ້ອມ ສົມທົບກັບການຮັບໃຊ້ແຂກທ່ອງທ່ຽວ. ໃນເບື້ອງຕົ້ນ, ຊາວປະມົງໄດ້ຮັບການໜູນຊ່ວຍດ້ານເຕັກນິກການລ້ຽງ, ສົ້ນອອກຂອງຜະລິດຕະພັນ, ການລ້ຽງປາກະຊັງຫຼາຍປະເພດທີ່ມີມູນຄ່າດ້ານເສດຖະກິດສູງ ອັນໄດ້ນຳມາເຊິ່ງລາຍຮັບເປັນປົກກະຕິໃຫ້ຊາວປະມົງຫຼາຍຄົນ ຄືປະມານແຕ່ 60-70 ລ້ານດົ່ງຕໍ່ປີ.
ນອກຈາກມີສະມາຊິກສະຫະກອນ 50 ຄົນໄດ້ລ້ຽງປູກສິນໃນນ້ຳແລ້ວ, ໝູ່ບ້ານຊາວປະມົງ ວູງວຽງ ຢູ່ອ່າວຮ້າລອງ ຍັງມີສະມາຊິກສະຫະກອນ 70 ຄົນໄດ້ເຮັດບໍລິການພາຍເຮືອຮັບໃຊ້ແຂກທ່ອງທ່ຽວຢ້ຽມຊົມ ແລະ ຮ່ວມດຳລົງຊີວິດກັບຊາວປະມົງເປັນເວລາ 1 ມື້ອີກດ້ວຍ. ທ່ານຫວູ້ວັນຮົ່ງ ສະມາຊິກສະຫະກອນ ວ້ານຈ່າຍ, ໝູ່ບ້ານຊາວປະມົງ ວູງວຽງ ເວົ້າວ່າ:
ໃນໝູ່ບ້ານຊາວປະມົງຂອງພວກຂ້າພະເຈົ້າມີການບໍລິການພາຍເຮືອຮັບໃຊ້ແຂກທ່ອງທ່ຽວ, ແຕ່ລະເດືອນກໍ່ສ້າງລາຍຮັບໄດ້ປະມານ 3 ລ້ານ 5 ແສນດົ່ງ.
ການທ່ອງທ່ຽວເຂດຊຸມຊົນ (ພາບ: truyenhinhdulich.vn)
|
ການອະນຸລັກຮັກສາ, ເສີມຂະຫຍາຍມູນຄ່າວັດທະນະທຳທີ່ມີຮູບຮ່າງ, ບໍ່ມີຮູບຮ່າງ ແລະ ມູນເຊື້ອວັດທະນະທຳ, ປະຫວັດສາດ ໂດຍຊາວປະມົງສ້າງຂຶ້ນຜ່ານນັບຮ້ອຍປີ, ຄະນະຄຸ້ມຄອງອ່າວຮ້າລອງ ໄດ້ສົມທົບກັບຫຼາຍອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດຄື: ອາເມລິກາ, ຍີ່ປຸ່ນ ເພື່ອຄົ້ນຄ້ວາ, ຄົ້ນຫາ ແລະ ສ້າງບັນດາຈຸດນັດພົບທີ່ເປັນເອກະລັກສະເພາະຮ່ວມສຳພັນກັບການທ່ອງທ່ຽວເຂດຊຸມຊົນຢູ່ໝູ່ບ້ານຊາວປະມົງຄື: ຖ້ຳ ຕຽນອົງ, ເກືອວ້ານ, ງານບຸນແຫ່ນ້ຳ, ວິຫານ ເກົ້າວ່າງ, ບ່າແມນ…. ທ່ານນາງຫງວຽນຮ່ວຽນແອັງ ຮອງຫົວໜ້າຄະນະຄຸ້ມຄອງອ່າວຮ້າລອງ ໃຫ້ຮູ້ວ່າ:
ແຂກທ່ອງທ່ຽວ, ໂດຍສະແມ່ນຕ່າງປະເທດ ມີຄວາມນິຍົມບັນດາຜະລິດຕະພັນວັດທະນະທຳທີ່ສຸດ, ເຂົາເຈົ້າຢາກຮ່ວມດຳລົງຊີວິດພ້ອມກັບຊາວປະມົງຢູ່ທີ່ນີ້. ພວກຂ້າພະເຈົ້າກຳລັງທະວີຄູນການເຄື່ອນໄຫວຂັບຮ້ອງກ້ຽວກັນຂອງຄູ່ບ່າວສາວ, ຍົກລະດັບເຂດຫ້ອງຮຽນ, ຫໍສະໝຸດ…ຂອງລູກຫຼານຊາວປະມົງໃນເມື່ອກ່ອນ. ນີ້ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວປະມົງຢູ່ເຂດອ່າວ ຕ້ອງອະນຸລັກຮັກສາໃຫ້ແກ່ຄົນລຸ້ນຫຼັງ ແລະ ກາຍເປັນຜະລິດຕະພັນທ່ອງທ່ຽວຢູ່ອ່າວຮ້າລອງ.
ເລື່ອງຫັນບັນດາການບໍລິການ, ຜະລິດຕະພັນທ່ອງທ່ຽວຢູ່ອ່າວຮ້າລອງເປັນຫຼາຍຮູບຫຼາຍແບບ ດ້ວຍບັນດາການເຄື່ອນໄຫວໃນເຂດຊຸມຊົນນັ້ນ, ທັງຊ່ວຍການຫັນປ່ຽນ, ສ້າງຊີວິດການເປັນຢູ່ແບບຍືນຍົງໃຫ້ແກ່ປະຊາຊົນ, ທັງຮັບໃຊ້ໃຫ້ແກ່ການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ປະຫວັດສາດທີ່ເປັນມູນເຊື້ອຂອງມໍລະດົກ. ນອກຈາກການໄປຢ້ຽມຊົມທິວທັດທຳມະຊາດອັນມະຫັດສະຈັນຂອງອ່າວຮ້າລອງ ແລ້ວ, ນີ້ຈະແມ່ນຈຸດໂດດເດັ່ນທີ່ດຶງດູດໃຈ, ເຮັດໃຫ້ແຂກທ່ອງທ່ຽວມີການເລືອກເຟັ້ນຕື່ມອີກ.