(vovworld) - ມາຍດິ່ງ ແມ່ນຕາແສງໜຶ່ງທີ່ມີເນື້ອທີ່ດິນ ແລະ ຈຳນວນຄົນງານຫຼາຍຂອງເມືອງຊອກເຊີນ, ນະຄອນຮ່າໂນ້ຍ. ກ່ອນນີ້ປະຊາຊົນເຄີຍປູກເຂົ້າຕາມແບບຫັດຖະກຳ. ນັບແຕ່ນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳ, ບໍ່ພຽງເຮັດໃຫ້ວັນແຮງງານ, ຄ່າຜະລິດຫຼຸດລົງເທົ່ານັ້ນ, ຫາກຍັງສ້າງລາຍຮັບຫຼາຍກວ່າໃຫ້ແກ່ຊາວກະສີກອນອີກດ້ວຍ. ຮູບແບບນຳໃຊ້ກົນຈັກໃນການຜະລິດກະສີກຳ ໄດ້ປະກອບສ່ວນສ້າງໂສມໜ້າໃໝ່ໃຫ້ແກ່ຕາແສງທີ່ປະສົບກັບຄວາມຫຍຸ້ງຍາກນີ້ຢ່າງແທ້ຈິງ.
(ພາບ: ອິນເຕີແນດ)
ກ່ອນທີ່ປະຕິບັດການນຳໃຊ້ກົນຈັກເຂົ້າໃນການຜະລິດຢ່າງຄົບຊຸດນັ້ນ, ຢູ່ຕາແສງມາຍດິ່ງ, ນາດິນຍັງຢູ່ກະແຈກກະຈາຍ, ດັ່ງນັ້ນການຜະລິດປະສົບກັບຄວາມຫຍຸ້ງຍາກຫຼາຍ. ການເຮັດນາຍັງອີງໃສ່ກຳລັງງົວຄວາຍເຖິງ 60% ແລະ ຍັງເຮັດຕາມແບບທີ່ເປັນມູນເຊື້ອກວມ 100%. ເພື່ອເຮັດໃຫ້ຊາວກະສີກອນປ່ຽນຈີນຕະນາການເຮັດນາຕາມແບບຫັດຖະກຳທີ່ບໍ່ມີປະສິດທິຜົນນັ້ນ. ສູນສົ່ງເສີມກະສີກຳຮ່າໂນ້ຍ ໄດ້ສົມທົບກັບອຳນາດການປົກຄອງຕາແສງມາຍດິ່ງ ຂົນຂວາຍປະຊາຊົນນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳເທື່ອລະກ້າວ. ອ້າຍຫງວຽນວັນບັກ, ຊາວກະສີກອນຕາແສງມາຍດິ່ງ, ໃຫ້ຮູ້ວ່າ. ກ່ອນນີ້ຄອບຄົວອ້າຍມີນາ 5 ໄຮ່ທີ່ຢູ່ກະແຈກກະຈາຍ, ດັ່ງນັ້ນ, ເມື່ອຕົກກ້າ, ດຳນາຕ້ອງລະດົມຫຼາຍຄົນໃນຄອບຄົວມາເຮັດຈຶ່ງສຳເລັດ. ແຕ່ເມື່ອໄດ້ຮັບຂ່າວສູນສົ່ງເສີມກະສີກຳຮ່າໂນ້ຍ ສົມທົບກັບອຳນາດການປົກຄອງຕາແສງນຳເອົາອຸປະກອນກົນຈັກເຂົ້າໃນການຜະລິດກະສີກຳ, ອ້າຍ ບັກ ພ້ອມກັບບັນດາຄອບຄົວຊາວກະສີກອນອື່ນໆໃນຕາແສງໄດ້ເຂົ້າຮ່ວມຮູບແບບນີ້ ແລະ ເຫັນດີທ້ອນໂຮມເນື່ອທີ່ດິນເຂົ້າເປັນທົ່ງນາຂະໜາດໃຫຍ່ເພື່ອສ້າງຄວາມສະດວກໃຫ້ແກ່ການປູກຝັງ. ປະຈຸບັນສາມາດນຳເອົາກົນຈັກເຂົ້າເຄື່ອນໄຫວໃນທົ່ງນາ 5 ໄຮ່ຂອງຄອບຄົວອ້າຍໄດ້ຢ່າງງ່າຍດາຍ. ອ້າຍ ຫງວຽນວັນບັກ, ໃຫ້ຮູ້ວ່າ:
“ທີໜຶ່ງແມ່ນຫຼຸດຜ່ອນຄ່າແຮງງານ. ຊາວກະສີກອນບໍ່ຕ້ອງຍົກຍ້າຍຈັກສູບນຳ້ໄປຍັງຫຼາຍບ່ອນ, ພຽງແຕ່ຢືນຢູ່ບ່ອນດຽວກໍ່ສາມາດສູບນຳ້ໃນເນື້ອທີ່ກວ້າງຂວາງໄດ້, ດັ່ງນັ້ນຄ່າສູບນຳ້ກໍ່ຫຼຸດລົງ“.
(ພາບ: ອິນເຕີແນດ)
ທ່ານ ເລດັງມິງ, ຮອງປະທານຄະນະກຳມະການປະຊາຊົນຕາແສງມາຍດິ່ງ, ໃຫ້ຮູ້ວ່າ, ຄ່າລົງທຶນໃຫ້ຮູບແບບນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳແມ່ນປະມານ 1,5 ຕື້ດົ່ງ. ດ້ວຍການຜະລິດຕາມຮູບແບບນີ້ໄດ້ນຳມາເຊິ່ງປະສິດທິຜົນຢ່າງຈະແຈ້ງ, ການດຳນາພຽງແຕ່ເສຍເວລາ 30 ນາທີກໍ່ສຳເລັດ. ຮອດຍາມເກັບກ່ຽວ, ເມື່ອນຳໃຊ້ກົນຈັກລາຄາຈະຫຼຸດລົງເທົ່າກັບ 60-70% ເມື່ອທຽບໃສ່ການເກັບກ່ຽວແບບຫັດຖະກຳ. ຊາວກະສີກອນມີແຕ່ໃສ່ຝຸ່ນ, ຫຼົກຫຍ້າ ແລະ ຂົນສົ່ງເຂົ້າເປືອກເຖິງບ່ອນຕາກເທົ່ານັ້ນ.
“ການພັດທະນາການຜະລິດແມ່ນໜຶ່ງໃນບັນດາປັດໃຈສຳຄັນເພື່ອຍົກສູງລະດັບຄອງຊີບຂອງປະຊາຊົນ. ຈາກນັ້ນພວກຂ້າພະເຈົ້າເຫັນວ່າການນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳແມ່ນໜຶ່ງໃນບັນດາບັນຫາສຳຄັນ. ເມື່ອປະຕິບັດຕາມຮູບແບບນີ້, ພວກຂ້າພະເຈົ້າກໍ່ຈັດຕັ້ງບັນດາໜ່ວຍບໍລິການຄື: ບໍລິການເຮັດດິນ, ບໍລິການໃສ່ຝຸ່ນ, ບໍລິການປົກປັກຮັກສາພືດ “.
ພາຍຫຼັງນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳ, ຄາດວ່າຄ່າເຮັດນາຂອງຊາວກະສີກອນຈະຫຼຸດລົງເຖິງ 1/3 ເມື່ອທຽບໃສ່ການເຮັດນາຕາມແບບຫັດຖະກຳ ແລະ ກຳລັງແຮງງານຂອງປະຊາຊົນນັບແຕ່ການຕົກກ້າ, ດຳນາຕະຫຼອດຮອດ ການເກັບກ່ຽວກໍ່ຫຼຸດລົງ. ດັ່ງນັ້ນ, ຊາວກະສີກອນຈະມີເວລາຫວ່າງເພື່ອເຮັດວຽກອື່ນ.
(ພາບ: ອິນເຕີແນດ)
ທ່ານ ຫງວຽນວັນຈີ໋, ຜູ້ອຳນວຍການສູນສົ່ງເສີມກະສີກຳຮ່າໂນ້ຍ, ຖືວ່າເມື່ອເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ປະສິດທິຜົນຂອງການນຳກົນຈັກເຂົ້າໃນການຜະລິດ, ຊາວກະສີກອນຈະເຂົ້າຮ່ວມຢ່າງສຸດຈິດຈຸດໃຈ. ນີ້ແມ່ນປັດໃຈສະດວກເພື່ອເຮັດໃຫ້ການເກັບກ່ຽວໄດ້ຮັບຜົນດີ.
“ມາດຖານຂອງຊາວກະສີກອນແມ່ນຫຼຸດອັດຕາສ່ວນຄົນງານຊົນນະບົດລົງເຫຼືອພຽງ 30%, ສ່ວນ 70% ແມ່ນຈະຫັນໄປເຮັດວຽກໃນຂະແໜງອື່ນໆ. ດັ່ງນັ້ນພວກຂ້າພະເຈົ້າຈຶ່ງນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳ. ຮູບແບບນີ້ສາມາດແກ້ໄຂໄດ້ສາມບັນຫາຄື: ນຳກົນຈັກເຂົ້າໃນການຜະລິດກະສີກຳ, ຮ່ວມສຳພັນຊາວກະສີກອນນຳກັນເພື່ອທ້ອນໂຮມທີ່ດິນເຂົ້າເປັນທົ່ງນາຂະໜາດໃຫຍ່, ເສີມຂະຫຍາຍບົດບາດຂອງການບໍລິການສະຫະກອນກະສີກຳເພື່ອຮັບໃຊ້ຊາວກະສີກອນ, ນັບແຕ່ການກະກຽມເຖິງການຜະລິດ“.
ດ້ວຍຄ່າລົງທຶນໃຫ້ແກ່ການນຳກົນຈັກເຂົ້າໃນການຜະລິດກະສີກຳບໍ່ຫຼາຍເກີນໄປ, ແຕ່ເວລາ ແລະ ກຳລັງແຮງງານຂອງຊາວກະສີກອນໃນເຂດທົ່ງນາພັດ ຫຼຸດລົງຫຼາຍພໍສົມຄວນ, ສະມັດຕະພາບ ແລະ ປະລິມານການຜະລິດເຂົ້າເພີ່ມຂຶ້ນ, ສິ່ງດັ່ງກ່າວເຮັດໃຫ້ປະຊາຊົນພາກພູມໃຈທີ່ສຸດ. ພ້ອມກັນນັ້ນ, ຊາວກະສີ ກອນກໍ່ຮັບຮູ້ໄດ້ຜົນປະໂຫຍດຂອງຮູບແບບຮ່ວມສຳພັນເຮັດການບໍລິການໃນຂະແໜງກະສີກຳ,ຈາກນັ້ນເຂົາເຈົ້າຈະຫັນການຜະລິດເຂົ້າເປັນທັນສະໄໝເທື່ອລະກ້າວ.