ການປ່ຽນແປງຢູ່ເຂດຕີນພູ ລາງບຽງ

(VOVWORLD) -ລາກເຢືອງ ແມ່ນເມືອງເຂດພູສູງໃນແຂວງ ເລິມດົ່ງ, ນອນຢູ່ຕີນສາຍພູ ລາງບຽງ, ດ້ວຍຊຸມຊົນສ່ວນຫຼາຍ ແມ່ນພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ດຳລົງຊີວິດຢູ່ຮ່ວມກັນຄື ຊົນເຜົ່າກະຮໍ, ກະຮີນ, ກະຣູ, ເອເດ. ຍ້ອນມີການປ່ຽນແປງວິທີນຶກຄິດ,ວິທີກະທຳໃນການຜະລິດກະສິກຳ, ດັ່ງນັ້ນພໍ່ແມ່ປະຊາຊົນຢູ່ແຫ່ງນີ້ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ບືນຕົວຂືຶ້ນສ້າງຄວາມຮັ່ງມີຢ່າງໝັ້ນຄົງ
ການປ່ຽນແປງຢູ່ເຂດຕີນພູ ລາງບຽງ - ảnh 1 ຈາກຈອມພູລາງບຽງຫຼຽວເບິ່ງທາງລຸ່ມ

ໂດຍມີຄວາມຂ້ອງຄາກັບວຽກງານຕັດງ່າດອກກຸຫຼາບ, ຫຸ້ມຫໍ່ຜະລິດຕະພັນໃຫ້ທັນ ເພື່ອຂົນສົ່ງງວດສິນຄ້າໄປຍັງຕະຫຼາດຂາຍຍົກທີ່ນະຄອນ ໂຮ່ຈີມິນ, ທ່ານ ກຣາຢານບະລີມ ຢູ່ບ້ານ ບອນເດີງໜຶ່ງ, ເທດສະບານເມືອງ ລາກເຢືອງ, ເມືອງ ລາກເຢືອງ ໃຫ້ຮູ້ວ່າ: ຈາກການຄ່າຮຽນຂອງລູກສາວ, ຄ່າໃຊ້ຈ່າຍໃນຊີວິດປະຈຳວັນຂອງຄອບຄົວ ຕະຫຼອດຮອດການປຸກສ້າງເຮືອນຊານ ທີ່ໃຫຍ່ໂຕໂອໂຖງຄືທຸກວັນນີ້ ກໍ່ລ້ວນແຕ່ອາໄສແຕ່ລາຍໄດ້ຈາກສວນດອກກຸຫຼາບນີ້. ກ່ອນນີ້ຍອດ ເນື້ອທີ່ປູກດອກກຸຫຼາບໃນເຮືອນແກ້ວສາມໄລ່ນີ້ ກໍ່ແມ່ນເນື້ອທີ່ນາ, ລາຍຮັບກໍ່ບໍ່ແນ່ນອນ, ດັ່ງນັ້ນຊີວິດການເປັນຢູ່ກໍ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ນັບຕັ້ງແຕ່ມື້ຫັນປ່ຽນມາປູກດອກໄມ້ໃນເຮືອນແກ້ວ, ເສດຖະກິດຂອງຄອບຄົວນັບມື້ນັບດີຂຶ້ນເທື່ອລະກ້າວ ດ້ວຍຜົນກຳໄລປະມານ 300 ລ້ານດົ່ງຕໍ່ປີ. ທ່ານ ກຣາຢານບະລີມ ໃຫ້ຮູ້ວ່າ:

 “ເມື່ອກ່ອນເຮັດນາກໍ່ພຽງສາມາດກຸ້ມກິນເທົ່ານັ້ນ, ແລ້ວກໍ່ຫັນມາປູກກາເຟແຕ່ລາຄາກໍ່ຖືກຕົກຕ່ຳ ເຮັດກໍ່ບໍ່ພໍກິນ, ຕໍ່ມາກໍ່ຫັນປ່ຽນມາປູກມອນ ແຕ່ກໍ່ບໍ່ເປັນປົກກະຕິ. ໄລຍະຕໍ່ມາກໍ່ໄດ້ກູ້ຢືມທຶນຈາກລັດ ເພື່ອປູກດອກກຸຫຼາບ, ກໍ່ໄດ້ຊ່ວຍໃຫ້ຄອບຄົວມີລາຍຮັບປົກກະຕິກວ່າ ແລະ ຊີວິດການເປັນຢູ່ກໍ່ໄດ້ຮັບການປົວແປງໃຫ້ດີຂຶ້ນ”.

ກໍ່ເຊັນດຽວກັນກັບຄອບຄົວທ່ານ ກຣາຢານບຣີມ, ຄອບຄົວນາງ ກີນເກີປາມ ຢູບ້ານ ດາຣາຮວາ ຕາແສງ ດາຍີມ ກໍ່ໄດ້ກູ້ຢືມທຶນຈາກລັດ ຫັນປ່ຽນສູ່ຮູບແບບປູກເຫັດ. ນາງ ກາປາມ ໃຫ້ຮູ້ວ່າ: ພຽງແຕ່ປູກເຫັດໃນເນື້ອທີ່ນ້ອຍໆໃນເບື້ອງຕົນເທົ່ານັ້ນ, ມາຮອດປັດຈຸບັນຄອບຄົວຂອງຂ້າພະເຈົ້າ ໄດ້ຂະຫຍາຍການປູກເຫັດຕື່ມອີກສາມຮາກຖານ ແຕ່ກໍ່ບໍ່ສາມາດຕອບສະໜອງ ໃຫ້ທ້ອງຕະຫຼາດຢ່າງພຽງພໍເທື່ອ. ລາຍຮັບຂອງຄອບຄົວກໍ່ໄດ້ບັນລຸ  10  ລ້ານກວ່າດົ່ງຕໍ່ເດືອນ. ນາງ ກີນກາປາມ ເວົ້າວ່າ:

“ນັບຕັ້ງແຕ່ປູກເຫັດມາຮອດປັດຈຸບັນ, ຄອບຄົວຂອງຂ້າພະເຈົ້າໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ.  ເມື່ອທຽບໃສ່ຄາວເປັນກຳມະກອນເຮັດກາເຟ,  ການປູກເຫັດກໍ່ມີຄວາມສະດວກສະບາຍກວ່າ, ລາຍຮັບກໍ່ໄດ້ສູງກວ່າ, ຈາກນັ້ນຄອບຄົວຂອງຂ້າພະເຈົ້າກໍ່ໄດ້ມີລາຍຮັບເປັນປົກກະຕິ, ແລະ ມີວຽກເຮັດງານທຳເປັນປະຈຳ”.

ຈາກທ້ອງຖິ່ນທີ່ມີແນວປູກຕົ້ນຕໍແມ່ນຕົ້ນເຂົ້າ ແລະ ກາເຟ, ມາຮອດປັດຈຸບັນທົ່ວເມືອງເຂດພູສູງ ລາກເຢືອງ ໄດ້ມີເນື້ອທີ່ກະສິກຳທີ່ນຳໃຊ້ເຕັກໂນໂລຊີສູງເກືອບ 780 ເຮັກຕາ, ລາຍຮັບສະເລ່ຍໃນເນື້ອທີ່ດິນປູກຝັງຕອນໜຶ່ງກໍ່ບັນລຸ 225 ລ້ານດົ່ງຕໍ່ເຮັກຕາ. ໃນນັ້ນເນື້ອທີ່ປູກຜັກໃນເຮືອນແກ້ວກໍ່ບັນລຸແຕ່ 500 ຫາ 800 ລ້ານດົ່ງຕໍ່ເຮັກຕາຕໍ່ປີ. ເນື້ອທີ່ປູກດອກໄມ້ບັນລຸແຕ່ 800 ລ້ານດົ່ງ ຫາ 1 ຕື້ດົ່ງ. ພິເສດມີເນື້ອທີ່ປູກດອກລີລີບັນລຸເຖິງ 2 ຕື້ດົ່ງຕໍ່ເຮັກຕາຕໍ່ປີ.  ເມື່ອບໍ່ດົນມານີ້, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຊັນອະນຸມັດເຂດກະສິກຳ ນຳໃຊ້ເຕັກໂນໂລຊີສູງຢູ່ຕາແສງ ດາຊາ  ດ້ວຍຍອດເນື້ອທີ່ກວ່າ 220 ເຮັກຕາ, ອັນໄດ້ອຳນວນຄວາມສະດວກເພື່ອໃຫ້ເມືອງ ລາກເຢືອງ ໄດ້ຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍດ້ານສິນເຊື່ອ, ຍົກເວັນຄ່າເຊົ່າທີ່ດິນ ເພື່ອສົ່ງເສີມວິສາຫະກິດລົງທຶນທຳການຜະລິດກະສິກຳສະອາດ ຕິດພັນກັບການປຸງແຕ່ງຢູ່ທ້ອງຖິ່ນ. ທ່ານ ເລກວາງມິງ ຮອງປະທານກຳມະການປະຊາຊົນເມືອງ ຫຼາກເຢືອງ ໃຫ້ຮູ້ວ່າ: ໃນທ່າພັດທະນາຮ່ວມ, ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍພາຍໃນເມືອງ ກໍ່ໄດ້ມີບາດກ້າວຂະຫຍາຍຕົວອັນດີເດັ່ນ ກ່ຽວກັບລະດັບຄວາມສາມາດໃນການຜະລິດ, ເຊິ່ງໄດ້ລົບລ້າງປະເພນີການປູກຝັງແບບເກົ່າໂດຍພື້ນຖານ, ສ້າງຄວາມຊິນເຄີຍກັບການປູກຕົ້ນໄມ້ອຸດສາຫະກຳ, ຜັກ, ດອກໄມ້, ຕົ້ນຢາສະໝູນໄພ. ໃນທົ່ວເມືອງ, ຄອບຄົວທີ່ທຸກຍາກຢູ່ເຂດພໍ່ແມ່ປະຊາຊົນັນດາເຜົ່າສ່ວນໜ້ອຍ ຍັງເຫຼືອພຽງ 46 ຄອບຄົວເທົ່ານັ້ນ. ຕາມທ່ານ ເລກວາງມິງ, ທາງເມືອງພວມສືບຕໍ່ຍູ້ແຮງການ່ຖາຍທອດ ວິທະຍາສາດເຕັກໂນໂລຊີໃນຂົງເຂດກະສິກຳ ເພື່ອຊ່ວຍພໍ່ແມ່ພີ່ນ້ອງເສີມຂະຫຍາຍທ່າໄດ້ປຽບ  ເພື່ອຍົກສູງຊີວິດການເປັນຢູ່. ທ່ານ ເລກວາງມິງ ເວົ້າວ່າ:

  “ນີ້ແມ່ນເຂດດິນທີ່ດິນຟ້າອາກາດ ອຳນວຍຄວາມສະດວກໃຫ້ແກ່ການຜະລິດກະສິກຳເຕັກໂນໂລຊີສູງ. ດ້ວຍຕົ້ນກາເຟແມ່ນຕົ້ນໄມ້ຕົ້ນຕໍ ແຕ່ພ້ອມກັນນັ້ນ, ທາງເມືອງຈະຍົກອອກວິທີການແກ້ໄຂລະອຽດ ເພື່ອຊ່ວຍພໍ່ແມ່ປະຊາຊົນຫັນປ່ຽນ ອົງປະກອບແນວປູກຕາມທິດຜະລິດກະສິກຳທີ່ນຳໃຊ້ເຕັກໂນໂລຊີສູງ ດ້ວຍຈຸດປະສົງຍົກສູງລາຍຮັບ ທາງດ້ານເສດຖະກິດເປັນປົກກະຕິ”.

ດ້ວຍທ່າແຮງທາງດ້ານເງື່ອນໄຂທີ່ດິນ ແລະ ເສີມຂະຫຍາຍແຫຼ່ງກຳລັງທາງດ້ານວິທະຍາສາດເຕັກໂນໂລຊີ, ເມືອງ ລາກເຢືອງ ພວມມີບັນດາເງື່ອນໄຂທີ່ສະດວກ ເພື່ອສືບຕໍ່ບືນຕົວຂຶ້ນ. ການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກຢູ່ດິນແດນແຫ່ງນີ້  ກໍ່ບໍ່ແມ່ນເລື່ອງຍາກອີກແລ້ວ. ພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ ລາກເຢືອງ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດທີ່ດີເພື່ອສ້າງຄວາມຮັ່ງມີຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ