ການປ່ຽນໃໝ່ໂສມໜ້າຍ້ອນມີໂຄງການກໍ່ສ້າງຊົນນະບົດໃໝ່

(vovworld) - ໂດຍ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ​ກວາງ​ນາມ​ ໄດ້​ຄັດ​ເລືອກ 3 ຕາ​ແສງ​ ຄື ​ຢູຍຮ່ວາ, ຢູຍ​ເຊີນ ​ແລະ ຢູຍ​ເຟືອ​ກ  ທີ່​ຂຶ້ນ​ກັບ​ເມືອງ​ ຢູຍຊວຽນ ​ເພື່ອ​ປະຕິບັດ​ທົດ​ລອງ. ຜ່ານ 2 ປີ ​ແຫ່ງ​ການ​ປະຕິບັດ, ມາ​ຮອດ​ປະຈຸ​ບັນ, ບັນດາ​ຕາ​ແສງ​ເຫຼົ່າ​ນີ້​ບັນລຸ​ໄດ້ 7/19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ການປ່ຽນໃໝ່ໂສມໜ້າຍ້ອນມີໂຄງການກໍ່ສ້າງຊົນນະບົດໃໝ່ - ảnh 1

ປະຊາຊົນ​ເມືອງ​ ຢູຍຊວຽນ ລະດົມແຮງງານກໍ່ສ້າງທາງຄົມມະນາຄົມ

(ພາບ: google.com.vn)

        ນັບ​ແຕ່​​ໄດ້​ຮັບ​ການເລືອກ​​ເຟັ້ນ​ເປັນຕາ​ແສງ​ປະຕິບັດ​ທົດ​ລອງ ການ​ກໍ່ສ້າງ​ຮູບ​ແບບ​ຊົນນະບົດ​ໃໝ່​ຈາກແຂວງ ກວາງ​ນາມ​​ ນັ້ນ, ​ໂສມ​ໜ້າ​ຊົນນະບົດ​ຢູ່​ຕາ​ແສງ ຢູຍຮ່ວາ, ​ເມືອງ ຢູຍຊວຽນ ນັບ​ມື້​ນັບ​ໄດ້​ຮັບ​ການຈະ​ເລີ​ນ​ເຕີບ​ໂຕ. ດ້ວຍ​ທິດ​ນຳ​ທີ່​ວ່າ ”ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ”, ມາ​ຮອດ​ປະຈຸ​ບັນ, ທາງ​ຄົມມະນາຄົມ​ລະຫວ່າງ​ບ້ານ, ຕາ​ແສງ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ, ປະຊາຊົນ​ມີ​ເງື່ອນ​ໄຂ​ເປີດ​ກວ້າງ​ການ​ຜະລິດ; ຊີວິດ​ການ​​ເປັນ​ຢູ່ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເທື່ອລະ​ກ້າວ. ທ່ານ Ngo Ba Loi, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ ຢູຍຮ່ວາ, ​ໃຫ້​ຮູ້​ວ່າ, ມາ​ຮອດ​ຈຸດ​ເວລາ​ນີ້, ຢູຍຮ່ວາ​ ບັນລຸ​ໄດ້ 7/19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຕ່ລະ​ປີອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໄດ້​ຫຼຸດ​ລົງ​ຫຼາຍພໍ​ສົມຄວນ, ມີ​ຫຼາຍ​ຄອບຄົວ​ປະຕິບັດ​ການ​ຫັນປ່ຽນ​ໂຄງ​ປະກອບ​ຜົນລະປູກ ອັນ​ໄດ້​ນຳ​ມາ​ເຊິ່ງລາຍ​ຮັບ​ສູງ:

        “ໂຄງການ​ຊົນນະບົດ​ໃໝ່​ແມ່ນ​ໂຄງການ​ທີ່​ມີ​ລັກສະນະ​ຮອບດ້ານ ​ແລະ ​ແທດ​ຈິງ​ທີ່​ສຸດ​ສຳ​ຫຼັບ​ຊົນນະບົດ, ກ່ອນ​ອື່ນ​ໝົດ​​​ແມ່ນສ້າງ​ຊີວິດ​ໃຫ້​ປະຊາຊົນ​ໃນ​ຫຼາຍ​ດ້ານ​ເຊັ່ນ​​ທາງ​ດ້ານ​ເສດຖະກິດ - ສັງຄົມ, ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ. ທາງ​ຕາ​ແສງ​ສູ້​ຊົນ​ເຖິງ​ປີ 2015 ຈະ​ມີ​ຄວາມ​ເຂັ້ມ​ແຂງ​ໃນ​ຫຼາຍ​ດ້ານ, ພິ​ເສດ​ ແມ່ນ​ການ​ຜະລິດ​ກະ​ສີ​ກຳ, ​ພັດທະນາ​​ເສດຖະກິດ​ຢ່າງ​ແຮງ, ອັດຕາ​ສ່ວນ​ຄອບຄົວ​ທີ່​ທຸກ​ຍາກ​​ເຖິງ​ປີ 2015 ​ແມ່ນ​ເຫຼືອ​ພຽງ​ປະມານ 5%. ​ໂສມ​ໜ້າ​ຊົນນະບົດ​ຢູ່ ​ຢູຍຮ່ວາ​ ເຖິງ​ປີ 2015 ​ຈະ​ໄດ້​ຮັບ​ການ​ພັດທະນາ​ຢ່າງຮອບດ້ານ​ກວ່າ​ເມື່ອ​ທຽບ​ໃສ່​ປະຈຸ​ບັນ”.

        ​ໂດຍ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຊາວ​ກະ​ສິກ​ອນ​ໃນ​ຕາ​ແສງ​ ຢູຍ​ເຊີນ, ​ໄດ້​ມອບ​ທີ່​ດິນ​ນັບ ຮ້ອຍຕາລາງ​ແມັດ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ​ລະຫວ່າງ​ບ້ານ, ປະກອບ​ແຮງ​ງານ​ເພື່ອ​ບູລະນະ​ສ້ອມ​ແປງ ​ແລະ ກໍ່ສ້າງ​​ເສັ້ນທາງ​ຄົມມະນາຄົມ​ໃໝ່, ສ້າງ​ຄອງ​ເໝືອງ. ດ້ວຍ​ແຫຼ່ງທຶນ​ຈາກ​ໂຄງການ​ຕ່າງໆ, ປີ 2011, ​ເມືອງ​ຢູຍຊວຽນ ​ຍັງ​ລົງທຶນ​ເກືອບ 500 ລ້ານ​ດົ່ງ​ໃຫ້​ແກ່​ຕາ​ແສງ​ ຢູຍ​ເຊີນ ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ໄຟຟ້າ, ທາງ​ຄົມມະນາຄົມ, ​ໂຮງຮຽນ, ສຸກສາລາ; ບັນດາ​ກິດຈະກຳ​ຊົນລະປະທານ, ​ຄອງ​ເໝືອງ. ດ້ວຍ​ການ​ປະກອບສ່ວນ​ຂອງ​ປະຊາຊົນ, ຕາ​ແສງ ຢູຍ​ເຊີນ ພວມ​ສືບ​ຕໍ່​ປະຕິບັດ​ບັນດາ​ມາດຕະຖານ​ກ່ຽວ​ກັບ​ຮາກ​ຖານ​ດ້ານ​ວັດຖຸ​, ວັດທະນະທຳ, ຕະຫຼາດ​ຊົນນະບົດ, ​ໄປສະນີ, ສຸກສາລາ, ຫໍ​ວັດທະນະທຳ… ທ່ານ Le Cong Tien, ຢູ່​ຕາ​ແສງ ຢູຍ​ເຊີນ, ​ເມືອງ​ຢູຍຊວຽນ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ດີ​ກັບ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ. ດັ່ງ​ນັ້ນ​ບັນດາ​ຄອບຄົວ​ຢູ່​​ແຄມ​ທາງ​ຄົມມະນາຄົມ​ໃນ​ຕາ​ແສງ​ລ້ວນ​ແຕ່​ສະຫງວນ​ທີ່​ດິນ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ. ອາດ​ເວົ້າ​ໄດ້​ວ່າ ​ແຜນ​ນະ​ໂຍບາຍ​ນີ້​ແມ່ນ​ສອດຄ່ອງ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ. ປະຕິບັດ​ສຳ​ເລັດ 19 ມາດຕະຖານ​ໂດຍ​ລັດ​ວາງ​ອອກ, ຕອບ​ສະໜອງ​ແຜນ​ນະ​ໂຍບາຍ​ຂອງ​ຄະນະ​ພັກ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ​ປະຕິບັດ​ຖືກ​ຕາມ​ມາດຕະຖານ​ທີ່​ໄດ້​ວາງ​ອອກ​ໃນ​ແຕ່ລະ​ປີ ​ເພື່ອ​ປະກອບສ່ວນ​ພ້ອມ​ກັບ​ຕາ​ແສງ ​ແລະ ​ເມືອງ​ປະຕິບັດ​ສຳ​ເລັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່.”

ການປ່ຽນໃໝ່ໂສມໜ້າຍ້ອນມີໂຄງການກໍ່ສ້າງຊົນນະບົດໃໝ່ - ảnh 2

ປະຊາຊົນ​ເມືອງ​ ຢູຍຊວຽນ ລະດົມແຮງງານກໍ່ສ້າງທາງຄົມມະນາຄົມ

(ພາບ: google.com.vn)

        ປະຈຸ​ບັນ, ​ເມືອງ ຢູຍຊວຽນ ​ພວມ​ສູ​ມ​ໃສ່​ກວດກາ​ແຜນ​ກຳນົດ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃຫ້​ບຸລິ​ມາ​ສິດ​ແກ່​ການການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ບັນດາ​ປັດ​ໃຈ​ອັນ​ຈຳ​ເປັນ​ອື່ນໆ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສູ້​ຊົນ​​ເຮັດ​ໃຫ້ 3 ຕາ​ແສງ​ປະຕິບັດ​ທົດ​ລອງ​ລ້ວນ​ແຕ່​ບັນລຸ​ໄດ້​ມາດຖາ​ນຊົນ​ນະ​ບົດ​ໃຫມ່​ໃນ​ປີ 2015. ທ່ານ ວັນ​ບາ ນຳ, ຫົວໜ້າ​ຫ້ອງການ​ກະ​ສິກຳ ​ເມືອງ ຢຸຍຊວຽນ ​ແຂວງ ກວາງ​ນາ​ ​ເວົ້າ​ວ່າ: “​ແຕ່​ນີ້​ຮອດ​ປີ 2015, ​ເມືອງ​ຈະ​ສູ້​ຊົນ​ເຮັດ​ໃຫ້ 3 ຕາ​ແສງ​ບັນລຸ​ມາດຖານ​ທັງ​ໝົດ 19 ຂໍ້, ສ່ວນ​ບັນດາ​ຕາ​ແສງ​ທີ່​ຍັງ​ເຫຼືອ​ພະຍາຍາມ​ຮອດ​ປີ 2020 ຈະ​ສຳ​ເລັດ 19 ມາດຖານ. ​​ໃນເບິ່ງ​ລວມ​ແລ້ວ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສ້າງ​ຊົນ​ນະ​ບົດ​ໃໝ່, ພວກ​ຂ້າພະ​ເຈົ້າ​ໄດ້​ປະຕິບັດ​ວຽກ​ງານ​ໂຄສະນາ ຂົນຂວາຍ​ປະຊາຊົນ​ຕອບ​ສະ​ຫນອງ​ເປັນ​ຢ່າງ​ດີ. ມີ​ຫຼາຍ​​ແຫ່ງ​ໄດ້​ປະກອບ​ເຫື່ອ​ແຮງ, ມອບ​ທີ່​ດິນ​​ໃຫ້​ແກ່​ການ​ກໍ​ສ້າງ​ທາງ​ຄົມມະນາຄົມ​ຊົນ​ນະ​ບົດ, ຢູ່​ພາຍ​ໃນ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ປະຕິບັດ​ໂຄງການ​ຮວບ​​ໂຮມ​ດິນ​ໄຮ່ນາ​ສຸມ​ໃສ່​ທຳ​ການ​ຜະລິດ​ກະສິກຳ, ສ້າງ​ທົ່ງ​ນາ​ຕົວ​ແບບ​ເທື່ອ​ລະ​ກ້າວ ​ແລະ ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ”

​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ກໍ​ສ້າງ​ຊົນ​ນະ​ບົດ​ໃຫມ່, ​ເມືອງ ຢຸ່ຍຊວຽນ, ​ແຂວງ ກວາງ​ນາມ​ໄດ້​ລະດົມ​ທຸກ​ແຫ່ງ​ກຳ​ລັງ, ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຢ່າ​ງມີ​ປະສິດທິ​ຜົນ ​ເພື່ອ​ລົງທຶນ​ຍົກ​ສູງ, ສອ້ມ​ແປງ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຕາມ​ທິດ​ຄົບ​ຊຸຸດ, ທັນ​ສະ​ໄຫມ​ເທື່ອ​ລະ​ກ້າວ​, ຕອບ​ສະຫນອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດ​ທະນາ​ເສດຖະກິດ, ສັງຄົມ ​ແລະ ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ໃຫ້​ແກ່​ພໍ່​ແມ່​ພີ່ນ້ອງ​ໃນ​ເຂດ​ຊົນນະບົດ./.

ຕອບກັບ

ຂ່າວ/ບົດ​ອື່ນ