(VOVWORLD) -ອ້າຍຮ່ວາງວັນລຽມ ຢູ່ບ້ານໄກແຈ, ຕາແສງຊັວນລາຍ, ເມືອງອຽນບິນ, ແຂວງອຽນບາຍ-ຫົວໜ້າສະຫະກອນທຽນອານ ແມ່ນໜຶ່ງໃນບັນດາແບບຢ່າງທີ່ດີເດັ່ນ ໃນຂະບວນການພັດທະນາເສດຖະກິດຊົນນະບົດຢູ່ເຂດພູສູງ, ພູດອຍ. ບໍ່ພຽງແຕ່ໄດ້ສ້າງວຽກເຮັດງານທຳໃຫ້ກຳມະກອນນັບສິບຄົນເທົ່ານັ້ນ, ອ້າຍລຽມ ຍັງປະກອບສ່ວນປ່ຽນແປງວິທີການລ້ຽງສັດ, ການຜະລິດຂອງ ປຊຊ ຢູ່ທີ່ນີ້ອີກດ້ວຍ.
ອ້າຍຮ່ວາງວັນລຽມເບິ່ງແຍງດູແລຝູງງົວຄວາຍ (ພາບ: VOV)
|
ໂດຍໄດ້ກຳເນີດຈາກຄອບຄົວຊາວກະສິກອນທີ່ທຸກຍາກ, ອ້າຍບ່າວ ຮ່ວາງວັນລຽມ, ເກີດປີ 1986 ກໍ່ຄືກັນກັບຊາວໜຸ່ມຜູ້ອື່ນໆຢູ່ທ້ອງຖິ່ນ ຕ້ອງເຮັດຫຼາຍອາຊີບເພື່ອຫາເງິນລ້ຽງຊີບ. ເມື່ອອາຍຸຮອດກະສຽນ, ອ້າຍບ່າວຊາວເຜົ່າໄຕ ຈາກເຂດພູດອຍໄດ້ເດີນທາງໄປຫາເງິນລ້ຽງຊີບຢູ່ທຸກບ່ອນ. ແຕ່ເຖິງແນວນັ້ນກໍ່ຕາມ, ອ້າຍລຽມ ເຫັນວ່າ ການໄປຮັບຈ້າງແມ່ນໜັກໜ່ວງທີ່ສຸດ ແຕ່ລາຍຮັບກໍ່ບໍ່ພໍກິນ. ຍ້ອນເຫດນັ້ນ, ອ້າຍໄດ້ ປ່ຽນຄວາມຄິດ ກັບເມືອສ້າງຄວາມຮັ່ງມີ ຢູ່ດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ.
ກັບເມືອບ້ານເກີດເມືອງນອນ, ອ້າຍລຽມ ເຫັນໄດ້ຄວາມສາມາດບົ່ມຊ້ອນ ຈາກທ່າໄດ້ປຽບຂອງຕາແສງຊວັນລາຍ ເວົ້າສະເພາະ ແລະ ບັນດາຕາແສງເຂດພູດອຍເວົ້າລວມ ນັ້ນແມ່ນ ການພັດທະນາເສດຖະກິດໂນນປ່າ ຕິດພັນກັບການລ້ຽງ ສັດ. ປີ 2009, ອ້າຍລຽມ ໄດ້ສ້າງຕັ້ງສະຫະກອນທຽນອານ ໂດຍສຸມໃສ່ການລ້ຽງງົວຄວາຍເອົາຊີ້ນ ແລະ ພໍ່ແມ່ພັນ. ອ້າຍຮ່ວາງວັນລຽມ ໃຫ້ຮູ້ວ່າ:
ຂ້າພະເຈົ້າເຫັນວ່າ, ຢູ່ທ້ອງຖິ່ນກໍ່ມີທີ່ດິນຢູ່ແລ້ວ, ບວກກັບການຮຽນຮູ້, ນຳເອົາຄວາມຮູ້ຈາກລຸ້ນອ້າຍເອື້ອຍ ອາວອາ, ຂ້າພະເຈົ້າຈຶ່ງສ້າງຕັ້ງສະຫະກອນລ້ຽງສັດສັງລວມ ພ້ອມກັບໝູ່ເພື່ອນຂອງຕົນ. ປະຈຸບັນ, ສະຫະກອນມີສະມາຊິກ 9 ຄົນ.
ແຕ່ລະປີ, ສະຫະກອນໄດ້ລ້ຽງແບບໝູນວຽນ, ຂາຍງົວ ຄວາຍພັນຊີ້ນ ແລະ ພໍ່ແມ່ພັນ 1500 ໂຕ (ພາບ: VOV)
|
ໄລຍະເບື້ອງຕົ້ນ, ອ້າຍລຽມ ພ້ອມກັບບັນດາສະມາຊິກ ໄດ້ໄປຍັງແຂວງຕ່າງໆຢູ່ພາກເໜືອຫວຽດນາມ ເພື່ອຊອກຊື້ ງົວຄວາຍທີ່ຈ່ອຍຜອມ; ຫຼັງຈາກນັ້ນລ້ຽງໄວ້ໃນຄອກ. ໃນຂັ້ນຕອນນີ້, ອ້າຍລຽມ ແລະ ບັນດາສະມາຊິກສະຫະກອນ ກໍ່ໄດ້ກວດກາ, ສັກວັກຊິນຢ່າງເຂັ້ມງວດ, ຄົບຖ້ວນ. ນອກຈາກນັ້ນ, ອ້າຍລຽມ ຍັງໄດ້ເກືອຫົວອາຫານທີ່ອຸດົມໄປດ້ວຍທາດໂປຼຕີນ ເປັນຕົ້ນແມ່ນ ຫຍ້າໝັກ, ຂີ້ເບຍ, ຮຳສາລີ ພິເສດ, ອ້າຍລຽມ ແລະ ບັນດາສະມາຊິກ ກໍ່ໄດ້ນຳໃຊ້ລະບົບພົ່ນໝອກ ເພື່ອເຮັດໃຫ້ຝູງງົວຄວາຍເຢັນສະບາຍ ໃນເວລາ 7-8ໂມງ/ມື້.
ພ້ອມກັບການລ້ຽງງົວຄວາຍເພື່ອເອົາຊີ້ນນັ້ນ, ສະຫະກອນທຽນອານ ຍັງເອົາໃຈໃສ່ເປັນພິເສດ ຕໍ່ການຄົ້ນຄ້ວາ, ໝູນໃຊ້ຂັ້ນຕອນການຄັດເລືອກ, ສ້າງພໍ່ແມ່ພັນ ທີ່ມີສະມັດຕະພາບ ແລະ ຄຸນນະພາບທີ່ດີ.
ພາຍຫຼັງໄດ້ເຄື່ອນໄຫວມາເປັນເວລາກ່ວາ 3 ປີ, ສະຫະກອນທຽນອານ ໄດ້ສ້າງຈຸດຢືນຢ່າງໝັ້ນຄົງໃນຕະຫຼາດ. ສະເລ່ຍໃນແຕ່ລະລະດູການຈະເລີນພັນ, ຟາມຂອງສະຫະກອນ ລ້ຽງສັດໄດ້ປະມານ 100 ຫາ 120 ໂຕ. ແຕ່ລະປີ, ທາງສະຫະກອນໄດ້ລ້ຽງແບບໝູນວຽນ, ຂາຍງົວ ຄວາຍພັນຊີ້ນ ແລະ ພໍ່ແມ່ພັນ 1500 ໂຕ ຊື່ງຈຳໜ່າຍຢູ່ແຂວງອຽນບາຍ ແລະ ບັນດາແຂວງອ້ອມຂ້າງຄື: ຕວຽນກວາງ, ລາວກາຍ ແລະ ຮ່າໂນ້ຍ. ບັນດາສະມາຊິກສະຫະກອນທຽນອານ ລ້ວນແຕ່ມີຊີວິດເປັນປົກກະຕິ. ສະເລ່ຍກຳໄລຂອງສະມາຊິກແຕ່ລະຄົນ ບັນລຸປະມານ 150 ລ້ານດົ່ງ/ປີ. ອ້າຍ ຮ່ວາງວັນກຽມ ສະມາຊິກສະຫະກອນທຽນອານ ແບ່ງປັນວ່າ:
ນັບແຕ່ ອ້າຍລຽມ ຮັບເຂົ້າເປັນສະມາຊິກຂອງສະຫະກອນ, ຄອບຄົວຂ້າພະເຈົ້າໄດ້ລ້ຽງຄວາຍ ແລະ ຂະຫຍາຍໄດ້ຫຼາຍກ່ວາອີກ, ສົ້ນອອກສົ້ນເຂົ້າກໍ່ເປັນປົກກະຕິກ່ວາເກົ່າ.
ທ່ານ ຫງວຽນວັນເທືອງ, ປະທານຄະນະກຳມະການ ປຊຊ ຕາແສງຊວັນລາຍ ໃຫ້ຮູ້ວ່າ: ກ່ອນນີ້ ປຊຊ ໄດ້ລ້ຽງສັດແບບປ່ອຍເສລີໃນເຂດທົ່ງນາເປັນຕົ້ນຕໍ, ບໍ່ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ. ຮ່ວາງວັນລຽມ ເປັນຜູ້ນຳໜ້າ, ເປັນແບບຢ່າງເພື່ອຫັນປ່ຽນແນວຄວາມຄິດ ແລະ ວິທິເຮັດຂອງ ປຊຊ ບ້ານໄກແຈ ເວົ້າສະເພາະ, ຕາແສງຊວັນລາຍ ເວົ້າລວມ:
ຈາກຮູບແບບຂອງອ້າຍລຽມ, ປະຈຸບັນ, ບັນດາຄອບຄົວອື່ນໆໃນຕາແສງ ໄດ້ຮ່ຳຮຽນຕາມ ເພື່ອຂະຫຍາຍຢ່າງກວ້າງຂວາງ. ປະຈຸບັນບໍ່ ໄດ້ປ່ອຍສັດລ້ຽງແບບຕາມໃຈແລ້ວ ແຕ່ທັງໝົດນັ້ນແມ່ນໄດ້ລ້ຽງຢູ່ໃນຄອກ. ຈິນຕະນາການຂອງ ປຊຊ ກໍ່ມີການປ່ຽນແປງຢ່າງເຫັນໄດ້ຊັດ.
ບໍ່ພຽງແຕ່ໄດ້ພັດທະນາການລ້ຽງສັດເທົ່ານັ້ນ, ປະຈຸບັນ, ຄອບຄົວອ້າຍລຽມ ຍັງປູກປ່າໃນເນື້ອທີ່ 10 ເຮັກຕາອີກດ້ວຍ, ສ່ວນຫຼາຍແມ່ນປູກຕົ້ນວິກ. ຍ້ອນເຫດນັ້ນ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ 10 ຄົນ ດ້ວຍລາຍຮັບສະເລ່ຍ 4.5 ລ້ານດົ່ງ/ຄົນ/ເດືອນ. ໃນການຂຸດຄົ້ນແຕ່ລະເທື່ອນັ້ນ ກໍ່ໄດ້ນຳເອົາລາຍຮັບມາໃຫ້ຄອບຄົວອ້າຍເປັນເງິນຫຼາຍກ່ວາ 600 ລ້ານດົ່ງ. ຍ້ອນມີຄວາມດຸໝັ່ນຂະຫຍັນພຽນ, ຂະຫຍັນຊອກຫາທິດທາງໃໝ່ນັ້ນ, ມາຮອດປະຈຸບັນ, ຄອບຄົວອ້າຍຮ່ວາງວັນລຽມ ໄດ້ກໍ່ສ້າງເຮືອນຢູ່ຢ່າງໃຫ່ຍໂຕ ແລະ ສວຍງາມ. ສະເລ່ຍແຕ່ລະປີ, ຮູບແບບເສດຖະກິດສັງລວມ ໄດ້ສ້າງລາຍຮັບໃຫ້ຄອບຄົວອ້າຍລ່ຽມ ເປັນເງິນຫຼາຍກ່ວາ 2 ຕື້ດົ່ງ./.