(vovworld) - ໃນຈຳນວນສະຫະກອນກະສິກຳ 10.000 ແຫ່ງຂອງທົ່ວປະເທດ, ປະຈຸບັນນັ້ນມີ ສະຫະກອນພຽງ 40% ເຄື່ອນໄຫວຢ່າງມີປະສິດທິຜົນເທົ່ານັ້ນ. ທີ່ກອງປະຊຸມສະຫລຸບ 3 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍສະຫະກອນແບບໃໝ່ຫວ່າງມໍ່ໆມານີ້, ມີຫຼາຍຄຳເຫັນຖືວ່າ: ເພື່ອຍົກສູງທີ່ຕັ້ງບົດບາດຂອງສະຫະກອນກະສິກຳ ແມ່ນຕ້ອງຍູ້ແຮງການກໍ່ສ້າງຮູບແບບຮ່ວມສຳພັນທຳການຜະລິດ ແລະ ຈຳໜ່າຍຜະລິດຕະພັນຕາມລະບົບມຸນຄ່າ. ບົດຂຽນຂອງນັກຂ່າວ ລ້າຍຮວາ.
ພາບປະກອບ
ຕາແສງ ກ໋ຽນແທ່ງ, ເມືອງ ເຈີ໋ນອຽນ, ແຂວງ ອຽນບ໋າຍ ມີເນື້ອທີ່ກ້ວາງກ່ວາ 8,8 ເຮັກຕາ, ສ່ວນຫຼາຍແມ່ນດິນປ່າ. ນີ້ແມ່ນຈຸດສຸມໃນແຜນກຳນົດປູກໄມ້ໄຜ່ເອົາໜໍ່ໄມ້ຂອງແຂວງ, ປະຈຸບັນ, ສະຫະກອນບໍລິການສັງລວມ ກ໋ຽນແທ່ງ ໄດ້ຮັບການຈັດຕັ້ງຄືນໃໝ່ຕາມກົດໝາຍວ່າດ້ວຍສະຫະກອນປີ 2012, ຮ່ວມສຳພັນກັບບໍລິສັດ ອຽນແທ່ງ, ເມືອງ ອຽນບີ່ງ ໃນວິວັດການປູກ, ເກັບກ່ຽວ, ປຸງແຕ່ງ ແລະ ສົ່ງອອກຜະລິດຕະພັນໜໍ່ໄມ້ ບາດໂດ້. ແຕ່ປີ 2015 ມາຮອດປະຈຸບັນ, ສະຫະກອນໄດ້ເກັບກ່ຽວ, ຈຳໜ່າຍປະລິມານໜໍ່ໄມ້ ບາດໂດ້ ຂອງບັນດາສະມາຊິກສະຫະກອນ ແລະ ຂອງປະຊາຊົນໄດ້ປະມານ 90%, ບັນລຸລາຍຮັບກ່ວາ 6 ຕື້ດົ່ງ, ສ້າງວຽກເຮັດງານທຳເປັນປົກກະຕິໃຫ້ຄົນງານ 30 ຄົນດ້ວຍລະດັບເງິນເດືອນ 3,5 ລ້ານດົ່ງ/ຄົນ/ເດືອນ. ຕາມທ່ານ ເຈີ່ນງອກສື, ຜູ້ອຳນວຍການສະຫະກອນ ກຽນແທ່ງ ແລ້ວ, ນັບແຕ່ເມື່ອປະຕິບັດການຮ່ວມສຳພັນລົງທຶນຕາມລະບົບມຸນຄ່າການເຄື່ອນໄຫວໄດ້ປະກອບສ່ວນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນທຸກຍາກໃຫ້ແກ່ພໍ່ແມ່ປະຊາຊົນຊາວຊົນເຜົ່າຢູ່ທ້ອງຖິ່ນ:
“ເມື່ອຮ່ວມສຳພັນກັບບໍລິສັດ ອຽນແທ່ງ ນັ້ນ, ຜະລິດຕະພັນຂອງພໍ່ແມ່ປະຊາຊົນຖືກຂາຍດ້ວຍລາຄາສູງກ່ວາ, ແລະໄດ້ຮັບການປຸງແຕ່ງເປັນຜະລິດຕະພັນໜໍ່ໄມ້ສົ່ງອອກ ທີ່ມີມູນຄ່າ ເສດຖະກິດສູງ, ຊ່ວຍໃຫ້ພໍ່ແມ່ປະຊາຊົນເພີ່ມລາຍຮັບຕື່ມອີກ. ເມື່ອສະຫະກອນບໍ່ທັນໄດ້ຮັບການສ້າງຕັ້ງນັ້ນ, ໃນເນື້ອທີ່ ປູກໜໍ່ໄມ້ 1 ເຮັກຕາ ສາມາດສ້າງລາຍຮັບໄດ້ແຕ່ 20 – 30 ລ້ານເທົ່ານັ້ນ, ແຕ່ເມື່ອໄດ້ຮັບການສ້າງຕັ້ງ ແລະ ຮ່ວມສຳພັນ, ຮ່ວມທຸລະກິດກັບບໍລິສັດ, ລາຍຮັບຂອງພໍ່ແມ່ປະຊາຊົນໄດ້ເພີ່ມຂຶ້ນແຕ່ 40 – 50 ລ້ານ/ເຮັກຕາ.”
ພາບປະກອບ
ຈາກບັນດາຜົນງານເບື້ອງຕົ້ນໃນການຮ່ວມສຳພັນລະຫວ່າງສະຫະກອນ ກັບ ວິສາຫະກິດ, ບໍລິສັດ ຮືງທິ້ງ ຈຳກັດ, ເມືອງ ເຈີ໋ນອຽນ ກໍ່ໄດ້ຮ່ວມສຳພັນກັບບັນດາສະຫະກອນ ເຈື່ອງຊວນ, ເຕີນເຮືອງ ເມືອງ ອຽນບີ່ງ ແລະ ສະຫະກອນ ກຽນທ້ວນ, ເມືອງ ວັນເຈີ໋ນ ລົງທຶນປະກອບເຕັກນິກບົວລະບັດ, ເກັບກຽວຊາຕາມມາດຕະຖານ VietGap (ເຊິ່ງແມ່ນການປະຕິບັດການຜະລິດກະສິກຳທີ່ມີຄຸນນະພາບດີຢູ່ ຫວຽດນາມ). ສະຫະກອນໄດ້ຂົນຂວາຍບັນດາຄອບຄົວປູກຕົ້ນຊາເຂົ້າຮ່ວມຊຸດເຝິກອົບຮົມ, ມອບໂອນເຕັກນິກໃນການປູກຝັງ ແລະ ເກັບກຽວເພື່ອຮັບປະກັນມາດຕະຖານດ້ານຄຸນນະພາບ, ສ້າງປະຖົມປັດໄຈເພື່ອຊ່ວຍໃຫ້ວິສາຫະກິດຍົກສູງຄຸນນະພາບ ຮັບໃຊ້ໃຫ້ແກ່ການສົ່ງອອກ. ທ່ານ ຈື໋ກວກຕ໋ວນ, ຜູ້ອຳນວຍການບໍລິສັດ ຮືງທິ້ງ ຈຳກັດ, ຢັ້ງຢືນວ່າ:
“ພວກຂ້າພະເຈົ້າໄດ້ສົມທົບກັບສະຫະກອນນັບແຕ່ປີ 2002, ຄາວນັ້ນ, ຍັງກະແຈກກະຈາຍຫຼາຍຢູ່ ຮອດເດືອນ 5/2015 ຈຶ່ງສ້າງຕາມລະບົບ ແລະ ເຫັນວ່າມີປະສິດທິຜົນຢ່າງຈະແຈ້ງ. ຜະລິດຕະພັນຊາຂອງພໍ່ແມ່ປະຊາຊົນຄ່ອຍໆບັນລຸມາດຕະຖານກ່ວາ. ບົນພື້ນຖານນັ້ນ, ຄຸນນະພາບກໍ່ເພີ່ມຂຶ້ນ. ທີສາມ, ແມ່ນພໍ່ແມ່ປະຊາຊົນໄດ້ຮູ້ວິທີບົວລະບັດຕົ້ນຊາປອດສານຜິດກ່ວາ ແລະ ຮູ້ໃຊ້ຝຸ່ນ, ຢາຂ້າສັດຕູພືດຢ່າງເໝາະສົມ.”
ສະພາບຕົວຈິງຢູ່ແຂວງ ອຽນບ໋າຍ ສະແດງໃຫ້ເຫັນວ່າ, ເພື່ອໃຫ້ບັນດາກົນໄກນະໂຍບາຍສະຫະກອນສືບຕໍ່ກ້າວເຂົ້າສູ່ຊີວິດນັ້ນ, ຕ້ອງກຳນົດລະບົບມູນຄ່າຜະລິດຕະພັນໃນການຜະລິດກະສິກຳ. ໃນທ່າອ່ຽງເຊື່ອມໂຍງມຸນຄ່າການສົ່ງອອກຜະລິດຕະພັນກະເສດນັບມື້ນັບໃຫຍ່ຫຼວງນັ້ນ, ສະຫະກອນຂະໜາດນ້ອຍແຕ່ລະແຫ່ງບໍ່ສາມາກປະຕິບັດບັນດາມຸນຄ່າ, ດັ່ງນັ້ນ, ສະຫະກອນຕ້ອງຮ່ວມສຳພັນນຳກັນຈຶ່ງມີຄວາມສາມາດສົ່ງອອກຜະລິດຕະພັນກະເສດຢ່າງພຽງພໍ ແລະ ເຮັດໃຫ້ມູນຄ່າລະບົບການຜະລິດກະສິກຳເພີ່ມຂຶ້ນໄດ້. ທ່ານ ຫວໍກິມກື້, ປະທານສະຫະພັນສະຫະກອນ ຫວຽດນາມ, ຖືວ່າ: ເພື່ອສ້າງຕັ້ງສະຫະກອນແບບໃໝ່ຕິດພັນກັບລະບົບມູນຄ່າຜະລິດຕະພັນ ຕ້ອງການມີຜູ້ອຳນວນການສະຫະກອນທັງມີຈິດໃຈ ທັງມີຄວາມສາມາດ. ພິເສດ, ຕ້ອງວາງແຜນຜັງຜະລິດຕະພັນມີຂອບຂະໜາດສິນຄ້າ ແລະ ຜະລິດຕະພັນທີ່ມີກຳລັງແຜ່ຂະຫຍາຍ:
“ຄວາມຮັບຜິດຊອບຂອງສະຫະພັນສະຫະກອນແມ່ນເຊື່ອມຕໍ່ລະບົບໜ່ວຍຮ່ວມມື, ສະຫະກອນ, ທັງສຶກສາ, ທັງໂຄສະນາ, ຍົກສູງຄວາມຮັບຜິດຊອບໃຫ້ພະນັກງານ. ພ້ອມທັງປະຕິບັດສຳເລັດພັນທະສຳລັບວິສາຫະກິດຄື: ເຊັນສັນຍາມອບ-ສົ່ງສິນຄ້າຢ່າງເຂັ້ມງວດ, ຮັບປະກັນຄຸນນະພາບ, ເວລາ ແລະ ຈຳນວນ. ຖ້າຫາກມອບ-ສົ່ງສິນຄ້າບໍ່ມີຄຸນນະພາບຈະເສຍອິດທິພົນ, ເຄື່ອງໝາຍການຄ້າ ສົ່ງຜົນສະທ້ອນເຖິງສະຫະກອນ. ພ້ອມກັນແບ່ງປັນກັບວິສາຫະກິດ, ສ້າງວິສາຫະກິດໃຫ້ພັດທະນາຢ່າງສະເໝີພາບໃນຕະຫຼາດເພື່ອພັດທະນາແບບຍືນຍົງ.”
ເພື່ອໃຫ້ບັນດາກົນໄກນະໂຍບາຍສະຫະກອນສືບຕໍ່ກ້າວເຂົ້າສູ່ຊີວິດ, ຕ້ອງກຳນົດລະບົບມູນຄ່າຜະລິດຕະພັນໃນການຜະລິດກະສິກຳ. ດັ່ງນັ້ນ, ດ້ວຍການສ້າງຕັ້ງບັນດາຮູບແບບສະຫະກອນແບບໃໝ່ຕິດພັນກັບການພັດທະນາລະບົບມູນຄ່າຜະລິດຕະພັນໃນເບື້ອງຕົ້ນ, ຫວັງວ່າຈະສ້າງກຳລັງໜູນ, ກາຍເປັນໄມ້ງັດ, ຊຸກຍູ້ເສດຖະກິດລວມໝູ່ພັດທະນາ, ສ້າງບາດກ້າວບຸກທະລຸໃນການພັດທະນາກະສິກຳ.