(VOVWORLD) -ແຕ່ດົນນານມາແລ້ວ, ຊາວເຜົ່າໄທດຳ ຢູ່ ແຂວງ ເຊີນລາ ໄດ້ນຳໃຊ້ປະຕິທິນຕາມການຄິດໄລ່ສະເພາະ. ປະຕິທິນນີ້ ພໍ່ແມ່ປະຊາຊົນໄດ້ນຳໃຊ້ເຂົ້າໃນທຸກວຽກງານຂອງຊີວິດປະຈຳວັນຄື: ງານສົບ, ງານດອງ, ການປຸກສ້າງເຮືອນ, ຂຶ້ນເຮືອນໃຫມ່, ການປູກຝັງ.. ປະຕິທິນ ຂອງຊາວເຜົ່າໄທດຳ ໄດ້ປະກອບສ່ວນເຮັດໃຫ້ສາງວັດທະນະທຳພື້ນເມືອງຂອງພໍ່ແມ່ຊາວເຜົ່າຜູ້ໄທ ຍິ່ງອຸດົມສົມບູນ, ມີສີສັນຫລາກຫລາຍກວ່າ ແລະ ຄວນໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາ.
ປະຕິທິນຂອງຊາວເຜົ່າຜູ້ໄທຢູ່ ແຂວງ ເຊີນລາ |
ປະຕິທິນບູຮານ ຂອງຊາວເຜົ່າໄທດຳ ແມ່ນຫນຶ່ງໃນບັນດາມໍລະດົກວັດທະນະທຳມີຄຸນຄ່າສູງ ແລະ ຄົງຕົວມາຮອດປະຈຸບັນ ພ້ອມກັບປະຫວັດຄວາມເປັນມາຂອງຊາວເຜົ່າຜູ້ໄທ. ມັນໄດ້ຖ່າຍທອດຈາກຄົນລຸ້ນນີ້ໄປສູ່ຄົນລຸ້ນອື່ນ ຜ່ານບັນດາໝໍພອນ ຫລື “ພໍ່ມື້” (ຊື່ງແມ່ນຜູ້ເບິ່ງມື້ສັນວັນດີໃຫ້ປະຊາຊົນຢູ່ໃນເຂດ”. ໃນບັນດາຜະລິດຕະພັນວັນນະຄະດີບູຮານ, ບົດກາບກອນ ຂອງຊາວເຜົ່າຜູ້ໄທ ກ່ອນນີ້ ນັບພັນປີນັ້ນ, ບັນພະບຸລຸດຂອງຊາວເຜົ່າຜູ້ໄທ ຍ້າຍ ຖິ່ນຖານ ໄປຕັ້ງ ຢູ່ເຂດດິນໃຫມ່ ເມື່ອງຫລໍ່ ຂະຫຍາຍອະນາເຂດ ຢູ່ ເຂດໄຕບັກ ໄດ້ນຳເອົາໝໍເຢົາ, ໝໍພອນໄປນຳ… ດ້ວຍປື້ມຄູ່ມື “ ປັບມື້” ເພື່ອຮັບໃຊ້ການຄິດໄລ່ມື້ສັນວັນດີໃນທຸກວຽກງານ. ເປັນອັນວ່າ ບັນພະບຸລຸດຂອງຊາວເຜົ່າໄທດຳ ໄດ້ຮູ້ຈັກການໃຊ້ປະຕິທິນເພື່ອຮັບໃຊ້ຊີວິດມານັບພັນປີແລ້ວ.
ປະຕິທິນຂອງຊາວເຜົ່າຜູ້ໄທ ແມ່ນອີງໃສ່ການປ່ຽນແປງຂອງດວງຈັນ ແລະ ແຕ່ລະຮອບວຽນການປ່ຽນແປງຂອງດວງຈັນ ແມ່ນເດືອນຫນຶ່ງ. ຊາວເຜົ່າຜູ້ໄທ ໄລ່ປີຫນຶ່ງມີ 12 ເດືອນ ຄື ປະຕິທິນສາກົນ ແຕ່ຜິດດ່ຽງກັບປະຕິທິນ ຊື່ງຊາວຫວຽດ ພວມນຳໃຊ້ປະຈຸບັນ ແມ່ນ 6 ເດືອນ. ໃນບັນດາຜະລິດຕະພັນວັນນະຄະດີບູຮານ, ບົດກາບກອນ ຂອງຊາວເຜົ່າຜູ້ໄທ ໄດ້ນຳໃຊ້ເດືອນເພື່ອຊີ້ບອກເຖິງດິນຟ້າອາກາດ, ເມື່ອພໍ່ແມ່ປະຊາຊົນອີງໃສ່ທຳມະຊາດແມ່ນຈະຮູ້ຈັກໄດ້ລະດູການເພື່ອປູກຝັງໃຫ້ເໝາະສົມ. ເດືອນ ຂອງຊາວເຜົ່າຜູ້ໄທເມື່ອທຽບໃສ່ເດືອນໄລ່ຕາມຈັນທະປະຕິທິນແມ່ນແຕກຕ່າງກັນ. ຊາວເຜົ່າຜູ້ໄທ ເຄີຍ ສັງເກດດວງຈັນ ເພື່ອນັບມື້, ເດືອນໃນປີ. ຜູ້ມີປະສົບການ ເຂົາເຈົ້າສັງເກດຕາມຕົ້ນໄມ້ໃບຫຍ້າ ແມ່ນຮູ້ໄດ້ວ່າ ປີໃດຈະເກີດຝົນຕົກຫລາຍ ລົມແຮງ….. ລຸງ ຫລໍ່ວັນຈູງ ຢູ່ ຕາແສງ ຈຽງເລ່, ນະຄອນ ເຊີນລາ ຜູ້ຄົ້ນຄ້ວາກ່ຽວກັບປະຕິທິນຂອງຊາວເຜົ່າຜູ້ໄທ ໃຫ້ຮູ້ວ່າ:
“ກ່ອນນີ້ ພໍ່ແມ່ປະຊາຊົນເຄີຍສັງເກດໝາກໄມ້ໃນປ່າສຸກ ຈຶ່ງປູກຝັງໃຫ້ທັນລະດູການ. ແຕ່ຢູ່ໃນບ້ານຂອງຊາວເຜົ່າຜູ້ໄທ ຍັງຄົງມີຜູ້ຖືປື້ມຄູ່ມືເພື່ອຄິດໄລ່ມື້ສັນວັນດີ, ພໍ່ແມ່ປະຊາຊົນເຄີຍມາຫາເພິ່ນເບິ່ງໃຫ້”
ປະຈຸບັນ ຊາວເຜົ່າໄທດຳ ຢູ່ ບັນດາເມືອງຄື ທ້ວນເຈົາ, ຊົງໝ໋າ, ເມື່ອງລາ, ມາຍເຊີນ, ນະຄອນເຊີນລາ ແຂວງ ເຊີນລາ, ຕວນຢາວ, ເມື່ອງອັ່ງ, ດ້ຽນບຽນ, ….. ຍັງຄົງນຳໃຊ້ປະຕິທິນຂອງຊາວເຜົ່າຜູ້ໄທໃນຊີວິດປະຈຳວັນ. ສ່ວນຫລາຍເຂົາເຈົ້າຮູ້ຈັກນຳໃຊ້ ແລະ ໝູນໃຊ້ເຂົ້າໃນທຸກແງ່ມູມຂອງການດຳເນີນຊີວິດປະຈຳວັນ. ຢູ່ແຕ່ລະເຂດ, ແຕ່ລະບ້ານ ລ້ວນແຕ່ ມີບັນດາໝໍພອນ ຫລື ພໍ່ມື້ ເພື່ອເລືອກເອົາມື້ສັນວັນດີ ໃຫ້ແກ່ຜູ້ທີ່ມີຄວາມຕ້ອງການຄື: ຈັດງານດອງ, ປຸກສ້າງເຮືອນ, ຂຶ້ນເຮືອນໃຫມ່ … ບັນດາໝໍພອນ ເຄີຍ ມີປື້ມເປັນຂໍ້ອ້າງອີງເພື່ອເປັນປະຕິທິນ ເພື່ອເບິ່ງມື້ສັນວັນດີຮັບໃຊ້ປະຊາຊົນທີ່ມີຄວາມຕ້ອງການ.
ນອກຈາກການຄິດໄລ່ຕາມການໝູນວຽນຂອງດວງຈັນແລ້ວ ຢູ່ແຕ່ລະບ້ານ ຫລື ແຕ່ລະເຂດ ລ້ວນແຕ່ມີຜູ້ຖືປື້ມຄູ່ມື ແລະ ຮູ້ຈັກຄິດໄລ່ ຫລື ເອີ້ນວ່າ ໝໍພອນ ເພື່ອໃຫ້ພໍ່ແມ່ປະຊາຊົນມາເບິ່ງມື້ສັນວັນດີ. ໂດຍເຫັນໄດ້ຄວາມຈຳເປັນຂອງການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າຂອງປະຕິທິນຊາວເຜົ່າຜູ້ໄທ, ປີ 2005, ທ່ານ ກ່າວັນຈູງ ຊາວເຜົ່າຜູ້ໄທ, ອະດີດ ພະນັກງານ ພະແນກ ວິທະຍາສາດ ເຕັກໂນໂລຊີ ແຂວງ ເຊີນລາ ໄດ້ສະເຫນີ ແລະ ປະຕິບັດກິດຈະກຳທີ່ມີຫົວເລື່ອງວ່າ: “ຄົ້ນຄ້ວາ, ຮຽບຮຽງ ແລະ ນຳເອົາປະຕິທິນຂອງຊາວເຜົ່າຜູ້ໄທຢູ່ ແຂວງ ເຊີນລາເຂົ້າໃນລະບົບຄອມພິວເຕີ”. ຕາມນັ້ນແລ້ວ, ທ່ານໄດ້ສ້າງໂຄງການປະຕິທິນຊາວເຜົ່າຜູ້ໄທເຂົ້າໃນລະບົບຄອມພິວເຕີສຳເລັດ ແລະ ສາມາດຄົ້ນຫາແຕ່ລະມື້ ນັບແຕ່ປີ 1980 ເຖິງປີ 2199 (400 ປີ) ລວມທັງ ປະຕິທິນສາກົນ ແລະ ຈັນທະປະຕິທິນ, ປະຕິທິນເຜົ່າຜູ້ໄທ.
ດ້ວຍການສັງເກດບັນດາປະກົດການທຳມະຊາດ, ຕົ້ນໄມ້ໃບຫຍ້າ ຊື່ງຊາວເຜົ່າຜູ້ໄທ ມີວິທີຄິດໄລ່ປະຕິທິນບູຮານ ນັ້ນແມ່ນບັນດາຫລັກຖານຕົວຈິງໃນເມື່ອກ່ອນ ເພື່ອໃຫ້ມະນຸດສ້າງເປັນປະຕິທິນ ຮັບໃຊ້ຊີວິດຂອງຕົນ. ປະຕິທິນ ຂອງຊາວເຜົ່າໄທດຳ ໄຕບັກ ພ້ອມກັບບັນດາຄຸນຄ່າວັດທະນະທຳອື່ນ ສ້າງເປັນສີສັນຂອງຊົນເຜົ່າຫນຶ່ງທີ່ເປັນຫນ້າເຄົາລົບນັບຖື ແລະ ອະນຸລັກຮັກສາ.