ບົນເສັ້ນທາງເຂົ້າໄປຍັງໝູ່ບ້ານກຽວກີ່, ນັກທ່ອງທ່ຽວໄດ້ຍິນສຽງຕີຄຳທີ່ດັງຟັດສະໜັ່ນຈາກເຮືອນຕຶກຫຼາຍຊັ້ນທີ່ທັນສະໄໝ. ຢູ່ທີ່ນີ້, ນັບທັງຜູ້ເຖົ້າຜູ້ແກ່ ແລະ ເດັກນ້ອຍລ້ວນແຕ່ສາມາດເຂົ້າຮ່ວມການຟອກຄຳ, ຟອກເງິນໄດ້… ບັນດາຊ່າງຄຳອາຍຸສູງໃນໝູ່ບ້ານໃຫ້ຮູ້ວ່າ, ອາຊີບຟອກຄຳ, ຟອກເງິນໄດ້ມີມາກ່ອນນີ້ເກືອບ 300 ປີ. ໃນໄລຍະນັ້ນ, ມີທ່ານ ຫງວຽນກວີ໋ຈີ້, ຊາວ ຫາຍເຢືອງ ເຊິ່ງແມ່ນອາດຍາເຈົ້ານາຍໃນສະໄໝລາດຊະວົງ ເລແກງຮຶງ ໄລຍະ 1740-1786. ໃນການໄປປະຕິບັດງານການທູດຄັ້ງໜຶ່ງ, ທ່ານໄດ້ຮຽນອາຊີບຟອກຄຳ, ຟອກເງິນ, ເມື່ອກັບເມືອປະເທດ, ທ່ານໄດ້ສອນອາຊີບນີ້ໃຫ້ແກ່ຊາວບ້ານກຽວກີ່. ຍ້ອນມີອາຊີບນີ້, ຊີວິດການເປັນຢູ່ຂອງປຊຊ ໝູ່ບ້ານກຽວກີ່ ຈຶ່ງໄດ້ຮັບການປັບປຸງໃຫ້ດີຂຶ້ນ. ເພື່ອຈາລຶກບຸນຄຸນຂອງທ່ານ, ຊາວບ້ານໄດ້ເຊີດຊູທ່ານ ຫງວຽນກວີ໋ຈີ້ ເປັນບຸລຸດຜູ້ປະດິດສ້າງອາຊີບຟອກຄຳ, ຟອກເງິນ, ແລະຖືເອົາວັນທີ 7 ເດືອນ 8 ໄລ່ຕາມຈັນທະປະຕິທິນຂອງທຸກໆປີແມ່ນວັນອາໄລຫາບຸນຄຸນບຸລຸດຜູ້ປະດິດສ້າງອາຊີບ. ປະຈຸບັນ, ໃນສາລາບ້ານກຽວກີ່ ມີຮູບປັ້ນບຸລຸດຜູ້ປະດິດສ້າງອາຊີບ ເຊິ່ງໄດ້ຮັບການຟອກຄຳຢ່າງລະອຽດລະອໍ ແລະ ສວຍງາມ. ນັກສິລະປະກຳທີ່ມີອາຍຸສູງ ເລວັນວ່ອງ, ເລົ່າສູ່ຟັງວ່າ:
”ນັບແຕ່ໄດ້ຮຽນອາຊີບຈາກທ່ານ, ປະຊາຊົນໃນໝູ່ບ້ານຕ່າງກໍ່ນັບຖືທຸກສິ່ງທຸກຢ່າງທີ່ທ່ານໄດ້ສອນໃຫ້, ແລະຮັກສາອາຊີບນີ້ໄວ້ຈົນຮອດປະຈຸບັນ”.
ຕາມວິວັດການແຫ່ງປະຫວັດສາດ, ອາຊີບຟອກຄຳ, ຟອກເງິນຢູ່ ກຽວກີ້ ມີບາງໄລຍະແມ່ນຈະເລີນ ແລະ ບາງກໍໄລຍະຊຸດໂຊມ. ພິເສດ, ຜ່ານໄລຍະສົງຄາມ, ອາຊີບຟອກຄຳ, ຟອກເງິນມີໄພຖືກສູນຫາຍໄປ. ຈົນຮອດໄລຍະປະເທດໄດ້ຮັບສັນຕິພາບ, ຊາວໝູ່ບ້ານກຽວກີ້ ຈຶ່ງຟື້ນຟູອາຊີບເກົ່າຄື່ນໃໝ່ເທື່ອລະກ້າວ. ໃນເບື້ອງຕົ້ນພຽງແຕ່ມີສອງ, ສາມຄອບຄົວເຮັດເທົ່ານັ້ນ, ແຕ່ມາຮອດປະຈຸບັນ, ໃນໝູ່ບ້ານມີ 30 ກວ່າຄອບຄົວ, ດ້ວຍຈຳນວນປະຊາຊົນ ເກືອບ 200 ຄົນເຮັດອາຊີບທີ່ເປັນມູນເຊື້ອນີ້, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຫຼາຍຄອບຄົວໃນໝູ່ບ້ານມີການປ່ຽນແປງຢ່າງແທ້ຈິງ.. ປະຈຸບັນ, ເຮືອນຂອງນັກສິລະປະກຳ ເລວັນວ່ອງ ຢູ່ໝູ່ບ້ານອາຊີບກຽວກີ້ ແມ່ນແຫ່ງທີ່ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບໝູ່ບ້ານອາຊີບ. ຄອບຄົວທ່ານ ເລວັນວ່ອງ ມີຫຼາຍລຸ້ນຄົນເຮັດອາຊີບນີ້. ແລະ ທ່ານແມ່ນໜຶ່ງໃນຈຳນວນນາຍຊ່າງທຳອິດ 2 ຄົນຂອງໝູ່ບ້ານໄດ້ຮັບນາມມະຍົດນັກສິລະປະກຳຈາກລັດ ນັບແຕ່ປີ 2004, ນັກສິລະປະກຳ ເລວັນວ່ອງ, ໃຫ້ຮູ້ວ່າ:
ຊ່າງຟອກຄຳ, ຟອກເງິນກຽວກີ້ (ຢາເລິມ-ຮ່າໂນ້ຍ)
”ອາຊີບຂອງຄອບຄົວ ແມ່ນອາຊີບທີ່ເປັນມູນເຊື້ອຂອງໝູ່ບ້ານ, ຂ້າພະເຈົ້າກຳໄດ້ເຕັກໂນໂລຢີໃນການຟອກຄຳ, ຟອກເງິນ, ແລະປະຈຸບັນຂ້າພະເຈົ້າຍັງສືບຕໍ່ສອນອາຊີບນີ້ໃຫ້ລຸ້ນລູກ, ລຸ້ນຫຼານໃນຄອບຄົວ. ການຟອກຄຳ, ຟອກເງິນແມ່ນຂັ້ນຕອນສຸດທ້າຍໃນການຜະລິດຜະລິດຕະພັນ, ດັ່ງນັ້ນຕ້ອງເຮັດຢ່າງລະອຽດລະອໍ, ຖ້າລະເຫຼີງນ້ອຍໜຶ່ງໃນການຜະລິດ, ມັນຈະສົ່ງຜົນສະທ້ອນບໍ່ດີເຖິງຜະລິດຕະພັນສົມບູນແບບ”.
ຕາມນັກສິລະປະກຳ ເລວັນວ່ອງແລ້ວ, ອາຊີບເຮັດຄຳຟອກຮຽກຮ້ອງໃຫ້ມີຄວາມຫຼັກແຫຼມແຍບຍົນ, ລະອຽດລະອໍ. ເພື່ອຜະລິດຜະລິດຕະພັນໃຫ້ສຳເລັດ, ຊ່າງຄຳ, ຊ່າງເງິນຕ້ອງມີຄວາມຕັ້ງໝັ້ນ, ຂະຫຍັນໝັ່ນພຽນເພື່ອຜ່ານເກືອບ 40 ຂັ້ນຕອນແຫ່ງການຜະລິດ, ທັງໝົດລ້ວນແຕ່ເຮັດແບບຫັດຖະກຳ, ຈາກ ຄຳແທ່ງ, ເງິນແທ່ງ, ນາຍຊ່າງຜູ້ຊຳນານງານສາມາດຕີຄຳ 1 ສະຫຼຶງໃຫ້ເປັນແຜ່ນຄຳບາງທີ່ກວ້າງປະມານ 1m2, ເຊິ່ງເຄື່ອງຈັກທີ່ທັນສະໄໝກໍ່ບໍ່ສາມາດເຮັດໄດ້ຄືແນວນັ້ນ. ແຜ່ນຄຳ, ແຜ່ນເງິນພາຍຫຼັງຖືກຕີໃຫ້ບາງແລ້ວຈະຖືກຟອກໄສ່ຮູບປັ້ນ, ແຜ່ນຄຳຜະຫຍາ, ຮູບຄວັດ, ຮູບສີຂັດມັນ, ໂຖ…
ທ່ານເລຕາວ, ນັກທ່ອງທ່ຽວຜູ້ໜຶ່ງ ພາຍຫຼັງໄປຢ້ຽມຢາມໝູ່ບ້ານອາຊີບ, ໄດ້ເວົ້າວ່າ:
ນັກສິລະປະກຳຟອກຄຳ, ຟອກເງິນກຽວກີ້ (ຢາເລິມ-ຮ່າໂນ້ຍ)
”ຮ່າໂນ້ຍແມ່ນແຫ່ງເຕົ້າໂຮມບັນດາໝູ່ບ້ານອາຊີບທີ່ມີຊື່ສຽງໃນທົ່ວປະເທດ, ສະເພາະໝູ່ບ້ານກຽວກີ້ ແມ່ນໝູ່ບ້ານທີ່ເປັນເອກະລັກສະເພາະ, ເພາະວ່າຢູ່ຫວຽດນາມພຽງແຕ່ມີໝູ່ບ້ານຟອກຄຳ, ຟອກເງິນພຽງແຫ່ງດຽວເທົ່ານັ້ນ. ພາຍຫຼັງສັງເກດການຜະລິດຂອງບັນດານັກສິລະປະກຳ, ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດສາມາດເຫັນໄດ້ຈຸດທີ່ເປັນເອກະລັກສະເພາະຂອງໝູ່ບ້ານອາຊີບຢູ່ຫວຽດນາມ”.
ມາຮອດປະຈຸບັນ, ກຽວກີ້ ຍັງຄົງແມ່ນໝູ່ບ້ານໜຶ່ງດຽວຢູ່ຫວຽດນາມທີ່ເຮັດອາຊີບຟອກຄຳ, ຟອກເງິນ. ບັນດາໝູ່ບ້ານເຮັດອາຊີບຄວັດຮູບ, ຄວັດຄຳຜະຫຍາ ຫຼືຜະລິດເຄື່ອງຂັດມັນສ່ວນຫຼາຍ…ລ້ວນແຕ່ແມ່ນລູກຄ້າຂອງໝູ່ບ້ານ ກຽວກີ້. ມີປູສະນີຍະສະຖານປະຫວັດສາດ, ວັດທະນະທຳຫຼາຍແຫ່ງ ແລະ ບັນດາກິດຈະກຳໃຫຍ່ໄດ້ນຳໃຊ້ຄຳຟອກ ກຽວກີ້ ໃນການປະດັບປະດາຄື: ໂຮງລະຄອນໃຫຍ່ນະຄອນ ຮ່າໂນ້ຍ, ຫໍພິພິດທະພັນ ໂຮ່ຈີມິນ, ສຸສານປະທານໂຮ່ຈີ໋ມິນ ແລະ ບັນດາໂຮງແຮມໃຫຍ່ໃນທົ່ວປະເທດ. ບັນດາປູສະນີຍະສະຖານວັດທະນະທຳ, ສະຖາປັດຕະຍະກຳທີ່ໄດ້ຮັບການຮັບຮອງຈາກ UNESCO ຄືເມືອງຫຼວງເກົ່າ ເຫວ໋, ມໍລະດົກ ໂຮ້ຍອານ, ວັນມ໋ຽວ ກວົກຕືຢ໋າມ, ລ້ວນແຕ່ນຳໃຊ້ຄຳຟອກ, ເງິນຟອກເພື່ອປະດັບປະດາ. ໃນຈຳນວນປູສະນີຍະສະຖານປະຫວັດສາດ, ບັນດາວັດວາອາຮາມ, ຜູ້ຄົນທັງຫຼາຍເຄີຍພົບເຫັນຜະລິດຕະພັນສິລະປະຟອກຄຳ, ຟອກເງິນທີ່ເຫຼື້ອມແວວວາວ, ໃນນັ້ນ, ມີຜະລິດຕະພັນຫຼາຍຢ່າງເຊິ່ງຜະລິດໂດຍຊາວບ້ານ ກຽວກີ້ເປັນ.