(vovworld) – “ຮູບແບບທົ່ງນາແບບຢ່າງຂະໜາດໃຫຍ່” ທີ່ພວມຜັນຂະຫຍາຍຢູ່ 21 ແຂວງ, ນະຄອນໃນທົ່ວປະເທດ ໄດ້ປະກອບສ່ວນຢ່າງແທ້ຈິງເຂົ້າໃນຄາດໝາຍກໍ່ສ້າງຊົນນະບົດໃໝ່. ຮູບແບບນີ້ໄດ້ນຳມາເຊິ່ງໝາກຜົນດີພໍສົມຄວນຄື: ລາຄາການຜະລິດຫຼຸດລົງ, ສະມັດຕະພາບ ແລະ ຜົນປະໂຫຍດສູງ; ວິສາຫາກິດເກັບຊື້ເຂົ້າດ້ວຍຈຳນວນຫຼາຍ, ຄຸນນະພາບສູງ… ນີ້ແມ່ນເນື້ອໃນບົດຂຽນທີ່ມີຫົວຂໍ້ວ່າ “ຂະຫຍາຍ ຮູບແບບທົ່ງນາແບບຢ່າງຂະໜາດໃຫຍ່” ຂອງ ງວຽນຍຸງ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ເຊີນທ່ານຮັບຟັງ.
ທົ່ງນາແບບຢ່າງຂະໜາດໃຫຍ່
(ພາບ: ອິນເຕີແນດ)
ຢູ່ເມືອງ ເບັ໋ນເກົ່າ (Ben Cau), ແຂວງ ໄຕນິງ, ເຊິ່ງແມ່ນເມືອງທີ່ກະຊວງກະສີກຳ ແລະ ພັດທະນາຊົນນະບົດຄັດເລືອກເປັນແຫ່ງປະຕິບັດຮູບແບບທົ່ງນາແບບຢ່າງຂະໜາດໃຫຍ່ ດ້ວຍເນື້ອທີ່ກວ່າ 300 ເຮັກຕາ, ຮູບແບບນີ້ໄດ້ ດຶງດູດນັບຮ້ອຍຄອບຄົວຊາວກະສີກອນເຂົ້າຮ່ວມ. ທ່ານ ເວືອງກວົກເທີ໋ຍ (Vuong Quoc Thoi), ຫົວໜ້າພະແນກກະສີກຳ ແລະ ພັດທະນາຊົນນະບົດແຂວງ ໄຕນິງ, ໃຫ້ຮູ້ວ່າ: ຍ້ອນມີຫຼາຍວິສາຫະກິດໃນເຂດເຂົ້າຮ່ວມ, ແລະ ມີການສົມທົບກັນຢ່າງແໜ້ນແຟ້ນກັບຊາວກະສີກອນໃນການສະໜອງແນວພັນ, ວັດຖຸອຸປະກອນຮັບໃຊ້ວຽກງານກະສີກຳ, ກໍ່ຄືເຕັກນິກໃນການປູກຝັງ, ບົວລະບັດ, ດັ່ງນັ້ນຄຸນນະພາບຢູ່ບັນດາທົ່ງນາແບບຢ່າງຂະໜາດໃຫຍ່ລ້ວນແຕ່ສະເໝີກັນ. ເຂົ້າທີ່ເກັບກ່ຽວຈາກຮູບແບບດັ່ງກ່າວແມ່ນຂາຍໄດ້ດ້ວຍລາຄາສູງກວ່າແຕ່ 100 – 200 ດົ່ງຕໍ່ kg. ທ່ານ ເວືອງກວົກເທີ໋ຍ (Vuong Quoc Thoi),ໃຫ້ຮູ້ວ່າ:
“ກ່ອນນີ້, ບັນຫາເກັບຊື້ຜະລິດຕະພັນປະສົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ປະຈຸບັນ, ໄຕນິງ ໄດ້ມີໂຮງງານປຸງແຕ່ງເຂົ້າສານສົ່ງອອກແລ້ວ, ດັ່ງນັ້ນການຮ່ວມສຳພັນລະຫວ່າງໂຮງງານກັບຊາວກະສີກອນກໍ່ແໜ້ນແຟ້ນກວ່າ, ຊາວກະສີກອນສະໜອງວັດຖຸດິບໃຫ້ວິສາຫະກິດ, ສ່ວນບັນດາວິສາຫະກິດກໍ່ສະໜອງຝຸ່ນເຄມີ, ຢາຂ້າສັດຕູພືດໃຫ້ແກ່ຊາວກະສີກອນ”.
ທົ່ງນາແບບຢ່າງຂະໜາດໃຫຍ່
(ພາບ: ອິນເຕີແນດ)
ຢູ່ແຂວງ ລອງອານ, ປະຈຸບັນມີ 20 ທົ່ງນາແບບຢ່າງ ດ້ວຍເນື້ອທີ່ກວ່າ 4.100 ເຮັກຕາ. ຄຽງຂ້າງການໜູນຊ່ວຍດ້ານແນວພັນ ແລະ ເງື່ອນໄຂການຜະລິດຂອງທ້ອງຖີ່ນແລ້ວ, ຊາວກະສີກອນທີ່ເຂົ້າຮ່ວມທົ່ງນາແບບຢ່າງຍັງໄດ້ຮັບການໜູນຊ່ວຍຈາກຫຼາຍບໍລິສັດອີກ. ທ່ານ ເລມິງດຶກ (Le Minh Duc), ຫົວຫນ້າພະແນກກະສີກຳ ແລະ ພັດທະນາຊົນນະບົດແຂວງ ລອງອານ , ຢືນຢັນວ່າ: ທົ່ງນາແບບຢ່າງຂະໜາດໃຫຍ່ ແມ່ນຮູບແບບຜະລິດກະສີກຳທີ່ມີປະສິດທິຜົນທີ່ສຸດໃນປະຈຸບັນ, ແຕ່ການເປີດກວ້າງຮູບແບບນີ້ຍັງແມ່ນບັນຫາທ້າທາຍຢູ່:
“ຄວາມຫຍຸ້ງຍາກທີ່ສຸດໃນປະຈຸບັນ, ນັ້ນແມ່ນບັນຫາເກັບຊື້ເຂົ້າສານ. ດັ່ງນັ້ນຢາກປະຕິບັດສິ່ງດັ່ງກ່າວ ແລະ ຂະຫຍາຍຮູບແບບນີ້ໃຫ້ດີ, ແມ່ນຕ້ອງມີການເຂົ້າຮ່ວມຂອງບັນດາວິສາຫະກິດດຳເນີນທຸລະກິດທັນຍາຫານ. ປະຕິບັດໄດ້ຄືດັ່ງກ່າວ, ທົ່ງນາແບບຢ່າງຂະໜາດໃຫຍ່ ຈຶ່ງສາມາດຂະຫຍາຍອອກໄດ້, ຊາວກະສີກອນຈະມີປະສິດທິຜົນ, ມີຄວາມອຸ່ນອ່ຽນໃຈໃນການຜະລິດກວ່າ”.
ທົ່ງນາແບບຢ່າງຂະໜາດໃຫຍ່
(ພາບ: ອິນເຕີແນດ)
ຜ່ານການສະຫຼຸບຢູ່ຫຼາຍທ້ອງຖີ່ນທີ່ຜັນຂະຫຍາຍ ທົ່ງນາແບບຢ່າງຂະໜາດໃຫຍ່ກໍ່ເຫັນວ່າ, ປະສິດທິຜົນໃນເນື້ອທີ່ປູກຝັງໄດ້ເພີ່ມຂຶ້ນ, ຜົນກຳໄລຢູ່ບັນດາ ທົ່ງນາແບບຢ່າງກໍ່ບັນລຸລະດັບສູງກວ່າແຕ່ 2 ເຖິງ 3 ລ້ານດົ່ງຕໍ່ເຮັກຕາ ເມື່ອທຽບໃສ່ບັນດາທົ່ງນານອກຮູບແບບ. ໃນເບື້ອງຕົ້ນໄດ້ສ້າງໃຫ້ມີບັນດາເຂດຜະລິດອຸດສາຫະກຳລວມສູນ, ສ້າງເງື່ອນໄຂສະດວກໃຫ້ແກ່ການໝູນໃຊ້ເຕັກນິກທີ່ທັນສະໄໝ, ຄຸນນະພາບເຂົ້າສານສະເໝີກັນ, ອັນໄດ້ສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ຊາວກະສີກອນໃນການຜະລິດ. ປະສິດທິຜົນຂອງຮູບແບບ ທົ່ງນາແບບຢ່າງຂະໜາດໃຫຍ່ແມ່ນເຫັນໄດ້ແຈ້ງ, ແຕ່ມີຫຼາຍທ້ອງຖີ່ນຍັງບໍ່ທັນຂະຫຍາຍຮູບແບບນີ້. ຍ້ອນວ່າ ເມື່ອປະຕິບັດຕາມຮູບແບບດັ່ງກ່າວ, ຊາວກະສີກອນຕ້ອງຫວ່ານເຂົ້າ, ຕົກກ້າໃນພາບດຽວ, ດັ່ງນັ້ນການເກັບກ່ຽວກໍ່ຕ້ອງດຳເນີນໃນພາບດຽວ, ເຮັດໃຫ້ບັນດາວິສາຫະກິດປະສົບກັບຄວາມຫຍຸ້ງຍາກໃນບັນຫາອົບ ແລະ ແຮເຂົ້າໄວ້. ຕາມການຄາດຄະເນແລ້ວ. ຖ້າຫາກວ່າ ວິສາຫະກິດກວ່າ 200 ແຫ່ງເຂົ້າຮ່ວມຮູບແບບນີ້, ການຂະຫຍາຍທົ່ງນາແບບຢ່າງຂະໜາດໃຫຍ່ຈະຮັບປະກັນປະສິດທິຜົນສູງ. ເພື່ອແກ້ໄຂບັນຫານີ້, ທ່ານ ຟ້າມດົ່ງກວາງ (Pham Dong Quang) , ຮອງຫົວໜ້າກົມປູກຝັງ, ກະຊວງກະສີກຳ ແລະ ພັດທະນາຊົນນະບົດ, ໃຫ້ຮູ້ວ່າ:
“ພວກເຮົາຕ້ອງສະຫຼຸບດ້ານດີ, ດ້ານອ່ອນໃນໄລຍະຜ່ານມາ. ບັນດາບັນຫາຄື, ມາດຖານທົ່ງນາແບບຢ່າງຂະໜາດໃຫຍ່ຢູ່ແຕ່ລະເຂດ, ແຄວ້ນ, ແນວພັນປູກ, ນະໂຍບາຍໜູນຊ່ວຍຊາວກະສີກອນ, ວິສາຫະກິດຄືແນວໃດ. ປະຈຸບັນພຽງແຕ່ມີບັນດານະໂຍບາຍຂອງແຂວງ, ງົບປະມານຂອງທ້ອງຖີ່ນເທົ່ານັ້ນ. ເພື່ອດຶງດູດວິສາຫະກິດເຂົ້າຮ່ວມ, ພວກເຮົາຕ້ອງໜູນຊ່ວຍກ່ຽວກັບການກູ້ຢືມທຶນ, ຫຼຸດຜ່ອນກຳໄລໃນການກໍ່ສ້າງຄັງແຮເຂົ້າ, ອົບ, ປຸງແຕ່ງຜະລິດຕະພັນຄືສີເຂົ້າ, ກໍ່ຄືບັນດານະໂຍບາຍອື່ນໆ ເພື່ອໜູນຊ່ວຍໃຫ້ແກ່ວິສາຫະກິດ. ພິເສດແມ່ນຕ້ອງມີບັນດານະໂຍບາຍສ້າງຄວາມສະດວກໃຫ້ບັນດາວິສາຫະກິດລົງທຶນເຂົ້າທົ່ງນາແບບຢ່າງຂະໜາດໃຫຍ່ ເພື່ອສ້າງເຂດວັດຖຸດິບໃຫ້ແກ່ເຂົາເຈົ້າ”.
ປະຈຸບັນ, ພື້ນຖານກະສີກຳຫວຽດນາມ ພວມມຸ້ງໄປເຖິງຄາດໝາຍຮັບປະກັນຄວາມໝັ້ນຄົງ ແລະ ພິເສດແມ່ນເພີ່ມລາຍຮັບໃຫ້ແກ່ຊາວກະສີກອນໃນດິນແດນຂອງເຂົາເຈົ້າ. ດັ່ງນັ້ນຈຳເປັນຕ້ອງຍູ້ແຮງການຂະຫຍາຍຮູບແບບ” ທົ່ງນາແບບຢ່າງຂະໜາດໃຫຍ່” ສ້າງປະສິດທິຜົນໃນການຮ່ວມສຳພັນລະຫວ່າງຊາວກະສີກອນ, ນັກວິທະຍາສາດ, ນັກວິສາຫະກິດ, ພາຍໃຕ້ການບໍລິຫານຂອງລັດ.