(VOVWORLD) -ເດືອນ ພຶດສະພາ 1945, ທ່ານປະທານໂຮ່ຈີມິນ ໄດ້ອອກຈາກແຂວງ ກາວບັ່ງ ໄປແຂວງ ຕວຽນກວາງ ເພື່ອຊີ້ນຳຂະບວນການປະຕິວັດ. ເພິ່ນໄດ້ເລືອກເອົາຕາແສງ ເຕິນຈ່າວ ເປັນນະຄອນຫຼວງຂອງເຂດປົດປ່ອຍ, ເປັນຖານທີ່ໝັ້ນປະຕິວັດຂອງທົ່ວປະເທດ. ຢູ່ທີ່ນີ້, ສູນກາງພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈີມິນ ໄດ້ຍົກອອກບັນດາຂໍ້ຕົກລົງທີ່ສຳຄັນ, ນຳພາການລຸກຮື້ຂຶ້ນຂະໜາດໃຫຍ່ ເພື່ອຍາດເອົາອຳນາດການປົກຄອງໃນທົ່ວປະເທດໃນເດືອນ ສິງຫາ 1945 ໄດ້ຢ່າງສຳເລັດຜົນ. 75 ປີໄດ້ຜ່ານໄປແລ້ວກໍຕາມ, ແຕ່ເຫດການປະຫວັດສາດສຳຄັນຕ່າງໆຂອງການປະຕິວັດທີ່ເກີດຂຶ້ນຢູ່ທີ່ນີ້ ແມ່ນຍັງເໝືອນເດີມຢູ່ໃນຄວາມຊົງຈຳ ແລະ ປະຊາຊົນຢູ່ທີ່ນີ້ໄດ້ຖ່າຍທອດກັນມາຈາກຄົນລຸ້ນນີ້ໄປສູ່ຄົນລຸ້ນອື່ນ.
ທ່ານ ຮວ່າງງອັກ - ຄວາມຊົງຈຳກ່ຽວກັບ ເຕິນຈ່າວ ໃນຊຸມວັນກ່ອນການລຸກຮື້ຂຶ້ນ ແມ່ນຍັງເໝືອນເດີມ |
ເຮືອນຮ້ານຂອງທ່ານ ຮວ່າງງອັກ ຕັ້ງຢູ່ໃກ້ຕົ້ນໂພປະຫວັດສາດ ເຕິນຈ່າວ. ເດືອນພຶດສະພາ 1945, ເມື່ອປະທານໂຮ່ຈີມິນ ກັບມາ ເຕິນຈ່າວ ເພິ່ນໄດ້ອາໄສຢູ່ເຮືອນຂອງລຸງ ຫງວຽນຕ໊ຽນຊຶ ທີ່ຢູ່ຂ້າງກັນນັ້ນ. ປະທານໂຮ່ຈີມິນ ໄດ້ພັກອາໄສຢູ່ຫັ້ນ 2 – 3 ວັນ ແລ້ວປະຊາຊົນໃນບ້ານ ໃນນັ້ນມີພໍ່ລູກທ່ານ ງອັກ ໄດ້ພາເພິ່ນໄປຊອກຫາບ່ອນປຸກຕູບ, ນັ້ນແມ່ນຕູບນ່າເນືອ. ໃນຄາວນັ້ນ, ປະທານໂຮ່ຈີມິນ ໄດ້ຕັ້ງຊື່ເອີ້ນໃໝ່ໃຫ້ບ້ານ ກ໋າ ຂຶ້ນກັບຕາແສງ ກິມລອງ ວ່າ ເຕິນເລິບ, ດ້ວຍຄວາມປາດຖະໜາວ່າ ປະຊາຊົນຢູ່ທີ່ນີ້ຈະມີການດຳລົງຊີວິດໃໝ່; ຕາແສງກິມລອງ ໄດ້ປ່ຽນຊື່ເປັນ ເຕິນຈ່າວ. ທ່ານ ຮວ່າງງອັກ ຫວນຄືນວ່າ:
“ໃນຄາວນັ້ນພະນັກງານ 5 – 7 ຄົນຢູ່ໃນເຮືອນຫຼັງໜຶ່ງຂອງປະຊາຊົນ, ພະນັກງານຢູ່ທີ່ນີ້ກໍເກັບຜັກຫັກໜໍ່, ຫາບນ້ຳ, ໄປເອົາຟືນມາແຕ່ງກິນ, ກິນເຂົ້າກິນນໍ້າຮ່ວມກັບປະຊາຊົນ. ປະທານໂຮ່ຈີມິນ ກໍເຊັ່ນດຽວກັນ, ເພິ່ນໄດ້ພັກຢູ່ເຮືອນຂອງລຸງ ຕ໊ຽນຊຶ ແລະ ກິນເຂົ້າຮ່ວມກັບຄອບຄົວລຸງ ຕ໊ຽນຊຶ ເລີຍ. ປະທານໂຮ່ຈີມິນ ກໍ່ໄດ້ໄປນາ, ປ້ານຄັນຄູເພື່ອເກັບຮັກສານ້ຳໃຫ້ແກ່ປະຊາຊົນໄວ້ໃສ່ນາ, ຢື້ຢາມຖາມຂ່າວ ແລະ ບອກເຕືອນນັ້ນແຕ່ເດັກນ້ອຍຈົນເຖິງຜູ້ເຖົ້າຜູ້ແກ່ ນັບແຕ່ສິ່ງເລັກໆນ້ອຍໆ.... ບໍ່ມີຜູ້ໃດທີ່ ມີການປະພຶດ ແລະ ການເວົ້າຈາທີ່ຈົບງາມ ແລະ ໜ້າເຄົາລົບນັບຖືຄືກັບເພິ່ນ. ປະຊາຊົນທຸກຄົນຢູ່ທີ່ນີ້ ລ້ວນແຕ່ເຊື່ອໝັ້ນ, ເຮັດຕາມປະທານໂຮ່ຈີມິນ ແລະ ເຂົ້າຮ່ວມການປະຕິວັດໃນທັນທີ”.
ສາລາເຕິນຈ່າວ |
ໃນຄາວນັ້ນ, ທ່ານ ຮວ່າງງອັກ ກໍ່ໄດ້ຮັບຄວາມເປັນກຽດ ເມື່ອປະທານໂຮ່ຈີມິນ ໄດ້ບົ່ງຕົວໃຫ້ເປັນໜຶ່ງໃນບັນດາສະມາຊິກກອງເຍົາວະຊົນກູ້ຊາດຄົນທຳອິດ ຢູ່ ກິມລອງ. ວັນທີ 16 ສິງຫາ, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ຖືກດຳເນີນຢູ່ສາລາເຕິນຈ່າວ, ຄາວນັ້ນ, ໃນທົ່ວຕາແສງກິມລອງ (ຕາແສງເຕິນຈ່າວໃນປັດຈຸບັນ) ແມ່ນລ້ວນແຕ່ຟົດເດືອດໄປດ້ວຍບັນຍາກາດ ແລະ ຈິດໃຈປະຕິວັດ, ເຊື່ອໝັ້ນຕໍ່ໄຊຊະນະສຸດທ້າຍຂອງການຕໍ່ສູ້ປົດປ່ອຍຊາດ. ທ່ານ ຮວ່າງງອັກ ໃຫ້ຮູ້ຕື່ມອີກວ່າ:
“ປະຊາຊົນໃນບ້ານພວກຂ້າພະເຈົ້າ ເມື່ອອອກໄປສະໜັບສະໜູນກອງປະຊຸມໃຫຍ່ນັ້ນ ກໍລ້ວນແຕ່ບອກກັນເອົາໄກ່, ເຂົ້າ ແລະ ງົວໄປປະກອບ ແລະ ຈັດຕັ້ງຄະນະໜຶ່ງມີທັງຍິງ, ທັງຊາຍ, ຜູ້ອາວຸໂສ ແລະ ເດັກນ້ອຍ ໄປອວຍພອນ. ປະທານໂຮ່ຈີມິນ ໄດ້ມາສະແດງຄວາມຂອບອົກຂອບໃຈພວກຂ້າພະເຈົ້າ ທີ່ໄດ້ສະໜັບສະໜູນກອງປະຊຸມໃຫຍ່, ສະໜັບສະໜູນຕໍ່ການປະຕິວັດ. ເມື່ອເຫັນເດັກທີ່ມີຮູບຮ່າງຈ່ອຍຜອມ, ນຸ່ງເຄື່ອງຂາດສ້ອຍ, ປະທານໂຮ່ຈີມິນ ໄດ້ເວົ້າຕໍ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມວ່າ: ພວກເຮົາຕ້ອງເຮັດແນວໃດເພື່ອໃຫ້ເດັກນ້ອຍມີເຂົ້າກິນ, ມີເຄື່ອງນຸ່ງຫົ່ມ, ໄດ້ໄປໂຮງຮຽນ..... ຂ້າພະເຈົ້າຍັງຈື່ໄດ້ຈົນຮອດທຸກວັນນີ້.”
ຢູ່ໃຕ້ຮົ່ມຕົ້ນໂພປະຫວັດສາດ, ທ່ານ ຮວ່າງງອັກ ນັ່ງລະເມີ ເບິ່ງຄືວ່າລຸງພວມຫວນຄືນຊຸມວັນເດືອນທໍາອິດຂອງການລຸກຮື້ຂຶ້ນ. ທ່ານ ງອັກ ເລົ່າສູ່ຟັງວ່າ:
“ຂ້າພະເຈົ້າຍັງຈື່ໄດ້ວ່າ ຕອນບ່າຍມື້ນັ້ນ, ພວກຂ້າພະເຈົ້າພວມລຽນແຖວຢູ່ໃຕ້ຮົ່ມຕົ້ນໂພນີ້, ທ່ານ ດ່າມກວາງຈູງ ຈັບທຸງຊາດຢືນຢູ່ທາງໜ້າ, ພາຍຫຼັງຮ້ອງເພງຊາດສຸດແລ້ວ, ທ່ານພົນເອກ ຫວໍງວຽນຢາບ ໄດ້ອ່ານຄຳສັ່ງທະຫານສະບັບເລກທີ 1, ພາຍຫຼັງອ່ານສຸດ ກໍສາບານຕົວ. ຫຼັງຈາກນັ້ນຈຶ່ງຍິງປືນ 3 ບາດເພື່ອສົ່ງສັນຍານ, ຄະນະທະຫານໄດ້ເດີນທາງໄປແຂວງ ຖ໊າຍງວຽນ ຕໍ່ໜ້າການເປັນສັກຂີພິຍານຂອງປະຊາຊົນ ແລະ ຜູ້ແທນມາເຂົ້າຮ່ວມກອງປະຊຸມ ຢູ່ໃຕ້ຮົ່ມຕົ້ນໂພນີ້”.
ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ, 75 ປີຜ່ານມາ ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້ ຍາມໃດກໍຈົງຮັກພັກດີຕໍ່ພັກ, ເຂົ້າຮ່ວມການປະຕິວັດກໍ່ສ້າງຊີວິດໃໝ່. ບ້ານ ເຕິນເລິບ ທີ່ທຸກຍາກໃນເມື່ອກ່ອນ, ໄດ້ກາຍເປັນບ້ານວັດທະນະທຳ ທີ່ມີເຮືອນຮ້ານທີ່ກວ້າງໃຫຍ່ງາມຕາຫຼາຍກວ່າ 200 ຫຼັງ. ທ່ານ ງອັກ ເວົ້າດ້ວຍຄວາມຊື່ນໃຈວ່າ: ຈົງຮັກພັກດີຕໍ່ພັກ, ເຮັດຕາມປະທານໂຮ່ຈີມິນ, ຊີວິດການເປັນຢູ່ຂອງປະຊາຊົນເຕິນເລິບ ນັບມື້ນັບ ມີຄວາມອີ່ມໜຳສຳລານສົມບູນພູນສຸກ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອໄດ້ເປັນລູກຫຼານຂອງດິນແດນແຫ່ງການປະຕິວັດ, ມີເອກອ້າງທະນົງໃຈຕໍ່ບັນດາການປະກອບສ່ວນເລັກໆນ້ອຍໆເຂົ້າໃນມະຫາໄຊຂອງການຕໍ່ສູ້ກູ້ຊາດ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດໃນວັນນີ້./.