(vovworld) - ໃນຊຸມປີຕົ້ນສະຕະວັດທີ 70, ມີຫຼາຍທ້ອງຖິ່ນຢູ່ເມືອງ ວັນອຽນ, ແຂວງ ອຽນບ໋າຍ, ໄດ້ປຸກລະດົມຮູບແບບການປູກຕົ້ນແຄະຢ່າງກ້ວາງຂວາງ. ນັບແຕ່ນັ້ນມາຮອດປະຈຸບັນ, ຕົ້ນແຄະໄດ້ກາຍເປັນຕົ້ນໄມ້ຕົ້ນຕໍຂອງທ້ອງຖິ່ນ, ສະໜິດຕິດພັນ ແລະ ນຳມາເຊິ່ງຊີວິດການເປັນຢູ່ທີ່ດີກ່ວາໃຫ້ແກ່ນັບພັນຄອບຄົວ, ພິເສດແມ່ນບັນດາຄອບຄົວຊາວເຜົ່າຢ້າວ. ບົດຂຽນ “ຄວາມອີ່ມໜຳສຳລານຢູ່ເຂດປູກຕົ້ນແຄະໃນແຂວງອຽນບ໋າຍ” ຂອງ ດິ່ງຕ໋ວນ, ນັກຂ່າວ VOV.
ເປືອກແຄະວັນອຽນ
|
ຄອບຄົວທ່ານ ຈ້ຽວຕ໋ຽນບ໋າວ, ຢູ່ບ້ານ ເຄເລີ້, ຕາແສງ ຫວຽນເຊີນ ມີເນື້ອທີ່ດິນປູກຕົ້ນແຄະປະມານ 20 ເຮັກຕາ. ເມື່ອລູກເຕົ້າສ້າງຄອບຄົວ, ຕາມຮີດຄອງປະເພນີຂອງຊາວເຜົ່າ ຢ້າວແລ້ວ, ທ່ານ ບ໋າວ ກໍ່ແບ່ງດິນໃຫ້ລູກຂອງຕົນຜູ້ລະແຕ່ 2 – 3 ເຮັກຕາເພື່ອເປັນທຶນ. ປະຈຸບັນ, ຜົວເມຍຂອງທ່ານ ບ໋າວ ຍັງມີເນື້ອທີ່ປູກຕົ້ນແຄະກ່ວາ 5 ເຮັກຕາ. ບໍ່ພຽງແຕ່ບົວລະບັດຮັກສາ ແລະ ເກັບກ່ຽວເປືອກແຄະເທົ່ານັ້ນ, ຄອບຄົວທ່ານ ບ໋າວ ຍັງເປັນຕົວແທນຈຳໜ່າຍເປືອກແຄະໃຫ້ພໍ່ແມ່ປະຊາຊົນໃນບ້ານ, ຕາແສງອີກດ້ວຍ. ລາຄາເປືອກແຄະ ແລະ ຕະຫຼາດຈຳໜ່າຍເປັນປົກກະຕິ ດັ່ງນັ້ນ ໃນຊຸມປີມໍ່ໆມານີ້, ປີໃດຄອບຄົວຂອງທ່ານສ້າງລາຍຮັບໄດ້ເກືອບ 200 ລ້ານດົ່ງ. ທ່ານ ຈ້ຽວຕ໋ຽນບ໋າວ, ໃຫ້ຮູ້ວ່າ:
“ຕົ້ນແຄະໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ ດັ່ງນັ້ນຈຶ່ງສ້າງເປັນຂະບວນການທຸກຄອບຄົວ, ທຸກຄົນລ້ວນແຕ່ປູກແຄະ. ຕົ້ນແຄະໄດ້ສະໜິດຕິດພັນກັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ດັ່ງນັ້ນຈຶ່ງບໍ່ສາມາດປະລະໄດ້, ພາຍຫຼັງເກັບກ່ຽວເປືອກແຄະແລ້ວເຂົາເຈົ້າກໍ່ສືບຕໍ່ປູກຕື່ມອີກ. ປູກຕົ້ນແຄະມີລາຍຮັບດີດັ່ງນັ້ນພໍ່ແມ່ປະຊາຊົນຈຶ່ງມີຊີວິດທີ່ອີ່ມໜຳສຳລານ”
ປ້າ ດັ້ງກິມແທງ ຢູ່ບ້ານ 1, ຕາແສງ ດ້າຍເຊີນ, ເມືອງວັນອຽນ, ໄດ້ແບ່ງປັນວ່າ:
“ກ່ອນນີ້, ຄອບຄົວຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກ, ມີແຕ່ເຮັດນາ, ນັບແຕ່ເມື່ອຫັນມາປູກຕົ້ນແຄະນັ້ນ ຄອບຄົວຂ້າພະເຈົ້າປູກຕົ້ນແຄະໄດ້ໃນເນື້ອທີ່ 5, 6 ເຮັກຕາ. ເມື່ອຕົ້ນແຄະມີອາຍຸໄດ້ 5, 6 ປີ ຈຶ່ງຄ່ອຍໆເກັບກ່ຽວ, ຈາກນັ້ນ ເສດຖະກິດຄອບຄົວກໍ່ຄ່ອຍດີຂຶ້ນ, ມີເງິນຊື້ເຄື່ອງຂອງໃນຄອບຄົວ, ມີດິນລ້ຽງລູກໄດ້ຮ່ຳໄດ້ຮຽນແລ້ວ, ຊື້ພາຫະນະໄປມາອີກ.”
ໃນຊຸມປີຜ່ານມາ, ເມືອງ ວັນອຽນ ຍາມໃດກໍ່ກຳນົດຕົ້ນແຄະເປັນຕົ້ນໄມ້ປູກປະເພດຕົ້ນຕໍ່ໃນການພັດທະນາເສດຖະກິດ. ບັນດາຕາແສງຄື: ດ້າຍເຊີນ, ຫວຽນເຊີນ, ໝໍວ່າງ, ຊວນເຕີ່ມ, ເຈົາເກ໋ວຫ້າ, ຟອງຢູ້ຫ້າ, ຟອງຢູ້ເທື້ອງ ແລະ ເຕີນເຮີບ ແມ່ນບັນດາເຂດປູກຕົ້ນແຄະຈຸດສຸມຂອງເມືອງ. ເພື່ອໜູນຊ່ວຍຜູ້ປູກຕົ້ນແຄະຮັກສາເນື້ອທີ່ປູກ ແລະ ຍົກສູງຄຸນນະພາບຜະລິດຕະພັນ, ເມືອງ ວັນອຽນ ໄດ້ໜູນຊ່ວຍພໍ່ແມ່ປະຊາຊົນກ່ຽວກັບດ້ານແນວພັນ, ສົມທົບກັບບາງໂຄງການ, ເພື່ອໜູນຊ່ວຍປະຊາຊົນຂຸດຄົ້ນ ແລະ ບົວລະບັດຮັກສາຕົ້ນແຄະ. ພິເສດ, ໃນແຜນການປູກປ່າແຕ່ລະປີຂອງເມືອງ, ເນື້ອທີ່ປູກຕົ້ນແຄະຍາມໃດກໍ່ກວມກ່ວາ 80%. ທ່ານ ຮ່ວາງວັນມີງ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ດ້າຍເຊີນ, ເມືອງວັນອຽນ, ໃຫ້ຮູ້ວ່າ:
“ອຳນາດການປົກຄອງທ້ອງຖິ່ນໄດ້ປຸກລະດົມທົ່ວປວງຊົນປູກຕົ້ນແຄະ. ຢູ່ຕາແສງ ດ້າຍເຊີນ ຂອງພວກຂ້າພະເຈົ້າ, ຊົນເຜົ່າຢ້າວກວມກ່ວາ 70%. ກ່ອນນີ້, ມີກ່ວາ 50% ຄອບຄົວໃນຕາແສງປະສົບກັບຄວາມຫຍຸ້ງຍາກຫຼາຍ, ມາຮອດປະຈຸບັນ, ຈຳນວນຄອບຄົວປະສົບກັບຄວາມຫຍຸ້ງຍາກນັ້ນໄດ້ຫລຸດລົງຫຼາຍຍ້ອນການປູກຕົ້ນແຄະ. ປະຈຸບັນ, 100% ຄອບຄົວຢູ່ຕາແສງ ດ້າຍເຊີນ ລ້ວນແຕ່ປູກຕົ້ນແຄະ.”
ປະຈຸບັນ, ວັນອຽນ ແມ່ນທ້ອງຖິ່ນມີເຂດປູກຕົ້ນແຄະໃຫຍ່ທີ່ສຸດໃນທົ່ວປະເທດດ້ວຍເນື້ອທີ່ດິນກ່ວາ 40.000 ເຮັກຕາ, ກວມ 70% ປະລິມານການຜະລິດຂອງທົ່ວແຂວງ ອຽນບ໋າຍ, ແຕ່ລະປີສ້າງລາຍຮັບໄດ້ກ່ວາ 400 ຕື້ດົ່ງໃຫ້ແກ່ຊາວກະສິກອນ. ປີ 2011, ກົມຊັບສິນທາງປັນຍາ - ກະຊວງວິທະຍາສາດ ເຕັກໂນໂລຢີໄດ້ສະໜອງໃບຢັ້ງຢືນອາລັກຂາແນະນຳດ້ານພູມສາດ, ເປັນພື້ນຖານເພື່ອເສີມຂະຫຍາຍມູນຄ່າຂອງຕົ້ນແຄະຢູ່ທີ່ນີ້. ທ່ານ ຫວູກວາງຫາຍ, ປະທານຄະນະກຳມະການປະຊາຊົນ ເມືອງ ວັນອຽນ, ແຂວງ ອຽນບ໋າຍ, ໃຫ້ຮູ້ວ່າ: ດ້ວຍບັນດທ່າແຮງ ແລະ ຄວາມເໝາະສົມ, ຕົ້ນແຄະຈະສືບຕໍ່ໄດ້ຮັບການກຳນົດເປັນຕົ້ນໄມ້ປະເພດຕົ້ນຕໍຂອງທ້ອງຖິ່ນ:
“ຕົ້ນແຄະນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ. ພວກຂ້າພະເຈົ້າພວມສືບຕໍ່ເປີດກວາງເນື້ອທີ່, ບົນພື້ນຖານນັ້ນ, ສ້າງເຄື່ອງໝາຍການຄ້າເປຶອກແຄະ ວັນອຽນ, ຮັກສາການແນະນຳດ້ານພູມສາດຂອງເປືອກແຄະ ວັນອຽນ. ທີ່ໜຶ່ງແມ່ນຜະລິດເປືອກແຄະທີ່ມີເຄື່ອງໝາຍການຄ້າ, ທີສອງແມ່ນຜະລິດຫົວນ້ຳຫອມເປືອກແຄະ ຮັບປະກັນຄວາມຕ້ອງການຂອງຕະຫຼາດ, ທີສາມແມ່ນຜະລິດໄມ້ອັດ, ໄມ້ແປ້ນຢູ່ທ້ອງຖິ່ນກໍ່ຄືສົ່ງອອກ.”
ຕົ້ນແຄະນັບມື້ນັບຂຽວອ່ມທຸ່ມໃນເຂດພູພຽງ ວັນອຽນ, ບໍ່ພຽງແຕ່ຊ່ວຍໃຫ້ພໍ່ແມ່ປະຊາຊົນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກເທົ່ານັ້ນ ຫາກຍັງຊ່ວຍໃຫ້ເຂົາເຈົ້າສ້າງຄວາມຮັ່ງມີ, ພ້ອມທັງປົກຄຸມເຂດໂນນພູຫົວໂລ້ນ ແລະ ປົກປັກຮັກສາສິ່ງແວດລ້ອມຊີວະພາບອີກດ້ວຍ. ແຕ່ປີ 2015 ມາຮອດປະຈຸບັນ, ງານບຸນເປືອກແຄະວັນອຽນ ໄດ້ຮັບການຈັດຕັ້ງຄືດັ່ງຜະລິດຕະພັນການທ່ອງທ່ຽວປະກອບສ່ວນໂຄສະນາ, ແນະນຳເຂດດິນແດນ, ປະຊາຊົນ ວັນອຽນ ເຖິງເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດ.