(VOVWORLD) - ງານບຸນລົງທົ່ງປີ 2017 ດຳ ເນີນໃນເດືອນ 6 ໄລ່ຕາມຈັນທະປະຕິທິນ, ຢູ່ສາລາ ກົກ ແລະ ແມ່ນຳ້ ເກືອດິ່ງ, ຂຶ້ນກັບຕາແສງ ຟອງກົກ, ເທດສະບານ ກວາງອຽນ, ແຂວງກວາງນິງ.
ນີ້ແມ່ນເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງປະຊາຊົນແຫ່ງນີ້.ເຫດການໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ງານບຸນລົງທົ່ງຂອງປະຊາຊົນໃນຕາແສງ ກວາງອຽນ, ແຂວງ ກວາງນິງ |
ງານບຸນລົງທົ່ງແມ່ນໄດ້ມີມາໃນການດຳລົງຊີວິດຂອງປະຊາຊົນເທດສະບານ ກວາງອຽນ, ແຂວງ ກວາງນິງ ແຕ່ດົນນານແລ້ວ. ງານບຸນໃນປີນີ້ມີຫົວຂໍ້ວ່າ “ກັບມາຢ້ຽມຢາມເຂດມໍລະດົກວັດທະນະທຳ ກວາງອຽນ“. ງານບຸນເລີ່ມມີມາຈາກປະເພນີ “ລົງທົ່ງ“ ແລະ “ຂຶ້ນທົ່ງ“ ຂອງຊາວ ຮ່ານາມ. ທີ່ງານບຸນ, ເມື່ອສຽງລະຄັງ, ສຽງກອງດັງກ້ອງກັງວານ, ກໍ່ເຮັດໃຫ້ປະຊາຊົນທຸກຄົນຫວນຄືນອະນຸສອນກ່ຽວກັບງານບຸນນີ້. ທ່ານນາງ ໂຕທິທູ, ເລຂາຄະນະພັກຕາແສງ ຟອງກົກ, ເຊິ່ງແມ່ນແຫ່ງຈັດຕັ້ງງານບຸນລົງທົ່ງ, ໃຫ້ຮູ້ວ່າ:
“ນີ້ແມ່ນງານບຸນທີ່ເປັນມູນເຊື້ອຂອງຊາວທ້ອງຖີ່ນທີ່ມີມາແຕ່ດົນນານແລ້ວ. ງານບຸນນີ້ມີຄວາມໝາຍສຳຫຼັບປະຊາຊົນເຂດໝູ່ເກາະ, ເພາະວ່າການຜະລິດຂອງເຂົາເຈົ້າແມ່ນອິງໃສ່ທຳມະຊາດ. ຕາມປົກກະຕິແລ້ວ, ໃນລະດູການປູກເຂົ້ານາແຊງແມ່ນເຄີຍຂາດນຳ້, ສ່ວນຍາມປູກເຂົ້າລະດູພັດຖືກນຳ້ຖ້ວມ. ງານບຸນນີ້ແມ່ນເລີ່ມມາຈາກສິ່ງດັ່ງກ່າວ“.
ງານບຸນລົງທົ່ງຂອງປະຊາຊົນໃນຕາແສງ ກວາງອຽນ, ແຂວງ ກວາງນິງ |
ງານບຸນລົງທົ່ງຖືກຈັດຕັ້ງໃນຕົ້ນເດືອນ 6 ໄລ່ຕາມຈັນທະປະຕິທິນ, ກົງກັບຍາມດຳນາເຂົ້າລະດູ. ແລະດຳເນີນໃນເວລາສອງວັນ. ພາຍຫຼັງພິທີບູຊາພະເຈົ້າກະສິກຳ ແລະ ອໍລະຫັນຢູ່ສາລາໃນວັນບຸນແລ້ວ, ເຈົ້າຂອງພິທີບູຊາຈະເປັນຜູ້ທຳອິດລົງທົ່ງດຳນາຢູ່ຕໍ່ໜ້າສາລາ, ດ້ວຍການເປັນສັກຂີພິຍານຂອງໄທບ້ານ. ຢູ່ໃຈກາງທົ່ງນາ, ເຂົາເຈົ້າປັກໄມ້ໄຜ່ລຳໜຶ່ງ, ຢູ່ເທິງມີງ່າໄມ້ເພື່ອຂັບໄລ່ຜີສາງ, ໃນນັ້ນມີຮູບບັນດາຜະລິດຕພັນກະເສດຄື: ເຂົ້າ, ປາ, ປູ, ໝູ, ໄກ່… ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມປາຖະໜາຢາກໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ. ພາຍຫຼັງພິທີດຳນາທຸກຄອບຄົວໃນໝູ່ບ້ານຈຶ່ງໄດ້ລົງທົ່ງຂອງຕົນເພື່ອດຳນາ. ເລື່ອງຄັດເລືອກເຈົ້າຂອງພິທີບູຊາກໍ່ມີຄວາມສຳຄັນທີ່ສຸດ. ທ່ານນາງ ໂຕທິທູ, ໃຫ້ຮູ້ຕື່ມອີກວ່າ:
“ເຈົ້າຂອງພິທີບູຊາຕ້ອງແມ່ນຜູ້ທີ່ມີໂຊກມີລາບ, ຄອບຄົວມີຄວາມຜາສຸກ, ລູກຫຼານເຕີບໂຕ, ຈຶ່ງໄດ້ລົງທົ່ງດຳນາຕົ້ນທຳອິດໄດ້. ໃນເມື່ອກ່ອນເຂດເກາະ ຮ່ານາມ ເປັນເຂດພື້ນທີ່ຕຳ່ເມື່ອທຽບໃສ່ລະດັບນຳ້ທະເລ, ດັ່ງນັ້ນປະຊາຊົນຕ້ອງຮັບມືກັບໄພທຳມະຊາດ, ແລະ ຊ່ວງເຮືອໄດ້ກາຍເປັນກິລາປະເພດໜຶ່ງເພື່ອສຶກສາກ່ຽວກັບມູນເຊື້ອສາມັກຄີຂອງໄທບ້ານໃນເຂດເກາະນີ້“.
ງານບຸນລົງທົ່ງຂອງປະຊາຊົນໃນຕາແສງ ກວາງອຽນ, ແຂວງ ກວາງນິງ |
ຄຽງຂ້າງພິທີດັ່ງກ່າວແມ່ນການເຄື່ອນໄຫວຕ່າງໆຄື: ແຂ່ງຂັນລອຍນຳ້ຢູ່ຕາມແມ່ນ້ຳ ເກືອດິ່ງ, ງານພົບປະແລກປ່ຽນສິລະປະ “ຂັບແຈ່ວຢູ່ເດີນສາລາ“, ຂັບດຸ່ມ, ຂັບຮ້ອງທະເລ, ຂັບເພງພື້ນເມືອງ, ງານແຂ່ງຂັນໄຖນາ, ຊ່ວງເຮືອທີ່ເປັນມູນເຊື້ອ… ເຊິ່ງໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວມາຊົມເປັນຈຳນວນຫຼວງຫຼາຍ. ທ່ານ ຟານວັນແທງ, ຢູ່ຕາແສງ ຟອງກົກ, ໃຫ້ຮູ້ວ່າປະຊາຊົນຢູ່ທີ່ນີ້ຜູ້ໃດກໍ່ລໍຖ້າ ແລະ ປາຖະໜາຢາກເຂົ້າຮ່ວມວັນບຸນນີ້. ເຂົາເຈົ້າກະກຽມເຮືອ, ອຸປະກອນຕ່າງໆໃຫ້ແກ່ການແຂ່ງຂັນ, ແລ້ວເມົາມົວກັບການເຝິກແອບ.
“ພວກຂ້າພະເຈົ້າຮັກສາປະເພນີເຊິ່ງບັນພະບຸລຸດໄດ້ສ້າງຂຶ້ນກ່ອນນີ້ 582 ປີ. ຂ້າພະເຈົ້າແມ່ນຜູ້ສືບທອດນັບແຕ່ເວລາມີອາຍຸ 17 ປີ, ມາບັດນີ້ໄດ້ມີອາຍຸ 56 ປີແລ້ວ. ເຖິງວ່າຈະຕິດຄາກັບວຽກງານຫຼາຍກໍ່ຕາມ, ແຕ່ພວກຂ້າພະເຈົ້າຍັງຄົງມານະພະຍາຍາມຮັກສາງານບຸນນີ້ໄວ້. ເພື່ອຟື້ນຟູ ແລະ ດຶງດູດນັກທ່ອງທ່ຽວມາຈາກທຸກສາລະທິດເຂົ້າຮ່ວມ, ກໍ່ຄືເພື່ອໃຫ້ລູກຫຼານຜູ້ທີ່ໄປທຳມາຫາກິນຢູ່ທຸກແຖບຖີ່ນຂອງປະເທດມຸ່ງຫາກົກເຄົ້າເຫງົ້າກໍ, ມຸ່ງຫາໝູ່ບ້ານກົກທີ່ແສນຮັກຂອງຕົນ“.
ງານບຸນລົງທົ່ງຂອງປະຊາຊົນໃນຕາແສງ ກວາງອຽນ, ແຂວງ ກວາງນິງ |
ເມື່ອເຂົ້າຮ່ວມບັນຍາກາດງານບຸນລົງທົ່ງຂອງຊາວ ກວາງອຽນ, ຈຶ່ງສາມາດເຫັນໄດ້ນຳ້ໃຈຂອງປະຊາຊົນແຫ່ງນີ້ທີ່ມີຕໍ່ງານບຸນຂອງຕົນ. ບັນດາກອງເຊຍພາກັນຮ້ອງໂຮໃນສຽງກອງທີ່ດັງກ້ອງກັງວານຢ່າງຟົດຟື້ນມ່ວນຊື່ນ, ເພື່ອຕ້ອນຮັບເຮືອລຳທຳອິດທີ່ມາຮອດເປົ້າໝາຍ. ສ່ວນຜູ້ຊ່ວງເຮືອກໍ່ພະຍາຍາມສຸດຈິດສຸດໃຈເພື່ອບໍ່ໃຫ້ກອງເຊຍເສຍຫວັງ. ເອື້ອຍ ບຸ່ຍທິເຫີ໋ຍ, ຢູ່ຕາແສງ ຟອງກົກ, ສະມາຊິກໃນກອງຊ່ວງເຮືອ, ແບ່ງປັນວ່າ:
“ພວກຂ້າພະເຈົ້າແມ່ນຊາວກະສິກອນຮູ້ສຶກເອກອ້າງທະນົງໃຈ ແລະ ດີໃຈທີ່ສຸດເມື່ອບັນພະບຸລຸດໄດ້ສ້າງໃຫ້ມີງານບຸນນີ້, ດັ່ງນັ້ນພວກຂ້າພະເຈົ້າຈະພະຍາຍາມຮັກສາງານບຸນທີ່ເປັນມູນເຊື້ອນີ້ໄວ້“.
ພາຍຫຼັງພິທີລົງທົ່ງສິ້ນສຸດລົງ, ຊີວິດການເປັນຢູ່ຂອງຊາວ ກວາງອຽນ ກັບກັບຄືນສູ່ສະພາບເປັນປົກກະຕິ. ເຂົາເຈົ້າສືບຕໍ່ອະນຸລັກຮັກສາບັນດາງານບຸນທີ່ເປັນມູນເຊື້ອຄືງານບຸນລົງທົ່ງໄວ້, ຄືດັ່ງຮັກສາມໍລະດົກອັນລຳ້ຄ່າ, ຜ່ານນັ້ນປະກອບສ່ວນເຮັດໃຫ້ມູນເຊື້ອປະຫວັດສາດ, ວັດທະນະທຳຂອງດິນແດນແຫ່ງນີ້ອຸດົມສົມບຸນຍິ່ງຂຶ້ນກວ່າເກົ່າ.