(vovworld) - ໃນວົງຄະນະຍາດໝູ່ບ້ານ, ຕາແສງ ຫວຽດນາມ, ງານບຸນໝູ່ບ້ານແມ່ນຮູບພາບທີ່ເປັນສັນຍາລັກຂອງໝູ່ບ້ານ ຫວຽດນາມ ເພື່ອແນໃສ່ຮັກສາເສີມຂະຫຍາຍສີສັນຊາດ, ສຶກສາລຸ້ນໜຸ່ມຄິດຮອດຄິດເຖິງກົກເຄົ້າເຫງົ້າກໍ, ບ້ານເກີດເມືອງນອນ, ປະເທດຊາດ. ງານບຸນໝູ່ບ້ານເຄີຍຈັດຕັ້ງໃນລະດູບານໃໝ່, ເມື່ອດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ທຳມະຊາດສົດໃສ, ປະຊາຊົນມີຄວາມປິຕິຊົມຊື່ນ. ບົດຂຽນ “ງານບຸນໝູ່ບ້ານໃນລະດູບານໃໝ່” ຂອງໂຕຕ໋ວນ, ນັກຂ່າວVOV.
ງານບຸນຢູ່ວັດເຮືອງ
|
ໃນໂອກາດລະດູບານໃໝ່, ພາຍຫຼັງຊຸມວັນບຸນເຕັດ ທີ່ຟົດຟື້ນມ່ວນຊື່ນນັ້ນ, ໝູ່ບ້ານໃດກໍ່ຈັດຕັ້ງງານບຸນ. ຕາມປົກກະຕິແລ້ວ, ໝູ່ບ້ານໃດກໍ່ບູຊາພະອໍລະຫັນອົງໜຶ່ງ, ເຊິ່ງແມ່ນຜູ້ທີ່ມີຄຸນງາມຄວາມດີໃນການບຸກເບີກໜ້າພຽງ, ນຳຄວາມສະຫງົບສຸກ, ມາໃຫ້ໝູ່ບ້ານ. ມີບາງອົງແມ່ນນາຍພົນທີ່ມີຄຸນງາມຄວາມດີໃນການຂັບໄລ່ສັດຕູນຳເອົາຄວາມສະຫງົບສຸກໃຫ້ແກ່ໝູ່ບ້ານ. ບາງເທື່ອພະອໍລະຫັນກໍ່ແມ່ນຜູ້ທີ່ໄດ້ສ້າງເປັນອາຊີບໃດໜຶ່ງໃຫ້ໝູ່ບ້ານ. ງານບຸນຂອງໝູ່ບ້ານໄດ້ຮັບຖືວ່າແມ່ນຈຸດເວລາທີ່ສ້າງຄວາມດຶງດູດທີ່ສຸດ, ຟົດຟື້ນມ່ວນຊື່ນທີ່ສຸດ ດ້ວຍບັນດາພິທີການທີ່ເຄັ່ງຂຶມ ແລະ ເຂັ້ມຂົ້ນໄປດ້ວຍສີວັນຂອງຊາວ ຫວຽດ ຄື: ພິທີບູຊາ, ແຫ່ຫວໍ, ພາຍຫຼັງບັນດາພິທີບູຊາແມ່ນງານບຸນດ້ວຍບັນດາການລະຫຼິ້ນ ແລະ ການຂັບຮ້ອງ…
ໃນປະຫວັດສາດມີຫຼາຍງານບຸນໝູ່ບ້ານທີ່ລືຊື່ດ້ວຍການເຫຼື້ອມໃສບູຊາອະໄວຍະວະສືບພັນ, ທີ່ມີມາກ່ອນນີ້ເປັນເວລາຫຼາຍສະຕະວັດ. ມີຫຼາຍງານບຸນໝູ່ບ້ານທີ່ມີຊື່ສຽງໃນທົ່ວປະເທດຄື: ງານບຸນວິຫານຮູ່ງ ຢູ່ແຂວງ ຟູ໋ເທາະ; ງານບຸນ ໂກ໋ລວາ, ເລ້ເມີດ, ຟູ່ດົ໋ງ, ຂອງຮ່າໂນ້ຍ; ງານບຸນ ຫຼຽວໂດຍ ຢູ່ແຂວງ ນາມຮ່າ; ງານບຸນ ດົ່ງກີ້, ງານບຸນ ລີມ ຢູ່ແຂວງ ບັກນີງ… ຕາມການເວລາ, ງານບຸນໝູ່ບ້ານມີທີ່ຕັ້ງສຳຄັນໃນຊີວິດການເປັນຢູ່, ກາຍເປັນການເຄື່ອນໄຫວວັດທະນະທຳພື້ນເມືອງ, ແມ່ນອາຫານດ້ານຈິດໃຈຂອງປະຊາຊົນຢູ່ທຸກໆເຂດບ້ານນາ. ງານບຸນໝູ່ບ້ານແມ່ນຮູບພາບຫຍໍ້ເຂົ້າຂອງໝູ່ບ້ານ, ຕາແສງເວົ້າລວມ ແລະ ແຕ່ລະໝູ່ບ້ານ, ຄຸ້ມບ້ານເວົ້າສະເພາະ.
ກໍ່ເຊັ່ນດຽວກັບບັນດາໝູ່ບ້ານທີ່ເປັນມູນເຊື້ອ ຫວຽດນາມ, ປະຊາຊົນໝູ່ບ້ານ ຫວີງເທື້ອງ, ຕາແສງ ເຊີນກົງ, ເມືອງ ອື໋ງຮ່ວາ, ຊານນະຄອນ ຮ່າໂນ້ຍ ເຄີຍຈັດຕັ້ງງານບຸນ ໝູ່ບ້ານດ້ວຍຂະໜາດໃຫຍ່. ສາລາບ້ານ ຫວີງເທື້ອງ ບູຊາພະອໍລະຫັນ 5 ອົງ. ປະຊາຊົນໃນໝູ່ບ້ານໄດ້ຈັດຕັ້ງງານບຸນດ້ວຍຂະໜາດໃຫຍ່ 4 ປີເທື່ອໜຶ່ງ. ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນທຸກໆຄົນສະແດງຄວາມເຄົາລົບນັບຖືລຸ້ນກ່ອນ ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ຊ່ວຍປະຊາຊົນໃນໝູ່ບ້ານ. ທ່ານ ຫງວຽນຫືວເຈີມ, ສະມາຄົມຜູ້ອາຍຸສູງຢູ່ໝູ່ບ້ານ ຫວີງເທື້ອງ, ໃຫ້ຮູ້ວ່າ:
“ແຕ່ລະເທື່ອເມື່ອເຂົ້າຮ່ວມງານບຸນຂ້າພະເຈົ້າລ້ວນແຕ່ຮູ້ສຶກເບີກບານມ່ວນຊື່ນຫຼາຍ, ຍ້ອນເຫັນລູກຫຼານຂອງຕົນຈັດຕັ້ງງານບຸນໄດ້ດີ ແລະ ຮັກສາມູນເຊື້ອຂອງລຸ້ນກ່ອນໄວ້ຈົນເຖິງປະຈຸບັນ. ມາຮອດປະຈຸບັນ, ຈຸດດີງາມນີ້ຍັງຄົງໄດ້ຮັບການຮັກສາໄວ້ພາຍໃຕ້ຮູບການໃໝ່ ນັ້ນແມ່ນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການອອກແຮງງານ ທຳການຜະລິດ, ຮັກສາແບບແຜນດຳລົງຊີວິດຂອງຊົນນະບົດໃໝ່, ເຮັດໃຫ້ປະຊາຊົນຍິ່ງມີຄວາມເບີກບານມ່ວນຊື່ນ ເຂົ້າຮ່ວມການກໍ່ສ້າງຊົນນະບົດໃຫ້ນັບມື້ນັບດີງາມກ່ວາເກົ່າ.”
ການສະແດງຂັບ ກວານເຮາະ ໃນງານບຸນລີມ
|
ໃນສຽງກອງດັງກ້ອງກັງວານໄປທົ່ວໝູ່ບ້ານ, ປະຊາຊົນພາກັນນຳເອົາເຄື່ອງຂອງບູຊາໄປຍັງສາລາບ້ານເພື່ອເຂົ້າຮ່ວມພິທີບູຊາ ແລະ ການເຄື່ອນໄຫວລະຫຼິ້ນຕ່າງໆຂອງໝູ່ບ້ານ. ເຖິງວ່ານີ້ແມ່ນງານບຸນທີ່ມີລັກສະນະເຫຼື້ອມໃສກໍ່ຕາມ, ແຕ່ພັດມີຄວາມໝາຍສຶກສາສູງ, ຜ່ານນັ້ນໄດ້ບອກສອນໃຫ້ຜູ້ຄົນທັງຫຼາຍມະນຸດປະລະທຸກໆສິ່ງທີ່ຊົ່ວຮ້າຍ, ມຸ່ງໄປເຖິງສີ່ງທີ່ດີ, ລົບລ້າງຄວາມຫງວມເຫງົາໃນຊີວິດປະຈຳວັນຢູ່, ພ້ອມທັງຕັກເຕືອນໃຫ້ຕົນເອງ ແລະ ບອກສອນໃຫ້ລູກຫຼານ: ຮູ້ບຸນຄຸນຂອງບັນພະບຸລຸດ, ຄິດຮອດຄິດເຖິງກົກເຄົ້າເຫງົ້າກໍ່, ບ້ານເກີດເມືອງນອນ, ມູນເຊື້ອຂອງຄອບຄົວ, ວົງຕະກຸນ. ທ່ານ ໂດ໋ກວກຮູ່ງ ດຳລົງຊີວິດຢູ່ນະຄອນ ໂຮ່ຈີມິນ ກັບເມືອເຂົ້າຮ່ວມງານບຸນໝູ່ບ້ານໃຫ້ຮູ້ວ່າ:
“ເພື່ອຮັກສາມູນເຊື້ອຂອງບ້ານເກີດເມືອງນອນ, ພວກຂ້າພະເຈົ້າໄດ້ກັບເມືອເຂົ້າຮ່ວມງານບຸນ. ພໍ່ແມ່ປະຊາຊົນກັບເມືອເຂົ້າຮ່ວມງານບຸນດ້ວຍນ້ຳໃຈກະຕືລືລົ້ນກັບບ້ານເກີດເມືອງນອນ, ປະກອບສ່ວນພ້ອມກັບໝູ່ບ້ານກໍ່ສ້າງເສັ້ນທາງ, ສາລາ, ວັດ, ຫໍບູຊາ… ພວກຂ້າພະເຈົ້າກັບເມືອເຂົ້າຮ່ວມງານບຸນໝູ່ບ້ານເປັນຈຳນວນຫຼວງຫຼາຍ, ພໍ່ແມ່ປະຊາຊົນມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອຂອງບ້ານເກີດເມືອງນອນ, ເຂົາເຈົ້າໄດ້ປະກອບສ່ວນທັງດ້ານຈິດໃຈ ແລະ ວັດຖຸໃຫ້ແກ່ບ້ານເກີດເມືອງນອນ.”
ໃນໂອກາດງານບຸນນີ້, ລູກຫຼານຈາກທຸກແຖບຖິ່ນຂອງປະເທດຊາດ, ມີບາງຄົນອາໄສຢູ່ຕ່າງປະເທດກໍ່ໄດ້ກັບເມືອເຂົ້າຮ່ວມງານບຸນ. ອ້າຍ ຫວູຫືວຕຽບ, ປະຈຸບັນພວມທຳມາຫາກິນຢູ່ ຮູງກາຣີ ກັບເມືອເຂົ້າຮ່ວມງານບຸນໝູ່ບ້ານ ໄດ້ແບ່ງປັນວ່າ:
“ເຖິງວ່າຍັງຄ້າງຄາກັບວຽກງານຢູ່ແຕ່ ຂ້າພະເຈົ້າກໍ່ຈັດເວລາກັບເມືອເຂົ້າຮ່ວມງານບຸນ, ຍ້ອນມີຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນ. ໂດຍແມ່ນລູກຫຼານຂອງໝູ່ບ້ານ, ແຕ່ລະເທື່ອເມື່ອມີງານບຸນໝູ່ບ້ານ ຂ້າພະເຈົ້າກໍ່ລ້ວນແຕ່ຮູ້ສຶກສະເທືອນໃຈ. ໃນໂອກາດງານບຸນ, ຂ້າພະເຈົ້າກໍ່ຮຽກຮ້ອງໄທບ້ານດຽວທີ່ທຳມາຫາກິນຢູ່ແດນໄກພ້ອມກັນສະໜັບສະໜູນການກໍ່ສ້າງບ້ານເກີດເມືອງນອນ”
ຜ່ານປະຫວັດສາດນັບພັນປີ, ງານບຸນໝູ່ບ້ານຍັງຄົງສ້າງຄວາມດຶງດູດຈັບອົກຈັບໃຈຢູ່. ຍ້ອນວ່າ ງານບຸນໝູ່ບ້ານແມ່ນຈຸດດີງາມຂອງວັດທະນະທຳ ຫວຽດນາມ, ແມ່ນຂີດໝາຍຂອງພື້ນຖານວັດທະນະທຳເຫຼື້ອມໃສ, ເຄົາລົບດິນຟ້າ, ຄິດຮອດຄິດເຖິງກົກເຄົ້າເຫງົ້າກໍ່, ນັ້ນກໍ່ແມ່ນບັນດາສິ່ງທີ່ຊາວ ຫວຽດນາມ ຮັກສາ ແລະ ເຄົາລົບນັບຖືທີ່ສຸດ.