(vovworld) - ແຂວງກອນຕຸມມີ 588 ໝູ່ບ້ານຊົນເຜົ່າສ່ວນໜ້ອຍ, ຊີວິດຂອງປະຊາຊົນຢູ່ທີ່ນີ້ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ. ໃນຊຸມປີຜ່ານມາ, ດ້ວຍການບໍລິຈາກຊັບສິນເງິນທອງ, ເຫື່ອແຮງຂອງຊາວເຜົ່າ, ເຮືອນຮົງ (ເຮືອນຮ້ານຫຼັງໃຫຍ່, ທີ່ເປັນສັນຍາລັກຂອງຊາວໄຕງວຽນ) 505 ຫຼັງໄດ້ຮັບການຟື້ນຟູ, ກໍ່ສ້າງໃໝ່ ແລະ ກາຍເປັນແຫ່ງດຳເນີນຊີວິດວັດທະນະທຳຂອງວົງຄະນາຍາດຊາວເຜົ່າໄຕງວຽນ. ຈາກຜົນສຳເລັດໃນການຟື້ນຟູເຮືອນຮົງ ນັ້ນ, ທາງແຂວງກອນຕຸມໄດ້ຄິດເຖິງການລະດົມກຳລັງເຫື່ອແຮງຂອງປະຊາຊົນເຂົ້າໃນການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່.
ງານພົບປະແລກປ່ຽນກັບຊາວບານາຖືກດຳເນີນຢູ່ເຂດເຮືອນຮົງໂດຍເຂົາເຈົ້າເປັນຜູ້ປຸກສ້າງຂຶ້ນ
(ພາບ: kontum.gov.vn)
ສຳຫຼັບຊາວເຜົ່າເຊດັງ (Xe dang), ບານາ (Ba nar), ແຢຈຽງ (Gie Trieng), ຢາຮາຍ (Gia rai), ບເຮົາ (Brau) ແລະເຮີເມິມ (Ro mam) ຢູ່ແຂວງກອນຕຸມ ແລ້ວ, ເຮືອນຮົງແມ່ນຄວາມເອກອ້າງທະນົງໃຈ, ສະແດງໃຫ້ເຫັນກຳລັງແຮງ, ເຈດຈຳນົງ ທັງແມ່ນບ່ອນດຳເນີນຊີວິດທີ່ເປັນເອກະລັກສະເພາະຂອງວົງຄະນາຍາດ. ຕາມເຂົາເຈົ້າແລ້ວ, ເມື່ອມີໝູ່ບ້ານແລ້ວ ແມ່ນຕ້ອງມີເຮືອນຮົງ. ນັກດົນຕີ ອາດູ (A Du), ຮອງຫົວໜ້າກອງສິລະປະກອນແຂວງກອນຕຸມ, ໃຫ້ຮູ້ວ່າ:
”ເຮືອນຮົງແມ່ນວິນຍານຂອງໝູ່ບ້ານ, ແມ່ນເເຫ່ງເຕົ້າໂຮມຂອງຊາວເຜົ່າ. ຖ້າມີວຽກຫຍັງເກີດຂື້ນໃນໝູ່ບ້ານ, ເຈົ້າກົກ ເຈົ້າເຫຼົ່າຈາກເຮືອນຮົງຈະອອກສັນຍານບົ່ງບອກໃຫ້ຊາວບ້ານໄດ້ຮັບຊາບຂ່າວດີຂ່າວມ່ວນ ຫຼືຂ່າວໂສກເສົ້າ. ເຮືອນຮົງ ກໍ່ແມ່ນແຫ່ງເພື່ອໃຫ້ຜູ້ບ່າວໃນບ້ານແຂ່ງຂັນຄວາມສາມາດນຳກັນ”.
ເຖິງຢ່າງໃດກໍ່ຕາມ, ຍ້ອນສາຍເຫດຫຼາຍຢ່າງ, ນັບແຕ່ກາງປີ 1990 ເຖິງປີ 2000, ມີຫຼາຍໝູ່ບ້ານຢູ່ກອນຕຸມ ບໍ່ມີເຮືອນຮົງ. ໂດຍປະຕິບັດແຜນນະໂຍາຍກໍ່ສ້າງຊົນນະບົດໃໝ່ຕາມມະຕິຂອງສູນກາງພັກ, ແຂວງກອນຕຸມ ໄດ້ເອົາໃຈໃສ່ເປັນພິເສດເຖິງການຟື້ນຟູບັນດາເຮືອນຮົງ ເພື່ອເປັນບ່ອນດຳເນີນຊີວິດ, ອະນຸລັກຮັກສາວັດທະນະທຳວົງຄະນະຍາດບັນດາເຜົ່າຢູ່ທີ່ນີ້ໄວ້. ທ່ານ ອາຮູຍ (Ahuya), ຢູ່ບ້ານ ປໄລດົນ (Plei don) ນະຄອນກອນຕຸມ ໃຫ້ຮູ້ວ່າ: ເພື່ອກໍ່ສ້າງເຮືອນຮົງທີ່ສູງແຕ່ 12 – 18 ແມັດ, ເນື້ອທີ່ນຳໃຊ້ ປະມານ 60 ຕາລາງແມັດນັ້ນ ແມ່ນຕ້ອງການໄມ້ນັບສິບແມັດກ້ອນ ແລະ ແຮງງານນັບພັນມື້. ທ່ານ ອາຮູຍ (Ahuya) ໃຫ້ຮູ້ວ່າ:
”ເລື່ອງໄປຫາວັດຖຸເພື່ອປຸກສ້າງເຮືອນຮົງ ແມ່ນຫຍຸ້ງຍາກທີ່ສຸດ. ປະຈຸບັນຕົ້ນໄມ້ບໍ່ມີຫຼາຍ, ຕ້ອງໄປໄກ ສີ່, ຫ້າສິບຫຼັກຈຶ່ງມີປ່າ, ຊາວບ້ານຕ້ອງຢູ່ໃນປ່າຫ້າ, ຫົກວັນຈຶ່ງຫາໄມ້ຢ່າງພຽງພໍໄດ້”.
ເຮືອນຮົງຂອງຊົນເຜົ່າບານາໃນເຂດໄຕງວຽນ
(ພາບ: kontum.gov.vn)
ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ, ລຳບາກຄືແນວນັ້ນ, ແຕ່ວຽກງານນີ້ມັນຖືກກັບຄວາມມຸ້ງມາດປາຖະໜາຂອງຊາວບ້ານ, ດັ່ງນັ້ນແຜນນະໂຍບາຍຟື້ນຟູເຮືອນຮົງທີ່ເປັນມູນເຊື້ອຂອງແຂວງກອນຕຸມ ຈຶ່ງໄດ້ຮັບການສະໜັບສະໜູນຈາກຊາວທ້ອງຖີ່ນ ດ້ວຍຄວາມຕື່ນຕົວສູງ. ຖ້າຫາກວ່າປີ 2000, ທົ່ວແຂວງມີເຮືອນຮົງພຽງ 265 ຫຼັງ, ມາຮອດປະຈຸບັນ, ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນເຖິງ 505 ຫຼັງ. ພິເສດ, ເລື່ອງຟື້ນຟູເຮືອນຮົງລ້ວນແຕ່ໂດຍໝູ່ບ້ານຊົນເຜົ່າຈັດຕັ້ງ ແລະ ປະຕິບັດເອງ. ປ້າ ບູ່ຍທິແທງເວິນ (Bui Thi Thanh Van) ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງກອນຕຸມ, ໃຫ້ຮູ້ວ່າ:
”ຕາມຂ້າພະເຈົ້າແລ້ວ, ເລື່ອງຟື້ນຟູເຮືອນຮົງແມ່ນວຽກງານດີທີ່ສຸດຢູ່ເຂດໄຕງວຽນ, ເພາະວ່ານີ້ແມ່ນການປະກອບສ່ວນຂອງທົ່ວສັງຄົມ. ຖ້າຫາກປຸກສ້າງເຮືອນຮົງຂະໜາດນ້ອຍ ກໍ່ຕ້ອງເສຍເງິນ 50 ລ້ານດົ່ງ, ເຮືອນຮົງຂະໜາດໃຫຍ່ແມ່ນປະມານ 380 ລ້ານດົ່ງ. ໝາຍຄວາມວ່າປຸກສ້າງເຮືອນຮົງທັງໝົດໃນແຂວງຕ້ອງເສຍເງິນປະມານແຕ່ 30 ເຖິງ 40 ຕື້ດົ່ງ”.
ຈາກຜົນງານຂອງຂະບວນການປຸກສ້າງເຮືອນຮົງຢູ່ບັນດາໝູ່ບ້ານຊົນເຜົ່າສ່ວນໜ້ອຍນັ້ນ, ທາງແຂວງກອນຕຸມ ໄດ້ຄິດເຖິງເລື່ອງລະດົມປະຊາຊົນປະຕິບັດໂຄງການຈຸດໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ປະຈຸບັນ, ທາງທ້ອງຖີ່ນພວມຜັນຂະຫຍາຍວຽກງານນີ້ຢູ່ 81 ຕາແສງ. ໃນນັ້ນມີຫຼາຍຕາແສງຢູ່ບັນດາເມືອງຄື: ກອນປຼົງ (Kon Plong), ຕູມໍຮົງ (Tu Mo Rong), ດັກກໄລ (Dac Glei) ຊີວິດຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ດັ່ງນັ້ນການເຂົ້າຮ່ວມຂອງປະຊາຊົນຍັງຈຳກັດຢູ່
ທ່ານ ເຈິ່ນວິ້ງ (Tran Vinh), ຮອງຫົວໜ້າພະແນກຖະແຫຼງຂ່າວ ແລະ ສື່ສານແຂວງກອນຕຸມ, ຖືວ່າສາຍເຫດທີ່ພາໃຫ້ປະຊາຊົນບໍ່ທັນເປັນເຈົ້າການ, ບໍ່ທັນຕັ້ງໜ້າເຂົ້າຮ່ວມ, ແມ່ນຍ້ອນເຂົາເຈົ້າບໍ່ທັນເຫັນປັດໃຈສີສັນວັດທະນະທຳໃນແຕ່ລະວຽກງານ ແລະ ກິດຈະກຳອັນລະອຽດ:
”ຄວນປະສານສົມທົບກັບປັດໃຈສີສັນຈຶ່ງສາມາດດຶງດູດປະຊາຊົນເຂົ້າຮ່ວມ ແລະ ສະໜັບສະໜູນໄດ້. ຈາກຮູບແບບເຮືອນຮົງ, ຕ້ອງຄົ້ນຄ້ວາເຖິງບັນດາກິດຈະກຳສະຫວັດດີການສັງຄົມອື່ນໆ, ທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງເຜົ່າໄຕງວຽນ. ເມື່ອເຮັດໄດ້ຄືດັ່ງກ່າວ, ເຂົ້າເຈົ້າຈະເຂົ້າຮ່ວມດ້ວຍສະຕິຕື່ນຕົວ”.
ນັບແຕ່ໃດໆມາ, ເຮືອນຮົງແມ່ນວີນຍານ, ແມ່ນສິ່ງທີ່ສັກສິດຂອງໝູ່ບ້ານຊາວເຜົ່າໃນເຂດໄຕງວຽນເວົ້າລວມ ແລະ ແຂວງກອນຕຸມ ເວົ້າສະເພາະ. ດັ່ງນັ້ນເລື່ອງຟື້ນຟູເຮືອງຮົງ ກໍ່ຄືເລື່ອງອະນຸລັກຮັກສາການເຄື່ອນໄຫວທີ່ເປັນມູນເຊື້ອຂອງຊາວເຜົ່າຢູ່ທີ່ນີ້ ໄດ້ປະກອບສ່ວນຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າໄວ້, ສິ່ງດັ່ງກ່າວໄດ້ຊຸກຍູ້ທາງ ແຂວງກອນຕຸມ ຄິດເຖິງເລື່ອງລະດົມກຳລັງແຮງງານຂອງປະຊາຊົນໃນການ ປະຕິບັດໂຄງການກໍ່ສ້າງ ຊົນນະບົດໃໝ່.