ຊົນນະບົດໃໝ່ແມ່ນກຳລັງໜູນຊ່ວຍໃຫ້ເຂດບ້ານນາພັດທະນາ

(vovworld) - ພາຍຫຼັງ 2 ປີ ​ແຫ່ງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໂສມ​ໜ້າ​ຊົນນະບົດ​ຫວຽດນາມ ​ໄດ້​ມີ​ການ​ປ່ຽນ​ໃໝ່​ເທື່ອ​ລະ​ກ້າວ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ເຂດ​ຊົນນະບົດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ພໍ​ສົມຄວນ, ພິ​ເສດ​ແມ່ນ​ການກໍ່ສ້າງ​ທາງ​ຄົມມະນາຄົມ ​ແລະ ​ພັດທະນາ​ການ​ຜະລິດ. ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່ ​ໃນ 2 ປີ ຜ່ານ​ມາ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ທ້ອງ​ຖີ່​ນ​ຍາມ​ໃດ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ ບົນ​ພື້ນຖານ​ນຳ​ໃຊ້ 19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ໄຫວ​ພິກ, ​ອັນໄດ້​ຊ່ວຍ​ໃຫ້​ໂສມ​ໜ້າ​ຊົນນະບົດ​ຫວຽດນາມ​ ນັບ​ມື້​ນັບ​ໄດ້​ຮັບ​ການ​ປ່ຽນ​ໃໝ່.

ຊົນນະບົດໃໝ່ແມ່ນກຳລັງໜູນຊ່ວຍໃຫ້ເຂດບ້ານນາພັດທະນາ - ảnh 1

ພາບປະກອບ

​ໄລ່​ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ 97% ຕາ​ແສງ ​ໃນ 63 ​ແຂວງ, ນະຄອນ, ຜັນ​ຂະຫຍາຍ​ການວາງ​​ແຜນ​ຊົນນະບົດ​ໃໝ່, ​ໃນ​ນັ້ນ ​ເກືອບ 60% ຈຳນວນ​ຕາ​ແສງ ​ໄດ້​ເຊັນ​ອະນຸມັດ​ແຜນ​ສັງ​ລວມ​; 50% ຈຳນວນ​ຕາ​ແສງ​ເຊັນ​ອະນຸມັດ​ແຜນ​ຮ່າງ​ຊົນນະບົດ​ໃໝ່​ແລ້ວ. ​ແຜນ​ກຳນົດ​ຂອງ​ທ້ອງ​ຖີ່​ນຕ່າງໆ ລ້ວນ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ​ໂຄງ​ລ່າງ, ​ນີ້​ແມ່ນ​ຂອດ​ບຸກທະລຸ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ເຖິງ​ວ່າ​ຄຸນ​ນະພາ​ບບັນດາ​ແຜນ​ກຳນົດ​ບໍ່​ທັນ​ສູງ​ກໍ່​ຕາມ, ​ແຕ່​ພະນັກງານ, ປະຊາຊົນ​ຢູ່​ບັນດາບ້ານ, ຕາ​ແສງ​​ລ້ວນ​ແຕ່​ຮັບ​ຮູ້​ໄດ້​ຄວາມ​ໝາຍ ​ແລະ ຄວາມ​ຈຳ​ເປັນ​ຕ້ອງ​ມີ​ແຜນ​ກຳນົດ​ເພື່ອ​ເຮັດ​ໃຫ້​ໂສມ​ໜ້າ​ຂອງ​ໝູ່​ບ້ານ​ມີ​ຄວາມສວຍ​ງາມ ​ແລະ ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ຕົວຢ່າງ​ຄື​ຢູ່​ແຂວງ ຟູ໋ອຽນ, ມາ​ຮອດ​ປະຈຸ​ບັນ, ທັງ 91 ຕາ​ແສງ​ໃນ​ແຂວງ​ລ້ວນ​ແຕ່​ສຳ​ເລັດ​ວຽກ​ງານ​ວາງ​ແຜນ​ກຳນົດ ​ແລະ ​ເຊັນ​ອະນຸມັດ​ແຜນ​ຮ່າງ​ກໍ່ສ້າງ​ຊົນນະບົດ​ໃໝ່​ເຖິງ​ປີ 2020 ​ແລ້ວ. ຜ່ານ​ໂຄງການ, ປີ​ນີ້​ບັນດາ​ຕາ​ແສງ​ໃນ​ແຂວງ​ໄດ້​ຮັບ​ເງິນ​ລົງທຶນ​ກວ່າ 855 ຕື້​ດົ່ງ ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ຫງວຽນ​ວັນ​ກຽມ, ຮອງ​ເລຂາ​ຄະນະ​ພັກ​ເມືອງ ​ໄຕ​ຮ່ວາ, ​ເຊິ່ງ​ແມ່ນ​ເມືອງ​​ໄດ້​ປະຕິບັດ​ສຳ​ເລັດ 12/19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແບ່ງປັນ​ວ່າ:

”​ໃນ​ວິວັດ​ແຫ່ງ​ການ​ຂົນຂວາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ນັ້ນ, ບົດບາດ​ຂອງ​ປະຊາຊົນ​ມີ​ຄວາມ​ສຳຄັນ​ທີ່​ສຸດ, ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຂຶ້ນ​ຕື່ມ, ທຸກ​ຄົນ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ. ຕົວຢ່າງ​ຄື​ເຮືອນ​ຊານ​ຂອງ​ປະຊາຊົນ​ມີ​ຄວາມ​ສະອາດ, ສວຍ​ງາມ, ກໍ່​ເປັນ​ການປະກອບສ່ວນ​ກໍ່ສ້າງ​ຊົນນະບົດ​ໃໝ່. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ, ຕ້ອງ​ມີ​ການ​ປະຊຸມ, ອະທິບາຍ​ໃຫ້​ປະຊາຊົນ​ມີ​ຄວາມເຂົ້າ​ໃຈ, ​ເມື່ອ​ເຂົ້າ​ໃຈແລ້ວ, ​ເຂົາ​ເຈົ້າ​ຈະ​​ເຫັນ​ດີ ​ແລະ ຮ່ວມ​ແຮງຮ່ວມ​ໃຈ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່”.

ຊົນນະບົດໃໝ່ແມ່ນກຳລັງໜູນຊ່ວຍໃຫ້ເຂດບ້ານນາພັດທະນາ - ảnh 2

ພາບປະກອບ

ທ່ານ ຕັງ​ມິ​ງ​ໂລກ, ຫົວໜ້າ​ຫ້ອງການ​ປະສານ​ງານ ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃຫ້​ຮູ້​ວ່າ, ປະຈຸ​ບັນ​ມີຫຼາຍ​ທ້ອງ​ຖີ່​ນ​​ຖື​ເປັນ​ສຳຄັນ​ການພັດທະນາ​ການ​ຜະລິດ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ​. ທົ່ວ​ປະ​ເທດ​ໄດ້​ມີ ກວ່າ 5000 ຮູບ​ແບບຜະລິດ​ກະ​ສີ​ກຳ, ສິນຄ້າ, ​ເພີ່ມ​ປະສິດທິ​ຜົນ​ຈາກ 15-20%. ປະຈຸ​ບັນ, ​ໄດ້​ປະກົດ​ມີ​ບັນດາ​ຮູບ​ແບບ​ທີ່​ດີ​ຄື: ”ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່” ຢູ່​ອານ​ຢາງ. ນະຄອນ ​ໂຮ່ຈີ​ມິນ ມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ກໍ່ສ້າງ​ບັນດາ​ເຂດ​ຜະລິດ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີສູງ. ​ແຂວງ ທ໋າຍບິ່ງ ມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນຊື້ ລົດ​ໄຖ​ນາ, ​ເກັບ​ກ່ຽວ​ເຂົ້າ… ​ແຂວງ ຮ່າ​ຕິ້ງ ​ໃຫ້​ຊາວ​ກະ​ສີກ​ອນກູ້​ຢືມ​ທຶນດ້ວຍ​ອັດຕາດອກ​ເບ້ຍຕຳ່. ນີ້​ແມ່ນ​ມາດ​ຕະການ​ທີ່​ດີ ​ແລະ ຄວນ​ໄດ້​ຮັບ​ການ​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ.

”ກ່ອນ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ບັນດາ​ຕາ​ແສງ​ລ້ວນ​ແຕ່​ຕີ​ລາຄາ​ສະພາບ​ຕົວ​ຈິງ​ຢູ່​ເຂດ​ຊົນນະບົດ​ຕາມ 19 ມາດຖານ. ຕາມ​ນັ້ນ​ແລ້ວ, ທົ່ວ​ປະ​ເທ​ດພຽງ​ແຕ່​ມີ​ປະມານ 200 ຕາ​ແສງ​ບັນລຸ​ໄດ້​ກວ່າ 10 ມາດຖານ​ເທົ່າ​ນັ້ນ. ​ແຕ່​ພາຍຫຼັງ 2 ປີ ​ແຫ່ງ​ການ​ປະຕິບັດ​ໂຄງການ, ທົ່ວ​ປະ​ເທດ​ມີ​ເກືອບ 1000 ຕາ​ແສງ​ບັນລຸ​ກວ່າ 10 ມາດຖານ, ​ໃນ​ນັ້ນ 32 ຕາ​ແສງ​ບັນລຸ​ໄດ້ 16/19 ມາດຖານ…​ແລະ ​ເຂົາ​ເຈົ້າ​ພວມ​ສູ້​ຊົນຮອດ​ປີ 2015 ບັນລຸ​ໃຫ້​ໄດ້ 19 ມາດຖານ. ໝາກຜົນ​ດັ່ງກ່າວ ​ໄດ້​ພິສູດ​ໃຫ້​ເຫັນ​​ເຖິງການ​ກະທົບ ​ແລະ ຄວາມ​ໝາຍ​ຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່”.

ຊົນນະບົດໃໝ່ແມ່ນກຳລັງໜູນຊ່ວຍໃຫ້ເຂດບ້ານນາພັດທະນາ - ảnh 3

ພາບປະກອບ

ຄວາມ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ປະຈຸ​ບັນ ​ແມ່ນ​ແຫຼ່ງກຳລັງ ​ແລະ ຄວາມ​ຮັບ​ຮູ້​ຂອງ​ການ​ນຳ, ປະຊາຊົນ​ກ່ຽວ​ກັບ​ຂະ​ບວນການ​ນີ້. ກ່ຽວ​ກັບ​ແຫຼ່ງກຳລັງ, ​​​ປີ 2012, ໃນ​ເງື່ອນ​ໄຂ​ເສດຖະກິດ​ຂອງ​ປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫຼາຍ​ຢ່າງ​, ​ແຕ່​ງົບປະມານ​ຂອງ​ລັດຖະບານ​ທີ່​ສະຫງວນ​ໃຫ້​ແກ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຍັງ​ຄົງ​ຮັກສາ​ໄວ້. ​ໃນ 2 ປີຜ່ານມາ, ລັດຖະບານ​ໄດ້​ໜູນ​ຊ່ວຍ​ເງິນ​ເກືອບ 3.300 ຕື້​ດົ່ງ ພ້ອມ​ກັບ 14.000 ຕື້​ດົ່ງ​ແຫຼ່ງງົບປະມານ​ທ້ອງ​ຖີ່​ນ ​ໃຫ້​ແກ່​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ຕັງ​ມິ​ງ​ໂລກ ​ແບ່ງປັນ​ວ່າ, ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍົກ​ສູງ​ລະດັບ​ຄວາມ​ຮູ້​, ​ແລະ ​ເພີ່ມ​ລາຍ​ຮັບໃຫ້​ແກ່​ປະຊາຊົນ. ດ້ານ​ອື່ນ​ແມ່ນ​ຕ້ອງ​ນຳ​ໃຊ້​ບັນດາ​ແຫຼ່ງທຶນ​ຂອງ​ລັດຖະບານ​ຢ່າງ​ມີ​ປະສິດທິ​ຜົນ.

”ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ຫວຽດນາມ ​ແມ່ນ​ໂຄງການ​ໃຫຍ່, ປະຕິບັດ​ໃນ​ໄລຍະ​ຍາວ, ດັ່ງ​ນັ້ນ​ໃນ​ເບື້ອງ​ຕົ້ນ​ຈຶ່ງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ພາຍຫຼັງ 2 ປີ ​ແຫ່ງ​ການ​ປະຕິບັດ​​ໂຄງການ, ຄວາມ​ຫຍຸ້ງຍາກ​ທີ່​ສຸດ​​ແມ່ນ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ ​ແລະ ພະນັກງານຮາກ​ຖານ, ນັບ​ທັງ​ພະນັກງານ​ທຸກ​ຂັ້ນ, ມີ​ບາງ​ແຫ່ງ​ຍັງ​ມີ​ແນວ​ຄິດ​ອິງ​ໃສ່​ແຫຼ່ງທຶນຂອງ​ລັດ. ດັ່ງ​ນັ້ນ​ຕ້ອງ​ຖື​ເປັນ​ສຳຄັນການ​ໂຄສະນາ, ອົບຮົມ​​ເພື່ອຍົກ​ສູງ​ຄວາມ​ຮັບ​ຮູ້ໃຫ້​ພະນັກງານ ​ແລະ ປະຊາຊົນກ່ຽວ​ກັບ​ຊົນນະບົດ​ໃໝ່, ​ແລະ ຕ້ອງ​ປະຕິບັດ​ໃນ​ໄລຍະ​ຍາວ”.

ຊົນນະບົດໃໝ່ແມ່ນກຳລັງໜູນຊ່ວຍໃຫ້ເຂດບ້ານນາພັດທະນາ - ảnh 4

ພາບປະກອບ

ປີ 2013 ​ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ, ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ຄື: ຍູ້​ແຮງ​ວຽກ​ງານ​ໂຄສະນາ​ໃນ​ໝູ່​ປະຊາຊົນ, ​ແລະ ບຳລຸງດ້ານ​ຄວາມ​ຮູ້​ໃຫ້​ຖັນ​ແຖງ​ພະນັກງານ​, ພິ​ເສດ​ແມ່ນ​ພະນັກງານ​ຂັ້ນ​ບ້ານ, ຕາ​ແສງ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່; ສ້າງ​ສຳ​ເລັດ​ແຜນ​ກຳນົດ ​ແລະ ​ແຜນ​ຮ່າງ​ຊົນນະບົດ​ໃໝ່​ໃຫ້​ແກ່​ບັນດາ​ຕາ​ແສງ, ສ້າງ​ບາດກ້າວ​ພັດທະນາ​ເສດຖະກິດ​ຊົນນະບົດ, ​ໃນ​ນັ້ນ​ຈຸດ​ສູ​ມ ​ແມ່ນ​ການ​ພັດທະນາ​ຜະລິດ​ຕະພັນ​ກະ​ເສດ ​ເພື່ອ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ.

ຕອບກັບ

ຂ່າວ/ບົດ​ອື່ນ