ເນື້ອທີ່ປ່າປ້ອງກັນແຄມທະເລຍາວນັບຮ້ອຍ ກ.ມ ດ້ວຍຕົ້ນໄມ້ຫຼາຍປະເພດທີ່ຂຽວອຸ່ມທູ່ມ. ປະຊາຊົນຢູ່ທີ່ນີ້ເຮັດອາຊີບຫາປາ ແລະລ້ຽງປູກສິນໃນນ້ຳເປັນຕົ້ນຕໍ. ທ່ານ ຫຼີຮ່ວາງຕ໋ຽນ, ປະທານຄະນະກຳມະການປະຊາຊົນຕາແສງ ເດິດມູ໋ຍ, ໃຫ້ຮູ້ວ່າ:
”ທາງທ້ອງຖີ່ນບໍ່ສາມາດອີງໃສ່ອຸດສາຫະກຳ ຫຼືຂະແໜງອາຊີບອື່ນໆເພື່ອພັດທະນາໄດ້ ຫາກອີງໃສ່ທ່າສະດວກຂອງທ້ອງຖີ່ນ. ກ່ຽວກັບການລ້ຽງສັດແລະປູກຝັງ ຍ້ອນກ່ຽວຂ້ອງເຖິງປ່າປ້ອງກັນ ດັ່ງນັ້ນຕ້ອງພັດທະນາຕາມທິດລ້ຽງກຸ້ງຊີວະພາບ. ສ່ວນສິນທະເລແມ່ນຕ້ອງປຸງແຕ່ງ ແລະ ຂາຍສິນຄ້າດິບ. ປະຈຸບັນຕ້ອງສ້າງຕັ້ງບັນດາໝູ່ບ້ານອາຊີບຄືໝູ່ບ້ານຜະລິດປາແຫ້ງ, ໝູ່ບ້ານຜະລິດກຸ້ງແຫ້ງ… ເພື່ອຜະລິດຜະລິດຕະພັນທີ່ມີມູນຄ່າສູງກວ່າ”.
ທ່ານ ຕ໋ຽນ ຍັງໃຫ້ຮູ້ວ່າ, ຈຸດພິເສດຂອງເຂດ ເດິດມູ໋ຍ ນັ້ນແມ່ນ ປະຊາຊົນດຳລົງຊີວິດຢູ່ສະຫຼັບໃນເຂດປ່າສະຫງວນ ແຫຼມກ່າເມົາ. ເຂົາເຈົ້າທັງປູກປ່າ, ທັງຮັກສາປ່າດ້ວຍຄວາມສະໝັກໃຈ ແລະ ລ້ຽງປູກສິນທະເລໃນເນື້ອທີ່ໄດ້ຮັບການອະນຸຍາດ.
”ຈຸດພິເສດຂອງປ່າສະຫງວນ ແຫຼມກ່າເມົາ ນັ້ນແມ່ນ ເມື່ອໄດ້ຮັບການສ້າງຕັ້ງຂຶ້ນ, ໃນບໍລິເວນປ່າໄດ້ມີເຂດຊຸມຊົນຢູ່ແລ້ວ. ທີ່ດິນຢູ່ທີ່ນີ້ໄດ້ຮັບການຄຸ້ມຄອງຢ່າງເຄັ່ງຄັດ. ດັ່ງນັ້ນການແກ້ໄຂຄວາມຂັດແຍ່ງກັນລະຫວ່າງການພັດທະນາປ່າ ກັບການພັດທະນາບັນດາຂະແໜງອາຊີບອື່ນໆກໍ່ແມ່ນບັນຫາທີ່ຫຍຸ້ງຍາກ. ບໍ່ອະນຸຍາດໃຫ້ຂຸດຄົ້ນປ່າ, ຫາກຕ້ອງປູກປ່າຕື່ມອີກຕາມການກຳນົດຂອງລັດ. ປະຊາຊົນປູກປ່າແຕ່ 5 - 10 ປີ ກໍ່ບໍ່ໄດ້ຂຸດຄົ້ນເທື່ອ. ສ່ວນຢູ່ບ່ອນອື່ນ ກໍ່ແມ່ນດິນປ່າເຊັ່ນກັນ, ແຕ່ຮອດຈຸດເວລາໃດໜຶ່ງເຂົາເຈົ້າສາມາດຂຸດຄົ້ນໄດ້ ແລ້ວສືບຕໍ່ປູກປ່າຄືນໃໝ່ ”.
ປະຈຸບັນ, ອຳນາດການປົກຄອງຕາແສງ ເດິດມູ໋ຍ ພວມສະເໜີສ້າງເງື່ອນໄຂຕື່ມອີກເພື່ອໃຫ້ປະຊາຊົນພັດທະນາເສດຖະກິດ ເຊັ່ນໃຫ້ເຂົາເຈົ້າຍ້າຍອອກຈາກເຂດປ່າສະຫງວນ, ຫຼືໜູນຊ່ວຍເງິນຕື່ມອີກຕາມເນື້ອທີ່ປ່າທີ່ເຂົາເຈົ້າປູກ ແລະ ບົວລະບັດໃນແຕ່ລະປີ. ຄອບຄົວອ້າຍ ຟ້າມວັນງວານ, ຢູ່ຕາແສງ ເດິດມູ໋ຍ ເປັນເວລາ 14 ປີ. ຊີວິດຕິດພັນກັບປ່າສະຫງວນ ດ້ວຍອາຊີບລ້ຽງກຸ້ງ, ແລະ ປູທະເລໃນເນື້ອທີ 2,5 ເຮັກຕາ.
”ຢູ່ທີ່ນີ້ມີຕົ້ນໄມ້ຫຼາຍ, ໃບໄມ້ຕົກລົງຫຼາຍໂພດເຮັດໃຫ້ການລ້ຽງກຸ້ງປະສົບກັບຄວາມຫຍຸ້ງຍາກ. ເຖິງຢ່າງໃດກໍ່ຕາມ, ພຽງແຕ່ລ້ຽງກຸ້ງກໍ່ພໍຢູ່ພໍກິນແລ້ວ”.
ແຕ່ລະປີ, ປະຊາຊົນຢູ່ທີ່ນີ້ພຽງແຕ່ລ້ຽງກຸ້ງໄດ້ລະດູດຽວເທົ່ານັ້ນ, ເວລາຍັງເຫຼືອແມ່ນລ້ຽງປູທະເລ. ຕາມອ້າຍ ງວານ ແລ້ວ, ຖ້າມີຄວາມດຸໝັ່ນຂະຫຍັນພຽນ, ຊີວິດການເປັນຢູ່ກໍ່ດີພໍສົມຄວນ.
”ກຸ້ງ, ປູ ທີ່ລ້ຽງມາໄດ້ ແມ່ນພໍຢູ່ພໍກິນ, ຄ່າໃຊ້ຈ່າຍໃນການລ້ຽງກຸ້ງ, ປູໃນ 1 ປີ ແມ່ນປະມານ 10 ລ້ານກວ່າດົ່ງ, ສ່ວນຍັງເຫຼືອແມ່ນໃຊ້ຈ່າຍໃນຊີວິດປະຈຳວັນ”.
ປະຊາຊົນຢູ່ຕາແສງ ເດິດມູ໋ຍ ສ່ວນຫຼາຍແມ່ນມາຈາກຖິ່ນຖານອື່ນ. ດັ່ງນັ້ນເຂົາເຈົ້າມີຄວາມຮັກແພງ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ. ເອື້ອຍ ບາວທິຮ່ຽນ ຈາກເມືອງ ກ໋າຍເນືອກ ມາດຳລົງຊີວິດຢູ່ເຂດດິນໃຕ້ສຸດຂອງປະເທດມາເປັນເວລາເກືອບ 14 ປີແລ້ວ. ເອື້ອຍຍັງຈື່ດີວ່າ, ໃນຊຸມມື້ທຳອິດທີ່ມາດຳລົງຊີວິດຢູ່ທີ່ນີ້, ເອື້ອຍໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນ ເດິດມູ໋ຍ ນັບແຕ່ເລື່ອງບຸກເບີກທີ່ດິນ, ຕະຫຼອດຮອດເລື່ອງລ້ຽງກຸ້ງ. ປະຈຸບັນ, ເຖິງວ່າຊີວິດຍັງປະສົບກັບຄວາມຫຍຸ້ງຍາກຢູ່, ແຕ່ເອື້ອຍ ຮ່ຽນ ກໍ່ຮູ້ສຶກເພິ່ງພໍໃຈຫຼາຍ.
”ລ້ຽງກຸ້ງລະດູໜຶ່ງກໍ່ສາມາດຫາເງິນໄດ້ນັບສິບລ້ານດົ່ງ. ປະຈຸບັນພໍຢູ່ພໍກິນ ບໍ່ອຶດຫີວຄືໃນເມື່ອກ່ອນອີກ. ຄອບຄົວເຮົາມີລູກສອງຄົນ, ບໍ່ໄດ້ຈ້າງຄົນເຮັດຊ່ວຍ, ວຽກງານທັງໝົດໂດຍແມ່ນສອງຜົວເມຍ ແລະລູກສອງຄົນເຮັດເອງເທົ່ານັ້ນ”.
ເຖິງວ່າໄດ້ມີການປ່ຽນແປງຫຼາຍຢ່າງແລ້ວກໍ່ຕາມ, ແຕ່ຊີວິດການເປັນຢູ່ຂອງປະຊາຊົນໃນເຂດ ເດິດມູ໋ຍ ຍັງປະສົບກັບຄວາມຫຍູ້ງຍາກຢູ່ ເພາະວ່າຊີວິດຂອງເຂົາເຈົ້າແມ່ນອາໃສທຳມະຊາດເປັນຕົ້ນ. ແຕ່ດ້ວຍທຸກສິ່ງທຸກຢ່າງທີ່ບັນລຸໄດ້ຄືປະຈຸບັນ, ແມ່ນຄວາມມານະພະຍາຍາມຂອງປະຊາຊົນທຸກຄົນ ກໍ່ຄືອຳນາດການປົກຄອງຢູ່ທີ່ນີ້. ທ່ານ ຕ໋ຽນ ໃຫ້ຮູ້ວ່າ:
”ເດິດມູ໋ຍ ແມ່ນເຂດດິນຕອນໃຕ້ສຸດຂອງປະເທດ, ໃນສົງຄາມແມ່ນຖານທີ່ໝັ້ນຂອງການປະຕິວັດ. ປະຈຸບັນ, ເດິດມູ໋ຍຍັງປະສົບກັບຄວາມຫຍຸ້ງຍາກ, ພື້ນຖານໂຄງລ່າງຍັງບໍ່ທັນໄດ້ຮັບການພັດທະນາດີ ແຕ່ເມື່ອທຽບໃສ່ເມື່ອກ່ອນຊີວິດຂອງປະຊາຊົນກໍ່ໄດ້ຮັບການຍົກສູງຂຶ້ນ. ໄຟຟ້າ, ໂຮງຮຽນ, ສຸກສາລາໄດ້ຮັບການແກ້ໄຂໂດຍພື້ນຖານ. ເດັກນ້ອຍທຸກຄົນລ້ວນແຕ່ໄດ້ໄປຮຽນ. ໃນຕາແສງມີສຸກສາລາ ດ້ວຍຂະໜາດ 10 ຕຽງ”.
ໃນໄລຍະຈະມາເຖິງ, ຕາແສງ ເດິດມູ໋ຍ ພວມຜັນຂະຫຍາຍແຜນຮ່າງກໍ່ສ້າງຊົນນະບົດໃໝ່. ກ່ອນອື່ນໝົດແມ່ນກໍ່ສ້າງລະບົບໄຟຟ້າ, ທາງຄົມມະນາຄົມ, ສຸກສາລາ… ເພື່ອຮອດປີ 2015, ຊີວິດທາງດ້ານເສດຖະກິດ, ສັງຄົມໃນທົ່ວຕາແສງຈະໄດ້ຮັບການຍົກສູງຂຶ້ນອີກບາດກ້າວໜຶ່ງ
ລານແອງ