(VOVWORLD) -ພາຍຫຼັງວັນຊາດທີ 2 ກັນຍາ ປີ 1945, ອຳນາດການປົກຄອງລັດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ທີ່ໜຸ່ມແໜ້ນ ໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໄພອຶດຫິວ, ໄພກືກໜັງສື, ສັດຕູຮຸກຮານຈາກພາຍນອກ. ບັ້ນດັບສູນໄພກືກໜັງສືຖືກຖືວ່າ ແມ່ນໜ້າທີ່ທີ 2 ໃນຈຳນວນ 6 ໜ້າທີ່ ທີ່ຮີບດ່ວນ ຂອງອຳນາດການປົກຄອງປະຕິວັດ. ຢູ່ເຂດບຶງແຂວງເທື່ອທຽນເຫ້ວ ເລື່ອງລາວກ່ຽວກັບການລົບລ້າງໄພກືກໜັງສືໃຫ້ຊາວປະມົງ ກາຍເປັນໜ້າທີ່ປະຈຳ ຂອງອຳນາດການປົກຄອງທ້ອງຖິ່ນ ກໍ່ຄືຂອງປະຊາຊົນແຕ່ລະຄົນຈົນມາຮອດປະຈຸບັນ.
ຫ້ອງຮຽນແຫ່ງສາຍຈິດມິດໃຈຂອງປ້າງັອກແຮ້ງ
|
ປ້າ ແບກທິງອັກແຮ້ງ, ຢູ່ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ ກີມລອງ, ນະຄອນເຫ້ວ ເລົ່າສູ່ຟັງວ່າ: ແຕ່ກ່ອນ, ຄອບຄົວປ້າດຳລົງຊີວິດຢູ່ເຂດ ເບ໊ນແມ, ນະຄອນເຫ້ວ. ປ້າແຮ້ງ ຮຽນຈົບມັດທະຍົມຕອນປາຍ ເມື່ອປີ 1975. ໃນເວລານັ້ນ, ເບ໊ນແມ ແມ່ນບ້ານຂອງຊາວປະມົງຜູ້ທຸກຍາກ. ປະຊາຊົນທຳມາຫາກິນຢູ່ຕາມແມ່ນ້ຳ, ບໍ່ໄດ້ເອົາໃຈໃສ່ເຖິງການຮ່ຳຮຽນຂອງລູກຫຼານ, ເດັກນ້ອຍສ່ວນຫຼາຍບໍ່ໄດ້ໄປໂຮງຮຽນ. ຍ້ອນຮັກແພງເດັກນ້ອຍ, ປ້າແຮ້ງ ຈຶ່ງໄດ້ສ້າງຕັ້ງຫ້ອງຮຽນລົບລ້າງໄພກືກໜັງສືໃຫ້ພວກນ້ອງນ້ອຍ. ຍາມຄ່ຳຄືນຂອງແຕ່ລະມື້, ປ້າແຮ້ງ ໄດ້ສອນໃຫ້ພວກນ້ອງຮຽນອ່ານ, ຮຽນຂຽນ, ຮຽນຮ້ອງເພງ…
ປີ 1995, ບ້ານຊາວປະມົງ ເບ໊ນແມ ຖືກຍ້າຍໄປເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ຕາແສງກີມລອງ. ລັດກໍ່ມີນະໂຍບາຍໜູນຊ່ວຍໃຫ້ເດັກນ້ອຍໄປໂຮງຮຽນ. ແຕ່ເດັກສ່ວນຫຼາຍຢູ່ທີ່ນີ້ມີອາຍຸຫຼາຍກວ່າເກນອາຍຸໄປໂຮງຮຽນ, ສ່ວນໜຶ່ງບໍ່ສາມາດຮຽນຕາມຫຼັກສູດການຮຽນສາມັນໄດ້, ຍ້ອນເຫດນັ້ນ, ເດັກນ້ອຍຫຼາຍຄົນກໍ່ປະລະການຮຽນ. ປ້າແຮ້ງ ຍັງສືບຕໍ່ສອນໃຫ້ລ້າ, ຊ່ວຍໃຫ້ພວກນ້ອງອ່ານໄດ້ຂຽນເປັນ, ສອນໃຫ້ພວກນ້ອງກາຍເປັນຄົນດີມີປະໂຫຍດຕໍ່ສັງຄົມ. ປະຈຸບັນ, ເຖິງວ່າອາຍຸກໍ່ສູງແລ້ວກໍ່ຕາມ ແຕ່ປ້າ ແບກທິງອັກແຮ້ງ ຍັງສອນໃຫ້ພວກນ້ອງ, ເພື່ອໃຫ້ຊີວິດຂອງຕົນມີຄວາມໝາຍຕື່ມອີກ, ບັນເທົາຄວາມອິດເມື່ອຍ. ປ້າແຮ້ງ ແບ່ງປັນວ່າ:
ຂ້າພະເຈົ້າເຫັນວ່າ ພວກນ້ອງໜ້າອີດູສົງສານ, ກໍ່ເໝືອນກັບລູກຫຼານຂອງຕົນ, ຖ້າຕົກເຂົ້າສູ່ສະພາບການຄືແນວນັ້ນ, ພໍ່ແມ່ຜູ້ໃດກໍ່ເຫັນວ່າ ລູກຫຼານໜ້າສົງສານທີ່ສຸດ ແຕ່ຍ້ອນເງື່ອນໄຂຂອງເຂົາເຈົ້າ ບໍ່ພໍຢູ່ພໍກິນ, ຫາເງິນມາແຕ່ໃສໃຫ້ລູກໄປໂຮງຮຽນ. ຂ້າພະເຈົ້າຈຶ່ງຄິດວ່າ ເຮົາສະຫຼະເວລາ 2-3 ຊົ່ວໂມງໃນຄືນໜຶ່ງ ເພື່ອຊ່ວຍເຫຼືອພວກຫຼານ, ຫາເຮັດສິ່ງທີ່ມີປະໂຫຍດໃຫ້ແກ່ພວກຫຼານ.
ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ ຕາແສງ ເຮືອງເຊີ, ນະຄອນເຫ້ວ
|
ໃນໄລຍະ 10 ປີກ່ອນ, ແຂວງເທື່ອທຽນເຫ້ວ ໄດ້ປະຕິບັດການຍົກຍ້າຍປະຊາຊົນທີ່ດຳລົງຊີວິດຢູ່ຕາມແມ່ນ້ຳ ຂຶ້ນມາດຳລົງຊີວິດຢູ່ເທິງຝັ່ງດ້ວຍຂະໜາດໃຫ່ຍ. ຊາວປະມົງຢູ່ຕາແສງ ຝູບິນ ແລະ ວີ້ຢະ ປະມານ 1000 ຄອບຄົວ ໄດ້ສົ່ງໄປຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ຕາແສງ ເຮືອງເຊີ, ນະຄອນເຫ້ວ ແລະ ຕາແສງ ຝູເມົ້າ, ເມືອງ ຝູວາງ. ເມື່ອມາດຳລົງຊີວິດຢູ່ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ນີ້, ເດັກນ້ອຍທຸກຄົນລ້ວນແຕ່ໄດ້ໄປໂຮງຮຽນ. ລຸງ ຫງວຽນຈີ, ຢູ່ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ ຕາແສງ ເຮືອງເຊີ, ນະຄອນເຫ້ວ ໃຫ້ຮູ້ວ່າ:
ຂຶ້ນມາດຳລົງຊີວິດຢູ່ທີ່ນີ້ກໍ່ເຫັນວ່າ ຊີວິດມີການພັດທະນາດີກ່ວາ. ແຕ່ກ່ອນຢູ່ເທິງເຮືອ ໄປໃສກໍ່ຕ້ອງເອົາລູກໄປນຳ, ບໍ່ໄດ້ໄປໂຮງຮຽນ. ປະຈຸບັນຊີວິດກໍ່ສະບາຍແລ້ວ, ມີເຮືອນຢູ່, ລູກຫຼານໝົດທຸກຄົນກໍ່ໄດ້ໄປໂຮງຮຽນ. ທາງໂຮງຮຽນ, ຄະນະກຳມະການປະຊາຊົນຕາແສງ ກໍ່ມີຄວາມເອົາໃຈໃສ່ທີ່ສຸດ, ຄອບຄົວໃດທຸກຍາກ ບໍ່ສາມາດໃຫ້ລູກໄປໂຮງຮຽນໄດ້, ທາງຕາແສງກໍ່ໄດ້ມອບປື້ມ, ສໍ, ສົ້ງເສື້ອ, ເພື່ອປຸກລະດົມລູກຫຼານໄປໂຮງຮຽນ, ບໍ່ໃຫ້ເຂົາເຈົ້າປະລະການຮ່ຳຮຽນ.
ຂຶ້ນຝັ່ງມາທຳມາຫາກິນ ກໍ່ແມ່ນການທົດສອບອັນໃຫ່ຍຫຼວງ ສຳລັບຊາວປະມົງ ຍ້ອນວ່າສ່ວນຫຼາຍເຂົາເຈົ້າບໍ່ຮູ້ໜັງສື, ຊອກຫາວຽກເຮັດງານທຳແມ່ນຍາກທີ່ສຸດ ແຕ່ຍ້ອນໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງທ້ອງຖິ່ນ, ຊີວິດການເປັນຢູ່ຂອງເຂົາເຈົ້າ ກໍ່ຄ່ອຍໆເປັນປົກກະຕິ. ທຸກຄົນລ້ວນແຕ່ມີວຽກເຮັດງານທຳ, ຫຼາຍຄົນກໍ່ປ່ຽນອາຊີບຄື: ຂັບລົດ, ເປີດການບໍລິການກິນດື່ມ, ຄ້າຂາຍຍ່ອຍ… ເດັກນ້ອຍຫຼາຍຄົນກໍ່ຮຽນເກັ່ງ, ມີອະນາຄົດທີ່ສົດໃສ. ທ່ານ ມາຍວັນແທັ່ງ, ຫົວໜ້າໜ່ວຍ 16, ຕາແສງ ເຮືອງເຊີ, ນະຄອນເຫ້ວ ໃຫ້ຮູ້ວ່າ:
ໃນໄລຍະເວລາ 10 ປີ ທີ່ປະຊາຊົນມາດຳລົງຊີວິດຢູ່ທີ່ນີ້ ກໍ່ພໍຢູ່ພໍກິນ, ມີເງື່ອນໄຂດີກ່ວາ ຊີວິດຂອງຊາວປະມົງກ່ອນນີ້ຫຼາຍ. ເວົ້າລວມແລ້ວ, ແຕ່ກ່ອນຊາວປະມົງປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແຕ່ປະຈຸບັນນີ້ ແມ່ນຊີວິດເປັນປົກກະຕິແລ້ວ, ມີຫຼາຍຄົນມີເຮືອນທີ່ໂຫ່ຍໂຕ ແລະ ສວຍງາມ, ມີລົດໃຫ່ຍຂີ່…ແຕ່ກ່ອນລູກຂອງຊາວປະມົງໄດ້ໄປຮຽນ ສູງສຸດກໍ່ພຽງແຕ່ 40% ເທົ່ານັ້ນ. ປະຈຸບັນ, ອັດຕາສ່ວນເດັກນ້ອຍໄປຮຽນແມ່ນບັນລຸແຕ່ 90-95% ແລ້ວ.
ຊີວິດຂອງຊາວປະມົງແຂວງເທື່ອທຽນເຫ້ວ ໄດ້ມີການປ່ຽນແປງຫຼາຍແລ້ວ. ເດັກນ້ອຍໄດ້ໄປໂຮງຮຽນ, ບໍ່ຕ້ອງຕະລອນໄປເອົາຂີ້ຊາຍ, ຫີນແຮ່ ຫຼືໄປຫາປາ, ຫາກຸ້ງຢູ່ຕາມແມ່ນ້ຳລຳເຊນຳພໍ່ແມ່ອີກແລ້ວ. 10 ປີແລ້ວທີ່ໄດ້ຂຶ້ນມາດຳລົງຊີວິດຢູ່ເທິງຝັ່ງ, ແບບແຜນການດຳລົງຊີວິດເກົ່າຂອງຊາວປະມົງຫຼາຍລຸ້ນຄົນ ໄດ້ຄ່ອຍໆຫັນປ່ຽນ, ເຈືອຈານເຂົ້າກັບການດຳລົງຊີວິດທີ່ທັນສະໄໝໃນປະຈຸບັນ.