(VOVWORLD) - ເມືອງ ຢຸຍຊວຽນ ແຂວງ ກວາງນາມ ທາງພາກກາງ ຫວຽດນາມ ມີທ່າໄດ້ປຽບຍ້ອນມີທິວທັດທຳມະຊາດສວຍງາມດັ່ງໃນຝັນ ພວມພັດທະນາຮູບແບບການທ່ອງທ່ຽວທຳມະຊາດເຂດຊຸມຊົນ. ຮູບແບບນີ້ ໄດ້ສ້າງວຽກເຮັດງານທຳ, ຊ່ວຍ ປຊຊ ເພີ່ມລາຍຮັບ ຕື່ມອີກ…
(ພາບ: VOV)
|
ໝູ່ບ້ານທ່ອງທ່ຽວທຳມະຊາດເຂດຊຸມຊົນ ຈ່າຍຽວ, ເມືອງຢຸຍຊວຽນ ຫ່າງຈາກນະຄອນ ໂຮ້ຍອານ (ແຂວງ ກວາງນາມ) ພຽງ 5 ກມ ເທົ່ານັ້ນ ແລະ ຫ່າງຈາກ ນະຄອນ ດ່ານັງ 30 ກມ. ຢູ່ແຫ່ງນີ້ ມີເນື້ອທີ່ປ່າພ້າວຢູ່ກາງນ້ຳເຖິງ 10 ເຮັກຕາ ແລະ ມີຫຼາຍໝູ່ບ້ານອາຊີບຫັດຖະກຳພິເສດສະເພາະ. ອ້າຍ ຟ້າມມິນເຕີມ, ເຈົ້າຂອງຮາກຖານການບໍລິການເຮືອກະດົ້ງ ໂກມົດ, ຢູ່ຕາແສງ ຢຸຍວິງ ເຮັດການບໍລິການໄດ້ 7 ປີແລ້ວ, ເປັນຕົ້ນແມ່ນນຳແຂກທ່ອງທ່ຽວມາຢ້ຽມຊົມປ່າພ້າວ, ຫາປາ. ໃນເວລາຈຸດສຸມ, ຮາກຖານຂອງອ້າຍໄດ້ຕ້ອນຮັບແຂກທ່ອງທ່ຽວປະມານແຕ່ 50-100 ຄົນ, ສ່ວນຫຼາຍແມ່ນແຂກຕ່າງປະເທດ. ອ້າຍ ຟ້າມມິນເຕີມ ໃຫ້ຮູ້ວ່າ: ຮາກຖານຂອງອ້າຍມີເຮືອກະດົ້ງ 15 ລຳ, ເຊິ່ງໄດ້ແກ້ໄຂວຽກເຮັດງານທຳໃຫ້ແຮງງານທ້ອງຖິ່ນຫຼາຍຄົນ:
ແຂກມາຢ້ຽມຊົມປ່າພ້າວ ແລ້ວຢາກຂີ່ເຮືອກະດົ້ງ. ເຮົາກໍ່ເຮັດອາຫານສວຍຮັບໃຊ້ແຂກ. ຂີ່ເຮືອເທື່ອໜຶ່ງແມ່ນແຕ່ 6-7 ລຳ ຈະມີແຂກປະມານ 14-16 ຄົນ, ແຂກ 2 ຄົນຂີ່ເຮືອລຳໜຶ່ງດ້ວຍລາຄາ 100.000 ດົ່ງ, ອາຫານສວຍແມ່ນອາຫານຕາມສັ່ງ.
(ພາບ: VOV) |
ປ້າ ເລທິແທັງງາ, ຢູ່ຕາແສງ ຢຸຍຊິງ ໄດ້ເຊົ່າເນື້ອທີ່ດິນເປົ່າຫວ່າງ 2 ເຮັກຕາ ເພື່ອຜະລິດເຂົ້າກ່ຳແບບອົງຄະທາດ. ພາຍຫຼັງຫຼາຍລະດູເກັບກ່ຽວທີ່ບັນລຸສະມັດຕະພາບສູງນັ້ນ, ປ້າ ງາ ສືບຕໍ່ເປີດກ້ວາງເນື້ອທີ່ປູກເຂົ້າກ່ຳຂຶ້ນເປັນ 5 ເຮັກຕາ. ແຕ່ລະປີ, ຮາກຖານນີ້ໄດ້ສະໜອງໃຫ້ແກ່ຕະຫຼາດເຂົ້າກ່ຳກ່ວາ 30 ໂຕນ ແລະ ຜະລິດຕະພັນຈຳນວນໜຶ່ງເຮັດຈາກເຂົ້າກ່ຳຄື: ນ້ຳນົມເຂົ້າກ່ຳ, ເຫຼົ້າເຂົ້າກ່ຳ, ຊາເຂົ້າກ່ຳ. ແຕ່ລະມື້ຮາກຖານນີ້ໄດ້ດຶງດູດແຂກເກືອບ 200 ຄົນມາຢ້ຽມຊົມ. ແຂກທ່ອງທ່ຽວມາຊື້ເຂົ້າກ່ຳກໍ່ສາມາດລົງປູກເຂົ້າ, ເດັດຜັກ ແລະ ປຸງແຕ່ອາຫານດ້ວຍຕົນເອງ ກໍ່ຄືຮັບປະທານອາຫານຢູ່ກັບທີ່ເລີຍ ປ້າ ເລທີແທັງງາ ໃຫ້ຮູ້ວ່າ:
ຂ້າພະເຈົ້າໄດ້ເລີ່ມເຮັດການທ່ອງທ່ຽວກະສິກຳນັບແຕ່ປີ 2019 ແລະ ມີຄວາມຫວັງວ່າ ເຮັດແນວໃດໃຫ້ຍົກສູງຄຸນຄ່າຜະລິດຕະພັນກະເສດ ໂດຍຊາວກະສິກຳເຮັດເອງ. ເຮັດກະສິກຳ ສົມທົບກັບການທ່ອງທ່ຽວ ແມ່ນຂໍ້ກຸນແຈເພື່ອສົ່ງອອກຜະລິດຕະພັນຢູ່ກັບທີ່. ນີ້ແມ່ນຮູບແບບທີ່ບັນລຸປະສິດທິຜົນທີ່ສຸດ ຄວນທະວີຄູນໃຫ້ຊາວກະສິກອນຫຼາຍຄົນພ້ອມກັນເຮັດ
ປະຈຸບັນ, ເມືອງ ຢຸຍຊວຽນ ມີ 25 ຄອບຄົວຊາວກະສິກອນເຮັດການທ່ອງທ່ຽວກະສິກຳ, ທ່ອງທ່ຽວທຳມະຊາດ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນຫຼາຍຄົນ, ນຳມາເຊິ່ງແຫຼ່ງລາຍຮັບຫຼາຍພໍສົມຄວນໃຫ້ແກ່ ປຊຊ. ທ່ານ ຟານຊວັນແກັງ, ປະທານຄະນະກຳມະການ ປຊຊ ເມືອງ ຢຸຍຊວຽນ, ແຂວງ ກວາງນາມ ໃຫ້ຮູ້ວ່າ:
ບັນດາທ້ອງຖິ່ນໄດ້ຍູ້ແຮງການຕິດພັນບັນຫາຜະລິດກະສິກຳ ກັບການພັດທະນາບັນດາຮູບແບບການບໍລິການທ່ອງທ່ຽວ ເພື່ອຍົກສູງມູນຄ່າ ແລະ ສ້າງກຳໄລໃຫ້ແກ່ຊາວກະສິກອນ ໂດຍຜ່ານບັນດາເຂດທ່ອງທ່ຽວທຳມະຊາດເຂດຊຸມຊົນ. ຕົວຢ່າງຄື: ໝູ່ບ້ານປູກຕົ້ນໝາກ ຈ່າດົງ, ຮູບແບບປູກຕົ້ນໄມ້ກິນໝາກ, ໄດ້ສ້າງຈຸດນັດພົບການທ່ອງທ່ຽວ ດ້ວຍການດຶງດູດການທ່ອງທ່ຽວ ຕິດພັນກັບການຜະລິດກະສິກຳ. ບັນດາຮູບແບບນີ້ ໄດ້ສ້າງຜະລິດຕະພັນໃໝ່ໃນເບື້ອງຕົ້ນ, ປະກອບສ່ວນຍົກສູງລາຍຮັບໃຫ້ແກ່ ປຊຊ.
ການຕີລາຄາກ່ຽວກັບການພັດທະນາການທ່ອງທ່ຽວທຳມະຊາດເຂດຊຸມຊົນຢູ່ເມືອງ ຢຸຍຊວຽນ, ທ່ານ ໂຮ່ກວາງບຶວ, ຮອງປະທານຄະນະກຳມະການ ປຊຊ ແຂວງ ກວາງນາມ ໃຫ້ຮູ້ວ່າ: ບັນດາຮູບແບບ ໄດ້ປະກອບສ່ວນຫັນຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ, ພັດທະນາເສດຖະກິດ, ຕິດພັນການພັດທະນາການທ່ອງທ່ຽວກັບວັດທະນະທຳ:
ການທ່ອງທ່ຽວເຂດຊຸມຊົນ, ທ່ອງທ່ຽວທຳມະຊາດ, ທ່ອງທ່ຽວຢູ່ບັນດາຄອບຄົວ ແມ່ນບັນດາຮູບແບບທ່ອງທ່ຽວທີ່ພວກຂ້າພະເຈົ້າເຫັນວ່າ ເມື່ອຟື້ນຟູການທ່ອງທ່ຽວ, ຈຳນວນແຂກມາຢ້ຽມຊົມຫຼາຍທີ່ສຸດ. ພວກຂ້າພະເຈົ້າມີແຜນນະໂຍບາຍເພື່ອດຶງດູດບັນດາວິສາຫະກິດມາລົງທຶນ, ທຳອິດແມ່ນຫລຸດຜ່ອນບັນດາລະບຽບການບໍລິຫານ, ຊ່ວຍວິສາຫະກິດສາມາດສຳຜັດໄດ້ຢ່າງງ່າຍດາຍ. ທີ່ສອງແມ່ນແກ້ໄຂດ້ານໜ້າພຽງໃຫ້ແກ່ນັກລົງທຶນ, ສ້າງເງື່ອນໄຂອຳນວຍຄວາມສະດວກດ້ານພື້ນຖານໂຄງລ່າງ, ຮ່ວມສຳພັນລະຫວ່າງເຂດຕົວເມືອງ ແລະ ເຂດພູດອຍ.
ປະຈຸບັນ, ບັນດາຊາວກະສິກອນຢູ່ເມືອງ ຢຸຍຊວຽນ ທັງໄດ້ຜະລິດ ທັງເປັນຜູ້ນຳທ່ຽວ ຮັບໃຊ້ແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດ. ເພື່ອເຮັດໃຫ້ການທ່ອງທ່ຽວຂອງທ້ອງຖິ່ນ ນັບມື້ນັບພັດທະນາກ່ວາອີກ, ນອກຈາກການສະໜັບສະໜູນ, ການຊ່ວຍເຫຼືອຂອງອຳນາດການປົກຄອງທ້ອງຖິ່ນແລ້ວ, ແຕ່ລະມື້, ປຊຊ ຍັງໄດ້ເຮັດຜະລິດຕະພັນໃໝ່, ດຶງດູດແຂກທ່ອງທ່ຽວ, ຍົກສູງຄຸນນະພາບການບໍລິການ ເພື່ອນຳ ຢຸຍຊວຽນ ກາຍເປັນຈຸດນັດພົບການທ່ອງທ່ຽວຂອງແຂກທ່ອງທ່ຽວຫຼາຍຄົນ./.