(vovworld) - ໂດຍເສີມຂະຫຍາຍບັນດາທ່າແຮງດ້ານພູມສາດ ແລະ ຊັບພະຍາກອນທີ່ມີຢູ່ແລ້ວໃນທ້ອງຖີ່ນ, ເມືອງກູຈີ, ນະຄອນໂຮ່ຈີມິນ ໄດ້ປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນ, ດ້ວຍການນຳໃຊ້ບັນດາຮູບແບບຜະລິດຂອງນະຄອນຕາມທິດພັດທະນາກະສີກຳໃນເຂດຕົວເມືອງນັບແຕ່ນີ້ເຖິງປີ 2020. ໃນຈຳນວນຮູບແບບທີ່ພວມປະຕິບັດຢ່າງມີປະສິດທິຜົນນັ້ນ, ມີຮູບແບບລ້ຽງງົວພັນ.
ພາບປະກອບ
ດ້ວຍທົ່ງຫຍ້າກວ້າງໃຫຍ່ທີ່ສາມາດລ້ຽງງົວໄດ້ 60.000 ກວ່າໂຕນັ້ນ, ເມືອງກູຈີ ໄດ້ກາຍເປັນສູນກາງລ້ຽງງົວນົມຂອງນະຄອນໂຮ່ຈີມິນ. ອາຊີບລ້ຽງງົວນົມໄດ້ນຳມາເຊິ່ງເສດຖະກິດສູງໃຫ້ແກ່ຊາວກະສີກອນຢູ່ 20 ຕາແສງ, ເທດສະບານເມືອງ. ຢູ່ທີ່ນີ້, ນັບມື້ນັບປະກົດມີຟາມລ້ຽງງົວນົມຫຼາຍແຫ່ງ, ແຕ່ລະແຫ່ງສາມາດລ້ຽວງົວນົມໄດ້ 30 – 200 ໂຕ. ອາຊີບລ້ຽງງົວນົມບໍ່ພຽງແຕ່ນຳມາເຊິ່ງເສດຖະກິດສູງໂດຍກົງໃຫ້ແກ່ 1.600 ຄອບຄົວລ້ຽງງົວເທົ່ານັ້ນ, ຫາກຍັງສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບເປັນປົກກະຕິໃຫ້ແກ່ຄອບຄົວປູກຫຍ້າລ້ຽງງົວຢູ່ທ້ອງຖີ່ນນັບພັນຄອບຄົວອີກດ້ວຍ. ສ້າງລາຍຮັບນັບຕື້ດົ່ງ/ປີໃຫ້ຊາວກະສີກອນນັບຮ້ອຍຄອບຄົວໃນຕາແສງ.
ນອກຈາກເຕິນແທງດົງແລ້ວ, ບັນດາຕາແສງອານຟູ໋, ອານເຍີນໄຕ, ຟ້າມວັນໂກ້ຍ, ເຕິນແທກໄຕ, ເຟືອກວິ້ງອານ ກໍ່ລ້ຽງງົວນົມອີກ. ນີ້ແມ່ນແຫ່ງສະໜອງນົມງົວຕົ້ນຕໍໃຫ້ບັນດາບໍລິສັດນຳ້ນົມໃຫຍ່ກວ່າໝູ່ຢູ່ຫວຽດນາມ ໃນປະຈຸບັນເຊັ່ນ: Vinamilk, dutch lady, Friesland Campina. ດ້ວຍລາຄານຳ້ນົມສົດແມ່ນ 13.000 ດົ່ງ/kgໃນປະຈຸບັນ, ຖ້າລ້ຽງງົວນົມ 10 ໂຕ, ຊາວກະສີກອນຈະສ້າງກຳໄລໄດ້ປະມານ 600 ລ້ານດົ່ງ/ປີ. ເພື່ອນຳໃຊ້ຮູບແບບລ້ຽງງົວນີ້, ຊາວກະສີກອນຈະຕ້ອງການທຶນຫຼາຍເພື່ອຊື້ງົວພັນ, ກໍ່ສ້າງຄອກຟາມ, ປູກຫຍ້າ, ຫົວອາຫານ, ລະບົບບີບນຳ້ນົມ ແລະ ເຕັກນິກລ້ຽງງົວອີກ. ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ຜູ້ລ້ຽງງົວ, ນະຄອນໂຮ່ຈີມິນ ໄດ້ມີນະໂຍບາຍພິເສດໃຫ້ຜູ້ກູ້ຢືມທຶນເພື່ອລ້ຽງງົວ. ອ້າຍ ຫງວຽນຮຸ່ງຢຸງ, ຢູ່ບ້ານ 3A, ຕາແສງເຕິນແທກດົງ, ໃຫ້ຮູ້ວ່າ:
“ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກນະຄອນ, ຄອບຄົວຂ້າພະເຈົ້າໄດ້ກູ້ຢືມທຶນ 500 ລ້ານດົ່ງຕາມຂໍ້ຕົກລົງເລກທີ 13 ຂອງຄະນະກຳມະການປະຊາຊົນນະຄອນກ່ຽວກັບນະໂຍບາຍພິເສດສຳລັບຜູ້ລ້ຽງງົວ. ຂ້າພະເຈົ້າໃຊ້ບ້ວງເງິນນີ້ເພື່ອຊື້ງົວ ແລະ ເປີດກວ້າງການຜະລິດ, ປະຈຸບັນສິ່ງດັ່ງກ່າວໄດ້ນຳມາເຊິ່ງປະສິດທິຜົນໃຫ້ຄອບຄົວຂ້າພະເຈົ້າ“.
ພາບປະກອບ
ນອກຈາກການໜູນຊ່ວຍທຶນແລ້ວ, ນະຄອນໂຮ່ຈີມິນ ຍັງເປີດຊຸດຝຶກອົບຮົມເປັນປະຈຳ, ເພື່ອຊ່ວຍຊາວກະສີກອນນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການລ້ຽງງົວອີກ. ທ່ານ ເຈືອງວັນໂໜຍ, ຜູ້ລ້ຽງງົວຢູ່ບ້ານ 3A, ຕາແສງເຕິນແທກດົງ, ເມືອງກູຈີ, ໃຫ້ຮູ້ວ່າ:
“ລ້ຽງງົວນົມກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ຍ້ອນໄດ້ຮັບການໜູນຊ່ວຍດ້ານເຕັກນິກ, ຫົວອາຫານ, ສັດຕະວະແພດ ກໍ່ຄືວິທີລ້ຽງງົວຈາກພະແນກກະສີກຳນະຄອນ, ປະຊາຊົນໄດ້ພະຍາຍາມ ແລະ ອຸ່ນອ່ຽນໃຈເພື່ອພັດທະນາຝູງງົວນົມ“.
ພາບປະກອບ
ເນື້ອທີ່ດິນປູກເຂົ້າ 1 ເຮັກຕາພຽງແຕ່ສ້າງລາຍຮັບໄດ້ເກືອບ 30 ລ້ານດົ່ງ/ປີເທົ່ານັ້ນ, ແຕ່ເມື່ອຫັນມາລ້ຽງງົວນົມ, ລາຍຮັບອາດຈະເພີ່ມຂຶ້ນທົບ 5 ເທົ່າ, ແມ່ນປະມານ 150 ດົ່ງ/ເຮັກຕາ. ທ່ານ ຫງວຽນຮ່ວາຍຟູ໋, ຮອງປະທານຄະນະກຳມະການປະຊາຊົນເມືອງກູຈີ, ໃຫ້ຮູ້ວ່າ: ທາງເມືອງໄດ້ສ້າງແຜນກຳນົດກ່ຽວກັບຝູງງົວ ແລະ ເນື້ອທີ່ດິນປູກຫຍ້າ ເພື່ອພັດທະນາອາຊີບລ້ຽງງົວ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການຍົກສູງສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນ.
“ກ່ອນນີ້ເມືອງກູຈີມີເນື້ອທີ່ປູກເຂົ້າທີ່ໃຫ້ສະມັດຕະພາບຕຳ່ປະມານ 17.000, 18.000 ເຮັກຕາ, ປະຈຸບັນພວກຂ້າພະເຈົ້າໄດ້ຫັນມາປູກຫຍ້າລ້ຽງງົວທີ່ໃຫ້ສະມັດຕະພາບສູງ. ກ່ອນນີ້ສະມັດຕະພາບນຳ້ນົມຕາມໄລຍະຂອງງົວບັນລຸພຽງ 3 ໂຕນ - 3,5 ໂຕນ/ໂຕ, ແຕ່ປະຈຸບັນສາມາດບັນລຸໄດ້ 6ໂຕນ/ໂຕ. ເຖິງວ່າຝູງງົວພັດທະນາຄືແນວນັ້ນ, ແຕ່ພວກຂ້າພະເຈົ້າບໍ່ພັດທະນາດ້ານຈຳນວນຕື່ມອີກ, ຫາກພຽງແຕ່ພັດທະນາດ້ານສະມັດຕະພາບ ແລະ ຄຸນນະພາບເທົ່ານັ້ນ“.
ລ້ຽງງົວນົມພຽງແຕ່ແມ່ນໜຶ່ງໃນບັນດາຮູບແບບຜະລິດທີ່ມີປະສິດທິຜົນເຊິ່ງເມືອງກູຈີພວມນຳໃຊ້ຢູ່ຕາແສງຕ່າງໆເທົ່ານັ້ນ. ແຕ່ຮູບແບບນີ້ພວມຊ່ວຍຊາວກະສີກອນໃນທ້ອງຖີ່ນຫຼຸດຜ່ອນຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີຢູໃນບ້ານເກີດຂອງຕົນ.