(vovworld) - ນອກຈາກເຂົ້າສານ, ໝາກມ່ວງ ແລະ ເວລາມໍ່ໆມານີ້ໝາກລຳໄຍຂອງແຂວງ ດົ່ງທາບ ໄດ້ສ້າງເຄື່ອງໝາຍການຄ້າ ແລະ ໄດ້ຮັບການຮັບຮູ້ຈາກບັນດາຕະຫຼາດຕ່າງປະເທດເທື່ອລະກ້າວ. ພ້ອມກັບຕະຫຼາດ ອາເມລິກາ, ຫວ່າງແລ້ວນີ້, ເລື່ອງກຸ່ມບໍລິສັດໃຫຍ່ ສ. ເກົາຫຼີ ເອົາໃຈໃສ່ລົງທຶນເຂົ້າເຂດຜະລິດໝາກລຳໃຍສົ່ງອອກ, ໄດ້ເປີດກາລະໂອກາດໃໝ່ໃຫ້ແກ່ຊາວກະສິກອນບັນດາເຮືອນສວນ. ປະຈຸບັນ, ໝາກລຳໃຍໄດ້ກາຍເປັນໜຶ່ງໃນບັນດາຜະລິດຕະພັນກະເສດທີ່ມີທ່າແຮງຂອງແຂວງ ດົ່ງທາບ. ບົດຂຽນຂອງ ແທງຕູ່ງ, ນັກຂ່າວ VOV.
ພາບປະກອບ
|
ຫວ່າງແລ້ວນີ້, ກຸ່ມບໍລິສັດ In Jea ສ. ເກົາຫຼີ ໄດ້ມາສຳຫຼວດຕົວຈິງຢູ່ສວນປູກໝາກລຳໃຍ Edor ຫຼາຍແຫ່ງໃນຕາແສງ ອານເຍີນ, ເມືອງເຈົາແທ່ງ, ແຂວງ ດົ່ງທາບ. ຜ່ານການສຳຫຼວດ, ຄະນະໄດ້ຕີລາຄາສູງຄຸນນະພາບຂອງໝາກລຳໃຍ Edor ຢູ່ທີ່ນີ້ແມ່ນບັນລຸມາດຕະຖານກ່ຽວກັບຄຸນນະພາບ. ໂດຍແມ່ນກຸ່ມບໍລິສັດໃຫຍ່ກ່ຽວກັບການສະໜອງສະບຽງອາຫານ ກໍ່ຄືຜະລິດຕະພັນກະເສດ, ກຸ່ມບໍລິສັດ In Jea ຂອງ ສ. ເກົາຫຼີ ໝັ້ນໝາຍຈະແມ່ນແຫ່ງຈຳໜ່າຍທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃຫ້ແກ່ໝາກລຳໃຍ ເຈົາແທ່ງ, ພາຍຫຼັງສະຫະກອນຜະລິດໝາກລຳໃຍປະເພດນີ້ ໄດ້ສົ່ງອອກໝາກລຳໃຍໄປຕະຫຼາດ ອາເມລິກາ ໃນປີກ່າຍ. ທ່ານ Jo Hyung Tea, ຜູ້ອຳນວຍການບໍລິສັດ In Jea ດົ່ງທາບຈຳກັດ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ຕີລາຄາສູງບັນດາຜະລິດຕະພັນໝາກໄມ້ຂອງແຂວງດົ່ງທາບ, ເມື່ອທຽບໃສ່ບັນດາປະເທດອື່ນໆໃນພາກພື້ນຄື: ຟີລິບປິນ ຫຼື ໄທຢູ່ທີ່ນີ້ມີໝາກໄມ້ຫຼາຍປະເພດດີກ່ວາ. ກ່ຽວກັບປະລິມານກໍ່ຫຼາຍພໍສົມຄວນ, ດັ່ງນັ້ນແມ່ນແຫຼ່ງສະໜອງທີ່ອຸດົມສົມບູນໃຫ້ແກ່ບໍລິສັດເພື່ອສົ່ງອອກໄປຍັງ ສ. ເກົາຫຼີ”
ປະຈຸບັນ, ເມືອງເຈົາແທ່ງມີເນື້ອທີ່ດິນປູກໝາກລຳໃຍແມ່ນກ່ວາ 3.200 ເຮັກຕາ, ກວມກ່ວາ 50% ເນື້ອທີ່ດິນປູກຕົ້ນໄມ້ກິນໝາກຂອງເມືອງ, ໃນນັ້ນ, ໝາກລຳໃຍ Edor ກວມເກືອບ 1.000 ເຮັກຕາ. ຈາກສັນຍານຕັ້ງໜ້ານີ້, ເມື່ອໝາກລຳໃຍມີກາລະໂອກາດໄດ້ສົ່ງໄປຂາຍຢູ່ຕ່າງປະເທດຕື່ມອີກ, ພໍ່ແມ່ປະຊາຊົນປູກໝາກລຳໃຍເກືອບທັງໝົດ ແລະ ສະຫະກອນລ້ວນແຕ່ມີຄວາມເບີກບານມ່ວນຊື່ນທີ່ສຸດ. ໃນນັ້ນ, ເຫັນໄດ້ບັນດາທ່າແຮງກ່ຽວກັບການຜະລິດ, ສະຫະກອນໝາກລຳໃຍ ເຈົາແທ່ງ ໄດ້ຜັນຂະຫຍາຍ ຮັບເອົາຄຳເຫັນຈາກບັນດາຜູ້ປູກໝາກລຳໃຍເພື່ອເປັນເອກະພາບກ່ຽວກັບວິທີເຮັດໃນວິວັດແຫ່ງການເຈລະຈາເຊັນສັນຍາກັບກຸ່ມບໍລິສັດ In Jea ສ. ເກົາຫຼີ. ລະອຽດຄື ພວມກວດຄືນເນື້ອທີ່ດິນຜະລິດ, ໄລຍະປູກຂອງຕົ້ນໄມ້ໃນປະຈຸບັນ, ຄາດຄະເນສະມັດຕະພາບ… ຈາກນັ້ນ, ສະຫະກອນມີບາດກ້າວເປັນເຈົ້າການໃນການກຳແໜ້ນສະພາບການຜະລິດ. ຄຽງຄູ່ກັນນັ້ນ, ສະຫະກອນກໍ່ຜັນຂະຫຍາຍການຕັກເຕືອນ, ຊຸກຍູ້ບັນດາເຮືອນສວນຕັ້ງໜ້າຜັນຂະຫຍາຍການຈົດກາຍໃສ່ປື້ມຕາມມາດຖານ VietGap ໃນການຜະລິດໝາກລຳໃຍ. ທ່ານເຈືອງວັນໂຣ່ຍ, ຜູ້ອຳນວຍການສະຫະກອນໝາກລຳໃຍເຈົາແທ່ງ, ໃຫ້ຮູ້ວ່າ:
“ຖືວ່ານີ້ແມ່ນການຂົນຂວາຍພໍ່ແມ່ປະຊາຊົນພະຍາຍາມ, ເຮັດຕາມຂັ້ນຕອນປູກຕົ້ນກິນໝາກປອດສານພິດ, ເຮັດຕາມຄວາມຮຽກຮ້ອງຕ້ອງການຂອງຄູ່ຮ່ວມມື. ຫາກບໍ່ແມ່ນເຮັດເພື່ອຂາຍເທົ່ານັ້ນ.”
ສຳລັບເຮືອນສວນ, ພໍ່ແມ່ປະຊາຊົນເກືອບທັງໝົດໄດ້ເຫັນດີເຫັນພ້ອມໃນການຮ່ວມມືກັບບັນດາຄູ່ຮ່ວມມືຕ່າງປະເທດເພື່ອນຳຜະລິດຕະພັນກະເສດຂອງຫວຽດນາມ ອອກສູ່ຕະຫຼາດໂລກ. ບັນຫາໄດ້ຮັບຄວາມສົນໃຈຈາກພໍ່ແມ່ປະຊາຊົນທີ່ສຸດແມ່ນລາຄາເມື່ອເຊັນສັນຍາ. ຍ້ອນນີ້ແມ່ນບັນຫາສົ່ງຜົນສະທ້ອນໂດຍກົງເຖິງລາຍຮັບຂອງພໍ່ແມ່ປະຊາຊົນ. ປ້າ ຟານທິແບ໋ເຊົ໋າ, ຕາແສງ ອານເຍີນ, ໄດ້ເວົ້າດ້ວຍຄວາມປິຕິຊົມຊື່ນວ່າ:
“ໄດ້ເຄື່ອນໄຫວໃນສະຫະກອນຊາວກະສິກຳມີຄວາມອຸ່ນອ່ຽນໃຈຫຼາຍ, ຍ້ອນລາຄາໄດ້ຮັບການຮັກສາໄວ້ເປັນປົກກະຕິ. ກ່ອນນັ້ນ, ລາຄາໃນທ້ອງຕະຫຼາດບໍ່ເປັນປົກກະຕິ. ບາງເທື່ອມີລາຄາສູງ, ບາງເທື່ອມີລາຄາພັດຕຳ່ ຍ້ອນບໍ່ມີການໜູນຊ່ວຍຂອງສະຫະກອນ. ສ່ວນປະຈຸບັນ, ມີສະຫະກອນແລ້ວ ພໍ່ແມ່ປະຊາຊົນກໍ່ມີຄວາມອຸ່ນອ່ຽນໃຈຫຼາຍ.”
ທ່ານ ຟານກິມຊາ, ຮອງຜູ້ອຳນວຍການພະແນກອຸດສາຫະກຳ ການຄ້າແຂວງ ດົ່ງທາບ ໃຫ້ຮູ້ວ່າ: ໝາກລຳໃຍຂອງແຂວງດົ່ງທາບມີກາລະໂອກາດໄດ້ສົ່ງອອກໄປຕ່າງປະເທດ ທັງມີໂອກາດທັງເປັນສິ່ງທ້າທາຍໃຫຍ່. ຍ້ອນວ່າ, ເຮືອນສວນລຶ້ງເຄີຍກັບວິທີການຜະລິດລວມສຸມຕາມລະດູການ, ດັ່ງນັ້ນ ເມື່ອຜັນຂະຫຍາຍການຮ່ວມສຳພັນສະໜອງສິນຄ້າຂອງຫົວໜ່ວຍເກັບຊື້ຕາມສັນຍາ, ພິເສດແມ່ນຄູ່ຮ່ວມມຶຕ່າງປະເທດ, ບັນຫາສະໜອງເປັນປະຈຳເປັນສິ່ງກີດຂວາງ. ສະເລ່ຍໃນແຕ່ລະລະດູການບົວລະບັດໝາກລຳໃຍຖືກແກ່ຍາວເປັນເວລາ 7 ເດືອນ, ດັ່ງນັ້ນ, ດ້ວຍຄວາມຮຽກຮ້ອງສະໜອງປະລິມານໝາກລຳໃຍຕາມແຕ່ລະເດືອນ ຕ້ອງໄດ້ຮັບການຄິດໄລ່ຊັ່ງຊາຢ່າງລະອຽດ. ທ່ານຊາ, ໃຫ້ຮູ້ວ່າ:
“ຕະຫຼາດ ສ. ເກົາຫຼີ ເອົາໃຈໃສ່ໝາກລຳໃຍແຂວງດົ່ງທາບ ແລະ ນີ້ແມ່ນຄວາມສາມາດບົ່ມຊ້ອນໃຫຍ່ຫຼວງທີ່ສຸດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຜະລິດຕະພັນກະເສດຂອງ ຫວຽດນາມ ບໍ່ຕ້ອງຂຶ້ນກັບຕະຫຼາດໃດຢ່າງແນ່ນອນ. ດັ່ງນັ້ນ, ຕ້ອງຈັດຕັ້ງການຜະລິດເພື່ອຕອບສະໜອງຄວາມຕ້ອງການສິນຄ້າຂອງຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ.”
ໝາກໄມ້ປອດສານພິດນັບພັນໆໂຕນໄດ້ຮັບການຈຳໜ່າຍຢູ່ພາຍໃນປະເທດ ແລະ ຮັບໃຊ້ການສົ່ງອອກ, ໃນນັ້ນ, ໝາກໄມ້ບາງປະເພດຄື: ໝາກມ່ວງ ກາວແຫຼງ, ໝາກລຳໃຍ ເຈົາແທ່ງ ໄດ້ມີໜ້າຢູ່ຕະຫຼາດ ອາເມລິກາ, ຍີ່ປຸ່ນ, ສ. ເກົາຫຼີ, ຮົງກົງ (ປະເທດຈີນ) ອັນໄດ້ປະກອບສ່ວນຢັ້ງຢືນທິດທາງຢ່າງຖືກຕ້ອງຂອງແຂວງ ດົ່ງທາບ ບົນເສັ້ນທາງສ້າງຄວາມຮັ່ງມີຈາກກະສິກຳປອດສານພິດ. ອຳນາດການປົກຄອງທຸກຂັ້ນຂອງແຂວງ ດົ່ງທາບ ຖືວ່າ: ປະສິດທິຜົນຂອງຜະລິດຕະພັນກະສິກຳບໍ່ພຽງແຕ່ຕ້ອງການມີຄວາມດຸໝັ່ນຂອງຊາວກະສິກອນເທົ່ານັ້ນ ຫາກຍັງຕ້ອງສົມທົບກັບການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງຂອງຊາວກະສິກອນອີກດ້ວຍ. ທັງໝົດເລົ່ານັ້ນແມ່ນຂຶ້ນກັບຄວາມກຽມພ້ອມປ່ຽນແປງຂອງພໍ່ແມ່ປະຊາຊົນຊາວກະສິກອນ.