(vovworld) – ການປູກເຫັດເຟືອງແມ່ນອາຊີບທີ່ເປັນມູນເຊື້ອຢູ່ເມືອງລາຍວູງ, ແຂວງ ດົ່ງທາບ. ຕໍ່ໜ້າຄວາມຕ້ອງການນັບມື້ນັບຫຼາຍຂອງຕະຫຼາດ, ຊາວກະສິກອນຢູ່ທີ່ນີ້ໄດ້ນຳໃຊ້ຮູບແບບການປູກເຫັດເຟືອງໃນຫົ່ມເພື່ອເພີ່ມສະມັດຕະພາບ ແລະ ຄຸນນະພາບ. ບົດຂຽນ “ຊາວກະສິກອນແຂວງ ດົ່ງທາບ ສ້າງຄວາມຮັ່ງມີຈາກອາຊີບປູກເຫັດເຟືອງ” ຂອງນັກຂ່າວ ເຈືອງແທງຕູງ.
ຮູບແບບການປູກເຫັດເຟືອງ
|
ເຫັດເຟືອງແມ່ນປະເພດອາຫານມີທາດບຳລຸງຫຼາຍ, ມີວີຕາມີນຫຼາຍປະເພດສາມາດປິ່ນປົວຫຼາຍພະຍາດໄດ້. ດັ່ງນັ້ນ, ເຫັດເຟືອງໄດ້ນຳມາເຊິ່ງມູນຄ່າດ້ານເສດຖະກິດສູງ. ຢູ່ເມືອງລາຍວູງ, ແຂວງ ດົ່ງທາບ, ເຫັດເຟືອງປູກຫຼາຍທີ່ສຸດຢູ່ບັນດາຕາແສງລຽບຕາມ ແມ່ນ້ຳເຮົ້າຄື: ຕາແສງ ດິງຮ່ວາ, ເຕີນຮ່ວາ, ເຕີນແທ່ງ ແລະ ຫວີງເທີ໋ຍ. ປະຈຸບັນ, ພໍ່ແມ່ປະຊາຊົນຊາວກະສິກອນບໍ່ພຽງແຕ່ປູກເຫັດໃນເຂດທົ່ງນາເທົ່ານັ້ນ ຫາກຍັງປູກໃນສວນ ແລະ ພັດທະນາຮູບແບບການປູກໃນຫົ່ມຕື່ມອີກ. ໂດຍອີງໃສ່ອາຊີບປູກເຫັດເຟືອງນີ້, ຫຼາຍຄອບຄົວຊາວກະສິກອນຢູ່ແຂວງ ດົ່ງທາບ ຈຶ່ງໄດ້ບືນຕົວຂຶ້ນສ້າງຄວາມຮັ່ງມີດ້ວຍລາຍຮັບໃນແຕ່ລະເດືອນປະມານ 20 ລ້ານດົ່ງ. ຮູບແບບປູກເຫັດເຟືອງໃນຫົ່ມຂອງອ້າຍ ໂງມີງເຕີ໋ນ ຢູ່ຕາແສງ ຮ່ວາແທ່ງ, ດ້ວຍເນື້ອທີ່ດິນ 15 ຕາເມັດ, ພາຍຫຼັງເວລາ 20 ວັນອ້າຍກໍ່ສາມາດເກັບກ່ຽວເຫັດເຟືອງໄດ້ກ່ວາ 10 ກິໂລກາມ/ວັນ. ດ້ວຍການປູກເຫັດແບບນີ້, ພາຍຫຼັງດຳເນີນການປູກຝັງມາເປັນເວລາ 3 ເດືອນອ້າຍສາມາດສ້າງລາຍຮັບສູງພໍສົມຄວນ. ອ້າຍ ໂງມີງເຕີ໋ນ, ໃຫ້ຮູ້ວ່າ:
“ຖ້າປູກເຫັດຢູ່ກາງແຈ້ງນັ້ນ ເຮົາຕ້ອງໃຊ້ຢາກັນພະຍາດ, ດັບສູນສັດຕູພືດ ແຕ່ເມື່ອປູກເຫັດຢູ່ໃນຫົ່ມບໍ່ຖືກແມງໄມ້ບົ້ງທຳລາຍ ດັ່ງນັ້ນບໍ່ຕ້ອງສີດຢາ. ອີກອັນໜຶ່ງນັ້ນແມ່ນ, ເຫັດປູກຢູ່ກາງແຈ້ງຂາຍບໍ່ໄດ້ລາຄາສູງຄືເຫັດປູກຢູ່ໃນຫົ່ມ”
ຮູບແບບປູກເຫັດໃນຫົ່ມມີຈຸດດີແມ່ນບໍ່ຕ້ອງການເນື້ອທີ່ດິນກ້ວາງ, ປະຢັດປະລິມານເຟືອງບົ່ມ, ຕົ້ນທຶນຕ່ຳ ແລະ ບໍ່ຕ້ອງເສຍເຫື່ອແຮງໃນການບົວລະບັດຫຼາຍ. ພິເສດ, ຍ້ອນປູກເຫັດຢູ່ໃນຫົ່ມ ດັ່ງນັ້ນຈຶ່ງຈຳກັດການທຳລາຍຂອງໄດ້ສັດຕູພືດ ແລະ ພະຍາດຕ່າງໆ. ພາຍຫຼັງການເກັບກ່ຽວ, ເຫັດເຟືອງມີສີຂາວ, ອ່ອນ, ຄຸນນະພາບດີ ດັ່ງນັ້ນໄດ້ຮັບການນິຍົມຈາກຜູ້ບໍລິໂພກ. ໄປຄຽງຄູ່ກັນນັ້ນ, ວິວັດການບົ່ມເຟືອງເພື່ອປູກເຫັດກໍ່ງ່າຍດາຍພໍສົມຄວນ.
ຢູ່ຕາແສງ ຮ່ວາແທ່ງ, ເມືອງ ລາຍວູງ, ປະຈຸບັນມີຄອບຄົວຊາວກະສິກອນປູກເຫັດ 20 ຄອບຄົວ. ຄອບຄົວທ່ານ ໂຕ໋ງຢູຍທົງ, ແມ່ນໜຶ່ງໃນບັນດາຄອບຄົວປູກເຫັດເຟືອງປະສົບຜົນສຳເລັດຢູ່ຕາແສງ ຮ່ວາແທ່ງ. ແຕ່ລະປີ, ຄອບຄົວຂອງທ່ານເກັບກ່ຽວເຫັດໄດ້ນັບເປັນໂຕນ, ນຳມາເຊິ່ງແຫຼ່ງລາຍຮັບສູງພໍສົມຄວນ. ໂດຍປົວແປງວິທີປູກແບບເກົ່າ, ທ່ານ ທົງ ໄດ້ສົມທົບລະຫວ່າງເຟືອງ ແລະ ຝ້າຍເພື່ອບົ່ມເຫັດ. ດ້ວຍວິທີນີ້, ທັງປະຢັດເຟືອງ, ທັງໃຫ້ສະມັດຕະພາບສູງກ່ວາ. ທ່ານ ໂຕ໋ງຢູຍທົງ, ໃຫ້ຮູ້ວ່າ:
“ຈາກການປູກເຫັດໃນຫົ່ມໜຶ່ງ, ມາຮອດປະຈຸບັນຂ້າພະເຈົ້າໄດ້ປູກເຫັດເຟືອງໃນຫົ່ມເຖິງ 4 ແລ້ວ. ມັນເໝາະສົມກັບສະພາບເງື່ອນໄຂຂອງພໍ່ແມ່ປະຊາຊົນຊາວກະສິກຳຢູ່ເຂດທົ່ງພຽງແມ່ນ້ຳຂອງທີ່ສຸດ, ພິເສດແມ່ນຢູ່ເມືອງ ລາຍວູງ ບ່ອນທີ່ມີເຟືອງຢ່າງຫຼວງຫຼາຍ. ຍິ່ງກ່ວານັ້ນແມ່ນສາມາດຫລຸດຜ່ອນແຮງງານໄດ້ ຍ້ອນອາຊີບປູກເຫັດນີ້ບໍ່ຕ້ອງການແຮງງານຫຼາຍ”
ສົ້ນອອກໃຫ້ແກ່ການຈຳໜ່າຍ ເຫັດເຟືອງ ໃນປະຈຸບັນຢູ່ເມືອງ ລາຍວູງ ເປັນປົກກະຕິພໍສົມຄວນ. ພາຍຫຼັງເກັບກ່ຽວເຫັດເຟືອງແລ້ວ, ພໍ່ຄ້າຊາວຂາຍໄດ້ມາເກັບຊື້ຢູ່ກັບທີ່. ຢູ່ເມືອງ ລາຍວູງ ມີບໍລິສັດຫຸ້ນສ່ວນ ຫວຽດໝີ, ຜະລິດ ແລະ ປຸງແຕ່ງຫຸ້ມຫໍ່ເຫັດ, ຜັກ, ໝາກໄມ້ເພື່ອສົ່ງອອກ. ບໍລິສັດຫຸ້ນສ່ວນ ຫວຽດໝີ ມີໂຮງງານຕັ້ງຢູ່ເຂດອຸດສາຫະກຳ ຊົງເຮົ້າ (ແມ່ນ້ຳເຮົ້າ), ຕາແສງ ເຕີນແທ່ງ ສາມາດຈຳໜ່າຍເຫັດເຟືອງໄດ້ 10 ໂຕນ/ວັນ, ດັ່ງນັ້ນປະກອບສ່ວນຮັກສາລາຄາເຫັດເຟືອງເປັນປົກກະຕິ. ປະຈຸບັນ, ລາຄາເຫັດເຟືອງເພີ່ມຂຶ້ນສູງຍ້ອນຄວາມຕ້ອງການບໍລິໂພກພາຍໃນປະເທດ ແລະ ການປຸງແຕ່ງເພື່ອສົ່ງອອກເພີ່ມຂຶ້ນສູງ. ເຫັດເຟືອງປູກໃນຫົ່ມມີລາຄາສູງກ່ວາເຫັດເຟືອງທີ່ປູກຢູ່ກາງແຈ້ງແຕ່ 10.000 – 15.000 ດົ່ງ/ກິໂລກາມ. ທ່ານ ຮິ່ງວັນໂຕ່ນ, ຮອງຫົວໜ້າຫ້ອງການກະສິກຳເມືອງ ລາຍວູງ, ໃຫ້ຮູ້ວ່າ:
“ດ້ວຍແງ່ມູມຂອງຜູ້ຄຸ້ມຄອງລັດ, ພວກຂ້າພະເຈົ້າໄດ້ໜູນຊ່ວຍພໍ່ແມ່ປະຊາຊົນດ້ານເຕັກນິກ, ຈັດຕັ້ງກອງປະຊຸມສຳມະນາ, ຊຸດຝຶກອົບຮົມ… ເປັນເສນາທິການໃຫ້ຄະນະກຳມະການເພື່ອສ້າງແຫຼ່ງທຶນ, ຈັດຕັ້ງວິທີປູກເຫັດເຟືອງ. ປະຈຸບັນ, ພວກຂ້າພະເຈົ້າພວມເປີດຊຸດຮຽນວິທີປູກເຫັດເຟືອງໃຫ້ພໍ່ແມ່ປະຊາຊົນເພື່ອຮັບຜົນງານສູງສຸດ”
ອາຊີບປູກເຫັດເຟືອງຢູ່ເມືອງລາວວູງ ແມ່ນໜຶ່ງໃນບັນດາວິທີສ້າງຄວາມຮັ່ງມີຢ່າງມີປະສິດທິຜົນຂອງຊາວກະສິກອນ. ຮູບແບບປູກເຫັດເຟືອງໃນຫົ່ມໄດ້ຮັບຖືວ່າແມ່ນຮູບແບບກະສິກຳເໝາະສົມກັບເງື່ອນໄຂຜະລິດຂອງຄອບຄົວ, ຊາວກະສິກອນສ່ວນຫຼາຍທີ່ມີຕົ້ນທຶນຕ່ຳໃນປະຈຸບັນ. ດ້ານອື່ນ, ການປູກເຫັດໃນຫົ່ມແມ່ນມາດຕະການໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດຂະຫຍາຍຢ່າງແຮງ ແລະ ໝູນໃຊ້ສິ່ງເສດເຫຼືອຈາກການຜະລິດກະສິກຳຢ່າງມີປະສິດທິຜົນ. ຮູບແບບປູກເຫັດໃນຫົ່ມຈະພັດທະນາຢ່າງແຮງໃນໄລຍະຈະມາເຖິງ.