(vovworld) - ປະຈຸບັນ, ນ້ຳແກ່ງໄດ້ເກີດຂຶ້ນຫຼາຍແຫ່ງໃນເຂດທົ່ງພຽງແມ່ນ້ຳຂອງ. ເຖິງວ່າຍາມນ້ຳແກ່ງປີນີ້ເກີດຂຶ້ນຈະຊ້າກ່ວາທຸກປີກໍ່ຕາມ ແຕ່ລະດັບນ້ຳພັດສູງກ່ວາເມື່ອທຽບໃສ່ໄລຍະດຽວກັນຂອງປີກ່າຍ, ສິ່ງດັ່ງກ່າວໄດ້ເຮັດໃຫ້ປະຊາຊົນຢູ່ແມ່ນ້ຳລຳເຊໃນແຂວງດົ່ງທາບເພິ່ງພໍໃຈຫຼາຍພາຍຫລັງລໍຖ້າມາເປັນເວລາຢ່າງຍາວນານ. ສຳລັບປະຊາຊົນຢູ່ທີ່ນີ້ແລ້ວ, ຍາມເກີດນ້ຳແກ່ງໄດ້ນຳມາເຊິ່ງແຫຼ່ງສິນໃນນຳ້ຊ່ວຍໃຫ້ເຂົາເຈົ້າສືບຕໍ່ຫາເງິນລ້ຽງຊີບ. ບົດຂຽນ “ຊາວກະສິກອນແຂວງດົ່ງທາບຫາເງິນລ້ຽງຊີບໃນຍາມເກີດນ້ຳແກ່ງ” ຂອງ ໂຕຕ໋ວນ, ນັກຂ່າວ VOV.
ພາບປະກອບ
|
ຢູ່ເຂດທົ່ງພຽງແມ່ນ້ຳຂອງ, ຍາມເກີດນ້ຳແກ່ງເລີ່ມແຕ່ເດືອນ 8 ຫາເດືອນ 11 ແຕ່ລະປີ. ເມື່ອຮອດຍາມນ້ຳແກ່ງ, ເຊິ່ງແມ່ນປະກົດການນ້ຳຖ້ວມແບບທຳມະຊາດ, ຢູ່ເຂດທົ່ງພຽງແມ່ນ້ຳຂອງ (ຍານລຸ່ມແມ່ນ້ຳຂອງ). ເຖິງວ່າ, ແມ່ນປະກົດການນ້ຳຖ້ວມ, ແຕ່ພັດບໍ່ແມ່ນໄພພິບັດທຳມະຊາດສຳລັບພົນລະເມືອງທັງໝົດຢູ່ເຂດຖືກຜົນສະທ້ອນຈາກປະກົດການທຳມະຊາດນີ້. ໂດຍໄດ້ກາຍເປັນຄວາມຊິນເຄີຍມາຫຼາຍປີແລ້ວ, ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງຖືຍາມນ້ຳແກ່ງແມ່ນຍາມປ່ຽນແປງວິທີການປູກຝັງກະສິກຳ, ແທນທີຈະປູກຝັງກະສິກຳ ເຂົາເຈົ້າໄດ້ຫັນປ່ຽນມາຂຸດຄົ້ນແຫຼ່ງສິນໃນນ້ຳທີ່ອຸດົມສົມບຸນຈາກປະກົດການນ້ຳແກ່ງປົກຄຸມໃນເນື້ອທີ່ກ້ວາງໃຫຍ່ຂອງເຂດທົ່ງພຽງແມ່ນ້ຳຂອງ ນຳມາໃຫ້. ນ້ຳແກ່ງຍັງສ້າງເງື່ອນໄຂ, ທຳລາຍສັດຕູພືດ, ເພີ່ມພູນດິນສັນດອນທີ່ອຸດົມສົນບູນໃຫ້ດິນກະສິກຳໃນທົ່ວເຂດທົ່ງພຽງແມ່ນ້ຳຂອງ. ດັ່ງນັ້ນ, ນັບແຕ່ກາງເດືອນ 9, ເມື່ອນ້ຳແກ່ງສູງ, ເຖິງວ່າລະດັບສະເລ່ຍຍັງຕໍ່ ເມື່ອທຽບໃສ່ຊຸມປີກ່ອນກໍ່ຕາມ, ແຕ່ກໍ່ພາໃຫ້ປະຊາຊົນຊາວກະສິກອນຢູ່ບັນດາແຂວງ ດົ່ງທາບ, ອານຢາງ, ກຽນຢາງ… ມີຄວາມປິຕິຊົມຊື່ນທີ່ສຸດ. ທ່ານ ຮິ່ງວັນນຳ, ຊາວກະສິກອນຢູ່ເມືອງ ຮົ່ງງື້, ແຂວງ ດົ່ງທາບ, ໃຫ້ຮູ້ດ້ວຍຄວາມປິຕິຊົມຊື່ນວ່າ:
“ນ້ຳແກ່ງເກີດມາກໍ່ນຳເອົາປາ, ກຸ້ງມາໃຫ້, ດັ່ງນັ້ນ ພວກເຮົາກໍ່ຫາປາ, ກຸ້ງໄດ້ຫຼາຍ, ໃນຊຸມປີກ່ອນນ້ຳແກ່ງນ້ອຍ ພວກເຮົາທຳມາຫາກິນກໍ່ຍາກຫຼາຍ.”
ທ່ານ ຮິ່ງວັນນຳ ກໍ່ຍັງໃຫ້ຮູ້ວ່າ: ກ່ອນນີ້ບໍ່ດົນປານໃດ, ເຂດດິນປູກຝັງບ່ອນທ່ານດຳລົງຊີວິດຕົກຢູ່ໃນສະພາບການແຫ້ງແລ້ງ. ບໍ່ສາມາດປູກຝັງໄດ້ດັ່ງນັ້ນ ປະຊາຊົນຫຼາຍຄົນຕ້ອງຍ້າຍ, ໄປແຂວງ ບີ່ງເຢືອງ ຫຼື ນະຄອນ ໂຮ່ຈີມິນ ເພື່ອເຮັດຈ້າງ, ຫາເງິນລ້ຽງຊິບ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນເຄິ່ງເດືອນມໍ່ໆມານີ້, ນ້ຳຢູ່ຕາມແມ່ນ້ຳລຳເຊຄ່ອຍໆເພີ່ມຂຶ້ນ. ປະຊາຊົນໃນບ້ານຂອງທ່ານຍັງເຫຼືອມີປະມານສິບຄົນບໍ່ທັນຍ້າຍໄປຫາກິນຢູບ່ອນອື່ນໄດ້ຫັນມາຫາປູ , ຫາປາ. ໂດຍເປັນຜູ້ມີປະສົມການໃນການຫາສິນໃນນ້ຳມາເປັນເວລາເກືອບ 10 ປີແລ້ວ, ທ່ານດີໃຈຫຼາຍ. ແຕ່ລະວັນ, ທ່ານສາມາດຫາປູໄດ້ປະມານ 16 ກິໂລກາມ ເພື່ອຂາຍໃຫ້ພໍ່ຄ້າຊາວຂາຍດ້ວຍໄດ້ລາຄາ 14.000 ດົ່ງ/ກິໂລກາມ. ຈຳນວນເງິນທີ່ເກັບມາໄດ້ຄອບຄົວຂອງທ່ານກໍ່ສາມາດກຸ້ມຕົນເອງໄດ້. ປ້າ ຫງວຽນກິມຈີ, ຢູ່ເທດສະບານ ຕາມນົງ, ແຂວງ ດົ່ງທາບ, ໃຫ້ຮູ້ວ່າ: ລະດັບນ້ຳຂຶ້ນສູງນັບແຕ່ທ້າຍເດືອນ 9 ມາຮອດປະຈຸບັນ, ເຖິງວ່ານ້ຳແກ່ງມາຊ້າກໍ່ຕາມແຕ່ ມັນກໍ່ດີແລ້ວ. ພໍ່ແມ່ປະຊາຊົນທີ່ດຳລົງຊີວິດດ້ວຍອາຊີບຫາສິນໃນນ້ຳມີຄວາມພາກພູມໃຈທີ່ສຸດ:
“ຢູ່ທີ່ນີ້ປະຊາຊົນດຳລົງຊີວິດດ້ວຍອາຊີບປູກເຂົ້າ, ຫາປາ, ຫາກຸ້ງ ເປັນຕົ້ນ, ດັ່ງນັ້ນເມື່ອນ້ຳແກ່ງເກີດມາຈະແມ່ນໂອກາດເພື່ອໃຫ້ເຂົາເຈົ້າຫາເງິນລ້ຽງຊີບ. ເມື່ອນ້ຳແກ່ງມານ້ອຍ, ເຂົາເຈົ້າໄດ້ລ້ຽງ ປາຄໍ່, ປາຈາ. ນອກຈາກການຕຶກມອງ, ຕຶກປາ, ພໍ່ແມ່ປະຊາຊົນຢູ່ທີ່ນີ້ຍັງຫາປາຄໍ່, ລ້ຽງອຽນ ເພື່ອສ້າງລາຍຮັບຕື່ມອີກ. ດັ່ງນັ້ນ, ກໍ່ປັບປຸງຊີວິດການເປັນຢູ່ໄດ້ສ່ວນໃດສ່ວນໜຶ່ງ.”
ປະຊາຊົນຢູ່ທີ່ນີ້ຫາປາລ້ຽງຊີບ
|
ທ່ານ ຫວໍແທ່ງງວານ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງດົ່ງທາບ, ໃຫ້ຮູ້ວ່າ: ແຕ່ຕົ້ນເດືອນ 10, ລະດັບນ້ຳຢູ່ຫຼາຍແຫ່ງໃນແຂວງເພີ່ມຂຶ້ນຍ້ອນນ້ຳຈາກ ຍານເໜືອແມ່ນ້ຳໄຫຼ່ລົງມາ. ລະດັບນ້ຳສູງກ່ວາເມື່ອທຽບໃສ່ປີ 2015, ແຕ່ຍັງຕ່ຳກ່ວາເມື່ອທຽບໃສ່ລະດັບສະເລ່ຍຂອງຫຼາຍປີ. ແຂວງ ດົ່ງທາບພວມຮີບເຮັ່ງຜັນຂະຫຍາຍບັນດາມາດຕະການ, ພັດທະນາການທຳມາຫາກິນແບບຍືນຍົງໃຫ້ແກ່ປະຊາຊົນ ດ້ວຍວິທີຂະຫຍາຍບັນດາຮູບແບບຮັບມື, ໜູນຊ່ວຍດ້ານທຶນຮອນ, ເຕັກນິກເພື່ອໃຫ້ປະຊາຊົນຫາເງິນລ້ຽງຊີບໃນຍາມນ້ຳແກ່ງ. ພ້ອມກັນນັ້ນ, ແຂວງ ດົ່ງທາບ ຍັງມຸ່ງໄປເຖິງການລົງທຶນກໍ່ສ້າງພື້ນຖານໂຄງລ່າງຊົນລະປະທານ ເພື່ອເປັນເຈົ້າການດັດສົມແຫຼ່ງນ້ຳຮັບປະກັນມີນ້ຳເພື່ອທຳການຜະລິດກະສິກຳ, ລ້ຽງປູກສິນໃນນ້ຳຢູ່ເຂດທົ່ງພຽງແມ່ນ້ຳຂອງ.